ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກລັດຖະມົນຕີ ລາວ ຢືນຢັນວ່າ ການປາບປາມຢາເສບຕິດໃນລາວ ຍັງບໍ່ເຂັ້ມແຂງ ເພາະຂາດແຄນງົບປະມານ


ຢາບ້າ ທີ່ຖືກຕຳຫລວດ ສປປ ລາວ ຈັບໄດ້.
ຢາບ້າ ທີ່ຖືກຕຳຫລວດ ສປປ ລາວ ຈັບໄດ້.

ນາຍົກລັດຖະມົນຕີລາວຢືນຢັນວ່າ ການປາບປາມຢາເສບຕິດໃນລາວ ຍັງບໍ່ເຂັ້ມແຂງ
ເພາະຂາດແຄນງົບປະມານ ແລະບຸກຄະລາກອນ ທີ່ບໍ່ປະຕິບັດງານຢ່າງຈິງຈັງ ຈຶ່ງເຮັດ
ໃຫ້ມີບັນຫາຢາເສບຕິດໃນທົ່ວໄປເທດ ຊຶ່ງ ຊົງລິດ ໂພນເງິນ ມີລາຍງານຈາກ ບາງກອກ

ທ່ານຄຳພັນ ວິພາວັນ ນາຍົກລັດຖະມົນຕີ ຖະແຫຼງຍອມຮັບວ່າການປາບປາມການຄ້າ
ຢາເສບຕິດໃນລາວຍັງດຳເນີນໄປໂດຍບໍ່ມີຄວາມເຂັ້ມແຂງ ເພາະວ່າລັດຖະບານລາວ
ຂາດແຄນທັງງົບປະມານ, ອຸບປະກອນ ແລະ ບຸກຄະລາກອນທີ່ ປະຕິບັດງານຢ່າງຈິງ
ຈັງ ຈຶ່ງເຮັດໃຫ້ມີບັນຫາຢາເສບຕິດເກີດຂຶ້ນໃນທົ່ວປະເທດ ລາວ ທັງຍັງປາກົດວ່າ
ພະນັກງານລະດັບທ້ອງຖິ່ນທີ່ເກີດມີບັນຫາຢາເສບຕິດນັ້ນ ບໍ່ກ້າຈັບ ແລະດຳເນີນ
ມາດຕະການໃດຕໍ່ບັນດານັກຄ້າຢາເສບຕິດອີກດ້ວຍ ດັ່ງທີ່ ທ່ານ ພັນຄຳ ໄດ້ໃຫ້
ການຢືນຢັນວ່າ

“ສຳລັບບັນຫາເລື້ອງຢາເສບຕິດນີ້ ບັນຫາທີ່ຫຍຸ້ງຍາກອັນອື່ນກະບໍ່ຫຼວງຫຼາຍປານໃດ ອັນ
ສຳຄັນທີ່ສຸດລະແມ່ນດ້ານທຶນຮອນ, ດ້ານພາຫານະ, ອຸບປະກອນຮັບໃຊ້ ອັນນີ້ເຮົາຈຳກັດ
ລັດຖະບານບໍ່ມີທຶນຫຼາຍ. ອັນທີສອງມາລະແມ່ນວ່າຄວາມເຂັ້ມ ແຂງຂອງພາກສ່ວນກ່ຽວ
ຂ້ອງ ແລະອົງການປົກຄອງທ້ອງຖິ່ນບວກກັບຄວາມຮັບຜິດຊອບກໍບໍ່ທັນສູງ ຜູ້ແທນກະເວົ້າ
ຫຼາຍບ້ານ ອັນນັ້ນອັນນີ້ແຕ່ວ່າຢາເສບຕິດຍັງເຕັມຢູ່ ເຫັນບໍ່ ກໍແປວ່າມັນບໍ່ເຂັ້ມແຂງ ກອງ
ຫຼອນ, ປກສ ບ້ານບໍ່ກ້າເຮັດເຮັດອີຫຍັງ.”

ທັງດ້ານພັນເອກ ບົວພັນ ພວງມະນີ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມ
ສະຫງົບຖະແຫຼງວ່າ ສະເພາະໃນຊ່ວງເດືອນສິງຫາ ຫາ ຕຸລາ 2021 ຕຳຫຼວດລາວຈັບກຸມ
ຄະດີຢາເສບຕິດໄດ້ 1,106 ກໍລະນີ ຈັບຜູ້ຕ້ອງຫາໄດ້ 1,562 ຄົນ ໃນນີ້ເປັນຊາວຕ່າງຊາດ
42 ຄົນ ຍຶດຢາບ້າໄດ້ 101.58 ລ້ານເມັດ ອາໄອສ໌ 1,593 ກິໂລກຣາມ, ເຮໂຣອິນກວ່າ 10
ກິໂລກຣາມ, ກັນຊາ ກວ່າ 3,036 ກິໂລກຣາມ, ສານເຄມີ 620 ກິໂລກຣາມ ແລະ ຍານພາ
ຫະນະ, ອາວຸດປືນ ແລະ ອຸປະກອນສື່ສານທີ່ທັນສະໄໝຈຳນວນຫຼາຍກວ່າ 1,500 ລາຍການ.

ສ່ວນເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ (ປກສ) ໃນແຂວງບໍ່ແກ້ວເປີດເຜີຍວ່າ ການຈັບ
ກຸມແລະຍຶດຂອງກາງເປັນຢາບ້າໄດ້ກວ່າ 77 ລ້ານເມັດ, ຢາໄອສ໌ ກ່ວາ 1,537 ກິໂລກ
ຣາມ,ສານເຄມີກວ່າ 220 ກິໂລກຣາມ ແລະອຸບປະກອນທີ່ນຳໃຊ້ໃນການຜະລິດຢາເສບ
ຕິດຢ່າງຄົບສຸດ ພ້ອມທັງຍານພາຫະນະ, ອຸບປະກອນສື່ສານ ແລະ ອາວຸດສົງຄາມອີກຈຳ
ນວນຫຼາຍ ທັງຍັງເປັນການຈັບກຸມ ແລະຍຶດຂອງກາງຈາກແກ້ງຢາເສບຕິດພຽງລາຍດຽວ
ໃນເດືອນເດືອນຕຸລາ ປີ 2021 ທີ່ຜ່ານມາດ້ວຍນັ້ນເຮັດໃຫ້ສາມາດວິເຄາະໄດ້ວ່າການຄ້າ
ຢາເສບຕິດຢູ່ເຂດຊາຍແດນລາວ ກັບປະເທດເພື່ອນບ້ານ ໄດ້ຍົກລະດັບເປັນເຄື່ອຂ່າຍ
ຂະໜາດໃຫຍ່ຂຶ້ນນັບມື້ ທັງໄດ້ມີການຈັດແບ່ງໜ້າທີ່ຮັບຜິດຊອບລະຫວ່າງກັນຢ່າງເປັນ
ລະບົບອີກດ້ວຍ ໂດຍສໍາລັບຄວາມຮັບຜິດຊອບຂອງແກັ້ງໃນລາວ ກໍຄືການຂົນຢາເສບຕິດ
ຈາກເຂດສາມຫຼ່ຽມຄຳ ຜ່ານລາວ ເພື່ອສົ່ງຕໍ່ໄປຈີນ,ໄທ, ກຳປູເຈຍ ແລະຫວຽດນາມ ແລ້ວ
ຈຶ່ງສົ່ງຕໍ່ໄປໃນທົ່ວອາຊຽນ ແລະໃນທົ່ວໂລກ ໂດຍສະເພາະຢາບ້າ ແລະຢາໄອສ໌ ນັບເປັນ
ຢາເສບຕິດທີ່ມີການຜະລິດຫຼາຍທີ່ສຸດໂດຍຄະນະກຳມະການປ້ອງກັນ ແລະ ປາບປາມ
ຢາເສບຕິດແຫ່ງຊາດໄທ ປະເມີນວ່າມີການຜະລິດຢາບ້າ ແລະຢາໄອສ໌ໃນເຂດສາມຫຼ່ຽມ
ຄຳກວ່າ 7,000 ຕັນຕໍ່ປີ.

ທັ້ງນີ້ໂດຍແກັ້ງອາຊະຍາກຳ ຈີນ ຖືເປັນແກັ້ງອາຊະຍາກອນທີ່ຖືກຈັບກຸມໃນລາວຫຼາຍທີ່
ສຸດນັບແຕ່ປີ2018 ເປັນຕົ້ນມາ ຊຶ່ງຜະແນກປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ແລະ
ຫຼວງນໍ້າທາໄດ້ສົ່ງໂຕຊາວ ຈີນ ໃຫ້ກັບຕຳຫຼວດ ຈີນ ທີ່ແຂວງຢູນານ ຫຼາຍກວ່າ 980 ຄົນ
ທີ່ພົວພັນກັບແກັ່ງຄ້າຍາເສບຕິດ,ແກັ່ງຄ້າມະນຸດ ແກັ່ງການພະນັນ online ແລະ ແກັ່ງ
ຟອກເງິນທີ່ມີລັກຊະນະເປັນອາຊະຍາກອນຂ້າມຊາດໃນປີ 2018 ຫາ 2020 ດັ່ງທີ່ເຈົ້າ
ໜ້າທີ່ປະຈຳກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ໄດ້ໃຫ້ການຢືນ
ຢັນວ່າ

“ກຸ່ມຄົນບໍ່ຫວັງດີ ບໍ່ລົດລະຕໍ່ເຈດຈຳນົງຫວັງມ້າງເພທຳລາຍ ກໍ່ຄວາມບໍ່ສະຫງົບ ດ້ວຍ
ຫຼາຍຮູບແບບ ເຊັ່ນດ້ານການເມືອງ, ເສດຖະກິດ, ວັດທະນາທຳ-ສັງຄົມ ສາດສະໜາ,
ນັກສືບສອດແນມ,ກໍ່ໃຫ້ເກີດມີເຫດການຍຸຍົງສົ່ງເສີມໃຫ້ເກີດມີປາກົດການຫຍໍ້ທໍ້ເກີດ
ຂຶ້ນໃນສັງຄົມແຜ່ລາມຢ່າງກວ້າງຂວາງ ກໍ່ໃຫ້ເກີດບັນຫາຢາເສບຕິດ ກໍ່ອາລະວາດຕີ
ກັນຢູ່ຕາມສະຖານທີ່ສາທາລະນະຂີ້ລັກງັດແງະ ຕົວະຍົວະຫຼອກລວງ ຄ້າມະນຸດ ຄ້າ
ຂາຍເຖື່ອນ ຫຼິ້ນການພະນັນເຖື່ອນ ແລະບັນຫາອາຊະຍາກຳຕ່າງໆ.”

ສ່ວນທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວຍອມຮັບວ່າອາຊະຍາກຳທີ່ ກ່ຽວຂ້ອງ
ກັບການຄ້າຢາເສຍຕິດ, ການຄ້າມະນຸດ ແລະ ການພະນັນທີ່ພົວພັນກັບ ແກັ່ງຊາວຈີນ
ທີ່ີມີພະນັກງານຂອງລັດຖະບານ ລາວ ເຂົ້າໄປມີສ່ວນກ່ຽວຂ້ອງດ້ວຍນັ້ນມີທ່າອຽງເພີ້ມ
ຂຶ້ນນັບມື້ ໂດຍເຫັນໄດ້ຈາກການຈັບ ແລະຍຶດຢາບ້າໄດ້ເກີນກວ່າ 77 ລ້ານເມັດ ໃນ
ເດືອນຕຸລາປີ 2021 ເຖິງແມ່ນວ່າຈະເກີດບັນຫາການລະບາດໄວຣັສໂຄວິດ-19 ນັບ
ແຕ່ປີ 2020 ເລື້ອຍມາທີ່ເຮັດໃຫ້ລັດຖະບານ ລາວຕ້ອງປິດດ່ານຊາຍແດນທຸກດ້ານທີ່
ຕິດຕໍ່ກັບປະເທດເພື່ອນບ້ານກໍຕາມ ແຕ່ວ່າກໍຍັງປາກົດມີການລັກລອບຂົນສົ່ງຢາເສບ
ຕິດຜ່ານລາວໄປປະເທດເພື່ອນບ້ານເກີດຂຶ້ນຢູ່ເລື້ອຍມາ ແລະໄດ້ລົງໂທດພະນັກງານ
ລັດທີີ່ມີສ່ວນພົວພັນໃນການຄ້າຢາເສບຕິດຈຳນວນຫຼາຍກວ່າ 100 ຄົນອີກດ້ວຍ,

XS
SM
MD
LG