ຫົວໜ້າກົມໃຫຍ່ຕໍາຫລວດລາວ ຢືນຢັນວ່າໄດ້ຈັບກຸມຫົວໜ້າແກ້ງຄ້າຢາເສບຕິດ
ລາຍໃຫຍ່ທີ່ສຸດ ໃນລາວ ທີ່ເປັນນັກຄ້າຢາເສບຕິດ ລາຍໃຫຍ່ກວ່າທ້າວໄຊຊະນະ
ແກ້ວພິມພາ ທີ່ຖືກຈັບ ໃນໄທອີກດ້ວຍ.
ພົນຈັດຕະວາ ທອງເຫລັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນ
ຄວາມສະຫງົບ ໃນລາວ ຖະແຫລງຜົນການປາບປາມ ການລັກລອບຄ້າຢາເສບຕິດ
ໃນລາວ ທີ່ໄດ້ປະຕິບັດການ ນັບແຕ່ວັນທີ 16 ກັນຍາ 2016 ເຖິງວັນທີ 24 ມັງກອນ
2017 ທີ່ຜ່ານມາວ່າ ສາມາດມ້າງແກ້ງຄ້າຢາເສບຕິດລາຍໃຫຍ່ໄດ້ 5 ແກ້ງ ແລະ
ຈັບກຸມຜູ້ຕ້ອງຫາໄດ້ທັງໝົດ 33 ຄົນ ຊຶ່ງໃນນັ້ນ ລວມມີ 5 ຄົນ ທີ່ເປັນສະມາຊິກ ໃນ
ແກ້ງຂອງທ້າວໄຊຊະນະ ແກ້ວພິມພາ ທີ່ຖືກທາງການຕໍາຫລວດໄທ ຈັບກຸມຕົວ ທີ່
ສະໜາມບິນ ສຸວັນນະພູມ ເມື່ອວັນທີ 19 ມັງກອນ 2017 ທີ່ຜ່ານມາ.
ພົນຈັດຕະວາ ທອງເຫລັກ ໄດ້ໃຫ້ການຢືນຢັນອີກດ້ວຍວ່າ ການປະຕິບັດການພິເສດ
ໃນຊ່ວງດັ່ງກ່າວນີ້ ຍັງສາມາດຈັບກຸມທ້າວ ຄອນປະສົງ ສຸກກະເສີມ ຫລື ຊຽງເທີ່ ທີ່
ເປັນນັກຄ້າຢາເສບຕິດ ລາຍໃຫຍ່ທີ່ສຸດໃນລາວ ຊຶ່ງໃຫຍ່ກວ່າແກ້ງ ຂອງທ້າວໄຊຊະນະ
ໄດ້ ໃນນະຄອນວຽງຈັນ ເມື່ອວັນທີ 10 ມັງກອນ 2017 ຊຶ່ງເກີດຂຶ້ນກ່ອນທີ່ທາງການ
ຕໍາຫລວດໄທ ຈັບກຸມທ້າວໄຊຊະນະໄດ້ ອີກດ້ວຍ ດັ່ງທີ່ພົນຈັດຕະວາ ທອງເຫລັກ ໄດ້
ໃຫ້ການຢືນຢັນວ່າ:
“ໃນວັນທີ 10 ເດືອນມັງກອນ ປີ 2017 ເຈົ້າໜ້າທີ່ພວກເຮົາໄດ້ຈັບຕົວ ທ້າວ
ຄອນປະສົງ ສຸກກະເສີມ ຫລື ຊຽງເທີ່ ອາຍຸ 47 ປີ ເຊື້ອຊາດລາວ ສັນຊາດລາວ
ຢູ່ທີ່ນະຄອນຫລວງວຽງຈັນ ພ້ອມດ້ວຍພັກພວກ 3 ຄົນ ຊຶ່ງເປັນຜູ້ຊື້ຂາຍຢາເສບຕິດ
ລາຍໃຫຍ່ ຖືວ່າຜູ້ກ່ຽວນີ້ ເປັນລາຍໃຫຍ່ກວ່າທ້າວໄຊຊະນະ ແກ້ວພິມພາ ຫລື
ວັນລົບ ອາຍຸ 41 ປີ ສັນຊາດລາວ ຢູ່ແຂວງຄໍາມ່ວນ.”
ແຕ່ຢ່າງໃດກໍຕາມ ຫົວໜ້າກົມໃຫຍ່ຕໍາຫລວດລາວ ກໍບໍ່ໄດ້ເປີດເຜີຍເຖິງປະລິມານຢາ
ເສບຕິດ ທີ່ຍຶດໄດ້ໃນການປະຕິບັດການດັ່ງກ່າວ. ນອກຈາກນີ້ ທາງການຕໍາຫລວດລາວ
ຍັງໄດ້ຍຶດອາວຸດປືນ ແລະອາຍັດ ຊັບສິນ ຂອງຜູ້ຕ້ອງຫາອີກຫລາຍລາຍການ ເຊັ່ນ
ເຮືອນ, ໂຮງແຮມ, ຮ້ານອາຫານ, ໂຮງເລື່ອຍ, ໂຮງງານ ເຟີນິເຈີ, ຄໍາ, ໂຮງງານ
ສັງກະສີ, ອູ່ສ້ອມລົດ, ຫ້ອງແຖວ, ປໍ້ານໍ້າມັນ, ລົດຍົນ, ລົດບັນທຸກ, ສາງເກັບສິນຄ້າ,
ເຈັທສະກີ ແລະອື່ນໆ. ທັງໄດ້ຄວບຄຸມຕົວຜູ້ຕ້ອງຫາຫລາຍຄົນ ເມື່ອວັນທີ 14 ກຸມພາ
2017 ໃນຂໍ້ຫາພະຍາຍາມ ໃຫ້ສິນບົນພະນັກງານລັດ 30 ລ້ານບາດ ຕໍ່ການປ່ອຍຕົວ
ຫົວໜ້າແກ້ງ 1 ຄົນ ອີກດ້ວຍ.
ກ່ອນໜ້ານີ້ ພົນຕໍາຫລວດໂທ ສົມໝາຍ ກອງວິໄສສຸກ ຜູ້ບັນຊາການຕໍາຫລວດ ປາບ
ປາມຢາເສບຕິດຂອງໄທ ຖະແຫລງຢືນຢັນພາຍຫລັງຈາກການຈັບກຸມ ທ້າວໄຊຊະນະ
ດ້ວຍຂໍ້ຫາລັກລອບຄ້າຢາເສບຕິດ ໃນໄທວ່າ ຈົນເຖິງປັດຈຸບັນ ໄດ້ທໍາການຍຶດຊັບສິນ
ຂອງທ້າວໄຊຊະນະ ແລະເຄືອຂ່າຍໃນໄທ ໄດ້ແລ້ວຫລາຍກວ່າ 200 ລ້ານບາດ ທັງ
ຍັງເຊື່ອວ່າ ຍັງເຫລືອຊັບສິນ ອີກນັບ 1,000 ລ້ານບາດ ທີ່ຈະຕ້ອງຕິດຕາມຍຶດເອົາ
ໃຫ້ໄດ້ທັງໝົດ.
ສ່ວນທ້າວໄຊຊະນະ ກໍໄດ້ໃຫ້ການຮັບສາລະພາບວ່າ ຕົນມີຄວາມຜິດພຽງໃນຖານະ
ທີ່ເປັນຄົນກາງ ໃນການຮັບຈ້າງຂົນສົ່ງຢາເສບຕິດເທົ່ານັ້ນ ຊຶ່ງການຂົນສົ່ງຢາເສບຕິດ
ໃນແຕ່ລະຄັ້ງ ຈະໄດ້ຮັບຄ່າຈ້າງ ເຖິງ 1 ລ້ານບາດ. ຫາກແຕ່ທາງການຕໍາຫລວດໄທ
ກໍບໍ່ເຊື່ອຕາມການສາລະພາບດັ່ງກ່າວ ເພາະຈາກການ ປະສານງານດ້ານຂໍ້ມູນຂ່າວ
ສານ ກັບທາງການຕໍາຫລວດລາວ ໃນໄລຍະ 5 ປີທີ່ຜ່ານມາ ໄດ້ໃຫ້ຂໍ້ສະຫລຸບວ່າ ທ້າວໄຊຊະນະ ເປັນຫົວໜ້າແກ້ງຄ້າຢາເສບຕິດລາຍໃຫຍ່ ທີ່ມີເຄືອຂ່າຍຢ່າງກວ້າງຂວາງ
ທັງໃນໄທ, ມາເລເຊຍ ແລະສິງກະໂປ ນັ້ນເອງ.
ທ້າວໄຊຊະນະ ແກ້ວພິມພາ ອາຍຸ 41 ປີ ມີທຸລະກິດຫລາຍກິດຈະການຢູ່ໃນລາວ ໂດຍ
ສະເພາະແມ່ນ ທຸລະກິດຄ້າໄມ້, ທຸລະກິດໂຮງເລື່ອຍ ແລະສຖານບັນເທີງຕ່າງໆ ນັ້ນ
ຖືເປັນທຸລະກິດຫລັກ ໂດຍສານອາຍາຂອງໄທ ໄດ້ອອກໝາຍຈັບທ້າວໄຊຊະນະ ພ້ອມ
ກັບສະມາຊິກໃນແກ້ງອີກ 8 ຄົນ ເມື່ອວັນທີ 9 ມັງກອນ 2017 ໂດຍສາມາດຈັບກຸມ
ທ້າວໄຊຊະນະ ແລະສະມາຊິກໃນແກ້ງທີ່ເປັນຄົນໄທອີກ 3 ຄົນ ໄດ້ໃນວັນທີ 19
ມັງກອນຜ່ານມາ. ສ່ວນອີກ 5 ຄົນ ທີ່ເຫລືອທີ່ເປັນຄົນໄທ 3 ຄົນ ແລະຄົນລາວ 2 ຄົນ
ນັ້ນ ທາງການຕໍາຫລວດໄທ ກໍຈະຕິດຕາມຈັບກຸມໃຫ້ໄດ້ໄວທີ່ສຸດ ໂດຍໄດ້ຕັ້ງລາງວັນ
ນໍາຈັບຕົວໄວ້ ເຖິງ 4 ລ້ານບາດ.