ການສຳຫຼວດພົນລະເຮືອນ ແລະ ທີ່ຢູ່ອາໄສໃນທົ່ວປະເທດ ລາວ ຄັ້ງທີ 4 ພົບວ່າມີປະຊາກອນ ລາວ ຫຼາຍກວ່າ 6.8 ລ້ານຄົນໃນປະຈຸບັນ ແລະ ຄາດວ່າຈະເພີ່ມຂຶ້ນເປັນ 10 ລ້ານຄົນພາຍໃນປີ 2050.
ທ່ານຄຳລຽນ ພົນເສນາ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນຖະແຫຼງ ວ່າຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 4 ເມື່ອເດືອນມີນາ 2015 ທີ່ຜ່ານມານີ້ ພົບວ່າໃນທົ່ວປະເທດມີປະຊາກອນ ລາວ ຫຼາຍກວ່າ 6.8 ລ້ານຄົນ ແລະ ດ້ວຍຜົນຈາກ ການສຳຫຼວດດັ່ງກ່າວກໍເຮັດໃຫ້ສາມາດຄາດໝາຍໄດ້ວ່າ ປະຊາກອນ ລາວ ຈະເພີ່ມຂຶ້ນເປັນຫຼາຍກວ່າ 10 ລ້ານຄົນພາຍໃນປີ 2050 ອີກດ້ວຍ.
ທັງນີ້ເພາະວ່າປະຊາກອນ ລາວ ໄດ້ເພີ່ມຈຳນວນຫຼາຍຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 30 ປີມານີ້ກໍຄືເພີ່ມຈາກ 3.5 ລ້ານກວ່າຄົນໃນປີ 1985 ຂຶ້ນມາເປັນ 4.5 ລ້ານຄົນ ແລະ 5.6 ລ້ານຄົນໃນປີ 1995 ແລະ ປີ 2005 ຕາມລຳດັບ ແລະ ເຖິງທ້າຍປີ 2015 ນີ້ຈຳນວນປະຊາກອນ ລາວ ກໍຍັງຈະເພີ່ມຂຶ້ນອີກ ເຊິ່ງຄິດເປັນອັດຕາສະເລ່ຍການເພີ່ມຈຳນວນປະຊາກອນເຖິງ 25 ເປີເຊັນ ໃນທຸກ 10 ປີ.
ກ່ອນໜ້ານີ້ ຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສລະດັບຊາດຄັ້ງທີ 4 ລາຍງານວ່າໄດ້ຈັດແບ່ງພື້ນທີ່ໃນການສຳຫຼວດອອກເປັນທັງໝົດ 20,992 ພື້ນທີ່ໃນເຂດ 8,506 ບ້ານທີ່ຕັ້ງຢູ່ໃນ 148 ເມືອງໃນທົ່ວປະເທດ ໂດຍປະມານການວ່າ ມີປະຊາຊົນ ລາວ ໃນ 1,283,000 ກວ່າຄອບຄົວທີ່ເປັນເປົ້າໝາຍຂອງການສຳຫຼວດດັ່ງກ່າວ.
ໂດຍເນື້ອໃນສຳຄັນທີ່ເປັນຜົນທີ່ໄດ້ຮັບຈາກການສຳຫຼວດຄືດັດຊະນີໝາຍຕົ້ນຕໍກ່ຽວກັບປະຊາກອນ ດັດຊະນີໝາຍກ່ຽວກັບການສຶກສາ ແລະ ສຸຂະພາບ ດັດຊະນີໝາຍທີ່ກ່ຽວກັບອັດຕາການເກີດ ການຕາຍ ດັດຊະນີໝາຍກ່ຽວກັບແຮງງານ ຊົນເຜົ່າ ສາສະໜາ ແລະ ສະພາບທີ່ຢູ່ອາໄສຂອງພົນລະເມືອງ ລາວ ລວມເຖິງສະພາບຊີວິດຄວາມເປັນຢູ່ທາງເສດຖະກິດ ແລະ ສຸຂະພາບ ອະນາໄມຂອງແຕ່ລະຄອບຄົວອີກດ້ວຍ.
ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສໃນທົ່ວປະເທດ ລາວ ໄດ້ດຳເນີນການໃນໄລຍະວັນທີ 1 ຫາ 7 ມີນາ 2015 ເຊິ່ງຖືເປັນຄັ້ງທີ 4 ນັບຈາກການສຳຫຼວດຄັ້ງທຳອິດໃນປີ 1985 ທີ່ຕິດຕາມດ້ວຍຄັ້ງທີ 2 ໃນປີ 1995 ແລະ ຄັ້ງທີ 3 ໃນປີ 2005 ຫາກແຕ່ສຳລັບຄັ້ງທີ 4 ຖືໄດ້ວ່າມີຄວາມສຳຄັນຢ່າງຍິ່ງຕໍ່ການວາງແຜນພັດທະນາເສດຖະກິດ ສັງຄົມ ໄລຍະ 5 ປີຄັ້ງທີ 8 ເຊິ່ງລັດຖະບານ ລາວ ໄດ້ວາງເປົ້າໝາຍຈະເຮັດໃຫ້ ລາວ ຫຼຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ພາຍໃນປີ 2020.
ທັງນີ້ກໍເນື່ອງຈາກວ່າຂໍ້ມູນທີ່ໄດ້ຈາກການສຳຫຼວດນັ້ນຈະເປັນປະໂຫຍດຢ່າງຍິ່ງຕໍ່ການກຳນົດແຜນການ ແລະ ນະໂຍບາບດ້ານປະຊາກອນ ການວາງແຜນພັດທະນາຊັບພະຍາກອນມະນຸດ ແລະ ແຮງງານການພັດທະນາອຸດສາຫະກຳການຜະລິດສິນຄ້າ ການດຳເນີນທຸລະກິດ ແລະ ການຕະຫຼາດ ລວມເຖິງການຕຽມຄວາມພ້ອມໃນການເຂົ້າຮ່ວມໃນປະຊາຄົມເສດຖະກິດ ອາຊຽນ ອີກດ້ວຍ.
ສຳລັບການສຳຫຼວດໃນປີ 2005 ກໍປະກົດວ່າປະເທດ ລາວ ມີພົນລະເມືອງຢູ່ທັງໝົດ 5.62 ລ້ານຄົນໂດຍຖ້າຫາກທຽບໃສ່ການສຳຫຼວດໃນປີ 1995 ກໍປະກົດວ່າຈຳນວນພົນລະເມືອງ ລາວ ໄດ້ເພີ່ມຂຶ້ນ 1 ລ້ານກວ່າຄົນ ຈຶ່ງເຊື່ອວ່າປະຊາກອນ ລາວ ໄດ້ເພີ່ມຂຶ້ນເປັນ 6.8 ລ້ານກວ່າຄົນແລ້ວ ສ່ວນໃນນະຄອນຫຼວງ ວຽງຈັນ ນັ້ນກໍເຊື່ອວ່າມີພົນລະເມືອງ ລາວ ຫຼາຍກວ່າ 1 ລ້ານຄົນ ດັ່ງທີ່ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫຼວງ ວຽງຈັນ ໄດ້ໃຫ້ການຢືນຢັນວ່າ.
“ປະຊາກອນພວກເຮົາປະຈຸບັນກໍມີຢູ່ລະດັບ 840,000 ກວ່າຄົນ ແລະ ບວກໃສ່ປະຊາກອນທີ່ເໜັງຕີງຈາກແຕ່ລະແຂວງ ແຕ່ລະພາກສ່ວນເຂົ້າມາເຮັດທຸລະກິດ ການຄ້າການຂາຍ ມາທ່ອງທ່ຽວນີ້ ກໍປະມານ 9 ແສນກວ່າຫຼືສູງສຸດໃນບາງໄລຍະມັນຂຶ້ນຮອດລ້ານ.”
ນອກຈາກນີ້ ການສຳຫຼວດໃນປີ 2005 ຍັງພົບວ່າປະຊາກອນ ອາຍຸແຕ່ 14 ປີລົງມາຄິດເປັນ 39 ເປີເຊັນ ສ່ວນອາຍຸລະຫວ່າງ 15 ຫາ 64 ປີຄິດເປັນ 57 ເປີເຊັນ ແລະ 4 ເປີເຊັນ ທີ່ເຫຼືອກໍຄືປະຊາກອນທີ່ມີອາຍຸຕັ້ງແຕ່ 65 ປີຂຶ້ນໄປ.
ເບິ່ງຄວາມເຫັນ (5)
ໂຫລດຄວາມເຫັນ ຕື່ມອີກ