ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຜູ້ນໍາລາວວ່າ ລາວຈະພົ້ນ ຈາກສະພາບດ້ອຍພັດທະນາ ໃນປີ 2020


ທ່ານຈູມມະລີ ໄຊຍະສອນ ກ່າວຄໍາປາໄສ ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ.
ທ່ານຈູມມະລີ ໄຊຍະສອນ ກ່າວຄໍາປາໄສ ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ.
ປະທານປະເທດລາວຢືນຢັນວ່າຈະສາມາດນໍາພາປະເທດຊາດ
ແລະປະຊາຊົນລາວ ໃຫ້ຫລຸດພົ້ນຈາກສະພາບດ້ອຍພັດທະນາ ໄດ້ຕາມແຜນການແລະເປົ້າໝາທີ່ວາງເອົາໄວ້ ພາຍໃນປີ 2020

ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວໄດ້ໃຫ້ການຢືນ
ຢັນຕໍ່ຄະນະທູດຕານຸທູດແລະບັນດາຜູ້ຕາງໜ້າຂອງອົງການ
ຈັດຕັ້ງສາກົນປະຈໍາປະເທດລາວ ທີ່ໄດ້ພາກັນເຂົ້າຢ້ຽມຄໍານັບ ເພື່ອສະແດງຄວາມຍິນດີໃນໂອກາດວັນຊາດລາວ 2 ທັນວາ
ສົກປີນີ້ວ່າ ການພັດທະນາປະເທດລາວໃນໄລຍະ 1 ປີທີ່ຜ່ານມາ ໄດ້ປະສົບຜົນສໍາເລັດເປັນ ຢ່າງດີໃນຫຼາຍໆດ້ານ ໂດຍສະເພາະ ແມ່ນການພັດທະນາທາງເສດຖະກິດນັ້ນໄດ້ເປັນ ຜົນເຮັດໃຫ້ປະ
ຊາຊົນລາວບັນດາເຜົ່າມີສະພາບຊີວິດຄວາມເປັນຢູ່ທີ່ດີຂຶ້ນຢ່າງ ຕໍ່ເນື່ອງ.

ຊຶ່ງດ້ວຍຜົນຂອງການພັດທະນາດັ່ງກ່າວນີ້ ກໍຍັງເຮັດໃຫ້ເຊື່ອໝັ້ນວ່າຈະເປັນເງື່ອນໄຂທີ່ ເຮັດໃຫ້ສາມາດທີ່ຈະບັນລຸເປົ້າໝາຍສະຫັດສະວັດການພັດທະນາເພື່ອການ ລົບລ້າງບັນ ຫາຄວາມຍາກຈົນຂອງປະຊາຊົນລາວໄດ້ພາຍໃນປີ 2015 ເພື່ອກ້າວ ໄປສູ່ເປົ້າໝາຍ ຂອງການນໍາພາປະເທດລາວໃຫ້ຫລຸດພົ້ນຈາກສະພາບຂອງການ ເປັນປະເທດດ້ອຍ ພັດ ທະນາໃຫ້ໄດ້ພາຍໃນປີ 2020 ອີກດ້ວຍ ດັ່ງທີ່ທ່ານ ຈູມມະລີ ໄດ້ກ່າວເນັ້ນຢໍ້າວ່າ:
ຸຄະນະນໍາພາກຸ່ມພັດທະນາບ້ານຕ່າງໆ
ຸຄະນະນໍາພາກຸ່ມພັດທະນາບ້ານຕ່າງໆ

ອັດຕາສ່ວນຂອງຄວາມທຸກຍາກໄດ້ຫລຸດລົງ ຊຶ່ງເປັນ ພືດພັນອັນດີໃນການເຮັດ ໃຫ້ອັດຕາຄອບຄົວທຸກ ຍາກຂອງປະຊາຊົນລາວຫລຸດລົງເຫຼືອບໍ່ເກີນ 10%
ໃນປີ 2015 ທັງໝົດນັ້ນແມ່ນແນໃສ່ນໍາເອົາ ສປປ.ລາວ ໃຫ້ຫລຸດພົ້ນອອກຈາກສະພາບ ດ້ອຍພັດທະນາໃນປີ 2020.”


ທັງນີ້ໂດຍຈາກການສໍາຫຼວດລ່າສຸດທີ່ດໍາເນີນການໂດຍຄະນະ
ຊີ້ນໍາການພັດທະນາ ຊົນນະບົດແລະລົບລ້າງຄວາມທຸກຍາກ
ແຫ່ງຊາດລາວ ກໍພົບວາໃນທົ່ວປະເທດ ລາວມີຈໍານວນຄົວເຮືອນທັງໝົດ 1,076,981 ຄອບ ຄົວ ແລະໃນນີ້ກໍມີຢູ່ເຖິງ 140,129 ຄອບຄົວທີ່ຈັດເປັນຄົວເຮືອນທີ່ຍາກຈົນທີ່ສຸດ. ຄອບຄົວທີ່ຍາກຈົນເຫຼົ່ານີ້ຕັ້ງຢູ່ໃນເຂດ 2,608 ບ້ານຈາກຈໍານວນທັງໝົດ 8,615 ບ້ານ ໃນທົ່ວປະ ເທດ.

ພ້ອມກັນນີ້ ຄະນະຊີ້ນໍາການພັດທະນາຊົນນະບົດແລະລົບລ້າງຄວາມທຸກຍາກແຫ່ງຊາດ ລາວກໍຍັງໄດ້ສະແດງຄວາມເຊື່ອໝັ້ນວ່າຈະສາມາດຫລຸດລະດັບຄວາມຍາກຈົນ ຂອງປະ ຊາຊົນລາວລົງສູ່ອັດຕາສະເລ່ຍຕໍ່າກວ່າ 10% ຂອງຈໍານວນປະຊາກອນ ທັງໝົດໄດ້ຕາມ ເປົ້າໝາຍທີ່ວາງໄວ້ໃນປີ 2015 ອີກດ້ວຍ.

ບັນດາທູດຕານຸທູດເຂົ້າຢ້ຽມຄໍານັບ ແລະອວຍພອນວັນຊາດ ໃຫ້ແກ່ທ່ານຈູມມະລີໄຊຍະສອນ
ບັນດາທູດຕານຸທູດເຂົ້າຢ້ຽມຄໍານັບ ແລະອວຍພອນວັນຊາດ ໃຫ້ແກ່ທ່ານຈູມມະລີໄຊຍະສອນ

ສໍາລັບເປົ້າໝາຍໃນປີ 2012 ທີ່ຜ່ານມານີ້ກໍແມ່ນການສູ້ຊົນ
ເຮັດໃຫ້ອັດຕາຄວາມທຸກຍາກ ຂອງປະຊາຊົນລາວຫລຸດ
ລົງຕໍ່າກວ່າ 22% ຂອງຈໍານວນປະຊາກອນທັງໝົດ ແລະ
ສ້າງ ບ້ານພັດທະນາໃຫ້ໄດ້ໃນອັດຕາສະເລ່ຍບໍ່ໜ້ອຍ
ກວ່າ 15% ຂອງຈໍານວນບ້ານທັງໝົດ ພ້ອມທັງດໍາເນີນ
ການພັດທະນາໃນເຂດ 64 ຈຸດສຸມເພື່ອສ້າງເງື່ອນໄຂ
ໃຫ້ກາຍເປັນ ຕົວ ເມືອງຂະໜາດນ້ອຍໃນເຂດຊົນນະບົດ ດ້ວຍການສູ້ຊົນເພື່ອແກ້ໄຂບັນການເຄື່ອນຍ້າຍແບບ
ຊະຊາຍຂອງພົນລະເມືອງໃນ ເຂດ 167 ຈຸດສຸມໂດຍ
ການຈັດສັນຖິ່ນຢູ່ອາໄສ ແລະ ບ່ອນທໍາມາຫາກິນຢ່າງ
ຖາວອນ ໃຫ້ແກ່ປະຊາຊົນໃນເຂດດັ່ງກ່າວໃຫ້ໄດ້ຢ່າງ ທົ່ວເຖິງ.

ແຕ່ຢ່າງໃດກໍຕາມ ສໍາລັບໃນສ່ວນຂອງບ້ານພັດທະນານັ້ນ ກໍສາມາດປະຕິບັດໄດ້ພຽງແຕ່ 900 ບ້ານ ຊຶ່ງຄິດເປັນ 10.4% ຂອງຈໍານວນບ້ານທັງໝົດ ໃນຂະນະດຽວກັນກໍສາມາດ ສ້າງຕັ້ງກຸ່ມບ້ານພັດທະນາໄດ້ພຽງແຕ່ 10 ກຸ່ມ ຫຼືຄິດສະເລ່ຍໄດ້ ບໍ່ເຖິງ 1% ຂອງກຸ່ມບ້ານ ທັງໝົດໃນລາວເທົ່ານັ້ນ.

ນອກຈາກນີ້ ກໍມີເປົ້າໝາຍສະຫັດສະວັດທີ່ເປັນການຍາກທີ່ຈະສາມາດປະຕິບັດຈັດຕັ້ງ ໃຫ້ບັນລຸຜົນຕາມແຜນການທີ່ວາງໄວ້ໄດ້ຢ່າງເປັນຮູບປະທໍາ ໃນດ້ານນຶ່ງ ຊຶ່ງກໍຄື ການ ລົບລ້າງຄວາມອຶດຫິວແລະການລົດອັດຕາການເສຍຊີວິດຂອງແມ່ໃນຂະ ນະຕັ້ງທ້ອງ ຫຼື ຖືພາ ດັ່ງທີ່ທ່ານສົມດີ ດວງດີ ລັດຖະມົນຕີກະຊວງແຜນການແລະການລົງທຶນ ໄດ້ຖະ ແຫຼງຊີ້ແຈງໃນກ່ອນໜ້ານີ້ວ່າ:

“ດ້ານໂພຊະນາການເຫັນວ່າຍັງເປັນບັນຫາທ້າທາຍ ເພາະມາຮອດປັດຈຸບັນ ອັດ ຕາສ່ວນເດັກນ້ອຍອາຍຸຕໍ່າກວ່າ 5 ປີ ມີນໍ້າໜັກຫລຸດມາດຕະຖານຢູ່ເຖິງ 37% ຄາດໝາຍປີ 2015 ແມ່ນ 22% ການຫລຸດຜ່ອນອັດຕາການຕາຍຂອງແມ່ ຕໍ່ ເດັກເກີດມີຊີວິດ 1 ແສນຄົນ ຍັງເຫັນວ່າພົບຄວາມຫຍຸ້ງຍາກ ຄາດໝາຍປີ 2012 ແມ່ນ 260 ຄົນ ແຕ່ໃນປີ 2008 ພວກເຮົາບັນລຸໄດ້ພຽງ 339 ຄົນ.”

ຫາກແຕ່ລັດຖະບານລາວກໍຄາດຫວັງວ່າດ້ວຍການພັດທະນາເສດຖະກິດຂອງລາວທີ່ ຂະ ຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍບໍ່ຫລຸດ 8% ຕໍ່ປີນັ້ນ ກໍເປັນປັດໃຈເຮັດໃຫ້ລາວ ຫລຸດພົ້ນຈາກສະພາບດ້ອຍພັດທະນາໄດ້ຢ່າງເປັນຮູບປະທໍາໃນປີ 2020 ອີກດ້ວຍ.
XS
SM
MD
LG