ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫຼວດລາວ ຈັບຜູ້ຕ້ອງຫາໄດ້ເຖິງ 13,935 ຄົນ ແລະຢຶດຢາເສບຕິດ ກັບສານເຄມີ​ຕົ້ນ ໄດ້ລວມກັນ ເກີນກວ່າ 80 ໂຕນ ໃນ 2 ປີທີ່ຜ່ານມາ


ກຸ່ມນັກຄ້າຢາເສບຕິດ ທີ່ຖືກຈັບໄດ້ຢູ່ໃນປະເທດໄທ.
ກຸ່ມນັກຄ້າຢາເສບຕິດ ທີ່ຖືກຈັບໄດ້ຢູ່ໃນປະເທດໄທ.

ທາງການຕໍາຫຼວດລາວ ຈັບຜູ້ຕ້ອງຫາໄດ້ເຖິງ 13,935 ຄົນ ແລະຢຶດຢາເສບຕິດ ກັບສານເຄມີທີ່ນໍາໃຊ້ເຂົ້າໃນການຜະລິດຢາເສບຕິດໄດ້ລວມກັນເກີນກວ່າ 80 ໂຕນ ຈາກປະຕິບັດການປາບປາມຢາເສບຕິດໃນ 2 ປີທີ່ຜ່ານມາ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ເຈົ້າໜ້າທີ່ປະສານງານຕ່າງປະເທດ ດ້ານການປາບປາມການຄ້າຢາເສບຕິດຢ່າງໃກ້ຊິດລະຫວ່າງໄທກັບລາວໃນໄລຍະ 2 ປີມານີ້ ໄດ້ເປັນຜົນ ເຮັດໃຫ້ທາງການຂອງທັງ 2 ຝ່າຍສາມາດສະກັດກັ້ນ ແລະປາບປາມການຄ້າຢາເສບຕິດຢູ່ເຂດຊາຍແດນລະຫວ່າງ 2 ປະເທດໄດ້ຢ່າງມີປະສິດທິພາບສູງຂຶ້ນ ເຊິ່ງເຫັນໄດ້ຈາກການທີ່ຕໍາຫຼວດໄທ ສາມາດຈັບນັກຄ້າຢາເສບຕິດໄດ້ຫຼາຍກວ່າ 1 ແສນຄົນ ແລະ ຂະ ຫຍາຍຜົນຈາກການສອບສວນ ໄປສູ່ການຢຶດຊັບສິນຂອງຜູ້ຕ້ອງຫາໄດ້ຫຼາຍກວ່າ 17,000 ລ້ານບາດ ໃນຂະນະທີ່ທາງການລາວ ກໍສາມາດຈັບນັກຄ້າຢາເສບຕິດໄດ້ເຖິງ 13,935 ຄົນ, ໃນນີ້ລວມມີຜູ້ຕ້ອງຫາສັນຊາດຈີນ, ມຽນມ້າ, ຫວຽດນາມ ແລະໄທອີກ 2,083 ຄົນ.

ສ່ວນຢາເສບຕິດ ແລະສານເຄມີທີ່ທາງການລາວຢຶດໄດ້ຈາກການຈັບກຸມໃນໄລຍະດັ່ງກ່າວນີ້ກໍມີນໍ້າໜັກລວມເກີນກວ່າ 80 ໂຕນ, ເປັນຕົ້ນແມ່ນຢາບ້າທີ່ຢຶດໄດ້ຫຼາຍກວ່າ 285 ລ້ານເມັດ, ຜົງຢາບ້າຫຼາຍກວ່າ 59 ກິໂລກຣາມ, ຢາໄອຊ໌ຫຼາຍກວ່າ 7,193 ກິໂລກຣາມ, ເຮໂຣອິນຫຼາຍກວ່າ 507 ກິໂລກຣາມ, ກັນຊາແຫ້ງຫຼາຍກວ່າ 20 ໂຕນ, ຝິ່ນຫຼາຍກວ່າ 380 ກິໂລກຣາມ, ເຄຕາມິນຫຼາຍກວ່າ 2.5 ໂຕນ, ຢາອີຫຼາຍກວ່າ 20 ກິໂລກຣາມ, ຄາເຟອິນຫຼາຍກວ່າ 168 ກິໂລກຣາມ, ໂຄເຄນຫຼາຍກວ່າ 3 ກິໂລກຣາມ, ສານເຄມີທີ່ນໍາໃຊ້ເຂົ້າໃນການຜະລິດຢາເສບຕິດຫຼາຍກວ່າ 51 ໂຕນ, ພ້ອມດ້ວຍອາວຸດປືນ-ຍານພາຫະນະ ແລະອຸປະກອນສື່ສານທີ່ທັນສະໄໝອີກຫຼາຍກວ່າ 3 ໝື່ນລາຍການ.

ຍິ່ງໄປກວ່ານັ້ນ, ການກະທໍາຜິດກ່ຽວກັບຢາເສບຕິດ ຍັງຖືເປັນຄະດີຄວາມທາງອາ ຍາ ທີ່ມີການຟ້ອງຮ້ອງຕໍ່ສານປະຊາຊົນລາວຫຼາຍທີ່ສຸດອີກດ້ວຍ ເຖິງແມ່ນວ່າຈະເກີດການລະບາດພະຍາດໄວຣັສໂຄວິດ-19 ຢ່າງຮຸນແຮງກໍຕາມ, ແຕ່ບໍ່ໄດ້ເຮັດໃຫ້ການລັກລອບຂົນສົ່ງ ແລະການຄ້າຂາຍຢາເສບຕິດຫຼຸດລົງແຕ່ຢ່າງໃດ, ກົງກັນ ຂ້າມ ຍັງປາກົດວ່າມີການລັກລອບຢ່າງເປັນຂະບວນການ ທີ່ມີລັກສະນະຂ້າມຊາດ ແລະມີເຄືອຂ່າຍຢ່າງກວ້າງຂວາງ ທັງໃນລາວ ແລະຕ່າງປະເທດ, ທັງທີ່ລັດຖະ ບານລາວ ກໍໄດ້ປະກາດເປັນວາລະແຫ່ງຊາດແລ້ວວ່າ ຈະປາບປາມການຄ້າຢາເສບຕິດໃຫ້ໄດ້ຢ່າງສົມບູນໃນປີ 2023 ກໍຕາມ, ແຕ່ວ່າ ກໍຄົງຈະເປັນໄປໄດ້ຍາກ ະມີຂໍ້ສົງໄສອີກວ່າ ໄດ້ມີການປາບປາມຢ່າງແທ້ຈິງແລ້ວຫຼືຍັງ, ດັ່ງທີ່ປະຊາຊົນລາວໃຫ້ທັດສະນະວ່າ:

“ນາຍບ້ານແຕ່ລະບ້ານນີ້ ຕ້ອງໄດ້ກວດສອບຄັກໆ ບໍ່ແມ່ນວ່າເຮັດພໍກະເທີນ ແຕ່ວ່າເຮົາຊິເຮັດແນວໃດເພື່ອທີ່ວ່າ ບໍ່ຢາກໃຫ້ມັນເກີດຂຶ້ນແນວນີ້ນະ, ເຮັາຕ້ອງເດັດ ດ່ຽວ ເພື່ອວ່າຢາກໃຫ້ປະເທດຊາດ ຫຼືວ່າສັງຄົມເຮົາໃຫ້ມັນດີ ໃຫ້ມັນຈະເລີນພັດ ທະນາ ປາບປາມຜູ້ທີ່ວ່າເຂົາຂາຍຢາບ້າສາກ່ອນ ເອົາທີ່ວ່າຫົວໜ້າມັນທີ່ວ່າຂາຍຫັ່ນກ່ອນ ແລ້ວກະວ່າຄົນທີ່ກິນຢາບ້າອິຫຍັງ? ເຮົາຈັງເອົາມາບໍາບັດເອົາຈັງຊີ້ໜະ ຫຼັກໆສຸດກະຄືປາບຫົວໜ້າມັນ ປາບຜູ້ທີ່ເຂົາຫັ່ນໃຫ້ໄດ້ສາກ່ອນ.”

ທັງນີ້, ການກໍ່ອາຊະຍາກໍາທີ່ພົວພັນກັບການຄ້າຢາເສບຕິດ ໄດ້ສົ່ງຜົນກະທົບຕໍ່ຊີ ວິດຄວາມເປັນຢູ່ຂອງປະຊາຊົນລາວຢ່າງກວ້າງຂວາງ ແລະເຖິງແມ່ນວ່າຈະໄດ້ເພີ້ມມາດຕະການເຂັ້ມງວດໃນການປາບປາມຫຼາຍກວ່າທຸກໄລຍະທີ່ຜ່ານມາກໍຕາມ ແຕ່ກໍຍັງບໍ່ສາມາດຮັບມືກັບບັນຫາໄດ້ຢ່າງເທົ່າທັນ ຍ້ອນກໍາລັງເຈົ້າໜ້າທີ່ມີນ້ອຍ ແຕ່ມີຜູ້ກະທໍາຜິດຈໍານວນຫຼາຍ ທັງຍັງເປັນແກັງອາຊະຍາກໍາຂ້າມຊາດ ທີ່ໃຊ້ອຸປະ ກອນສື່ສານທີ່ທັນສະໄໝ ຈຶ່ງເປັນການຍາກທີ່ຈະຕິດຕາມເພື່ອຈັບກຸມໄດ້ຢ່າງທັນທີ, ດັ່ງທີ່ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຖະແຫຼງໃນໂອກາດວັນຕ້ານຢາເສບຕິດສາກົນ 26 ມິຖຸນາ 2023 ນີ້ວ່າ:

“ປັດຈຸບັນ, ການຄ້າຂາຍຢາເສບຕິດ ໄດ້ກາຍເປັນຂະບວນການຂ້າມຊາດທີ່ລັດຖະ ບານຕໍ່ຕ້ານຢ່າງແຂງແຮງແລະແກ້ໄຂຢ່າງຕໍ່ເນື່ອງປານໃດກໍຕາມ, ແຕ່ການຜະລິດ ການຄ້າຂາຍ ການຈໍາໜ່າຍ ການນໍາໃຊ້ ການລໍາລຽງຂົນສົ່ງສິ່ງເສບຕິດ ກໍຍັງບໍ່ຫຼຸດລົງ ແລະມີທ່າອ່ຽງເພີ້ມຂຶ້ນຢ່າງໜ້າເປັນຫ່ວງ ຍ້ອນເຫັນໄດ້ໃນໄພອັນຕະລາຍ ແລະຄວາມຈໍາເປັນພາວະວິໄສ ໃນການແກ້ໄຂບັນຫາຢາເສບຕິດໃຫ້ເດັດຂາດໃນຊຸມປີຜ່ານມາ ພັກ-ລັດຖະບານ ໄດ້ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023.”

ໂດຍຄ້າຍຄຸມຂັງ ແລະດັດສ້າງໃນທົ່ວປະເທດລາວ ມີນັກໂທດທັງໝົດຫຼາຍກວ່າ 20,000 ຄົນ, ໃນນີ້ເປັນນັກໂທດປະຫານຊີວິດ 603 ຄົນ, ແລະນັກໂທດທີ່ຂັງຄຸກຕະຫຼອດຊີວິດ 996 ຄົນ.

XS
SM
MD
LG