ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດລາວຍອມຮັບວ່າ ມີອາດຊະຍາກຳ ຢູ່ຕາມຊາຍແດນລາວ ກັບປະເທດເພື່ອນບ້ານ ເພີ່ມຂຶ້ນຢ່າງຕໍ່ເນື່ອງ


ເງິນທີ່ຍຶດໄດ້ຈາກພວກຫລິ້ນການພະນັນທີ່ຜິດກົດໝາຍໃນລາວ
ເງິນທີ່ຍຶດໄດ້ຈາກພວກຫລິ້ນການພະນັນທີ່ຜິດກົດໝາຍໃນລາວ

ຕຳຫຼວດລາວຍອມຮັບວ່າ ບັນຫາອາດຊະຍາກຳ ທີ່ຢູ່ຊາຍແດນລາວກັບປະເທດເພື່ອນບ້ານເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສ່ວນໃຫຍ່ແລ້ວກໍແມ່ນອາຊະຍາກຳ ທີ່ພົວພັນກັບກຸ່ມແກ່ງອາຊະຍາກອນຈີນ, ຫວຽດນາມແລະໄທ, ຊົງລິດໂພນເງິນ ມີລາຍງານມາຈາກບາງກອກ.

ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ຫລື ປກສໃນແຂວງຫຼວງນໍ້າທາ ເປີດເຜີຍວ່າ ໃນທ້າຍປີ 2020 ທີ່ຜ່ານມາ, ຜະແນກປ້ອງກັນຄວາມສະຫງົບແຂວງຫຼວງນໍ້າທາ ໄດ້ນຳສົ່ງຕົວຊາວຈີນ 127 ຄົນ ໃຫ້ຕຳຫຼວດແຂວງຢຸນນານຂອງຈີນ ໂດຍຊາວຈີນທັງໝົດ 127 ຄົນດັ່ງກ່າວໄດ້ພາກັນລັກລອບເຂົ້າເດີນທາງເຂົ້າມາໃນລາວ ໂດຍຜິດກົດໝາຍ ແລະຖືກຈັບກຸມຕົວ ໄດ້ຢູ່ໃນເຂດເສຖກິດພິເສດສາມຫລ່ຽມຄຳທີ່ແຂວງບໍ່ແກ້ວ ຊຶ່ງຈາກການສືບສວນ ນອກນັ້ນກໍຍັງພົບວ່າຊາວຈີນທັງໝົດ 127 ຄົນດັ່ງກ່າວ ມີສ່ວນພົວພັນກັບກຸ່ມແກ່ງອາຊະຍາກອນຈີນທີ່ເຂົ້າມາ ເຄື່ອນໄຫວ ກໍ່ອາຊະຍາກໍາ ທີ່ກ່ຽວຂ້ອງກັບການຄ້າຢາເສບຕິດ, ການຄ້າມະນຸດແລະການພະນັນ ທີ່ມີລັກສະນະ ເປັນອາຊະຍາກໍາຂ້າມຊາດອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ ປກສ ເມືອງຫຼວງນໍ້າທາໄດ້ຢືນຢັນວ່າ:

"ກຸ່ມຄົນບໍ່ຫວັງດີບໍ່ລົດລະຕໍ່ເຈດຈໍານົງຫວັງມ້າງເພທຳລາຍ, ກໍ່ຄວາມບໍ່ສະຫງົບດ້ວຍຫຼາຍຮູບແບບ ເຊັ່ນ: ດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ສາສະໜາ, ນັກສືບ ສອດແນມ ກໍ່ໃຫ້ເກີດເຫດການຍຸຍົງ ສົ່ງເສີມ ໃຫ້ເກີດມີປາກົດການຫຍໍ້ທໍ້ເກີດຂຶ້ນໃນສັງຄົມ ແຜ່ລາມຢ່າງກວ້າງຂວາງ ກໍ່ໃຫ້ເກີດອາຊະຍາກຳຢາເສບຕິດ, ກໍ່ອາລະວາດ, ຕີກັນຢູ່ຕາມສະຖານທີ່ສາທາລະນະ, ຂີ້ລັກງັດແງະ, ຕົວະຍົວະ, ຫລອກລວງ, ຄ້າມະນຸດ, ຄ້າເຖື່ອນ ຫລິ້ນການພະນັນເຖື່ອນ ແລະບັນຫາຄະດີອາຍາຕ່າງໆ."

ການສົ່ງຄົນຈີນທີ່ລັກລອບເຂົ້າມາລາວ ແລະເຮັດຜິດກົດໝາຍດ້ານອື່ນໆກັບຄືນປະເທດໃນປີ 2019
ການສົ່ງຄົນຈີນທີ່ລັກລອບເຂົ້າມາລາວ ແລະເຮັດຜິດກົດໝາຍດ້ານອື່ນໆກັບຄືນປະເທດໃນປີ 2019

ທ່ານບົວຄົງ ນາມມະວົງ, ເຈົ້າແຂວງ ແຂວງບໍ່ແກ້ວ ກໍຍອມຮັບວ່າອາຊະຍາກຳກ່ຽວຂ້ອງກັບການຄ້າຂາຍຢາເສບຕິດ, ການຄ້າມະນຸດ ແລະການຫລິ້ນການພະນັນ ທີ່ພົວພັນກັບກຸ່ມແກ່ງຈາກຈີນ ໂດຍທີ່ມີພະນັກງານຂອງ ລັດຖະບານລາວ ເຂົ້າໄປມີສ່ວນກ່ຽວຂ້ອງດ້ວຍນັ້ນ ກໍມີທ່າອ່ຽງເພີ້ມຂຶ້ນນັບມື້ ເຫັນໄດ້ຈາກການຈັບກຸມ ແລະຍຶດຢາບ້າໄດ້ເກີນກວ່າ 17 ລ້ານເມັດ ໃນປີ 2019 ແລະເຖິງແມ່ນວ່າ ຈະເກີດບັນຫາການລະບາດຂອງໄວຣັສ ໂຄວິດ-19 ໃນປີ 2020 ທີ່ເຮັດໃຫ້ລັດຖະບານລາວ ຕ້ອງດໍາເນີນມາດຕະການປິດຊາຍແດນທຸກດ້ານທີ່ຕິດຕໍ່ກັບປະເທດເພື່ອນບ້ານກໍ່ຕາມ ຫາກແຕ່ວ່າ ກໍຍັງປາກົດມີການລັກລອບຂົນສົ່ງຢາເສບຕິດເກີດຂຶ້ນຢູ່ເລື້ອຍມາ ຈຶ່ງ ເຮັດໃຫ້ທາງການແຂວງບໍ່ແກ້ວ ໄດ້ເພີ່ມມາດຕະການເຂັ້ມງວດເຂົ້າໃນການປ້ອງກັນ ປາບປາມຫຼາຍຂຶ້ນ ຢູ່ໃນ 39 ບ້ານຂອງເມືອງຕົ້ນເຜິ້ງ ອັນເປັນທີ່ຕັ້ງຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ທັງຍັງໄດ້ລົງໂທດພະນັກງານລັດ ທີ່ມີສ່ວນກ່ຽວພັນໃນອາຊະຍາກຳດັ່ງກ່າວອີກດ້ວຍ.

ໃນຊ່ວງ 6 ເດືອນ ທ້າຍປີ 2020 ທາງການແຂວງບໍ່ແກ້ວ ໄດ້ຈັບກຸມ ແລະສົ່ງຊາວຈີນທີ່ລັກລອບເດີນທາງ ເຂົ້າມາລາວ ໂດຍຜິດກົດໝາຍກັບຄືນໄປຈີນ 500 ກວ່າຄົນທີ່ເປັນສ່ວນນຶ່ງໃນມາດຕະການ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ໃນລາວ. ສ່ວນໃນປີ 2018-2019 ທາງການ ລາວ ໄດ້ຈັບກຸມອາຊະຍາກອນຊາວຈີນ ທີ່ກະທຳຄວາມຜິດໃນລາວ ແລະ ໄດ້ສົ່ງຕົວໃຫ້ກັບທາງການ ຈີນ ຈຳນວນ 313 ຄົນທີ່ຮ່ວມກັນສໍ້ໂກງເງິນຈາກຊາວ ຈີນ ດ້ວຍກັນໂດຍຜ່ານລະບົບອິນເຕີແນັດເກີນກວ່າ 1,200 ກໍລະນີ ທີ່ຄິດເປັນມູນຄ່າໃນການສໍ້ໂກງຫຼາຍກວ່າ 100 ລ້ານຢວນ. ທາງດ້ານສະຫະພັນແມ່ຍິງ ລາວ ລາຍງານວ່າໄດ້ໃຫ້ການຊ່ວຍເຫຼືອແມ່ຍິງ ລາວ ທີ່ຕົກເປັນເຫຍື່ອແຂງແກັ່ງຄ້າມະນຸດຂ້າມຊາດ 146 ຄົນທີ່ຕົກເປັນເຫຍື່ອຂອງການຄ້າມະນຸດໃນ ຈີນ, ໄທ ແລະ ຫວຽດນາມ ໂດຍສະເພາະ ຢູ່ຊາຍແດນລາວ-ໄທຍັງມີການລັກລົດຍົນອີກດ້ວຍທັງນີ້ 50 ເປີເຊັນ ຂອງລົດຍົນທີ່ຖືກລັກທັງໝົດນັ້ນຈະຖືກສົ່ງມາຂາຍໃນລາວ ດັ່ງທີ່ເຈົ້າໜ້າທີ່ຕໍາຫລວດໄທໄດ້ໃຫ້ການຢືນຢັນວ່າ:
"ລົດທີ່ໄດ້ຈາກການໂຈລະກໍາອາດຈະເປັນການລັກຫລືວ່າ ການຍັກຍອກມາ ໃນ 50 ຄັນ ນີ້ ພວກເຮົາພົບລົດສອງປະເພດ ຊຶ່ງກວດຢຶດໄດ້ມາຈາກການໂຄລະກໍາຜ່ານແມ່ນໍ້າຂອງ, ລ່ອງເຮືອ, ລ່ອງແພຂ້າມໄປ, ຫລືບໍ່ ກໍຜ່ານຂົວມິດຕະພາບທີ່ມີຢູ່ແລ້ວ. ອີກສ່ວນນຶ່ງກໍຄືລົດເຫລົ່ານີ້ອາດຈະຖືກນຳໄປສວມທະບຽນ ກັບລົດເກີດອຸ​ປະ​ຕິ​ເຫດ ແລ້ວຢ້ອນກັບມາຂາຍຢູ່ໃນປະເທດໄທ "

ສ່ວນພັນໂທສີສຸວັນ ລາດຊະວົງ, ຫົວໜ້າຫ້ອງການຕໍາຫລວດ ກອງບັນຊາການປ້ອງກັນ ຄວາມສະຫງົບ ໃນນະຄອນວຽງຈັນ ຖະແຫລງວ່າການກວດກາດໂຮງແຮມ ບ້ານພັກ, ຮ້ານກິນດື່ມ ແລະສະຖານບັນເທີງ 2,425 ແຫ່ງໃນນະຄອນຫລວງວຽງຈັນ ພົບວ່າ 109 ແຫ່ງ ທີ່ມີການລັກລອບຂາຍບໍລິສັດທາງເພດ ໂດຍສາມາດ ຈັບກຸມ ຜູ້ກະທຳຜິດໄດ້ 638 ຄົນ, ໃນນນີ້ ລວມມີຊາວຫວຽດນາມ 12 ຄົນ ທີ່ໄດ້ຖືກສົ່ງກັບຄືນໄປຫວຽດນາມແລ້ວ.

ທັງນີ້ສານປະຊາຊົນລາວງານລາຍງານວ່າໃນ 2016-2020 ສານປະຊາຊົນໄດ້ຮັບການຟ້ອງຮ້ອງທັງຄະດີແພ່ງ ແລະອາຍາຈຳນວນທັງໝົດ 37,840 ກໍລະນີ ເພີ້ມຂຶ້ນ 9.81 ເປີເຊັນ ທຽບກັບໄລຍະ 5 ປີກ່ອນໜ້ານີ້ ໂດຍຄະດີແພ່ງ ເພີ້ມຂຶ້ນຫຼາຍກວ່າຄະດີອາຍາ ແລະໃນນີ້ກໍປາກົດວ່າ ຄະດີຢ່າຮ້າງລະຫວ່າງສາມ- ພັນລະຍາ ໄດ້ກວມ
ເອົາເກີນກວ່າ 90 ເປີເຊັນ ຂອງຄະດີທັງໝົດ ທີ່ເປັນການຂັດແຍ້ງໃນຄອບຄົວໃນລາວທົ່ວປະເທດ.

XS
SM
MD
LG