ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳລາວ ເກົາຫຼີໃຕ້ ພົບປະສຸດຍອດ ຄັ້ງປະຫວັດສາດ ທີ່ ກຸງໂຊລ


ທ່ານ ຈູມມາລີ ໄຊຍະສອນ (ຊ້າຍ) ປະທານປະເທດລາວ ຂະນະຈັບມື ກັບທ່ານນາງ Park Geun-hye ປະທານາທິບໍດີ ເກົາຫຼີໃຕ້
ທ່ານ ຈູມມາລີ ໄຊຍະສອນ (ຊ້າຍ) ປະທານປະເທດລາວ ຂະນະຈັບມື ກັບທ່ານນາງ Park Geun-hye ປະທານາທິບໍດີ ເກົາຫຼີໃຕ້
ທ່ານ​ນາງ Park Geun-hye ປະທານາທິບໍດີ​ເກົາຫຼີໃຕ້ ​ເປັນ​ເຈົ້າພາບ ຕ້ອນຮັບ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ລາວ ທີ່​ນະຄອນ ຫຼວງ​ໂຊ​ລ ອັນ​ຖື​ເປັນ​ຂີດ​ໝາຍ​ເທື່ອ​ທໍາ​ອິດ​ທີ່​ປະທານ​ປະ​ເທດ​ລາວ​ໄດ້​ໄປ ຢ້ຽມຢາມ​ເກົາຫຼີ​ໃຕ້ ນັບ​ຕັ້ງ​ແຕ່ທັງ​ສອງ​ປະ​ເທດ ​ເປີດ​ສໍາພັນ​ທາງ​ການ​ທູດ ​ກັນ ​ເມື່ອ​ປີ 1995 ​ເປັນ​ຕົ້ນ​ມາ.

​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້ ພວກ​ຜູ້ນຳ​ທັງ​ສອງ​ທ່ານ ​ໄດ້​ປຶກສາ​ຫາລື​ກັນ​ເຖິງ​ບັນ​ຫາ​ຕ່າງໆ​ສອງ​ຝ່າຍ ​ໂຮມ​ທັງ​ວິທີ​ການ​ເພື່ອ​ຍົກ​ລະດັບ​ການ​ຮ່ວມ​ມື​ທາງດ້ານ​ເສດຖະກິດ ​ແລະ​ເລັ່ງ ລັດ​ການ​ພັດທະນາ ​ດ້ານ​ໂຄງ​ລ່າງ​ພື້ນຖານ.

ປະທານ​ປະ​ເທດ​ລາວ ​ໄດ້​ເດີນທາງ​ໄປ​ເຖິງນະຄອນຫຼວງ​ໂຊ​ລ ​ເກົາຫຼີ​ໃຕ້ເ​ມື່ອ​ວັນ​ພະຫັດ​ ຜ່ານ​ມາ​ນີ້ ​ເພື່ອ​ຢ້ຽມຢາມ​ເກົາຫຼີ​ໃຕ້ 3 ວັນ​.

ຄວາມ​ສໍາພັນ ​ໄດ້​ຖືກ​ຕັດ​ລົງ​ກັບ​ເກົາຫຼີ​ໃຕ້ ​ເປັນ​ເວລາ 20 ປີ ​ໃນ​ຂະນະ​ທີ່ ລາວ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຄອມມີ​ວນີສນັ້ນ.
XS
SM
MD
LG