ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ລາວ ມີປະຕິກິລິຍາ ຕ່າງກັນ ກ່ຽວກັບ ນາຍົກ ເຫັນດີກຽມເປີດປະເທດ


ລົດຈໍາໂບ ແລ່ນແຜ່ນອານຸສາວະລີ, ນະຄອນຫຼວງ ວຽງຈັນ, ລາວ. 12 ມີນາ 2020.
ລົດຈໍາໂບ ແລ່ນແຜ່ນອານຸສາວະລີ, ນະຄອນຫຼວງ ວຽງຈັນ, ລາວ. 12 ມີນາ 2020.

ແຈ້ງການ ກ່ຽວກັບ ການເຫັນດີກຽມຄວາມພ້ອມເປີດປະເທດ ເພື່ອຕ້ອນຮັບເອົານັກທ່ອງທ່ຽວຕ່າງປະເທດ ໄດ້ສ້າງຄວາມສັບສົນ ແລະ ກັງວົນໃຫ້ແກ່ປະຊາຊົນລາວ.

ອີງຕາມແຈ້ງການນັ້ນ ຫ້ອງການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການເລກທີ 1445 ຫສນຍ ລົງວັນທີ 5 ພະຈິກ 2021 ເຫັນດີຕາມການສະ ເຫນີ ຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ “ເພື່ອເປີດປະເທດບໍ່ສະເພາະແຕ່ກຸ່ມນັກທ່ອງທ່ຽວໃດຫນຶ່ງ ແລະ ການກະກຽມຄວາມພ້ອມຂອງຜູ້ປະກອບການ ໃນການຕ້ອນຮັບນັກທ່ອງທ່ຽວເຂົ້າມາ ສປປ ລາວ. ແລ້ວລາຍ ງານທ່ານນາຍົກລັດຖະມົນຕີ ເພື່ອມີທິດຊີ້ນໍາ.”

ແຈ້ງການດັ່ງກ່າວນັ້ນໄດ້ເຮັດໃຫ້ປະຊາຊົນ ລາວ ມີຄວາມເຫັນດີ ແລະ ບໍ່ເຫັນດີ ເຊິ່ງຄົນລາວທ່ານນຶ່ງໄດ້ກ່າວຕໍ່ພວກເຮົາວ່າ “ຕອນປິດເມືອງລະປິດເອົາແທ້ ເອົາວ່າ, ອອກບ້ານໄປໃສກະບໍ່ໄດ້. ບາດເຫັນປະເທດເພື່ອນບ້ານເປີດກະຢາກເປີດນຳ ໂດຍທີ່ບໍ່ຮູ້ວ່າຕົນເອງຈະຮັບມືໄດ້ຫຼຶືບໍ່. ຂະໜາດຄົນຕິດເຊື້ອແຕ່ລະມື້ໃນປັດຈຸບັນນີ້ຍັງເອົາບໍ່ຢູ່ແລ້ວ. ຊົ່ວເປີດໃຫ້ຄົນຕ່າງປະເທດເຂົ້າມາ ມັນຊິບໍ່ຕິດເປັນໝື່ນພຸ້ນຫວາ? ລັດຖະບານກະມີແຕ່ຖ້າໃຫ້ຕ່າງປະເທດຊ່ອຍຢາວັກຊີນ. ພວກເຮົາຄືຊິບໍ່ເຫັນປະເທດດີຂຶ້ນ.”

ນອກຈາກຄົນທີ່ເປັນຫ່ວງແລ້ວ, ກໍມີຄົນຜູ້ທີ່ມີຄວາມຄິດທີ່ເປັນແງ່ບວກ ກ່ຽວກັບ ການເປີດປະເທດດັ່ງກ່າວ. ເຊິ່ງແມ່ຍິງຄົນນຶ່ງໄດ້ກ່າວວ່າ

“ຂ້າພະເຈົ້າເຫັນດີນໍາ. ປິດປະເທດເຮົາກະບໍ່ມີຫຍັງເຮັດ, ຄ່ານໍ້າຄ່າໄຟກະແພງ ແຕ່ປະຊາຊົນບໍ່ມີທາງຫາກິນ. ບາງເທື່ອຖ້າເປີດປະເທດຄືນເສດຖະກິດອາດຈະດີຂຶ້ນ, ພວກເຮົາກະຊິທຳມາຫາກິນໄດ້ແດ່. ກຳຈັດໂຄວິດບໍ່ໄດ້ເຮົາກະຕ້ອງໄດ້ສູ້ຊີວິດຢູ່ໄປກັບມັນ.”

ໃນວັນທີ 12 ພະຈິກ ມຶ້ນີ້ ປະເທດ ລາວມີຜູ້ຕິດເຊື້ອໃໝ່ 1,198 ຄົນ, ເຊິ່ງນະຄອນຫຼວງວຽງຈັນມີຜູ້ຕິດເຊື້ອ 580 ຄົນ ແລະ ມີຜູ້ເສຍຊີວິດ 1 ຄົນໃນນະຄອນຫຼວງວຽງຈັນ.

XS
SM
MD
LG