ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ເລື່ອນແຜນການກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ 6 ເພາະຂາດເຂີນງົບປະມານຢ່າງໜັກ


ແຜນທີ່ ກ່ຽວກັບແຜນການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 6.
ແຜນທີ່ ກ່ຽວກັບແຜນການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 6.

ທາງການລາວ ເລື່ອນແຜນການກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ 6 ທີ່ເຊື່ອມຕໍ່ແຂວງສາລະວັນ ກັບຈັງຫວັດອຸບົນຣາດຊະທານີເພາະຂາດເຂີນງົບປະມານຢ່າງໜັກ ແລະເຮັດໃຫ້ໂຄງການຕ້ອງຊ້າລົງໄປອີກ 3 ປີ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ ຈາກບາງກອກ.

ເຈົ້າໜ້າທີ່ໃນກົມທາງຫຼວງ ກະຊວງຄົມມະນາຄົມຂອງໄທ ເປີດເຜີຍວ່າ ລັດຖະ ບານລາວ ໂດຍແມ່ນກະຊວງໂຍທາທິການ ແລະຂົນສົ່ງ, ໄດ້ແຈ້ງການ ເພື່ອຂໍເລື່ອນແຜນການກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ 6 ທີ່ເຊື່ອມຕໍ່ລະຫວ່າງແຂວງສາລະວັນ ກັບຈັງຫວັດອຸບົນຣາດຊະທານີ ເມື່ອບໍ່ດົນມານີ້ ໂດຍໃຫ້ເຫດຜົນວ່າ ລັດຖະບານລາວ ຍັງມີບັນຫາຂາດເຂີນງົບປະມານຢ່າງໜັກໜ່ວງ ເຖິງແມ່ນລັດ ຖະບານໄທຈະເປັນຝ່າຍຈັດສັນແລະອອກງົບປະມານສໍາລັບການກໍ່ສ້າງໃຫ້ກ່ອນທັງໝົດກໍຕາມ ແຕ່ວ່າລັດຖະບານລາວກໍຍັງມີຂໍ້ຈໍາກັດໃນການສ້າງພາລະໜີ້ສິນຕ່າງປະເທດ ຈຶ່ງເຮັດໃຫ້ບໍ່ສາມາດທີ່ຈະຈັດຕັ້ງປະຕິບັດແຜນການກໍ່ສ້າງຂົວດັ່ງ ກ່າວໄດ້ຕາມກໍານົດເດີມ, ໝາຍຄວາມວ່າ ການກໍ່ສ້າງຂົວ ຕ້ອງຫຼ້າຊ້າອອກໄປເປັນຢ່າງໜ້ອຍ 3 ປີ, ດັ່ງທີ່ເຈົ້າໜ້າທີ່ໄທ ໃຫ້ການຢືນຢັນວ່າ:

“ແນ່ນອນວ່າ ແຜນດໍາເນີນການ ໃນການກໍ່ສ້າງນີ້ ຕ້ອງສົ່ງຜົນກະທົບແນ່ນອນ ແທນທີ່ວ່າຈະໄດ້ໃຊ້ປະໂຫຍດຈາກຂົວແຫ່ງທີ 6 ນີ້ ກໍຈະຕ້ອງຫຼ້າຊ້າໄປ ອາດຈະຕ້ອງລໍຖ້າຮອດປີ 2026 ພຸ້ນ, ເພາະວ່າ ຕັ້ງງົບປະມານປີ 2025 ແລ້ວສົມບູນ-ພ້ອມໃຊ້ງານປີ 2026 ຈາກແຜນເກົ່າປີ 2023, ກໍເຮັດໃຫ້ເສຍເວລາໄປ 3 ປີ.”

ຢ່າງໃດກໍຕາມ, ໂດຍນັກທຸລະກິດໄທໄດ້ປະມານການວ່າ ການຫຼ້າຊ້າດັ່ງກ່າວ ຈະເຮັດໃຫ້ເກີດການເສຍຜົນປະໂຫຍດທາງການຄ້າລະຫວ່າງ ໄທ-ລາວ ແລະຫວຽດນາມ ຄິດເປັນມູນຄ່າເກີນກວ່າ 1 ໝື່ນລ້ານບາດຕໍ່ປີ ເຊິ່ງຍັງບໍ່ລວມເຖິງການສູນເສຍຜົນປະໂຫຍດດ້ານການທ່ອງທ່ຽວແຕ່ຢ່າງໃດ, ດັ່ງນັກທຸລະກິດໄທໃນສະມາຄົມທຸລະກິດບໍລິການ ແລະການທ່ອງທ່ຽວຈັງຫວັດອຸບົນຣາດຊະທານີ ໄດ້ໃຫ້ການຢືນຢັນວ່າ:

“ຖ້າຫາກວ່າມີຂົວ ສິນຄ້າຂອງພວກເຮົານີ້ ສິນຄ້າທີ່ຜະລິດໃນປະເທດໄທຂອງພວກເຮົານີ້ ມັນຈະສາມາດຂ້າມໄດ້ງ່າຍຫຼາຍ ແລ້ວມູນຄ່າຈໍານວນມັນ ຈະມະ ຫາສານ, ຖ້າຫາກວ່າ ພວກເຮົາເລື່ອນການສ້າງຂົວອອກໄປນີ້ ລາຍໄດ້ຂອງພວກເຮົາຈະສູນຫາຍໄປຫຼາຍ ປີນຶ່ງຄືຕົວຢ່າງທີ່ດ່ານຊ່ອງເມັກນີ້ ລາຍໄດ້ປະ ມານໝື່ນລ້ານ, ຢູ່ທີ່ດ່ານປາກແຊງ ກໍາລັງຈະສ້າງຂົວໃໝ່ ມັນກໍຄົງຈະບໍ່ຕ່າງກັນ ເພາະວ່າດ່ານນັ້ນນະ ມັນສາມາດທີ່ຈະເຊື່ອມຕໍ່ໄປປະເທດຫວຽດນາມໄດ້ໃກ້ກວ່າ.”

ໂດຍການກໍ່ສ້າງຂົວແຫ່ງທີ 6 ນີ້ ລັດຖະບານໄທຈະຈັດສັນງົບປະມານ 4,765 ລ້ານບາດ ໃນນີ້ 50 ເປີເຊັນຈະເປັນການຊ່ວຍເຫຼືອ ແລະເງິນກູ້ທີ່ຈັດສັນໃຫ້ແກ່ລັດຖະບານລາວ ສໍາລັບນໍາໃຊ້ໃນການກໍ່ສ້າງຂົວຢູ່ເບື້ອງລາວ ທີ່ຍາວ 1,020 ແມັດ ມີ 2 ຊ່ອງທາງຈະລາຈອນເພື່ອເຊື່ອມຕໍ່ການຂົນສົ່ງລະຫວ່າງ ໄທ-ລາວ-ຫວຽດນາມ ດ້ວຍໄລຍະທາງຍາວພຽງແຕ່ 150 ກິໂລແມັດເທົ່ານັ້ນ.

ນອກຈາກນີ້ ທາງການລາວ-ໄທ ຍັງໄດ້ຕົກລົງຫຼັກການຮ່ວມກັນ ເມື່ອບໍ່ດົນມານີ້ວ່າ ຈະຮ່ວມກັນອອກທຶນກໍ່ສ້າງຂົວຂ້າມແມ່ນໍ້າຂອງທີ່ເຊື່ອມຕໍ່ນະຄອນຫຼວງວຽງ ຈັນ ກັບຈັງຫວັດໜອງຄາຍ ໂດຍຈະກໍ່ສ້າງ ຄູ່ຂະໜານກັບຂົວຂ້າມແມ່ນໍ້າຂອງແຫ່ງທໍາອິດລະຫວ່າງ ລາວ-ໄທ ທີ່ນໍາໃຊ້ເພື່ອຂົນສົ່ງສິນຄ້າ ແລະໂດຍສານນັບຕັ້ງແຕ່ປີ 1994 ເປັນຕົ້ນມາ ໂດຍສໍາລັບຂົວແຫ່ງໃໝ່ນີ້ ຈະນໍາໃຊ້ເພື່ອຮອງຮັບການຂົນສົ່ງສິນຄ້າເປັນຫຼັກ ໂດຍສະເພາະແມ່ນການຂົນສົ່ງສິນຄ້າລະຫວ່າງ ລາວ-ໄທ ແລະ ຈີນ ໂດຍໄທຄາດວ່າ ຈະສົ່ງສິນຄ້າກະສິກໍາເຊັ່ນ ຢາງພາລາ ເຂົ້າສານ ແລະໝາກໄມ້ໄປຈີນ ດ້ວຍລົດໄຟ ລາວ-ຈີນ ຄິດເປັນມູນຄ່າເກີນກວ່າ 7,500 ລ້ານໂດລາຕໍ່ປີ ຈຶ່ງຖືເປັນການລົງທຶນທີ່ຄຸ້ມຄ່າທີ່ສຸດສໍາລັບໂຄງ ການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ດັ່ງກ່າວນີ້.

ການຕົກລົງດັ່ງກ່າວ ຖືເປັນສ່ວນນຶ່ງ ຂອງການເປັນຫຸ້ນສ່ວນຍຸດທະສາດ ເພື່ອ ການເຕີບໃຫຍ່ຂະຫຍາຍໂຕ ແລະການພັດທະນາຢ່າງຍືນຍົງລະຫວ່າງລາວ-ໄທ ເຊິ່ງໄດ້ມີການຕົກລົງຮ່ວມກັນເມື່ອເດືອນມິຖຸນາ ປີ 2022 ທີ່ຜ່ານມາ, ພ້ອມກັນນັ້ນ ຍັງໄດ້ຈັດທໍາແຜນປະຕິບັດການຮ່ວມກັນໃນປີ 2022 ຫາ 2026 ໂດຍໃຫ້ຄວາມສໍາຄັນເປັນພິເສດໃນການພັດທະນາທາງເສດຖະກິດ ເພື່ອຊີວິດ ແລະການເປັນຢູ່ທີ່ດີຂຶ້ນຂອງປະຊາຊົນ.

ດ້ວຍການພັດທະນາການເຊື່ອມຕໍ່ດ້ວຍທາງລົດໄຟລະຫວ່າງຈີນ-ລາວ-ໄທ ເຊິ່ງ ແນໃສ່ການເພີ້ມມູນຄ່າການຄ້າລະຫວ່າງກັນໃຫ້ສູງຂຶ້ນ ດ້ວຍການພັດທະນາລະ ບົບ Logistic ລະຫວ່າງ ລາວ-ໄທ ເຊື່ອມຕໍ່ ຈີນ ກັບ ອາຊຽນ ໃຫ້ໄດ້ຢ່າງແທ້ຈິງ.

XS
SM
MD
LG