ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕໍາຫຼວດລາວ ຕັ້ງກຳລັງສືບສວນພິເສດ ເພື່ອສັງເກດ ການຄ້າຢາເສບຕິດ


ຜູ້ຖືກຈັບ ຄ້າຢາເສບຕິດ ໃນ ສປປ ລາວ.
ຜູ້ຖືກຈັບ ຄ້າຢາເສບຕິດ ໃນ ສປປ ລາວ.

ກອງບັນຊາການປ້ອງກັນຄວາມສະຫງົບໃນລາວ ສ້າງຕັ້ງກອງກຳລັງພິເສດເພື່ອຕິດ
ຕາມ ແລະກວດກາຄວາມເຄື່ອນໄຫວ ຂອງຂະບວນການລັກລອບຢາເສບຕິດຂ້າມຊາດ
ໃນລາວ ທີມີການນໍາໃຊ້ເຄື່ອງມື ທີ່ທັນສະໄໝ ຊຶ່ງຊົງລິດ ໂພນເງິນ ມີິລາຍ ງານຈາກ
ບາງກອກ.


ພັນເອກຈັນຫອມ ແກ້ວສຸລາໄຊ ຮອງຜູ້ບັນຊາການປ້ອງກັນຄວາມສະຫງົບ ໃນເຂດນະ
ຄອນວຽງຈັນ ຖະແຫຼງຍອມຮັບວ່າ ການປາບປາມຂະບວນການລັກລອບຄ້າຢາ ເສບຕິດ
ໃນລາວຍັງມີປະສິດທິພາບຕໍ່າກໍເພາະວ່າ ກົນໄກການສືບຂ່າວຂອງຕຳຫຼວດລາວ ຍັງຕິດ
ຕາມບໍ່ທັນການເຄື່ອນໄຫວຂອງຂະບວນການຄ້າຢາເສບຕິດ ທີີ່ມີການ ນໍາໃຊ້ເຄື່ອງມື
ແລະອຸບປະກອນສື່ສານທີ່ທັນສະໄໝ ທັງຍັງມີການເຄື່ອນໄຫວ ທີ່ມີ ລັກສະນະເປັນຂະ
ບວນການຂ້າມຊາດອີກດ້ວຍຈຶ່ງເຮັດໃຫ້ຍາກຕໍ່ການທີ່ຈະຕິດຕາມ ເພື່ອຈັບກຸມໄດ້ ຢ່າງ
ເທົ່າທັນ ນອກຈາກຈະໄດ້ມີການນຳໃຊ້ເຄື່ອງມື ແລະອຸບປະ ກອນສື່ສານທີ່ທັນສະໄໝ
ເຂົ້າໃນການສືບຂ່າວຂອງຕຳຫຼວດລາວຢ່າງຄົບຊຸດ ແລະມີການຈັດຕັ້ງທີ່ເປັນຕາໜ່າງ
ປິດລັບອີກດ້ວຍ ດັ່ງທີ່ພັນເອກຈັນຫອມ ໄດ້ໃຫ້ການຢືນຢັນວ່າ

“ສ້າງ ແລະນຳໃຊ້ຕາໜ່າງປີດລັບ ຢູ່ແຕ່ລະຂົງເຂດໃຫ້ມີຄຸນນະພາບ ເພື່ອກວດກາຄຸ້ມ
ຄອງ ຕິດຕາມເປົ້າໝາຍທີ່ເຄື່ອນໄຫວ ພົວພັນຊື້ຂາຍຢາເສດຕິດ ອັນນີ້ພວກ ເຮົາຈຳເປັນ
ຕ້ອງໄດ້ສ້າງຕາໜ່າງນຳໃຊ້ມາດຕະການທາງດ້ານກົດໝາຍ ແລະວິຊາ ສະເພາະຂອງກຳ
ລັງປ້ອງກັນຄວາມສະຫງົບ ເຂົ້າໃນການສະກັດກັ້ນ ແລະແກ້ໄຂ ຫຼືກັກຕົວ ຈັບຕົວເປົ້າໝາຍ
ຊື້ຂາຍ ຂົນສົ່ງ ຄອບຄອງຢາເສບຕິດ ຢ່າງເດັດຂາດ ເຂັ້ມງວດໃນທຸກກໍລະນີ ນັບໃນການ
ກະທຳຜິດຊຶ່ງໜ້າ ແລະເປົ້າໝາຍທີ່ຖືກສັດທອດ ໝາຍຄວາມວ່າຜູ້ທີ່ມີຂອງກາງ ຫຼືເປົ້າ
ໝາຍສັດທອດອັນນີ້ ພວກເຮົາກະໄດ້ສືບຕໍ່ແກ້ໄຂ.

ສ່ວນທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນວຽຈັນ ໄດ້ຖະແຫຼງຍອມຮັບວ່າ ບັນຫາ
ໄພສັງຄົມໄດ້ກາຍເປັນບັນຫາທີ່ຮຸນແຮງຫຼາຍຂຶ້ນນັບມື້ ໂດຍ

ສະເພາະກໍແມ່ນ ການກໍ່ອາດຊະຍາກຳທີ່ພົວພັນກັບການຄ້າຢາເສຍຕິດນັ້ນ ໄດ້ສົ່ງຜົນກະ
ທົບຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນລາວ ໃນນະຄອນວຽງຈັນຢ່າງກວ້າງຂວາງໃນປັດຈຸ
ບັນ ເຖິງ ແມ່ນວ່າອຳນາດການປົກຄອງໃນເຂດນະຄອນວຽງຈັນ ຈະໄດ້ພະຍາຍາມດຳ
ເນີນ ມາດຕະການປາບປາມຢ່າງເດັດຂາດກໍຕາມ ຫາກແຕ່ວ່າປະສິດທິພາບໃນ ການຈັດ
ຕັ້ງປະຕິບັດນັ້ນ ກໍຍັງບໍ່ສາມາດຮັບມືກັບບັນຫາໂຕຈິງ ໄດ້ຢ່າງທໍ່ທັນ ເພາະວ່າ ກຳລັງເຈົ້າ
ໜ້າທີ່ມີນ້ອຍ ຫາກແຕ່ວ່າກັບມີຜູ້ກະທຳຜິດຈຳນນວນຫຼາຍຂຶ້ນນັບມື້ ດັ່ງທີີ່ທ່ານສີນລະວົງ
ໄດ້ໃຫ້ການຢືນຢັນວ່າ:

“ການແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ເຊັ່ນບັນຫາຢາເສບຕິດ ກໍໄດ້ເອົາໃຈໃສ່ ປາບ
ປາມແຕ່ຍັງບໍ່ທັນຫລຸດລົງ ອຸປະຕິເຫດຕາມທ້ອງຖະໜົນ ບັນຫາໄພສັງຄົມ ການປຸ້ນຈີີ້ຊິງ
ຊັບ ກຸ່ມແກັ່ງກວນເມືອງ ຂໍ້ຂັດແຍ້ງຄະດີຄວາມຕ່າງໆ ໄດ້ມີມາດຕະ ການແກ້ໄຂ ແລະມີ
ຫຼາຍມາດຕະການຄວບຄຸມ ແຕ່ການເຄື່ອນໄຫວໂຕຈິງກະຍັງ ບໍ່ແຂງແຮງ ແລະຕໍ່ເນື່ອງ
ຈຳນວນຜູ້ເສຍຊີວິດ ແລະຊັບສິນທີ່ເສຍຫາຍຍ້ອນອຸບັດຕິເຫດ ແລະບັນຫາໄພສັງຄົມ ກະ
ຍັງໜັກໜ່ວງ ອັນໄດ້ສົ່ງຜົນກະທົບຕໍ່ການຂະ ຫຍາຍໂຕຂອງເສດຖະກິດ ສັງຄົມ ແລະກະ
ທົບຕໍ່ຄອບຄົວ.”

ທັ້ງນີ້ໃນ 2 ປີຜ່ານມາ ທາງການລາວ ຈັບນັກຄ້າຢາເສບຕິດໄດ້ 13,900 ກວ່າຄົນ ຈາກ
9,430 ກວ່າຄະດີ ຍຶດຢາບ້າໄດ້ 37 ກວ່າລ້ານເມັດ ເຮໂຣອິນອີກກວ່າ 735 ກິໂລກຣາມ
ຍາໄອສ໌ຫຼາຍກວ່າ 2 ໂຕນ ກັນຊາ 6.3 ໂຕນ ຝິ່ນກວ່າ 500 ກິໂລກຣາມ ໂຄເຄນ 8 ກິໂລ
ກຣາມ ສານເຄມີ 10 ໂຕນ ອາວຸດ ແລະ ອຸບປະກອນສື່ສານ 10,000 ກວ່າລາຍການ
ສ່ວນສູນກາງຊາວໜຸ່ມປະຕິວັດລາວ ຄາດວ່າມີເຍົາວະຊົນລາວກວ່າ 400,000 ຄົນທີ່ຢູ່
ໃນສິ່ງແວດລ້ອມທີ່ມີຄວາມສ່ຽງ ສູງທີ່ຈະໄປຫຍຸ້ງກ່ຽວກັບຢາເສບຕິດ ໂດຍສະເພາະແມ່ນ
ການເຂົ້າໄປມີສ່ວນໃນ ການລັກລອບຄ້າຢາເສບຕິດທີ່ນຳໄປສູ່ການກໍ່ອາດຊະຍາກຳຮູບ
ແບບອື່ນໆ ເພີ້ມຂຶ້ນ ນັບມື້ດ້ວຍນັ້ນ.

ສ່ວນອົງການຄວບຄຸມຢາເສບຕິດ ແລະອາດຊະຍາກຳແຫ່ງສະຫະປະຊາຊາດ (UNODC)
ກໍຄາດໝາຍວ່າມີການລັກລອບປູກຝິ່ນໃນລາວ 15,000 ກວ່າເຮັກຕາ ໃນແຂວງບໍ່ແກ້ວ
ຫຼວງພະບາງ ຫຼວງນໍ້າຫາ ອຸດົມໄຊ ພົງສາລີ ແລະຫົວພັນ ຊຶ່ງ ເຮັດໃຫ້ເຂດສາມຫຼ່ຽມຄຳ
ລະຫວ່າງມຽນມາ-ລາວ-ໄທ ມີຜົນຜະລິດຝິ່ນລວມກັນ ເກີນກວ່າ 270 ໂຕນໃນປີ 2020
ທີ່ຜ່ານມາ ໂດຍໃນມຽນມາມີການລັກລອບປູກ ຝິ່ນໃນພື້ນທີ່ 40,000 ກວ່າເຮັກຕາ ແລະ
ອີກກວ່າ 1,500 ເຮັກຕາ ຢູ່ເຂດພາກ ເໜືອຂອງໄທ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງປ້ອງກັນຄວາມສະຫງົບ ກໍເປີດເຜີຍວ່າການກໍ່ອາດຊະ
ຍາກຳ ທີ່ກ່ຽວຂ້ອງກັບບັນດານັກຫຼີ້ນການພະນັນ ແລະກຸ່ມແກັ່ງອາດຊະຍາ ກອນ ຈາກຈີນ
ໃນລາວ ກໍມີທ່າອຽງເພີ່ມຂຶ້ນນັບມື້ ເຊັ່ນກັນ ໂດຍສະເພາະແມ່ນໃນ ໄລຍະຂອງການສົ່ງເສີມ
ການທ່ອງທ່ຽວລະຫວ່າງລາວກັບຈີນ ໃນປີ 2018-2019 ນັ້ນ ທາງການລາວໄດ້ຈັບກຸມ
ອາດຊະຍາກອນຊາວຈີນ ທີ່ກະທໍາຄວາມຜິດ ໃນລາວ ແລະ ໄດ້ສົ່ງໂຕໃຫ້ກັບທາງການຈີນ
ແລ້ວຈຳນວນ 313 ຄົນທີ່ຮວມກັນສໍ້ ໂກງເງິນຈາກ ຊາວຈີນດ້ວຍກັນ ໂດຍຜ່ານລະບົບ
Internet ເກີນກວ່າ 1,200 ກໍລະນີ ທີ່ຄິດເປັນມູນຄ່າ ໃນການສໍ້ໂກງຫຼາຍກວ່າ 100 ລ້ານ
ຢວນ.

XS
SM
MD
LG