ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກ ລັດຖະມົນຕີ ສປປ ລາວ ອອກຄຳສັ່ງ ໃຫ້ຢຸດການສົ່ງໄມ້ອອກ


ລົດບັນທຸກຕັດໄມ້
ລົດບັນທຸກຕັດໄມ້

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງວ່າດ້ວຍ ການເພີ້ມທະວີຄວາມ ເຂັ້ມງວດ ໃນການຄຸ້ມຄອງ ແລະກວດກາການຂຸດຄົ້ນໄມ້ ເຄຶ່ອນຍ້າຍໄມ້ ແລະທຸລະກິດ ໄມ້ ຢ່າງເປັນທາງການ ແລະໃຫ້ມີຜົນບັງຄັບໃຊ້ ຢ່າງເປັນທາງການໃນວັນທີ 13 ພຶດສະ ພາ ປີ 2016 ປະກອບດ້ວຍຄຳສັ່ງ 17 ຂໍ້ທີ່ແນໃສ່ການຢຸດຢັ້ງການສົ່ງໄມ້ອອກ ໄມ້ທ່ອນ ແລະປາບປາມການຄ້າໄມ້ຜິດກົດໝາຍໃຫ້ໄດ້ຢ່າງແທ້ຈິງ.

ໂດຍສາຣະສຳຄັນໃນຄຳສັ່ງສະບັບນີ້ກໍຄືຂໍ້ 1 ກຳນົດໃຫ້ທຸກພາກສ່ວນ ທັ້ງສູນກາງ ແລະ ທ້ອງຖິ່ນໃນທົ່ວປະເທດ ຈະຕ້ອງເພີ້ມທະວີຄວາມເອົາໃຈໃສ່ ແລະຄວາມຮັບຜິດຊອບໃນ ການປະຕິບັດໜ້າທີ່ ໃຫ້ຖືກຕ້ອງຕາມກົດໝາຍ ແລະລະບຽບການຕ່າງໆທີ່ກ່ຽວຂ້ອງກັບ ການຄຸ້ມຄອງປ່າໄມ້ ການຂຸດຄົ້ນໄມ້ ການເຄື່ອນຍ້າຍໄມ້ ແລະທຸລະກິດໄມ້.

ສ່ວນຂໍ້ 2 ກໍໄດ້ລະບຸຢ່າງຊັດແຈ້ງວ່າ ໃຫ້ຢຸດຕິການສົ່ງອອກໄມ້ທ່ອນ ໄມ້ຕີຕັບ ໄມ້ແປຮູບ ໄມ້ຊອຍ ຮາກໄມ້ ເຫງົ້າໄມ້ ຕໍໄມ້ ປູດໄມ້ ງ່າໄມ້ ໄມ້ຍືນຕົ້ນ ຫລືໄມ້ປະດັບທີ່ຄຸດຄົ້ນອອກ ຈາກ ປ່າທຳ​ມະ​ຊາດ ຮວບຮວມໄປຕ່າງປະເທດໃນທຸກກໍລະນີຢ່າງເດັຂາດ ຮວມທັງໄມ້ທີ່ ລັດຖະບານໄດ້ອະນຸມັດແລ້ວ ແຕ່ຍັງບໍ່ທັນຈັດຕັ້ງປະຕິບັດທັ້ງນີ້ ໂດຍຈະອະນຸຍາດໃຫ້ສົ່ງ ອອກໄດ້ສະເພາະ ໄມ້ທີ່ໄດ້ປຸງແຕ່ງເປັນຜະສິດຄະພັນສຳເລັດຮູບ ຕາມມາດຕະຖານທີ່ ກະຊວງອຸດສາຫະກຳ ແລະການຄ້າໄດ້ວາງອອກຢ່າງຄົບຖ້ວນແລ້ວເທົ່ານັ້ນ.

ໄມ້ທ່ອນ
ໄມ້ທ່ອນ

ສະລັບກ່ຽວກັບການຈັດຕັ້ງປະຕິບັດໃນສະພາບໂຕຈິງນັ້ນ ຄຳສັ່ງຂອງນາຍົກລັດຖະມົນຕີ ລາວສະບັບນີ້ກໍໄດ້ກຳນົດໃຫ້ເປັນການປະສານງານລະຫວ່າງກະຊວງກະຊິກຳ ແລະປ່າ ໄມ້ກະຊວງການເງິນ ກະຊວງອຸດສາຫະກຳ ແລະການຄ້າ ກະຊວງຊັບພະຍາກອນທຳມະ ຊາດ ແລະສິ່ງແວດລ້ອມ ແລະກະຊວງຊວງປ້ອງກັນປະເທດ ຊຶ່ງຈະຕ້ອງດຳເນີນມາດຕະ ການກວດກາການຂຸດຄົ້ນໄມ້ ໃນທຸກໂຄງການຢ່າງເຂັ້ມງວດ ທັ້ງຍັງຈະຄ້ອງດຳເນີນມາດ ຕະການລົງໂທດຕໍ່ຜູ້ກະທຳຜິດຢ່າງເດັດຂາດອີກດ້ວຍ.

ທັ້ງນີ້ໂດຍລັດຖະບານລາວໄດ້ຈັດສັນປ່າໄມ້ 51 ເຂດເປັນເຂດປ່າຜະລິດຕຄຶດເປັນ ເພີ້ມ ທີ່ຮວມເຖິງ 3.1 ລ້ານເຮັກຕາໃນທົ່ວປະເທດ ແລະມອບໝາຍໃຫ້ປະຊາຊົນ​ໃນ 442 ພື້ນ ທີ່ ເປັນພາກສ່ວນທີ່ຮັບຜິດຊອບໃນການຄຸ້ມຄອງ ແລະເກັບເອົາຜົນປະໂຫຍດ ທີ່ຖືເປັນ ສ່ວນນຶ່ງໃນແຜນ ການ ເພື່ອຄວາມໜາແໜ້ນຂອງສະພາບປ່າໄມ້ໃນລາວ ໃຫ້ໄດ້ເຖິງ 65% ເປີເຊັນ ແລະ 70% ເປີເຊັນຂອງເນື້ອທີ່ທັງໝົດໃນປີ 2015 ແລະປີ 2020.

ແຕ່ຢ່າງໃດກໍຕາມເຈົ້າໜ້າທີ່ຂັ້ນສູງຂອງລາວຍອມຮັບວ່າ ເປັນການຍາກຢ່າງຍິງທີ່ລັດ ຖະບານລາວຈະສາມາດບັນລຸເປົ້າໝາຍ ທີ່ວາງໄວ້ຕາມແຜນການດັ່ງກ່າວ ເນື່ອງຈາກວ່າ ປ່າໄມ້ຢູ່ເຂດໃນປ່າສະຫງວນແຫ່ງຊາດ ໄດ້ລົດຄວາມໜາແໜ້ນລົງຢ່າງຫລວງຫລາຍ ໂດຍໃນປັດຈຸບັນ ປ່າໄມ້ທີ່ຢູ່ໃນຄວາມຮັບຜິດຊອບ ຂອງກະຊວງຊັບພະຍາກອນທຳ​ມະ ຊາດ ແລະສິ່ງແວດລ້ອມຍັງເຫລືອພຽງ 4 ລ້ານເຮັກຕາ ຄຶດເປັນ 16%ຂອງພຶ້ນທີ່ທັງໝົດ
ເທົ່ານັ້ນເພາະວ່າມີການລັກລອບຕັດໄມ່ຢ່າງກວ້າງ ຂວາງ ໂດຍມີເຈົ້າໜ້າທີ່ຂັ້ນສູງຂອງ ລັດເຂົ້າໄປມີຜົນປະໂຫຍດດ້ວຍ ຈຶ່ງເຮັດໃຫ້ລັດຖະບານສູນລາຍຮັບຢ່າງຫລວງຫລາຍ ແຕ່ລະປີດັ່ງເຈົ້າໜ້າທີ່ຂັ້ນສູງລາວຢືນຢັນວ່າ

ປ່າໄມ້ທີ່ຖືກຕັດ
ປ່າໄມ້ທີ່ຖືກຕັດ

“ໄມ້ພວກເຮົານີ້ຂຸດຄົ້ນອອກເປັນຈຳນວນມະຫາສານທີ່ສຸດ ແຕ່ວ່າລາຍຮັບຈາກ ການ ຂາຍໄມ້ນີ້ກໍບໍ່ໄດ້ພໍເທົ່າໃດ ໄມ້ແມັດກ້ອນນຶ່ງພວກເຮົາຂາຍນີ້ມີແຕ່ຢູ່ໃນລະດັບ 50-60 ຫລຽນ ນີ້ແລ້ວເບິ່ງປ່າໄມ້ພວກເຮົາທີ່ຖືກບຸກລຸກທຳລາຍນັ້ນເປັນຈຳນວນມະຫາສານ ອັນນີ້ທີ່ມັນສວນທາງກັບການພັດທະນາແບບຍືນຍົງ."

ໂດຍລັດຖະບານລາວໄດ້ອະນຸມັດສຳປະທານທີ່ດິນ ເພື່ອປູກພຶດຜົນຕ່າງໆ ຄິດເປັນພື້ນທີ່ ຮວມກັນກວ້າງກວ່າ 570,000 ເຮັກຕາ ແລະຈາກການກວດສອບພົບວ່າ ມີການບຸກເຂົ້າ ໄປລຸກລັກລອບຕັດໄມ້ຢູ່ໃນປ່າສະຫງວນແຫ່ງຊາດຄິດເປັນພື້ນທີ່ກວ້າງກວ່າ 1 ລ້ານເຮັກ ຕາໃນລະຍະທີ່ຜ່ານມາ.

XS
SM
MD
LG