ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານ ປະເທດ ສປປ ລາວ ກ່າວຄຳປາໄສ ຢູ່ທີ່ ກອງ​ປະຊຸມ​ ສະມັດຊາ​ໃຫຍ່ ສປຊ


ທ່ານຈູມມະລີ ໄຊຍະສອນ ປະທານປະເທດ ສປປ ລາວ ພວມກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ທີ່ນະຄອນນິວຢອກ. (30 ກັນຍາ​ 2015)
ທ່ານຈູມມະລີ ໄຊຍະສອນ ປະທານປະເທດ ສປປ ລາວ ພວມກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ທີ່ນະຄອນນິວຢອກ. (30 ກັນຍາ​ 2015)

ໃນ​ຄຳ​ປາ​ໄສ ​ຕໍ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່ ​ອົງການ​ສະຫະ​
ປະຊາ​ຊາດ ໃນ​ວັນ ພຸດວານນີ້ ພະ​ນະທ່ານ​ຈູມ​ມະ​ລີ ໄຊ​ຍະ​ສອນ
ປະ​ທານ​ປະ​ເທດ​ ສ​ປ​ປ ລາວໄດ້​ເລີ້ມຕົ້​ນ​ ດ້ວຍ​ການ​ກ່າວ​ຂອບ​ອົກ​
ຂອບ​ໃຈ ​ພະ​ນະ​ທ່ານ Mogens Lykketoft ທີ່​ໄດ້​ຖືກ​ເລືອກ​ໃຫ້​
ເປັນ​ປະ​ທານກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫ​ຍ່ສະ​ຫະ​ປະ​ຊາ​ຊາດສະ
ໄໝ​ທີ 70 ແລະ​ໄດ້​ກ່າວ​ຊົມ​ເຊີຍ​ ພະ​ນະ​ທ່ານ Sam Kahamba
Kutesa ທີ່ໄດ້ປະ​ຕິ​ບັດ​ໜ້າ​ທີ່ ​ເປັນ​ປະ​ທານກອງ​ປະ​ຊຸມສະ​ມັດ​ຊາໃຫ​ຍ່​ ສະ​ຫະ​ປະຊາ​ຊາດ ​ສະໄໝ​ທີ 69 ດ້ວຍ​ຄວາ​ມ​ສຳ​ເລັດຜົນ​ເປັນ​ຢ່າງ​ດີ.

ພະ​ນະ​ທ່ານ​ຈູມ​ມະ​ລີກ່າວ​ວ່າ ປີນີ້ແມ່ນ​ຂີດ​ໝາຍ​ຄົບ​ຮອບ 70 ປີ ໃນ​ການ​ສ້າງ​ຕັ້ງ ອົງ​ການ​
ສະ​ຫະ​ປະ​ຊາ​ຊາດ ຫລັງ​ຈາກ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​ ສິ້ນ​ສຸດ​ລົງ ຊຶ່ງເປົ້າໝາຍຫລັກ ຂອງ
ອົງການຂອງພວກເຮົາແມ່ນເພື່ອສົ່ງເສີມສັນຕິພາບ ຄວາມໝັ້ນຄົງສາກົນ ແລະການຮ່ວມ
ມື ການພັດທະນາແນໃສ່ເຮັດໃຫ້ມວນມະນຸດ ດຳລົງຊີວິດ ຢູ່ດ້ວຍທ່າມກາງສັນຕິພາບ ສະ ຖຽນລະພາບ ແລະເງື່ອນໄຂອຳນວຍຢ່າງຊອບທຳ.

ພະນະທ່ານຈູມມະລີ ກ່າວວ່າ:

ພະນະທ່ານຈູມມະລີ ໄດ້ກ່າວເຖິງຫລາຍໆເລື້ອງ ຮວມທັງ​ວາຣະ​ການ​ພັດ​ທະ​ນາແບບຍືນຍົງ ຂອງ​ສະ​ຫະ​ປະ​ຊາ​ຊາດ ທີ່​ຕັ້ງເປົ້າໝາຍ​ໃສ່ ​ປີ 2030 ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ສາ​ກົນ ​ກັບ​ອີ​ຣ່ານ ການ​ແກ້ໄຂບັນ​ຫາ​ປາ​ແລ​ສ​ໄຕ​ ການ​ຟື້ນ​ຟູ​ຄວາມ​ສຳ​ພັນ ​ລະ​ຫວ່າງ​ສະ​ຫະ​ລັດກັບຄິ​ວ​ບາ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ການ​ເຂົ້າ​ກຳ​ຕຳ​ແໜ່ງ​ປະ​ທານ​ວຽນ​ອາຊ່ຽນ​ຂອງ ສ​ປ​ປ ລາວ ຄັ້ງ​ທີ​ສອງ ໂອ​ກາດ​ຄົບ​ຮອບ 40 ປີ ​ໃນ​ການ​ສ້າງ​ຕັ້ງ ສ​ປ​ປ ລາວ ບັນ​ຫາ​ລະ​ເບີດ​ທີ່​ບໍ່​ທັນ​ແຕກ ແລະ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດຄົ​ບ​ຮອບ 60 ປີ​ຂອງ​ລາວ ຕະ​ຫລອດ​ທັງ​ບັນ​ຫາ​ທ້າ​ທາຍ​ອື່ນໆ.

XS
SM
MD
LG