ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາຍົກລັດຖະມົນຕີລາວ ຮຽກຮ້ອງໃຫ້ປະຊາຊົນ ປັບປ່ຽນວິຖີຊີວິດ ເຂົ້າສູ່ຊີວິດປົກກະຕິແບບໃໝ່ ຫຼັງຈາກໂຄວິດ-19


ທ່ານທອງລິດ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ
ທ່ານທອງລິດ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ

ນາຍົກລັດຖະມົນຕີລາວ ຮຽກຮ້ອງຂໍໃຫ້ປະຊາຊົນປັບປ່ຽນການໃຊ້ຊີວິດໄປສູ່ ວິທີແບບ
ໃໝ່ ພາຍຫຼັງໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ຢ່າງ
ໜັກໜ່ວງໃນທົ່ວປະເທດ ຊຶ່ງຊົງລິດໂພນເງິນມີລາຍງານ ຈາກບາງກອກ.

ນາຍົກລັດຖະມົນຕີລາວ ຮຽກຮ້ອງຂໍໃຫ້ປະຊາຊົນປັບປ່ຽນການໃຊ້ຊີວິດໄປສູ່ ວິທີແບບ
ໃໝ່ ພາຍຫຼັງໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ຢ່າງໜັກ
ໜ່ວງໃນທົ່ວປະເທດ ຊຶ່ງຊົງລິດໂພນເງິນມີລາຍງານ ຈາກບາງກອກ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫຼງຕໍ່ກອງປະຊຸມສະໄໝສາມັນ ຄັ້ງທີ 9
ຂອງສະພາແຫ່ງຊາດລາວ ເມື່ອບໍ່ນານມານີ້ວ່າ ດ້ວຍຜົນການກະທົບ ຈາກການລະບາດ
ຂອງພະຍາດໄວຣັສໂຄວິດ-19 ໄດ້ເຮັດໃຫມີຄວາມຈໍາເປັນ ຢ່າງຍິ່ງ ທີ່ປະຊາຊາຊົນບັນ
ດາເຜົ່າ ແລະທຸກພາກສ່ວນໃນລາວຈະຕ້ອງມີການ ປັບປ່ຽນວິຖີຊີວິດການເປັນຢູ່ ຈາກ
ແບບເກົ່າ ໄປສູ່ແບບໃໝ່ ຫຼື New Normal ເພື່ອເຮັດໃຫ້ມີຊີວິດທີ່ປອດໄພ ແລະລອດ
ພົ້ນຈາກໄພຄຸກຄາມ ຂອງໄວຣັສ ໂຄວິດ-19 ໃຫ້ໄດ້ຊຶ່ງກໍຄື ການປັບປ່ຽນເພື່ອເຮັດໃຫ້
ຊີວິດການເປັນຢູ່ຂອງ ປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນ ແລະຂ້າມພົ້ນຈາກບັນຫາຫຍໍ້
ທໍ້ທາງສັງ ຄົມຕ່າງໆ ໃຫ້ໄດ້ຢ່າງແທ້ຈິງດັ່ງທີີ່ທ່ານທອງລຸນ ໄດ້ຖະແຫຼງຮຽກຮ້ອງວ່າ:

ໂຄວິດ ມັນມາປ່ຽນທຸກສິ່ງທຸກຢ່າງໃນໂລກນີ້ ເຮົາຊິບໍ່ປ່ຽນບໍສັງຄົມເຮົາ ຈະ ປ່ອຍໃຫ້ສັງ
ຄົມເຮົາເປັນສັງຄົມຫຼິ້ນກິນຟຸມເຟືອຍຢູ່ແນວນີ້ບໍ່ ເປັນສັງຄົມບໍລິ ໂພກແນວນີ້ບໍ ສັງຄົມທີ່
ໂອ້ອວດ ແລະສະແດງຄວາມຮັ່ງມີລໍ້າລວຍແບບປອມ ແປງແລ່ນນຳວັດຖຸ ເປັນສັງຄົມທີ່
ເຕັມໄປດ້ວຍຄວາມອຸບປະຖໍາ ເປັນສັງຄົມ ທີ່ຍັງຖືກເບື່ອເມົາດ້ວຍສິ່ງຫຍໍ້ທໍ້ຕ່າງໆ ຢາ
ເສບຕິດ ໄພສັງຄົມຫຼືວ່າຈະໃຫ້ມີ ການປ່ຽນແປງວິຖີຊີວິດ.”

ທັງນີ້ສານປະຊາຊົນລາວງານລາຍງານວ່າໃນ 5 ປີຜ່ານມາ ສານປະຊາຊົນ ລາວທຸກຂັ້ນ
ໃນທົ່ວປະເທດໄດ້ຮັບການຟ້ອງຮ້ອງທັງຄະດີແພ່ງ ແລະອາຍາ ຈຳນວນທັງໝົດ 37,840
ກໍລະນີ ເພີ້ມຂຶ້ນ 9.81 ເປີເຊັນ ທຽບກັບໄລຍະ 5 ປີກ່ອນໜ້ານີ້ ໂດຍຄະດີແພ່ງ ເພີ້ມຂຶ້ນ
ຫຼາຍກວ່າຄະດີອາຍາ ໃນນີ້ກໍປາ ກົດວ່າຄະດີຢ່າຮ້າງລະຫວ່າງສາມີ ພັນລະຍາ ໄດ້ກວມ
ເອົາເກີນກວ່າ 90 ເປີເຊັນ ຂອງຄະດີທັງໝົດ ທີ່ເປັນການຂັດແຍ້ງໃນຄອບຄົວໃນລາວ.

ທັງດ້ານອົງການສະຫະປະຊາຊາດ ເພື່ອການລົບລ້າງທຸກການກະທຳທີ່ເປັນການເລືອກ
ປະຕິບັດຕໍ່ເພດຍິງ (CEDAW) ລາຍງານວ່າ ການໃຊ້ຄວາມຕໍ່ຮຸນແຮງ ໃນລາວ ກໍມີທ່າ
ອຽງເພີ້ມຂຶ້ນນັບມື້ ຄືສາເຫດສຳຄັນ ປະການນຶ່ງ ທີ່ເຮັດໃຫ້ມີ ການຢ່າຮ້າງເພີ້ມຂຶ້ນ ຊຶ່ງ
ຈາກການສຳຫຼວດດ້ວຍການສຳພາດແມ່ຍິງລາວ ຈຳນວນ 3,000 ກວ່າຄົນ ທີ່ອາຍຸ 15
ຫາ 64 ປີ ພົບວ່າຫຼາຍກວ່າ 50 ເປີເຊັນ ເຄີຍຖືກກະທໍາຮຸນແຮງຕໍ່ຮ່າງກາຍ ແລະຈິດໃຈ
ໂດຍຜູ້ເປັນສາມີ ຫຼືຄົນຮັກ ແລະກວ່າ 75 ເປີເຊັນຂອງແມ່ຍິງລາວ ທີ່ຖືກກະທໍາຮຸນ
ແຮງດັ່ງກ່າວ ຍັງຄົງມີອາການບາດເຈັບຢູ່ເລື້ອຍມາ ເຖິງປັດຈຸບໍັນນີີ້ອີກດ້ວຍ..

ນອກຈາກນັ້ນ ບັນຫາຄ່າຄ່ອງຊີບ ແລະໃຊ້ຈ່າຍຕ່າງໆພາຍໃນຄົວເຮືອນ ທີີ່ ປັບໂຕສູງ
ຂຶ້ນນັບມື້ ກໍນັບເປັນອີກສາເຫດນຶ່ງ ທີ່ເຮັດໃຫ້ເກີດການຢ່າຮ້າງ ລະຫວ່າງສາມີພັນລະ
ຍາ ໂດຍສະເພາະແມ່ນຄວາມບໍ່ຮັບຜິດຊອບຕໍ່ຄອບ ຄົວຢ່າງເຕັມສ່ວນຂອງຜູ້ເປັນສາມີ
ກໍຍັງໄດ່ສົ່ງຜົນກະທົບເຖິງສະຖານນະພາບ ຂອງຜູ້ເປັນພັນລະຍາ ທີ່ຕ້ອງດິ້ນຮົນໃນ
ການລ້ຽງດູລູກໂດຍລຳພັງ ອີກດ້ວຍ ທັງນີ້ຈາກການເກັບຂໍ້ມູນພາກສະໜາມ ເມື່ອບໍ່ນານ
ມານີ້ ເຮັດໃຫ້ທາງການ ລາວປະເມີນວ່າມີແມ່ຍິງລາວຫຼາຍກວ່າ 15,340 ຄົນ ທີ່ຂາຍ
ບໍລິການທາງ ເພດເປັນອາຊີບ ທີ່ສ່ວນໃຫຍ່ກໍຄືແມ່ຍິງລາວທີ່ຢ່າຮ້າງກັບສາມີທັງຍັງ
ປາກົດ ມີແມ່ຍິງລາວ ທີ່ຖືກຫລອກໃຫ້ແຕ່ງງານກັບຜູ້ຊາຍຊາວຈີນ ເພີ້ມຂຶ້ນອີກດ້ວຍ.

ທັງນີ້ໂດຍທ່ານນາງສຸພາລັກ ພູມສະຫວັດ ຮອງຫົວໜ້າສູນໃຫ້ຄຳປຶກສາປົກ ປ້ອງຜູ້ຍິງ
ແລະເດັກໃນສັງກັດຂອງສະຫະພັນຂອງແມ່ຍິງລາວ ຖະແຫຼງວ່າ ໃນປີ 2019 ສູນໄດ້
ໃຫ້ຄໍາປຶກສາແກ່ປະຊາຊົນໃນທົ່ວປະເທດຈຳນວນ 315 ກໍລະນີ ທີ່ສ່ວນໃຫຍ່ເປັນບັນ
ຫາຂັດແຍ້ງໃນຄອບຄົວ ປັນຫາຄວາມຮັກຂອງ ຊາວໜຸ່ມ ບັນຫາການຄ້າມະນຸດ ແລະ
ບັນຫາການຫລອກລວງໃຫ້ແມ່ຍິງລາວ ແຕ່ງດອງກັບຜູ້ຊາຍຈີນແລ້ວຖືກບັງຄັບໃຫ້ຂາຍ
ບໍລິການທາງເພດໃນຈີນ ຊຶ່ງ ໄດ້ຮັບການຊ່ວຍເຫຼືອ 146 ຄົນໃນປີທີ່ຜ່ານມາ.

ທາງດ້ານອົງການ Human Right Watch ລາຍງານວ່າການບັງຄັບໃຊ້ກົດ ໝາຍໃນ
ໜ່ວຍງານຕ່າງໆຂອງລັດຖະບານລາວ ທັງໃນຂັ້ນສູນກາງ ແລະໃນ ທ້ອງຖິ່ນຍັງເກີດ
ບັນຫາຊັກຊ້າ ແລະບໍ່ມີປະສິດທິພາບໃນທົ່ວປະເທດ ທັງຍັງ ປາກົດວ່າໄດ້ມີການບັງ
ຄັບໃຊ້ກົດໝາຍເກົ່າ ທີ່ຖືກແທນໂດຍກົດໝາຍໃໝ່ໄປ ແລ້ວໂດຍພາຍໃຕ້ສະພາບການ
ດັ່ງກ່າວ ຍັງເຮັດໃຫ້ມີການເລືອກປະຕິບັດກົດ ໝາຍຕໍ່ປະຊາຊົນ ທີ່ຂັດແຍ້ງກັບພະນັກ
ງານລັດກ່ຽວກັບຜົນຜະໂຫຍດໃນທີ່ດິນ

XS
SM
MD
LG