ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະທານປະເທດລາວກ່າວຄຳປາໄສ ຕໍ່ກອງປະຊຸມສຸດຍອດ ສະຫັດສະວັດ ສປຊ


Kardinali na misi u bazilici Svetog Petra u Vatikanu. Molitvom posvećenom izboru novog pape 115 kardinala sa pravom glasa počelo je proces izbora novog čelnika Rimokatoličke crkve. 
Kardinali na misi u bazilici Svetog Petra u Vatikanu. Molitvom posvećenom izboru novog pape 115 kardinala sa pravom glasa počelo je proces izbora novog čelnika Rimokatoličke crkve. 

ເຖິງແມ່ນ ສປປ ລາວ ໄດ້ປະສົບກັບຄວາມກ້າວໜ້າຫລາຍໆດ້ານ ໃນການຈັດຕັ້ງປະຕິບັດ ເປົ້າໝາຍສະຫັດສະວັດດ້ານການພັດທະນາ ຂອງອົງການສະຫະປະຊາຊາດ ແຕ່ຜູ້ນຳຂອງ ລາວ ເວົ້າວ່າ ຍັງມີບັນຫາທ້າທາຍຈຳນວນນຶ່ງ ທີ່ລາວຈະຕ້ອງໄດ້ເອົາຊະນະ.

ທ່ານຈູມມະລີ ໄຊຍະສອນ ປະ ທານປະເທດ ສປປ ລາວກ່າວ ໃນຄຳປາໄສ ຕໍ່ກອງປະຊຸມສຸດ ຍອດ ວ່າດ້ວຍການຈັດຕັ້ງປະຕິ ບັດເປົ້າໝາຍສະຫັດສະວັດດ້ານ ການພັດທະນາຂອງອົງການສະ ຫະປະຊາຊາດ ທີ່ນະຄອນນິວ ຢອກໃນວັນທີ 20 ກັນຍາຜ່ານ ມານີ້ວ່າ ສປປ ລາວ ໄດ້ບັນລຸຄວາມກ້າວໜ້າຈຳນວນນຶ່ງໃນຈັດຕັ້ງປະຕິບັດແຜນການຂອງ ສະຫະປະຊາຊາດ ຊຶ່ງຈະສິ້ນສຸດລົງ ໃນອີກ 5 ປີຂ້າງໜ້ານີ້.

ທ່ານເວົ້າວ່າ ຜ່ານການຈັດຕັ້ງປະຕິບັດ ການພັດທະນາເສດຖະກິດ 5 ປີທີ່ຜ່ານມາເຫັນວ່າ ເສດຖະກິດ ໄດ້ມີການຂະຫຍາຍໂຕ ຢ່າງຕໍ່ເນື່ອງ ແລະໝັ້ນທ່ຽງ ອັນເຮັດໃຫ້ ສປປ ລາວ ມີຜົນສຳເລັດ ໃນການບັນລຸເປົ້າໝາຍສະຫັດສະວັດທາງດ້ານການພັດທະນາເປັນກ້າວໆມາ. ທ່ານຈູມມະລີ ກ່າວກ່ຽວເລື່ອງນີ້ວ່າ:

“ໃນແຜນການ 5 ປີຄັ້ງທີ 5 ແຕ່ປີ 2001 ຫາ 2005 ອັດຕາສະເລ່ຍຂອງການ ເຕີບໂຕເສດຖະກິດ ແມ່ນຢູ່ໃນລະດັບ 6.2% ຕໍ່ປີ ແລະໃນແຜນການ 5 ປີຄັ້ງທີ 6 ສຳລັບປີ 2006 ຫາ 2010 ຄາດວ່າ ຈະສາມາດບັນລຸ ການຂະຫຍາຍໂຕ ເສດຖະກິດ ສະເລ່ຍ 7% ຕໍ່ປີ.”

ທ່ານຈູມມະລີເວົ້າວ່າ ຄວາມສຳເລັດດັ່ງກ່າວ ແມ່ນປັດໄຈອັນສຳຄັນ ໃນການເຮັດໃຫ້ຄວາມ ທຸກຍາກຫຼຸດລົງ ຈາກ 48% ໃນປີ 1990 ລົງມາເປັນ 26% ໃນປີ 2009.

ນອກນັ້ນທ່ານຈູມມະລີຍັງເວົ້າວ່າ ການພັດທະນາທາງດ້ານສັງຄົມແລະວັດທະນະທໍາ ກໍຍັງ ໄດ້ຮັບຜົນເປັນທີ່ໜ້າພໍໃຈ ຄືອັດຕາການເຂົ້າໂຮງຮຽນ ຂອງພວກເດັກນ້ອຍຊັ້ນປະຖົມ ໄດ້ ເພີ້ມຂຶ້ນຈາກ 58% ໃນປີ 1991 ມາເປັນ 84% ໃນ ປີ 2005 ແລະອັດຕາການຕາຍ ຂອງແມ່ ຫຼຸດລົງຈາກ 650 ຄົນໃນ​ປີ 1995 ມາເປັນ 405 ຄົນ ຕໍ່ແມ່ຍິງຖືພາຫຼັງເກີດລູກ 100,000 ຄົນ​ໃດ ໃນປີ 2005 ແລະໃນ​ໄລຍະດຽວກັນນີ້ ອັດຕາການຕາຍ ຂອງເດັກນ້ອຍ ກໍ​ໄດ້ຫຼຸດລົງຈາກ 104 ຄົນ ມາເປັນ 70 ຄົນ ຕໍ່ເດັກທີ່ມີຊີວິດ 1,000 ຄົນ.

ທ່ານຈູມມະລີເວົ້າວ່າ ເຖິງແມ່ນໄດ້ບັນລຸຜົນສຳເລັດ ຢ່າງຕໍ່ເນື່ອງກໍຕາມ ແຕ່ ສປປ ລາວ ກໍຍັງປະເຊີນໜ້າ ກັບບັນຫາທ້າທາຍ ຫຼາຍໆຢ່າງ ຊຶ່ງທ່ານກ່າວວ່າ:

“ໃນຖານະເປັນປະເທດດ້ອຍພັດທະນາ ທີ່ມີພື້ນຖານເສດຖະກິດທີ່ອ່ອນ​ໄຫວ ຜົນ ກະທົບຈາກວິກິດການໆເງິນ ແລະເສດຖະກິດໂລກ ກໍຄືຜົນກະທົບຈາກສະພາບ ໂລກຮ້ອນ ໄດ້ກາຍເປັນນຶ່ງປັດໄຈສຳຄັນ ທີ່ຖ່ວງດຶງການບັນລຸເປົ້າໝາຍສະຫັດ ສະວັດ ດ້ານການພັດທະນາຂອງ ສປປ ລາວ ຂອງພວກຂ້າພະເຈົ້າ.”

ທ່ານຈູມມະລີເວົ້າວ່າ ຍັງຈຳເປັນຕ້ອງໄດ້ມີການສຸມທຶນສຸມເຫື່ອແຮງ ແລະເພີ້ມຄວາມພະຍາ ຍາມ ໃນການລະດົມທຶນ ທັງພາຍໃນແລະຕ່າງປະເທດ ເຂົ້າໃນບາງຂົງເຂດ ເປັນຕົ້ນການ ພັດທະນາ ໃນດ້ານຊັບພະຍາກອນມະນຸດ ການພັດທະນາຂະແໜງການສຶກສາ ການພັດທະ ນາໂຄງລ່າງ ໂດຍສະເພາະແມ່ນການເຊື່ອມຕໍ່ ໃນດ້ານການຂົນສົ່ງ ແລະຄົມມະນາຄົມ.

ທ່ານຈູມມະລີກ່າວມ້ວນທ້າຍວ່າ ຈາກບົດຮຽນ 10 ປີໃນການຈັດຕັ້ງປະຕິບັດເປົ້າໝາຍສະ ຫັດສະວັດຢູ່ ສປປ ລາວນັ້ນ ກໍ​ສັງເກດ​ເຫັນ​ໄດ້​ວ່າ ກຳລັງພາຍໃນ ແມ່ນເປັນສິ່ງສຳຄັນ ແລະຕັດສິນ ເພື່ອບັນລຸເປົ້າໝາຍ ສະຫັດສະວັດການພັດທະນານັ້ນ ແຕ່ແນວໃດກໍຕາມ ທ່ານຈູມມະລີເວົ້າວ່າ ການຊ່ອຍເຫຼືອຂອງນາໆຊາດ ແລະອົງການຈັດຕັ້ງສາກົນກໍຍັງເປັນ ສິ່ງຈຳເປັນ ຊຶ່ງທ່ານ​ກ່າວ​ຕໍ່​ໄປ​ວ່າ:

“ຖ້າແຕ່ປາດສະຈາກການສະໜັບສະໜຸນແລະຊ່ອຍເຫຼືອຈາກສາກົນແລ້ວ ພວກ ຂ້າພະເຈົ້າກໍ​ບໍ່ສາມາດຜ່ານຜ່າ ສິ່ງທ້າທາຍຕ່າງໆ ເພື່ອກ້າວໄປສຳເລັດເປົ້າໝາຍ ເອົາໄວ້.”

ກອງປະຊຸມສຸດຍອດເປັນເວລາ 3 ມື້ ວ່າດ້ວຍການຈັດຕັ້ງປະຕິບັດ ເປົ້າໝາຍສະຫັດສະວັດ ຂອງອົງການສະຫະປະຊາຊາດທີ່ນະຄອນນິວຢອກມີປະທານາທິບໍດີແລະນາຍົກລັດຖະມົນຕີ ຂອງປະເທດຕ່າງໆ ຈາກ 140 ປະເທດເຂົ້າຮ່ວມ.

XS
SM
MD
LG