ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານປະເທດລາວ ໃຫ້ອະໄພໂທດ ແກ່ນັກໂທດ 1,992 ຄົນ ໃນປີ 2021 ທັງຍັງຈະໃຫ້ອະໄພໂທດເພີ້ມອີກ 1,895 ຄົນ ໃນປີ 2022


​ພວກ​ນັກ​ໂທດ​ຢູ່​ໃນສູນ​ອົບ​ຮົມດັດສ້າງ
​ພວກ​ນັກ​ໂທດ​ຢູ່​ໃນສູນ​ອົບ​ຮົມດັດສ້າງ

ປະທານປະເທດລາວ ໃຫ້ອະໄພໂທດແກ່ນັກໂທດ 1,992 ຄົນ ໃນປີ 2021 ທັງຍັງຈະໃຫ້ອະໄພໂທດເພີ້ມອີກ 1,895 ຄົນ ໃນປີ 2022 ໃນນີ້ ລວມນັກໂທດຕະຫຼອດຊີວິດ 89 ຄົນ ແລະນັກໂທດຊ່າວຕ່າງປະເທດ 48 ຄົນ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຖະ ແຫລງວ່າ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2021 ປະທານປະເທດໄດ້ອອກລັດຖະດຳລັດ ວ່າດ້ວຍການໃຫ້ອະໄພໂທດຜູ້ມີເງື່ອນໄຂຢ່າງຄົບຖ້ວນ ຈຳ ນວນ 1,992 ຄົນ ໃນນີ້ເປັນແມ່ຍິງ 280 ຄົນ ຊາວຕ່າງຊາດ 25 ຄົນ ແລະນັກໂທດຕະຫຼອດຊີວິດ 49 ຄົນ ກັບອີກ 25 ຄົນ ເປັນນັກໂທດປະຫານຊີວິດ ທີ່ໄດ້ຮັບການຫລຸດໂທດລົງ ເປັນໂທດຕະຫຼອດຊີວິດ ໂດຍເຮັດໃຫ້ຄະນະກຳມະການອະໄພໂທດລະດັບກະຊວງແລະແຂວງ ສາມາດເກັບຄ່າປັບໃໝ ແລະຄ່າເສຍຫາຍທາງແພ່ງ ຈາກບັນດານັກໂທດໄດ້ຫລາຍກວ່າ 4.9 ຕື້ກີບ ກັບ 750,000 ບາດ ທັງນີ້ໂດຍຖືເປັນການອະໄພໂທດ ໃນຊ່ວງໄລຍະຂອງການປ້ອງກັນ-ສະກັດກັ້ນແລະຄວບຄຸມການແຜ່ລະບາດພະຍາດໄວຣັສໂຄວິດ-19 ສະເພາະໃນປີ 2021 ທີ່ຜ່ານມາ ດັ່ງທີ່ ທ່ານໄຊຊະນະ ໄດ້ໃຫ້ການຢືນຢັນວ່າ:

“ປະທານປະເທດ ກໍໄດ້ອອກລັດຖະດຳລັດ ສະບັບເລກທີ 212 ປປທ. ລົງວັນທີ 18 ຕຸລາ 2021 ວ່າດ້ວຍການໃຫ້ອະໄພໂທດ-ປ່ອຍໂຕ ຊ່ວງໄລຍະປ້ອງກັນໂຄວິດ-19 ນັກໂທດທີ່ໄດ້ຮັບການອະໄພໂທດຕາມລັດຖະດຳລັດ ຂອງປະທານປະ ເທດ ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນວັນຊາດລາວ ທີ 2 ທັນວາ ຄົບຮອບ 46 ປີ ທັງໝົດມີ 1,992 ຄົນ ຍິງ 286 ຄົນ ຕ່າງປະເທດ 25 ຄົນ ຍິງ 5 ຄົນ ໃນນີ້ມີນັກໂທດຕະຫຼອດຊີວິດ 49 ຄົນ ຍິງ 9 ຄົນ.”

ທ່ານໄຊຊະນະ ຢືນຢັນດ້ວຍວ່າ ສຳລັບໃນປີ 2022 ນີ້ ຍັງໄດ້ສະເໜີຕໍ່ປະທານປະເທດ ເພື່ອໃຫ້ການອະໄພໂທດແກ່ນັກໂທດຈຳນວນທັງໝົດ 1,895 ຄົນ ໃນນີ້ເປັນເພດຍິງ 264 ຄົນ ຊາວຕ່າງຊາດ 23 ຄົນ ນັກໂທດຕະຫຼອດຊີວິດ 40 ຄົນ ແລະນັກໂທດປະຫານຊີວິດ 8 ຄົນ ໂດຍຈະເຮັດໃຫ້ຄະນະກຳມະການອະໄພລະ ດັບກະຊວງແລະແຂວງ ສາມາດເກັບຄ່າປັບໃໝແລະຄ່າເສຍຫາຍທາງແພ່ງຈາກບັນດານັກໂທດໄດ້ຫຼາຍກວ່າ 3.7 ຕື້ກີບ ກັບ 600,000 ກວ່າບາດ ແລະກວ່າ 2,500 ໂດລາ ຕາມລຳດັບ.

ສ່ວນທ່ານບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຖະແຫລງຢືນຢັນວ່າ ການກໍ່ອາຊະຍາກຳທີ່ພົວພັນກັບແກັ່ງຄ້າຢາເສບຕິດນັ້ນ ໄດ້ສົ່ງຜົນກະທົບຕໍ່ຊີວິດ-ການເປັນຢູ່ຂອງປະຊາຊົນລາວ ຢ່າງກວ້າງຂວາງ ເຖິງແມ່ນວ່າ ຈະໄດ້ດຳເນີນມາດຕະການປາບປາມທີ່ເດັດຂາດຫຼາຍຂຶ້ນກໍຕາມ ແຕ່ວ່າ ປະສິດທິພາບ ໃນການຈັດຕັ້ງປະຕິບັດ ກໍຍັງບໍ່ສາມາດຮັບມືກັບບັນຫາຕົວຈິງໄດ້ຢ່າງເທົ່າທັນເພາະກຳລັງເຈົ້າໜ້າາທີ່ມີນ້ອຍ ແຕ່ມີຜູ້ກະທຳຄວາມຜິດຈຳນວນຫຼາຍ ແລະເປັນແກັ່ງອາຊະຍາກອນທີ່ມີເຄືອຂ່າຍຂ້າມຊາດ ຈຶ່ງເປັນການຍາກທີ່ຈະປາບປາມໃຫ້ໝົດໄປໄດ້ຢ່າງສິ້ນເຊີງ ທັງຍັງປາກົດວ່າ ອາຊະຍາກຳທີ່ເກີດຂຶ້ນໃນປັດຈຸ ບັນນີ້ ມີລະດັບຂອງຄວາມຮຸນແຮງຫຼາຍຂຶ້ນ ໂດຍຈະເຫັນໄດ້ຈາກການມີນັກໂທດປະຫານຊີວິດແລະນັກໂທດຕະຫຼອດຊີວິດ ເພີ້ມຂຶ້ນນັບມື້ ດັ່ງທີ່ທ່ານບຸນທັນ ໃຫ້ ການຢືນຢັນວ່າ:

“ຢູ່ຄ້າຍຄຸມຂັງ-ດັດສ້າງໃນຂອບເຂດທົ່ວປະເທດ ມີຜູ້ຖືກຫາທັງໝົດ 8,815 ຄົນ ເພີ້ມຂຶ້ນ 1,239 ຄົນ ໃນນີ້ມີຜູ້ຖືກກັກຂັງເກີນກຳໜົດ 585 ຄົນ ເພີ້ມຂຶ້ນ 228 ຄົນ ຜູ້ຖືກດັດສ້າງທັງໝົດ 5,905 ຄົນ ນັກໂທດທັງໝົດ 17,561 ຄົນ ເພີ້ມຂຶ້ນ 204 ຄົນ ໃນນີ້ມີ ນັກໂທດທີ່ສານຕັດສິນປະຫານຊີວິດ 603 ຄົນ ເພີ້ມຂຶ້ນ 52 ຄົນ ແລະນັກໂທດທີ່ສານຕັດສິນລົງໂທດຕະຫຼອດຊີວິດ 996 ຄົນເພີ້ມຂຶ້ນ 80 ຄົນ.”

ໃນຮອບ 2 ປີຜ່ານາ ຕຳຫຼວດລາວ ຈັບນັກຄ້າຢາເສບຕິດໄດ້ 13,900 ກວ່າຄົນຈາກ 9,430 ກວ່າຄະດີ ຢຶດຢາບ້າ 73 ກວ່າລ້ານເມັດ ເຮໂຣອິນ ກວ່າ 853 ກິໂລກຣາມ ຢາໄອຊ໌ ກວ່າ 3 ໂຄຮ ກັນຊາ 9 ໂຕຮ ຝິ່ນກວ່າ 1 ໂຕນ ໂຄເຄນກວ່າ 18 ກິໂລກຣາມ ສານເຄມີກວ່າ 30 ໂຕນ ອາວຸດປືນ-ອຸປະກອນສື່ສານກວ່າ 2 ໝື່ນລາຍການ.

ສ່ວນ ທ່ານບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ໄດ້ຍອມຮັບວ່າ ບັນຫາອາຊະຍາກຳໄດ້ເພີ້ມສູງຂຶ້ນຢ່າງຕໍ່ເນື່ອງ ທັງບັນຫາຢາເສບຕິດ ການຄ້າເຖື່ອນ-ໜີພາສີ ການຄ້າປະເວນີ ແລະການເຂົ້າເມືອງທີ່ຜິດກົດໝາຍ ຈຶ່ງເຮັດໃຫ້ຕ້ອງເພີ້ມມາດຕະການກວດກາຢ່າງເຂັ້ມງວດຢູ່ເຂດ 39 ບ້ານເປົ້າໝາຍ ທີ່ຕັ້ງຢູ່ເຂດຕໍ່ເນື່ອງກັບເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ຊຶ່ງມີຊາວຈີນເດີນທາງມາຫຼິ້ນການພະນັນ ຢູ່ທີ່ບ່ອນກາຊິໂນ King Roman ຫຼາຍເປັນພິເສດ ໂດຍສະເພາະແມ່ນໃນໄລຍະຂອງການສົ່ງເສີມການທ່ອງທ່ຽວລະຫວ່າງ ລາວ-ຈີນນັ້ນ ທາງການລາວ ໄດ້ຈັບກຸມອາຊະຍາກອນຊາວຈີນທີ່ກະທຳຄວາມຜິດໃນລາວ ແລະໄດ້ສົ່ງໂຕໄປໃຫ້ກັບທາງການຈີນແລ້ວ ກວ່າ 1,000 ຄົນທີ່ຮ່ວມກັນສໍ້ໂກງເງິນຊາວຈີນດ້ວຍກັນ ໂດຍຜ່ານລະບົບ internet ຈຳນວນ 2,200 ກວ່າກໍລະນີ ຄິດເປັນມູນຄ່າໃນການສໍ້ໂກງກວ່າ 1,200 ລ້ານກຫຢວນ ສ່ວນສະຫະພັນແມ່ຍິງລາວ ກໍຊ່ວຍເຫຼືອແມ່ຍິງລາວໄດ້ 226 ຄົນ ທີ່ຕົກເປັນເຍື່ອການຄ້າມະນຸດໃນຈີນ.

XS
SM
MD
LG