ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫຼວດລາວ ບໍ່ສາມາດຈັບກຸມ ນັກຄ້າຢາເສບຕິດລາຍໃຫຍ່ໄດ້ເລີຍ ເພາະພວກເຂົາເຈົ້າ ພາກັນໜີ ອອກໄປຢູ່ຕ່າງປະເທດທັງໝົດ


ທາງການໄທ ສາມາດຢຶດຢາເສບຕິດ ໄອຊ໌ ໄດ້ຈຳນວນຫຼວງຫຼາຍ ທີ່ໄດ້ຖືກຂົນສົ່ງມາຈາກປະເທດເພື່ອນບ້ານ.
ທາງການໄທ ສາມາດຢຶດຢາເສບຕິດ ໄອຊ໌ ໄດ້ຈຳນວນຫຼວງຫຼາຍ ທີ່ໄດ້ຖືກຂົນສົ່ງມາຈາກປະເທດເພື່ອນບ້ານ.

ຕໍາຫຼວດລາວ ບໍ່ສາມາດຈັບກຸມນັກຄ້າຢາເສບຕິດລາຍໃຫຍ່ໄດ້ເລີຍ ເພາະພວກເຂົາເຈົ້າພາກັນໜີອອກໄປຢູ່ຕ່າງປະເທດທັງໝົດ ຈຶ່ງເປັນການຍາກທີ່ຈະຕິດຕາມຈັບກຸມໂຕ ມາດໍາເນີນຄະດີ ຢູ່ໃນລາວໄດ້. ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ພົນເອກວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວປ້ອງກັນຄວາມສະຫງົບໄດ້ຖະແຫຼງຍອມຮັບວ່າ ຕໍາຫຼວດລາວບໍ່ສາມາດຕິດຕາມຈັບກຸມບັນດານັກຄ້າຢາເສບຕິດລາຍໃຫຍ່ໄດ້ເລີຍໃນໄລຍະທີ່ຜ່ານ ເຖິງແມ່ນວ່າໄດ້ມີການຂຶ້ນບັນຊີລາຍຊື່ເພື່ອຕິດຕາມຈັບກຸມໄວ້ຢ່າງຄົບຖ້ວນແລ້ວກໍຕາມ ແຕ່ດ້ວຍການຄ້າຢາເສບຕິດ ເປັນຂະບວນການຂະໜາດໃຫຍ່ ແລະມີເຄືອຂ່າຍຢ່າງກວ້າງຂວາງ ລວມທັງຍັງມີເຄື່ອງມືສື່ສານ ແລະອຸປະກອນຕ່າງໆທີ່ທັນສະໄໝ ແລະລໍ້າໜ້າກວ່າຂອງຕໍາຫຼວດດ້ວຍນັ້ນ ຈຶ່ງເປັນການຍາກ ທີ່ຈະຕິດຕາມການເຄື່ອນໄຫວໄດ້ຢ່າງເທົ່າທັນ ແລະຍັງເປັນການຍາກຍິ່ງຂຶ້ນອີກເມື່ອປາກົດວ່າ ບັນດານັກຄ້າຢາເສບຕິດລາຍໃຫຍ່ ໄດ້ພາກັນຫຼົບໜີຈາກລາວໄປຢູ່ຕ່າງປະເທດ ເຊິ່ງມີເຂດຊາຍແດນຕິດກັບລາວ ໃນທຸກທິດ-ທຸກທາງນັ້ນ, ດັ່ງທີ່ ພົນເອກວິໄລ ໄດ້ຖະແຫຼງຢືນຢັນວ່າ:

“ການແກ້ໄຂຄະດີຢາເສບຕິດລາຍໃຫຍ່ ອັນນີ້ມັນກະມີຫຼາຍເຫດການເນາະ ສ່ວນຫຼາຍເຮົາກະຈັບ ກວດ ຄົ້ນ ຊອກ ຖືວ່າຕົນເອງຫັ້ນມັນກະບໍ່ທັນມັນດອກ ແຕ່ວ່າມັນກະຂຶ້ນບັນຊີໄວ້ຢູ່ໃນເປົ້າໝາຍຂອງພວກເຮົາໃນການຕິດຕາມ ແລ້ວກະທັງຍັງຊອກຈັບ ນໍາຈັບ ເມື່ອມີການຊັດທອດ ແຕ່ວ່າມັນພວກສ່ວນນີ້ ມັນພັດບໍ່ຢູ່ ບໍ່ຢູ່ລາວ ບໍ່ກັບຄືນມາອີກເນາະ ໄປລີ້ຢູ່ບ່ອນອື່ນເລີຍ ໄປດໍາລົງຊີວິດຢູ່ບ່ອນໃໝ່ເລີຍ ແລ້ວກະບໍ່ກັບມາ ຄັນແມ່ນກັບມາມື້ໃດ ເຮົາເຫັນຢູ່ໄສ ເຮົາກະຕ້ອງເອົາມື້ນັ້ນ, ຕາມຫຼັກການຂອງວິຊາສະເພາະນີ້ແຕ່ລະບ້ານ ແຕ່ລະເມືອງ ແຕ່ລະເຮືອນ ແຕ່ລະບ່ອນນີ້ ເຮົາຂຶ້ນບັນຊີໄວ້ໝົດ ໃຜເປັນເປົ້າໝາຍ.”

ພົນເອກວິໄລ ຍອກຮັບອີກວ່າ ການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການປາບປາມການຄ້າຢາເສບຕິດໃຫ້ໄດ້ຢ່າງສົມບູນພາຍໃນປີ 2023 ນັ້ນ ບໍ່ສາມາດຈັດຕັ້ງປະຕິບັດໄດ້ແທ້ຈິງ ເຮັດໃຫ້ຕ້ອງເລື່ອນເປົ້າໝາຍອອກໄປເປັນພາຍໃນປີ 2025 ໂດຍເຖິງແມ່ນວ່າທາງການລາວຈະສາມາດຈັບນັກຄ້າຢາ ແລະຢຶດຢາເສບຕິດໄດ້ເພີ້ມຂຶ້ນນັບມື້ກໍຕາມ ແຕ່ກໍຍັງປາກົດມີການຜະລິດ ແລະລັກລອບຄ້າຢາເສບຕິດເພີ້ມຂຶ້ນຢ່າງຕໍ່ເນື່ອ ເຊິ່ງສະແດງໃຫ້ເຫັນວ່າ ການຄ້າຢາເສບຕິດເປັນຂະບວນການຂະໜາດໃຫຍ່ທີ່ມີເຄືອຂ່າຍຢ່າງກວ້າງຂວາງ ໂດຍສະເພາະແມ່ນຢູ່ໃນເຂດ 6 ປະເທດລຸ່ມແມ່ນໍ້າຂອງກໍຄື ຈີນ, ມຽນມາ, ລາວ, ໄທ, ກໍາປູເຈຍ ແລະຫວຽດນາມນັ້ນ ຖືເປັນເຂດທີ່ຍາກທີ່ຈະປາບປາມການຄ້າຢາເສບຕິດໃຫ້ໝົດໄປໄດ້ຢ່າງແທ້ຈິງ.

ນອກຈາກນັ້ນ ການຈັດຕັ້ງປະຕິບັດໂຄງການລຶບລ້າງ ການປູກຝິ່ນໃນລາວດ້ວຍການສົ່ງເສີມໃຫ້ປູກພືດອື່ນໆເປັນສິນຄ້ານັ້ນ ກໍຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບອີກ ຈຶ່ງເຮັດໃຫ້ປະຊາຊົນລາວບັນດາເຜົ່າຈໍານວນຫຼາຍຍັງຄົງພາກັນສືບຕໍ່ການປູກຝິ່ນຕະຫຼອດມາຈົນຮອດປັດຈຸບັນນີ້ອີກດ້ວຍ, ດັ່ງທີ່ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ຖະແຫຼງຍອມຮັບວ່າ:

“ເຫັນວ່າ ການລົງຕິດຕາມກວດກາ ພື້ນທີ່ປູກພືດທົດແທນການປູກຝິ່ນ ຍັງຂາດຫຼາຍປັດໄຈ, ອົງການປົກຄອງທ້ອງຖິ່ນຍັງບໍ່ທັນເອົາໃຈໃສ່ໃນການຊຸກຍູ້ໂຄງການທີ່ລັດຖະບານໄດ້ຕົກລົງຫັ້ນ, ບາງເທື່ອກໍປ່ອຍໃຫ້ເຂົາເຈົ້າໄປຊຸກຍູ້ ຫຼື ໄປສົ່ງເສີມການຜະລິດອີກ, ແຕ່ເຂດທີ່ຊຸກຍູ້ ມັນພັດບໍ່ແມ່ນເຂດເປົ້າໝາຍທີ່ເຮົາຢາກຈະແກ້, ສະນັ້ນ ຕໍ່ໜ້າຈະໄດ້ດຸນດ່ຽງເບິ່ງ ອັນນຶ່ງແມ່ນຍົກຍ້າຍປະຊາຊົນທີ່ປູກຢູ່ເຂດຫ່າງໄກສອກຫຼີກ ມາເຂດໂຄງການພັດທະນາ ອັນສອງມາກະແມ່ນ ຖ້າມີເງື່ອນໄຂເສັ້ນທາງພື້ນຖານໂຄງລ່າງກະແມ່ນ ເອົາໂຄງການຜະລິດເປັນສິນຄ້າເຂົ້າໄປໃຫ້ເຂົາເຈົ້າ.”

ສ່ວນເຈົ້າໜ້າທີ່ໃນກະຊວງປ້ອງກັນຄວາມສະຫງົບຢືນຢັນວ່າ ລາວຈະຕ້ອງໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດເພີ້ມຂຶ້ນ ເພາະວ່າຕໍາຫຼວດປາບປາມຢາເສບຕິດຂອງລາວ ຍັງຂາດແຄນເຄື່ອງມື ແລະອຸປະກອນສື່ສານທີ່ທັນສະໄໝ ທັງຍັງຕ້ອງຈະໄດ້ຮັບການຝຶກອົບຮົມໃນດ້ານປະຕິບັດການສະໄໝໃໝ່ ເພື່ອໃຫ້ເທົ່າທັນກັບການເຄື່ອນໄຫວ ຂອງແກັ່ງຄ້າຢາເສບຕິດຂ້າມຊາດອີກດ້ວຍ.

ໃນນັ້ນ ທາງການຕໍາຫຼວດ ຈີນ-ມຽນມາ-ລາວ-ໄທ ໄດ້ຮ່ວມກັນລາດຕະເວນໂດຍທາງເຮືອ ໃນແລວແມ່ນໍ້າຂອງລະຫວ່າງ 4 ປະເທດມາແລ້ວ 135 ຄັ້ງ ນັບແຕ່ເດືອນທັນວາປີ 2011 ຮອດເດືອນພະຈິກ ປີ 2023, ໂດຍສະເພາະໃນປີ 2023 ກໍເຮັດໃຫ້ຕໍາຫຼວດໄທຈັບນັກຄ້າຢາເສບຕິດໄດ້ຫຼາຍກວ່າ 1 ແສນຄົນ ແລະຢຶດຊັບຜູ້ຕ້ອງຫາໄດ້ 2 ໝື່ນກວ່າລ້ານບາດ, ສ່ວນຕໍາຫຼວດມຽນມາ ໄດ້ເຜົາທໍາລາຍຢາເສບຕິດທີ່ຢຶດໄດ້ຫຼາຍກວ່າ 450 ໂຕນ ແລະສົ່ງໂຕອາຊະຍາກອນຊາວຈີນທີ່ຖືກຈັບໃນມຽນມາຫຼາຍກວ່າ 41,000 ຄົນໃຫ້ກັບທາງການຕໍາຫຼວດຈີນໃນປີທີ່ຜ່ານມາ ໃນຂະນະທີ່ຕໍາຫຼວດລາວ ສາມາດສະກັດຈັບການລັກລອບຄ້າຢາເສບຕິດໄດ້ຮອດ 10,843 ກໍລະນີ, ຈັບຜູ້ຕ້ອງຫາໄດ້ 15,966 ຄົນ, ຢຶດຢາບ້າໄດ້ 32,111 ກິໂລກຣາມ, ສານເຄມີຫຼາຍກວ່າ 260 ໂຕນ ພ້ອມທັງຢຶດຊັບສິນຂອງຜູ້ຕ້ອງຫາໃນລາວໄດ້ຈໍານວນຫຼາຍອີກດ້ວຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG