ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຳຫຼວດ ລາວ ຈັບຊາວໜຸ່ມ 3 ຄົນ ໃນຂໍ້ຫາ ທໍລະຍົດຕໍ່ຊາດ


ເຍົາວະຊົນ ລາວ ສາມຄົນຖືກຕຳຫຼວດຈັບຂໍ້ຫາ ທໍລະຍົດຕໍ່ຊາດ.
ເຍົາວະຊົນ ລາວ ສາມຄົນຖືກຕຳຫຼວດຈັບຂໍ້ຫາ ທໍລະຍົດຕໍ່ຊາດ.

ຫົວໜ້າກົມຕຳຫຼວດສືບສວນສອບສວນຢືນຢັນວ່າ ເຍົາວະຊົນລາວ 3 ຄົນຈະ ຕ້ອງຖືກດຳ ເນີນຄະດີອາຍາໃນຂໍ້ຫາທໍລະຍົດຊາດ ເຊິ່ງມີໂທດຈຳຄຸກຕະຫຼອດ ຊີວິດ ເຖິງປະຫານຊີວິດ.

ພັນເອກຄຳແກ້ວ ມະໂນລາ ຫົວໜ້າກົມຕຳຫຼວດສອບສວນສືບສວນ ຖະແຫຼງ ຢືນຢັນວ່າ ເຍົາວະຊົນ ລາວ 3 ຄົນຄືທ້າວ ສົມພອນ ພິມມະສອນ ອາຍຸ 29 ປີ, ນາງ ຫຼອດຄຳ ທຳມະ ວົງ ອາຍຸ 30 ປີ ແລະ ທ້າວ ສຸການ ໃຈທັດ ອາຍຸ 32 ປີທີ່ໄດ້ຮ່ວມກັນກະທຳຄວາມຜິດ ດ້ວຍການນຳໃຊ້ສື່ສັງຄົມ ອອນໄລນ໌ ເຟສ ບຸກ ໄປໃນທາງທີ່ເປັນການບິດເບືອນຂໍ້ມູນຂ່າວສານ ເພື່ອບ່ອນທຳລາຍອຳນາດ ການນຳຂອງພັກປະຊາຊົນປະຕິວັດ ລາວ ນັ້ນຈະຕ້ອງຖືກດຳເນີນຄະດີທາງອາ ຍາໃນຂໍ້ຫາທໍລະຍົດຕໍ່ຊາດ ດັ່ງທີ່ທ່ານໄດ້ຖະແຫຼງຊີ້ແຈງວ່າ.

"ການເຄື່ອນໄຫວຂອງພວກຜູ້ກ່ຽວ ແມ່ນພຶດຕິກຳທີ່ຜິດກົດໝາຍອາຍາແຫ່ງ ສປປ ລາວ ໃນຖານທໍລະຍົດຕໍ່ຊາດ ໂຄສະນາຕ້ານສາທາລະນະລັດປະຊາທິປະ ໄຕ ປະຊາຊົນ ລາວ ດຶງດູງເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ສ້າງ ຄວາມບໍ່ສະຫງົບ ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ລາວ ຕໍ່ກັບ ການກະທຳດັ່ງກ່າວໄດ້ດຳເນີນ ຄະດີຕາມກົດໝາຍແຫ່ງ ສປປ ລາວ ຢ່າງເຂັ້ມ ງວດ."

ໂດຍໃນວັນທີ 25 ພຶດສະພາທີ່ຜ່ານມາ ສະຖານີໂທລະພາບຂອງກະຊວງປ້ອງ ກັນຄວາມ ສະຫງົບພາຍໃນ ໄດ້ຖ່າຍທອດສົດການຖະແຫຼງຂ່າວຂອງກົມຕຳ ຫຼວດສືບສວນສອບ ສວນ ເຊິ່ງໄດ້ນຳຕົວເຍົາວະຊົນ ລາວ ທັງ 3 ຄົນດັ່ງກ່າວ ຖະແຫຼງສາລະພາບຜິດ ແລະ ຍອມຮັບວ່າການກະທຳຜິດດັ່ງກ່າວເກີດຈາກ ການຍຸຍົງຂອງກຸ່ມຄົນບໍ່ດີໃນຕ່າງປະເທດ ທີ່ຕ້ອງການສ້າງສະຖານະການເພື່ອ ກໍ່ກວນກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 28 ທີ່ລັດຖະບານ ລາວ ຈະ ເປັນເຈົ້າພາບຈັດກອງປະຊຸມໃນເດືອນກັນຍາ 2016 ນີ້ຢູ່ນະຄອນ ຫຼວງວຽງຈັນ.

ພັນເອກ ຄຳແກ້ວ ຢືນຢັນວ່າ ກຸ່ມຄົນບໍ່ດີໄດ້ໂຄສະນາບິດເບືອນ ໃສ່ຮ້າຍປ້າຍ ສີໂດຍບໍ່ມີ ມູນຄວາມຈິງເພື່ອໂຈມຕີ ສປປ ລາວ ໃນຫຼາຍຮູບແບບເຊັ່ນການ ຕັດຕໍ່ພາບ ແລະ ຂ່າວ, ການຂຽນບັດສົນເທດຕ່າງໆ ຜ່ານສື່ສັງຄົມອອນໄລນ໌ ເພື່ອດຶງດູດຄົນທີ່ຮູ້ເທົ່າບໍ່ເຖິງການໃຫ້ເຂົ້າຮ່ວມ ໃນຂະບວນການສ້າງຄວາມບໍ່ ສະຫງົບ ໃຫ້ເກີດຂຶ້ນໃນ ລາວ ເຊັ່ນວັນທີ 26 ຕຸລາ 2015 ຄົນບໍ່ດີຈຳນວນໜຶ່ງ ໄດ້ເຂົ້າໄປປັກທຸງຊ້າງສາມຫົວ ຢູ່ໃນແຂວງສະຫວັນນະເຂດ ແລະ ວັນ ທີ 2 ທັນວາ 2015 ກໍໄດ້ມີການຊັກນຳແຮງງານ ລາວ ໃນປະເທດໃກ້ຄຽງ (ໄທ) ເພື່ອຮ່ວມ ກັນປະທ້ວງຢູ່ຕໍ່ໜ້າສະຖານທູດ ລາວ ໃນປະເທດໃກ້ຄຽງເປັນຕົ້ນ.

ກຸ່ມນັກເຄື່ອນໄຫວຕໍ່ຕ້ານລັດຖະບານ ລາວ ຢືນປະທ້ວງດ້ວຍຄຳຂວັນທີ່ຂຽນໃສ່ຜ້າສີແດງ.
ກຸ່ມນັກເຄື່ອນໄຫວຕໍ່ຕ້ານລັດຖະບານ ລາວ ຢືນປະທ້ວງດ້ວຍຄຳຂວັນທີ່ຂຽນໃສ່ຜ້າສີແດງ.

ເຊິ່ງດ້ວຍສະພາບການດັ່ງກ່າວ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມ ສະຫງົບຂອງ ລາວ ຈຶ່ງໄດ້ມອບໝາຍໃຫ້ກົມຕຳຫຼວດ ສືບສວນສອບສວນ ຮັບຜິດຊອບໃນການຕິດຕາມ ການເຄື່ອນໄຫວດັ່ງກ່າວຢ່າງໃກ້ຊິດ ແລະ ສາ ມາດຈັບກຸມເຍົາວະຊົນ ລາວ ທັງ 3 ໄດ້ໃນ ລະຫວ່າງເດີນທາງກັບມາຕໍ່ອາ ຍຸໜັງສືເດີນທາງໃນ ລາວ ເມື່ອເດືອນກຸມພາ 2016 ແລະ ເຍົາວະຊົນທັງ 3 ໄດ້ຮັບສະລະພາບວ່າ ໄດ້ກະທຳຄວາມຜິດດັ່ງກ່າວແທ້.

ພັນເອກ ຄຳແກ້ວ ຢືນຢັນວ່າ ເຍົາວະຊົນ ລາວ ທັງ 3 ມີຄວາມຜິໃນຖານ ທໍລະຍົດຊາດ ດ້ວຍການໂຄສະນາຕ້ານ ສປປ ລາວ ແລະ ຊັກຊວນ ລວບ ລວມກຸ່ມຄົນເພື່ອສ້າງຄວາມ ວຸ້ນວາຍ ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ ເປັນລະບຽບຮຽບຮ້ອຍໃນສັງຄົມ ລາວ ເຊິ່ງ ຕ້ອງຖືກດຳເນີນຄະດີຕາມກົດ ໝາຍອາຍາຢ່າງເຂັ້ມງວດ.

ພ້ອມກັນນີ້ ພັນເອກ ຄຳແກ້ວ ຍັງໄດ້ກ່າວຕັກເຕືອນເຍົາວະຊົນ ແລະ ປະຊາ ຊົນ ລາວ ບໍ່ ໃຫ້ກຳທຳຄວາມຜິດຢ່າງດຽວກັນນີ້ ໂດຍຖ້າຫາກຍັງມີການ ເຄື່ອນໄຫວ ໃນລັກສະນະ ດຽວກັນນີ້ ກໍຈະຖືກຈັບກຸມເພື່ອດຳເນີນຄະດີ ແລະ ການລົງຖທດສະຖານໜັກ ໃນຖານ ຄວາມຜິດຢ່າງດຽວກັນນີ້ ເຊິ່ງມີໂທດຈຳ ຄຸກ 10-20 ປີ ແລະ ປັບ 10-500 ລ້ານກີບ ຫຼື ອາດຖືກຍຶດຊັບ ແລະ ຈຳ ກັດທີ່ຢູ່ ຫຼື ຈຳຄຸກຕະຫຼອດຊີວິດ ຫຼື ປະຫານຊີວິດ ຕາມຄວາມ ໜັກເບົາ ຂອງການກະທຳຄວາມຜິດດັ່ງກ່າວ.

ນອກຈາກນີ້ ກໍມີລາຍງານວ່າກະຊວງປ້ອງກັນຄວາມສະຫງົບພາຍໃນ ໄດ້ມີຄຳ ສັ່ງໄປ ເຖິງພາກສ່ວນທີ່ຮັບຜິດຊອບການປ້ອງກັນຄວາມສະຫງົບຮຽບຮ້ອຍ ລະດັບທ້ອງຖິ່ນທັງ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານໃນທົ່ວປະເທດເພື່ອ ເພີ່ມມາດຕະການເຂັ້ມງວດເຂົ້າ ໃນການກວດກາທຸກການເຄື່ອນໄຫວໃນສັງ ຄົມໃຫ້ຫຼາຍ ຂຶ້ນເປັນພິເສດໃນໄລຍະນີ້ ແລະ ໃຫ້ດຳເນີນມາດຕະການດັ່ງກ່າວ ນີ້ຕໍ່ເນື່ອງໄປຈົນເຖິງທ້າຍປີ 2016 ທີ່ລັດຖະບານ ລາວ ຈະຕ້ອງເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ອາຊຽນ ດັ່ງກ່າວ.

XS
SM
MD
LG