ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈັບກຸມ ນັກຄ້າ ຢາເສບຕິດ ໄດ້ເກືອບ 2,000 ຄົນ ໃນປີ 2013


ຢາເສບຕິດຈໍານວນນຶ່ງ ທີ່ຖືກຍຶດໄດ້
ຢາເສບຕິດຈໍານວນນຶ່ງ ທີ່ຖືກຍຶດໄດ້
ທາງ​ການ​ ຕໍາຫຼວດ​ລາວ​ ຈັບ​ກຸມ ນັກ​ຄ້າ​ຢາ​ເສບ​ຕິດ​ ໄດ້​ເກືອບ
2,000 ຄົນ​ໃນ​ປີ 2013 ທີ່​ຜ່ານ​ມາ ​ແລະ​ໃນ​ຂະນະ​ດຽວ​ກັນ ກໍ​
ຍັງ​ສາມາດ​ ຍຶດ​ອຸບປະກອນ​ຜະລິດ​ເຮ​ໂຣອີນ ​ໄດ້​ເປັນ​ເທື່ອ​ທໍາ
ອິດໃນ​ລາວ​ອີກ​ດ້ວຍ.


ເຈົ້າໜ້າ​ທີ່​ຕໍາຫຼວດ​ໃນ​ໜ່ວຍ​ປາບ​ປາມ​ຢາ​ເສບ​ຕິດ ​ເປີດເຜີຍ​ວ່າ
ການ​ກວດ​ຄົ້ນ​ສະຖານ​ທີ່​ຕ່າງໆ ຊຶ່ງ​ສົງ​ໄສ​ວ່າ​ໄດ້​ທໍາ​ກາ​ນລັກລອບ
ຜະລິດ​ຢາ​ເສບ​ຕິດ ​ໃນ​ຕະຫຼອດ​ປີ 2013 ທີ່​ຜ່ານມານອກຈາກ​ຈະ​ສາມາດຈັບ​ກຸມ​ນັກ​ຄ້າ​
ແລະ​ຍຶດຢາ​ເສບ​ຕິດ​ຂອງ​ກາງ​ໄດ້​ຢ່າງ​ຫຼວງຫຼາຍ​ແລ້ວກໍ​ຍັງ​ເຮັດ​ໃຫ້​ຮັບ​ຮູ້​ເປັນເທື່ອ​ທໍາ​ອິດ
ວ່າ ​ໄດ້​ມີ​ການ​ລັກລອບ​ຜະລິດ​ເຮ​ໂຣອີນ​ແລະ​ຢາບ້າຢູ່​ໃນລາວ​ແລ້ວ ​ອີກດ້ວຍ​.

ທັງ​ນີ້​ໂດຍ​ໜ່ວຍ​ປາບ​ປາມ​ຢາ​ເສບ​ຕິດ ​ໄດ້​ກວດ​ພົບ​ອຸບ​ປະກອນ​ຜະລິດ​ເຮ​ໂຣອີນ ​ແລະ​
ເຄື່ອງ​ອັດ​ເມັດຢາ​ບ້າ​ຈໍານວນ​ຫຼາຍ​ເຄຶ່ອງ ທີ່​ສາມາດ​ເຄື່ອນ​ຍ້າຍ​ເພື່ອ​ຫຼົບໜີ​ການ​ຈັບ​ກຸມ​ໄດ້​
ຢ່າງສະດວກ ​ແລະ​ເປັນ​ເທັກ​ໂນ​ໂລ​ຈີ່​ສະ​ໄໝ​ໃໝ່ ທີ່​ຖືກ​ນໍາ​ມາ​ໃຊ້​ໃນ ການ​ຜະລິດ​ເຮໂຣອີນ
​ແລະຢາ​ບ້າ ​ໂດຍ​ອຸບປະກອນ ດັ່ງກ່າວ​ມີ​ຂະໜາດ​ພໍດີ ທີ່​ສາມາດ​ເຄື່ອນ​ຍ້າຍ​ແລະ​ຊຸກເຊຶ່ອງ​
ໄວ້​ໃນ​ລົດ​ຕູ້​ໄດ້​ນັ້ນ​ເອງ.

ຍິ່ງ​ໄປ​ກວ່າ​ນັ້ນ ໜ່ວຍ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ລາວ ກໍ​ຍັງ​ສາມາດ​ຈັບ​ກຸມ​ນັກ​ຄ້າ​ຢາ​ເສບ​
ຕິດໄດ້ 1,971 ຄົນ ​ພ້ອມ​ກັບ​ຍຶດ​ເຮ​ໂຣອີນ​ໄດ້ 165 ກິ​ໂລ ຢາ​ບ້າ 15​ ລ້ານ​ກວ່າເມັດ ກັນຊາ
ແຫ້ງກວ່າ 5 ​ໂຕນ ຝິ່ນ 89 ກິ​ໂລ, ຢາ​ໄອ້ຊ໌ 27 ກິ​ໂລ ​ໂຄ​ເຄນກວ່າ 10 ກິ​ໂລ ສານ​ເຄມີ​ທີ່
ໃຊ້ໃນການ​ຜະລິດ​ຢາ​ບ້າ ​ແລະ​ເຮ​ໂຣອີນ 122 ກິ​ໂລ ​ເຄຶ່ອງຈັກ​ແລະ​ອຸບປະກອນທີ່​ໃຊ້​ໃນ​
ການຜະລິດ​ຢາ​ເສບ​ຕິດ 4 ໜ່ວຍ ​ແລະອາວຸດ​ສົງຄາມ​ ຫຼາຍ​ກວ່າ 100 ລາຍການ ພ້ອມ​ກັບ
​ລູກປືນອີກ 2,000 ກວ່າ​ນັດ.

ນອກຈາກ​ນັ້ນ ກໍ​ຍັງ​ສາມາດ​ ຍຶດລົດຍົນ​ໄດ້ 72 ຄັນ ພ້ອມ​ດ້ວຍ​ເງິນສົດ ຫຼາຍ​ກວ່າ 365
ລ້ານກີບ, 36 ລ້ານ​ບາດ, 4 ລ້ານ​ໂດ​ລ່າ, 1,000 ລ້ານ​ດົງ ​ແລະ 5 ​ແສນ​ກວ່າ​ຢວນ ຊຶ່ງ​ກໍ​
ເຮັດໃຫ້​ທາງ​ການ​ລາວ​ເຊື່ອວ່າ ຜູ້​ຕ້ອງ​ຫາ​ທີ່​ຈັບໄດ້​ດັ່ງ​ກ່າວ ກໍ​ຄື​ສະມາຊິກ​ຂອງຂະບວນ
ການຄ້າຢາເສບ​ຕິດ​ຂ້າມ​ຊາດ​ນັ້ນ​ເອງ.

ກ່ອນ​ໜ້າ​ນີ້ ຄະນະ​ກໍາມະການ​ຄວບ​ຄຸມ​ ແລະ​ກວດກາຢາ​ເສບ​ຕິດ​ແຫ່ງ​ຊາດ​ລາວ ກໍ​ໄດ້ລາຍ
​ງານ​ວ່າ ​ເຂດ​ຊາຍ​ແດນ​ທາງບົກ ​ລະຫວ່າງ​ລາວ​ກັບ​ຫວຽດນາມ ​ໄດ້​ຖືກ​ຂະ​ບວນການ​ຄ້າຢາ
​ເສບ​ຕິດ​ຂ້າມ​ຊາດ​ ສວຍ​ໃຊ້​ເປັນ​ເສັ້ນທາງ​ລັກລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ ຈາກ​ເຂດ​ສາມຫຼ່ຽມ
​ຄໍາ​ໄປ​ຕ່າງປະ​ເທດ​ຫຼາຍ​ຂຶ້ນນັບ​ມື້ ​ໂດຍ​ເສັ້ນທາງ​ທີ່​ແກ໊ງຄ້າ​ຢາ​ເສບ​ຕິດ​ນໍາ​ໃຊ້​ຫຼາຍ​ທີ່​ສຸດ
​ໃນ​ລາວ ກໍ​ຄື​ຖະໜົນ​ເລກ 13 ຈາກ​ພາກ​ເໜືອ ​ຕໍ່​ມາ​ຍັງ​ຖະໜົນ​ເລກ 9 ​ໃນ​ແຂວງສະຫວັນ
​ນະ​ເຂດ ຕໍ່​ໄປຍັງ​ຫວຽດນາມ ​ແລະ​ປະ​ເທດ​ທີ່ 3 ຕາມ​ລໍາດັບ.

ໂຮງຮຽນ ແຫ່ງນຶ່ງ ໃນລາວ ທີ່ດໍາເນີນໂຄງການປອດຢາເສບຕິດ
ໂຮງຮຽນ ແຫ່ງນຶ່ງ ໃນລາວ ທີ່ດໍາເນີນໂຄງການປອດຢາເສບຕິດ

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ຂະ​ບວນການ ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ​
ໄດ້​ຫັນ​ມາ​ໃຊ້​ເຂດ​ແດນ​ລາວ ​ເປັນ​ເສັ້ນທາງ​ໃນ​ການ​ລັກລອບ​ຂົນ​
ສົ່ງຢາ​ເສບ​ຕິດ​ ຈາກ​ເຂດ​ສາມຫຼ່ຽມ​ຄໍາ​ໄປ​ຍັງ​ປະ​ເທດທີ່ 3 ຫຼາຍ​
ຂຶ້ນດັ່ງກ່າວ​ນີ້ ຍັງ​ເປັນ​ປັດ​ໄຈສໍາຄັນ ທີ່​ຊຸກຍູ້​ໃຫ້​ເຍົາວະ​ຊົນ​ລາວ​
ພາກັນ​ຫັນ​ໄປ​ຊົມ​ໃຊ້ ​ຢາ​ເສບ​ຕິດ​ເພີ່ມ​ຂຶ້ນນັບ​ມື້​ອີກ​ດ້ວຍ ​ໂດຍ​
ສະ​ເພາະ​ແມ່ນ​ການ​ເສບ​ຢາ​ບ້າ ​ໃນ​ກຸ່ມ​ນັກຮຽນ-ນັກ​ສຶກສານັ້ນ
ຖື​ເປັນ​ບັນຫາ​ທີ່​ໜ້າ​ເປັນຫ່ວງ​ທີ່​ສຸດ. ​

ໂດຍ​ເຖິງ​ແມ່ນ​ວ່າ ​ກະຊວງ​ສຶກສາ​ທິການແລະ​ກິລາ​ ຈະ​ໄດ້
​ພະຍາຍາມ​ແກ້​ໄຂ​ບັນຫາ​ດັ່ງກ່າວແລ້ວ​ກໍ​ຕາມ ​ແຕ່​ກໍ​ຍັງ​ບໍ່​ສາມາດ​ເຮັດ​ໃຫ້​ສະພາບ​ການດີ​
ຂຶ້ນ​ໄດ້​ເລີຍ ດັ່ງ​ທີ່​ນາຍຄູ​ທ່ານ​ນຶ່ງ​ ໄດ້​ຢືນຢັນ​ວ່າ:

“ພວກ​ຂ້າພະ​ເຈົ້າກະ​ພະຍາຍາມ​ແກ້​ ຕັ້ງ​ແຕ່​ຮອດສະຖານ​ທີ່​ຫຼິ້ນ​ທ່ຽວ ນອກຈາກນັ້ນ​
ກໍ​ກວດກາຈຸດ​ເດັກ​ນ້ອຍ​ມັກ​ເຂົ້າ​ໄປ​ຫຼິ້ນ ຈັດ​ແບ່ງ​ເດັກນ້ອຍພວກ​ນີ້​ໃຫ້ມັນ​ໄດ້ ​ໃນ​ລະ
ດັບ​ໃດ​ຫຼ່ະ ຄວນ​ສຶກສາອົບ​ລົມສໍ່າ​ໃດ ​ໃນ​ລະດັບ​ໃດ​ຄວນ​ຮຽກ​ເຊີນ​ພໍ່​ແມ່​ຜູ້​ປົກຄອງ
ມາ​ເວົ້າ​ມາ​ວ່າ​ມາ​ຕັກ​ມາ​ເຕືອນ​ ຕາມນະ​ໂຍບາຍ​ທີ່​ວ່າ​ ສັງຄົມ ຄອບຄົວ​ ​ໂຮງຮຽນ
ຊ່ວຍ​ກັນ​ອົບ​ລົມ.”


ຄະນະ​ກໍາມະການ​ຄວບ​ຄຸມ​ແລະ​ກວດກາ​ຢາ​ເສບ​ຕິດ​ແຫ່ງ​ຊາດ ​ໄດ້​ດໍາ​ເນີນການ​ສຸ່ມກວດ​
ນໍ້າປັດສາວະ ຂອງ​ນັກຮຽນ-ນັກ​ສຶກສາ ​ໂດຍ​ບໍ່​ໄດ້​ແຈ້ງ​ລ່ວງ​ໜ້າ ຢູ່​ໃນ​ເຂດ 145 ​ເມືອງ​ໃນ
​ທ້າຍ​ປີ 2012 ຊຶ່ງ​ພົບ​ວ່າ ​ມີ​ນັກຮຽນ-ນັກ​ສຶກສາ​ຫຼາຍ​ກວ່າ 6 ໝື່ນ​ຄົນ ທີ່​ໃຊ້​ຢາ​ເສບຕິດ ​
ໂດຍ​ເພີ່ມ​ຂຶ້ນຈາກ​ປີ 2011 ຫຼາຍ​ກວ່າ 1 ໝື່ນ​ຄົນ ຈຶ່ງ​ເຊື່ອ​ວ່າ​ ມີ​ນັກ​ຮຽນ-ນັກ​ສຶກສາລາ​ວ
ຫຼາຍ​ກວ່າ 8 ໝື່ນ​ຄົນ​ ທີ່​ຊົມ​ໃຊ້​ຢາ​ເສບ​ຕິດ​ໃນ​ທຸກ​ມື້​ນີ້​.
XS
SM
MD
LG