ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວສັ່ງໃຫ້ກວດລ້າງ ບັນຫາບໍ່ດີ ໃນສັງຄົມ ເພື່ອກຽມຕ້ອນຮັບ ກອງປະຊຸມ ASEM


ພໍ່ຄ້າຢາບ້າ 2 ຄົນທີ່ຖືກທາງການລາວຈັບໄດ້ໃນ ປີ 2011.
ພໍ່ຄ້າຢາບ້າ 2 ຄົນທີ່ຖືກທາງການລາວຈັບໄດ້ໃນ ປີ 2011.

ນາຍົກລັດຖະມົນຕີລາວສັ່ງໃຫ້ທຸກພາກສ່ວນຂອງລັດຖະບານ ດໍາເນີນມາດຕະການກວດ ລ້າງປະກົດການຫຍໍ້ທໍ້ ແລະບັນຫາໄພສັງຄົມຢ່າງເຂັ້ມງວດ ເພື່ອຮອງຮັບກອງປະຊຸມສຸດ ຍອດ ASEM ໃນທ້າຍປີນີ້.

ທ່ານນາງ ບຸນເພງ ມູນໂພໄຊ ລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ ແລະໂຄສົກລັດຖະບານລາວໄດ້ຖະແຫລງຢືນຢັນວ່າ ທ່ານ ທອງສິງ ທໍາມະວົງ
ນາຍົກລັດຖະມົນຕີລາວ ໄດ້ມີຄໍາສັ່ງໃນໂອກາດກອງປະຊຸມຄະນະລັດຖະບານປະ
ຈໍາເດືອນກຸມພານີ້ ເພື່ອຂໍໃຫ້ໜ່ວຍງານຂອງລັດຖະບານ ແລະຂັ້ນແຂວງ ໃນທົ່ວປະ
ເທດ ຮ່ວມມືກັນເຂົ້າໃນການກວດລ້າງ ປະກົດການຫຍໍ້ທໍ້ ແລະບັນຫາສັງຄົມ ແລະ
ບັນຫາໄພສັງຄົມ ໃນທຸກຮູບແບບຢ່າງເຂັ້ມງວດ.

ທ່ານນາງ ບຸນເພງ ມູນໂພໄຊ ລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ ແລະໂຄສົກລັດຖະບານລາວ
ທ່ານນາງ ບຸນເພງ ມູນໂພໄຊ ລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ ແລະໂຄສົກລັດຖະບານລາວ

ໃນການເນີນມາດຕະການ
ດັ່ງກ່າວນີ້ ທ່ານ ທອງສິງ
ໄດ້ເນັ້ນຢໍ້າວ່າ ທຸກພາກ
ສ່ວນຈະຕ້ອງເລີ້ມປະຕິບັດ
ຕົວຈິງ ນັບແຕ່ເດືອນມີນາ
ເປັນຕົ້ນໄປ ເພື່ອເຮັດໃຫ້
ສາມາດຮັບປະກັນໄດ້ຢ່າງ
ຄົບຖ້ວນ 100% ເຕັມວ່າ
ຈະບໍ່ມີປາກົດການຫຍໍ້ທໍ້
ແລະບັນຫາໄພສັງຄົມເກີດ
ຂຶ້ນໃນໂອກາດທີ່ລັດຖະບານ
ລາວ ຈະເປັນເຈົ້າພາບຈັດ
ກອງປະຊຸມສຸດຍອດລັດຖະບານອາຊຽນ-ຢູໂຣບຄັ້ງທີ 9 ຊຶ່ງກໍານົດຈະມີຂຶ້ນ ຢ່າງເປັນ
ທາງການໃນລະຫວ່າງ ວັນທີ 5-6 ພະຈິກປີນີ້ ຢູ່ນະຄອນວຽງຈັນ ດັ່ງທີ່ທ່ານນາງບຸນເພງ ໄດ້ຖະແຫລງຢືນຢັນວ່າ:

ພິທີການເລີ້ມຕົ້ນລົງມືກໍ່ສ້າງສູນການປະຊຸມນາໆຊາດ ສໍາລັບ ກອງປະຊຸມສຸດຍອດ ອາຊຽນ-ຢູໂຣບ ຄັ້ງທີ 9 ຊຶ່ງກໍານົດຈະມີຂຶ້ນ ໃນເດືອນພະຈິກ ປີນີ້
ພິທີການເລີ້ມຕົ້ນລົງມືກໍ່ສ້າງສູນການປະຊຸມນາໆຊາດ ສໍາລັບ ກອງປະຊຸມສຸດຍອດ ອາຊຽນ-ຢູໂຣບ ຄັ້ງທີ 9 ຊຶ່ງກໍານົດຈະມີຂຶ້ນ ໃນເດືອນພະຈິກ ປີນີ້

ທ່ານນາຍົກລັດຖະມົນຕີຍັງ​ໄດ້​ເນັ້ນໜັກ​ໃຫ້​ຕັ້ງໜ້າ​ແກ້​ໄຂ​ບັນຫາ​ປາກົດການ​ຫຍໍ້​ທໍ້ ​ໃນ​ສັງຄົມ​ໃນ​ຕົວ​ເມືອງ​ໃຫຍ່​ຕ່າງໆ ​ໂດຍ​ເພີ້ມທະວີ​ການ​ຊີ້ນໍາ​ບັນຊາ​ການ ​ແລະ​ນໍາ​ເອົາກໍາລັງ​ລົງ​ແກ້​ໄຂ​ຕົວ​ຈິງ ​ເປັນຕົ້ນ​ແມ່ນ​ບັນຫາ ຢາ​ເສບ​ຕິດ ການ​ປຸ້ນ​ຈີ້ ຊິງ​ຊັບ ສະຖານ​ມົ້ວສຸມ​ຕ່າງໆ ​ເພື່ອ​ສ້າງ​ສະພາບແວ​ດລ້ອມ ອັນ​ເອື້ອອໍານວຍ ​ໃຫ້​ແກ່​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ ASEM ທີ່​ຈະ​ມາ​ເຖິງ​ນີ້.”

ກ່ອນໜ້ານີ້ ເຈົ້າໜ້າທີ່ຕໍາຫຼວດໃນຄະນະກໍາມະການກວດກາ ແລະຄວບຄຸມຢາເສບຕິດ
ແຫ່ງຊາດລາວ ຍອມຮັບວ່າການລັກລອບຂົນສົ່ງ ແລະການຄ້າຢາເສບຕິດໃນລາວ ໄດ້
ກາຍເປັນບັນຫາທີ່ມີລະດັບຄວາມຮຸນແຮງເພີ່ມຫຼາຍຂຶ້ນນັບມື້. ເນື່ອງຈາກວ່າບັນດາກຸ່ມ
ແກ້ງຄ້າຢາເສບຕິດໃນລາວ ບໍ່ພຽງແຕ່ຈະຂະຫຍາຍພື້ນທີ່ການຄ້າຢາເສບຕິດຂອງພວກ
ຕົນຈາກເຂດຕົວເມືອງ ໄປຍັງເຂດຊົນນະບົດຂອງລາວເທົ່ານັ້ນ ຫາກແຕ່ຍັງປະກົດວ່າກຸ່ມ
ແກ້ງຄ້າຢາເສບຕິດໄດ້ເພີ່ມປະລິມານຢາເສບຕິດ ທັງທີ່ລັກລອບຂົນສົ່ງເພື່ອຂາຍພາຍໃນ
ລາວ ແລະທີ່ສົ່ງອອກໄປຕ່າງປະເທດອີກດ້ວຍ.

ຕົວຢ່າງກໍຄື ກໍລະນີທີ່ທາງການລາວສາມາດຈັບກຸມຜູ້ຕ້ອງຫາໄດ້ 4 ຄົນ ໃນຂະນະທີ່ ກໍາລັງລັກລອບຂົນສົ່ງຢາບ້ານໍ້າໜັກລວມກວ່າ 2 ໂຕນຂ້າມນໍ້າຂອງໄປຕ່າງປະເທດ
ເມື່ອກາງປີ 2010 ຊຶ່ງກໍນັບເປັນການລັກລອບຂົນສົ່ງຢາເສບຕິດທີ່ມີປະລິມານຫຼາຍທີ່
ສຸດ ທີ່ທາງການລາວສາມາດຈັບກຸມໄດ້ອີກດ້ວຍ ແລະເຖິງແມ່ນວ່າຜູ້ຕ້ອງຫາທັງ 4 ດັ່ງກ່າວຈະຖືກສານປະຊາຊົນລາວໃນນະຄອນຫຼວງວຽງຈັນຕັດສິນປະຫານຊີວິດໄປ
ແລ້ວກໍຕາມ ຫາກແຕ່ວ່າຄະດີຄວາມກໍຍັງບໍ່ເຖິງທີ່ສຸດແຕ່ຢ່າງໃດ ເນື່ອງຈາກຜູ້ຕ້ອງຫາ ໄດ້ຍື່ນຄັດຄ້ານການຕັດສິນດັ່ງກ່າວ ຕໍ່ສານອຸທອນຢ່າງເປັນທາງການແລ້ວນັ້ນເອງ.

ການຈູດທໍາລາຍຢາເສບຕິດບັ້ນນຶ່ງ ໂດຍກະຊວງ ປ້ອງກັນຄວາມສະຫງົບພາຍໃນ ທີ່ນະຄອນວຽງຈັນ
ການຈູດທໍາລາຍຢາເສບຕິດບັ້ນນຶ່ງ ໂດຍກະຊວງ ປ້ອງກັນຄວາມສະຫງົບພາຍໃນ ທີ່ນະຄອນວຽງຈັນ

ການຍອມຮັບດັ່ງກ່າວນີ້ຂອງເຈົ້າໜ້າທີ່
ຕໍາຫຼວດລາວຍັງຖືວ່າສອດຄ່ອງກັນ
ກັບການລາຍງານຂອງທ່ານ Leik
Boonwaat ຜູ້ຕາງໜ້າຂອງອົງການ
ຄວບຄຸມຢາເສບຕິດ ແລະອາດຊະຍາ
ກໍາແຫ່ງສະຫະປະຊາຊາດ (UNODC)
ປະຈໍາປະເທດລາວ ຊຶ່ງໄດ້ລະບຸວ່າ ທາງ
ການລາວສາມາດຈັບກຸມ ແລະຍຶດຢາ
ເສບຕິດໄດ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ ໃນ
ຕະຫຼອດໄລຍະ 3 ປີ ທີ່ຜ່ານມາ ໂດຍ
ຈະເຫັນໄດ້ຈາກການຍຶດເຮໂຣອິນໄດ້ເພີ່ມຂຶ້ນຈາກ 17.5 ກິໂລກຼາມໃນປີ 2008 ເປັນ
84.34 ກິໂລກຼາມໃນປີ 2010 ຫຼືເພີ່ມຂຶ້ນເກືອບ 4 ເທົ່າ.

ສ່ວນຢາບ້ານັ້ນກໍຖືເປັນຢາເສບຕິດທີ່ເພີ່ມຂຶ້ນໄວທີ່ສຸດເມື່ອປະກົດວ່າໃນໄລຍະ 3 ປີທີ່
ຜ່ານມານີ້ ທາງການລາວສາມາດຍຶດຢາບ້າໄດ້ເພີ່ມຂຶ້ນຈາກ 1.23 ລ້ານເມັດໃນປີ 2008
ເປັນຫຼາຍກວ່າ 24.5 ລ້ານເມັດໃນປີ 2010 ຫຼືເພີ່ມຂຶ້ນຫຼາຍກວ່າ 18 ເທົ່າ.

ທາງ​ດ້ານ​ກະຊວງ​ຍຸດຕິ​ທໍາ​ຂອງ​ລາວ​ກໍ​ລາຍ​ງານ​ວ່າ​ໃນ​ໄລຍະ 6 ​ເດືອນ​ຂອງ​ແຜນການປະ​
ຈໍາປີ 2011-2012 ນີ້ ສານ​ປະຊາຊົນ​ລາວ​ໃນ​ທົ່ວ​ປະ​ເທດ ​ໄດ້​ມີ​ຄໍາ​ຕັດສິນ​ຄະດີ​ອາຊະຍາ​
ກໍາ​ຕ່າງໆ ​ໄປ​ແລ້ວ​ຈໍານວນ​ທັ້ງໝົດ 9,893 ກໍລະນີ.

XS
SM
MD
LG