ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຳຫຼວດລາວ ຍອມຮັບວ່າ ມີຊາວ ຈີນ ລັກລອບເດີນທາງ ເຂົ້າມາ ລາວ ເພີ່ມຂຶ້ນນັບມື້


ລາວ ສົ່ງຄົນ ຈີນ ທີ່ລະເມີດກົດໝາຍໃນລາວ ກັບຄືນປະເທດ.
ລາວ ສົ່ງຄົນ ຈີນ ທີ່ລະເມີດກົດໝາຍໃນລາວ ກັບຄືນປະເທດ.

ຕຳຫຼວດລາວ ຍອມຮັບວ່າ ຊາວ ຈີນ ລັກລອບເດີນທາງເຂົ້າມາ ລາວ ເພີ່ມຂຶ້ນນັບມື້ ຊຶ່ງສ່ວນໃຫຍ່ກໍແມ່ນນັກຫຼິ້ນການພະນັນທີ່ພົວພັນກັບແກັ່ງອາຊະຍາກອນ ຈີນ ທີ່ໄດ້ຮັບການຊ່ວຍເຫຼືອຈາກພະນັກ ງານລັດໃນ ລາວ.


ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບແຂວງຫຼວງນໍ້າທາ ເປີດເຜີຍວ່າພະແນກປ້ອງກັນຄວາມສະຫງົບແຂວງຫຼວງນໍ້າທາ ໄດ້ສົ່ງມອບຊາວ ຈີນ 127 ຄົນໃຫ້ກັບທາງການຕຳຫຼວດແຂວງຢຸ່ນໜານຂອງ ຈີນ ເມື່ອບໍ່ດົນມານີ້ ໂດຍຊາວ ຈີນ ທັງ 127 ຄົນດັ່ງກ່າວໄດ້ພາກັນລັກລອບເດີທາງເຂົ້່າມາໃນ ລາວ ໂດຍຜິດກົດໝາຍ ແລະ ຖືກຈັບກຸມຕົວໄດ້ຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳໃນແຂວງບໍ່ແກ້ວ ຊຶ່ງຈາກການສືບສວນກໍພົບວ່າຊາວ ຈີນ ທັງ 127 ຄົນດັ່ງກ່າວມີສ່ວນພົວພັນກັບແກັ່ງອາຊະຍາກອນ ຈີນ ທີ່ເຂົ້າມາເຄື່ອນໄຫວກໍ່ອາຊະຍາກຳໃນ ລາວ ທີ່ກ່ຽວຂ້ອງກັບການຄ້າຢາເສບຕິດ, ການຄ້າມະນຸດ ແລະ ການພະນັນທີ່ມີພະນັງານຂອງລັດຖະບານ ລາວ ພົວພັນດ້ວຍນັ້ນ ດັ່ງທີ່ເຈົ້າ ໜ້າທີ່ຂອງ ລາວ ໃຫ້ການຢືນຢັນວ່າ

“ໄລຍະໝໍ່ໆມານີ້ ປກສ ແຂວງບໍ່ແກ້ວໄດ້ຈັດສົ່ງຊາວ ຈີນ ໃຫ້ດ່ານບໍ່ເຕັນພວກເຮົາຈຳນວນ 127 ຄົນ ໃນຈຳນວນນີ້ມັນຈະລັກມາເທື່ອນ້ອຍເນາະ ລັກມາທາງນ້ອຍ, ທາງປ່າ. ໃນນັ້ນມັນກະສິມີ ເບື້ອງ ລາວ, ເບື້ອງ ຈີນ ໃນການມາຮັບ-ສົ່ງ ລັກລອບເຈົ້າໜ້າທີ່ຢູ່ບັນດາຈຸດຕ່າງໆ ແລະ ຈຸດປະສົງທີ່ເຂົາເຈົ້າໄປນັ້ນກະຖືວ່າໄປກາສິໂນແຂວງບໍ່ແກ້ວ ເມື່ອໄປຮອດກາສິໂນແລ້ວ ຖືກເຈົ້າໜ້າທີ່ກວດກາພົບເຫັນກະຖືວ່າໄດ້ຈັບສົ່ງໄປໃຫ້ພວກເຮົາຕາມລະບຽບ ແລະ ພວກເຮົາກະໄດ້ສົ່ງຜູ້ກ່ຽວນີ້ໃຫ້ດ່ານບໍ່ຫານນີ້ເປັນທາງການຕາມກົນໄກຂອງເພິ່ນຫັ້ນ.”

ສ່ວນທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ກໍຍອມຮັບວ່າການກໍ່ອາຊະຍາກຳກ່ຽວຂ້ອງກັບການຄ້າຢາເສບຕິດ,​ ການຄ້າມະນຸດ ແລະ ການຫຼິ້ນການພະນັນທີ່ພົວພັນກັບແກັ່ງຈາກ ຈີນ ໂດຍມີພະນັງງານຂອງທາງການ ລາວ ເຂົ້າໄປມີສ່ວນກ່ຽວຂ້ອງນັ້ນມີທ່າອຽງເພີ່ມຂຶ້ນນັບມື້ ຊຶ່ງເຫັນໄດ້ຈາກການຈັບກຸມ ແລະ ຍຶດຢາບ້າໄດ້ຫຼາຍກວ່າ 17 ລ້ານເມັດໃນປີ 2019 ທີ່ຜ່ານມາ ສ່ວນໃນປີ 2020 ນີ້ເຖິງແມ່ນວ່າຈະເກີດການລະບາດຂອງພະຍາດໄວຣັສ COVID-19 ທີ່ເຮັດໃຫ້ລັດຖະ ບານ ລາວ ຕ້ອງດຳເນີນມາດຕະການປິດຊາຍແດນທຸກດ້ານທີ່ຕິດຕໍ່ກັບປະເທດເພື່ອນບ້ານກໍຕາມ, ແຕ່ວ່າກໍຍັງປາກົດມີການລັກລອບຂົນສົ່ງຢາເສບຕິດເກີດຂຶ້ນຢູ່ເລື້ອຍມາ ອັນລວມເຖິງອາຊະຍາກຳອື່ນໆທີ່ມີພະນັກງານລັດເຂົ້າໄປມີສ່ວນພົວພັນດ້ວຍນັ້ນ ຈຶ່ງເຮັດໃຫ້ທາງການແຂວງບໍ່ແກ້ວ ໄດ້ເພີ່ມມາດຕະການເຂັ້ມງວດເຂົ້າໃນການປ້ອງກັນ ແລະ ປາບປາມຫຼາຍຂຶ້ນຢູ່ໃນເຂດ 39 ບ້ານທີ່ເມືອງຕົ້ນເຜິ້ງ ອັນເປັນທີ່ຕັ້ງຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ທັງຍັງໄດ້ລົງໂທດພະນັກງານລັດທີ່ມີສ່ວນພົວພັນໃນອາຊະຍາກຳດ້ວຍ ດັ່ງທີ່ທ່ານ ບົວຄົງ ຢືນຢັນວ່າ

“ພວກຂ້າພະເຈົ້າໄດ້ຫັນເອົາກຳລັງພະນັກງານ, ທະຫານ, ຕຳຫຼວດ ລົງກໍ່ສ້າງຮາກຖານ, ການເມືອງ, ແກ້ໄຂປາກົດການຫຍໍ້ທໍ້ໃນ 39 ບ້ານຈຸດສຸມຕັ້ງແຕ່ທ້າຍປີ 2018 ແລ້ວກະມາຮອດດຽວນີ້ ກະຍັງສືບຕໍ່ໃນການປະຕິບັດໜ້າທີ່ວຽກງານຢູ່ ໃນການລົງນີ້ແມ່ນໄດ້ແກ້ໄຂບັນຫາຢາເສບຕິດ, ບັນຫາການຄ້າມະນຸດ, ຄຸ້ມຄອງແຮງງານ, ບັນຫາການເຄື່ອນໄຫວສາສະໜາທີ່ບໍ່ຖືກຕ້ອງ, ການເຄື່ອນຍ້າຍຕັ້ງຖິ່ນຖານຂອງພົນລະເມືອງ, ການປັບປຸງສ້າງຄວາມເຂັ້ມແຂງໃຫ້ແກ່ອຳນາດການປົກຄອງບ້ານໃນການຄຸ້ມຄອງສຳມະໂນຄົວ, ການຄ້າຂາຍເຖື່ອນ.

ນັບຕັ້ງແຕ່ເດືອນກໍລະກົດ 2020 ເປັນຕົ້ນມາ ທາງການແຂວງບໍ່ແກ້ວໄດ້ຈັບກຸມ ລະ ສົ່ງຊາວ ຈີນ ທີ່ລັກລອບເດີນທາງເຂົ້າມາລາວໂດຍຜິດກົດໝາຍກັບຄືນໄປ ຈີນ ຫຼາຍກວ່າ 500 ຄົນ ຊຶ່ງນອກຈາກຈະເປັນສ່ວນນຶ່ງຂອງມາດຕະການປ້ອງກັນການລະບາດຂອງພະຍາດໄວຣັສ COVID-19 ໃນ ລາວ ແລ້ວກໍຍັງມີສາເຫດມາຈາກເຫດການທີ່ຊາວ ຈີນ ໄດ້ສັງຫານຊາວ ຈີນ ດ້ວຍກັນເຖິງ 4 ສົບ ແລະ ພະຍາຍາມຫຼົບໜີໄປກັບພັນລະຍາ ພ້ອມດ້ວຍເງິນ ຈີນ 8 ແສນຢວນ, ເງິນໄທ 5 ໝື່ນບາດ ແລະ ຊິບພະນັນ 1 ແສນຢວນ.

ສ່ວນໃນປີ 2018-2019 ທາງການ ລາວ ໄດ້ຈັບກຸມອາຊະຍາກອນຊາວ ຈີນ ທີ່ກະທຳຄວາມຜິດໃນ ລາວ ແລະ ໄດ້ສົ່ງຕົວໃຫ້ກັບທາງການ ຈີນ ຈຳນວນ 313 ຄົນທີ່ຮ່ວມກັນສໍ້ໂກງເງິນຈາກຊາວ ຈີນ ດ້ວຍກັນໂດຍຜ່ານລະບົບອິນເຕີແນັດເກີນກວ່າ 1,200 ກໍລະນີທີ່ຄິດເປັນມູນຄ່າໃນການສໍ້ໂກງຫຼາຍກວ່າ 100 ລ້ານຢວນ. ທາງດ້ານສະຫະພັນແມ່ຍິງ ລາວ ລາຍງານວ່າໄດ້ໃຫ້ການຊ່ວຍເຫຼືອແມ່ຍິງ ລາວ ທີ່ຕົກເປັນເຫຍື່ອແຂງແກັ່ງຄ້າມະນຸດຂ້າມຊາດ 146 ຄົນທີ່ຕົກເປັນເຫຍື່ອຂອງການຄ້າມະນຸດໃນ ຈີນ, ໄທ ແລະ ຫວຽດນາມ.

XS
SM
MD
LG