ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານ ປະເທດລາວ ສົ່ງສານ ອວຍພອນ ປະທານາທິບໍດີ ທີ່ຖືກເລືອກໃໝ່ ຂອງ ສຫລ


ທ່ານບຸນຍັງ ວໍລະຈິດ ປະທານປະເທດ ສປປ ລາວ
ທ່ານບຸນຍັງ ວໍລະຈິດ ປະທານປະເທດ ສປປ ລາວ

ທ່ານບຸນຍັງ ວໍລະຈິດ ປະທານປະເທດ ສປປ ລາວ ໄດ້ສົ່ງສານຊົມເຊີຍ ແລະອວຍພອນ ມາຍັງທ່ານ Donald Trump ປະທານາທິບໍດີ ທີ່ຫາກໍໄດ້ຮັບເລືອກໃໝ່ ຂອງສະຫະລັດ ອີງຕາມລາຍງານຂ່າວຂອງທາງການລາວ.

ສານຂອງທ່ານບຸນ ກ່າວວ່າ ເນື່ອງໃນໂອກາດ ທີ່ທ່ານ Donald Trump ໄດ້ຮັບຕຳແໜ່ງ ເປັນປະທານາທິບໍດີແຫ່ງສະຫະລັດນີ້ ທ່ານຂໍຖືເປັນກຽດຕາງໜ້າໃຫ້ລັດຖະບານແລະປະ ຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງຄວາມຍິນດີ ແລະ ຄວາມຊົມເຊີຍຢ່າງຈິງໃຈມາຍັງທ່ານ Trump. ປະທານ​ປະ​ເທດ ສປປ ລາວກ່າວ​ວ່າ ການ ທີ່ທ່ານ Trump ໄດ້ຖືກຮັບເລືອກ ໃຫ້ເປັນປະທານາທິບໍດີ ຂອງສະຫະລັດໃນຄັ້ງນີ້ ຍັງໄດ້ ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈແລະຄວາມເຊື່ອໝັ້ນຂອງປະຊາຊົນສະຫະລັດ ທີ່ມີຕໍ່ທ່ານ ໃນການສືບຕໍ່ນຳພາປະເທດ ກ້າວໄປສູ່ຄວາມຜາສຸກແລະຄວາມວັດທະນາຖາ ວອນ.

ທ່ານ Donald Trump ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ຂອງ ສຫລ
ທ່ານ Donald Trump ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ຂອງ ສຫລ

ນອກ​ນັ້ນ ທ່ານບຸນຍັງ ຍັງກ່າວຕື່ມວ່າ ທ່ານມີຄວາມຍິນດີ ແລະພ້ອມທີ່ຈະເຮັດວຽກ ຮ່ວມ ກັບທ່ານ Trump ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບແລະການຮ່ວມມືສອງຝ່າຍ ທີ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນເປັນກ້າວໆ ເພື່ອຜົນປະໂຫຍດລວມຂອງ ປະຊາຊົນສອງຊາດລາວແລະສະຫະລັດ.

ສານຂອງທ່ານປະທານປະເທດບຸນຍັງ ​ກ່າວສະຫລຸບວ່າ ທ່ານຂໍຖືໂອກາດນີ້ ອວຍພອນ ໄຊອັນປະເສີດ ມາຍັງທ່ານ Trump ​ໃຫ້ມີສຸຂະພາບແຂງແຮງແລະໄດ້ຮັບຜົນສຳເລັດໃນ ພາລະກິດອັນມີກຽດ ແລະສູງສົ່ງຂອງທ່ານ.

XS
SM
MD
LG