ນາຍົກລັດຖະມົນຕີລາວ ສະແດງການຊົມເຊີຍຕໍ່ຜົນການດຳເນີນງານຂອງກອງທຶນພັດ
ທະນາ ເພື່ອຫລຸດຜ່ອນບັນຫາຍາກຈົນຂອງປະຊາຊົນບັນດາເຜົ່າໃນເຂດຊົນນະ
ບົດໃນໄລຍະ 15 ປີຜ່ານມາ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ໄດ້ສະແດງການຊົມເຊີຍຕໍ່ຜົນການດຳ
ເນີນງານ ຂອງກອງທຶນລົບລ້າງຄວາມທຸກຍາກໃນຊ່ວງປີ 2003-2018 ກໍຄື 15 ປີທີ່
ຜ່ານມາວ່າກອງທຶນລົບລ້າງຄວາມທຸກຍາກໄດ້ເຕີບໃຫຍ່ຂະຫຍາຍໂຕເປັນກ້າວໆມາ
ໂດຍໄດ້ລະດົມທຶນຈາກຕ່າງປະເທດເຂົ້າໃນການພັດທະນາຊົນນະບົດ ເປັນຕົ້ນແມ່ນ
ການສ້າງຖະໜົນຫົນທາງ ສ້າງໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າ ສ້າງຊົນລະປະທານ ແລະການສ້າງເງື່ອນໄຂຕ່າງໆ ເພື່ອເຮັດໃຫ້ປະຊາຊົນ ສາມາດຜະລິດສິນຄ້າໄດ້ຫຼາຍ
ຂຶ້ນ ແລະເຮັດໃຫ້ມີລາຍຮັບ ທີ່ສາມາດລ້ຽງດູຄອບຄົວໄດ້ຢ່າງພຽງພໍ ຮວມເຖິງການ
ຂະຫຍາຍໂອກາດດ້ານການສຶກສາໄປສູ່ຊົນນະບົດໄດ້ຢ່າງກວ້າງຂວາງດັ່ງທີ່ ທ່ານ
ທອງລຸ່ນ ໄດ້ຢືນຢັນວ່າ
“ຂ້າພະເຈົ້າຄຶດວ່າກອງທຶນລົບລ້າງຄວາມທຸກຍາກ ມີຜົນງານຫຼາຍ ຄືສູ່ມື້ນີ້ ອັດຕາ
ເຂົ້າຮຽນຊັ້ນປະຖົມຂອງເດັກໃນເກນອາຍຸ 5 ປີ ຢູ່ໃນບັນດາບ້ານເປົ້າໝາຍ ຫຼືວ່າ
ເມືອງເປົ້າໝາຍ ທີ່ເຮົາຈະລົບລ້າງຄວາມທຸກຍາກກໍບັນລຸເຖິງ 98.8 ສ່ວນຮ້ອຍອັນນີ້
ມັນເປັນໂຕເລກທີສູງ ຂ້າພະເຈົ້າຄິດວ່າກອງທຶນນີ້ໄດ້ເຮັດໜ້າທີ່ຂອງຕົນຢ່າງເອົາໃຈ
ໃສ່ ໄດ້ທຸ່ມເທເຮືອແຮງ ສະຕິປັນຍາ ພັດທະນາຊົນນະບົດ ຖືປະຊາຊົນ ບ້ານເມືອງ
ແລະຄອບຄົວທຸກຍາກເປັນເປົ້າໝາຍອັນນີ້ໄດ້ຮັບຜົນດີ.”
ທາງດ້ານເຈົ້າໜ້າທີ່ທະນາຄານໂລກປະຈຳລາວ ເປີດເຜີຍວ່າກອງທຶນລົບລ້າງຄວາມ
ທຸກຍາກໃນລາວ ໄດ້ຮັບການສະໜັບສະໜູນງົບປະມານຄຶດເປັນມູນຄາລວມ 54 ລ້ານ
ໂດລາສະຫະລັດ ສຳລັບນໍາໃຊ້ໃນການຈັດຕັ້ງປະຕິບັດວຽກງານພັດທະນາພື້ນຖານ
ໂຄງຮ່າງເພື່ອແກ້ໄຂບັນຫາຄວາມຍາກຈົນຂອງປະຊາຊົນໃນເຂດຊົນນະບົດໃນຊ່ວງປີ 2017-2019 ໃນນີ້ລັດຖະບານລາວໄດ້ປະກອບສ່ວນພຽງ 6 ລ້ານໂດລາສະຫະລັດ
ສ່ວນທີ່ເຫຼືອກໍກູ້ຢືມຈາກທະນາຄານໂລກ 30 ລ້ານໂດລາສະຫະລັດ ແລະລັດຖະບານ
ສະວິດເຊແລນ ຊ່ວຍເຫຼືອ 18 ລ້ານໂດລາສະຫະລັດ.
ພາຍໃຕ້ສະພາບການທີ່ມີງົບປະມານຢ່າງຈຳກັດດັ່ງກ່າວ ກໍເຮັດໃຫ້ການຈັດຕັ້ງປະຕິ
ບັດວຽກງານຕ່າງໆຂອງກອງທຶນຫລຸດຜ່ອນຄວາມທຸກຍາກໃນລາວ ສາມາດດຳເນີນ
ໃນລາວສາມາດດຳເນີນການໄດ້ຢ່າງຈຳກັດດ້ວຍເຊັ່ນກັນໂດຍເຫັນໄດ້ຈາກການທີ່ລັດ
ຖະບານລາວສາມາດແກ້ໄຂບັນຫາຍາກຈົນຂອງປະຊາຊົນໄດ້ຈຳນວນ 12,011 ຄອບ
ຄົວ ລົບລ້າງຄວາມຍາກຈົນໄດ້ຢ່າງສິ້ນເຊີງໃນ 200 ບ້ານ ແລະສ້າງຕັ້ງບ້ານພັດທະນາ
ໄດ້ເພີ້ມຂຶ້ນ 561 ບ້ານຊຶ່ງເຮັດໃຫ້ໃນທົ່ວປະເທດລາວມີບ້ານພັດທະນາແລ້ວ 4,138
ບ້ານ ແລະມີບ້ານໃຫຍ່ທີ່ກາຍເປັນໂຕເມືອງນ້ອຍໃນຊົນນະບົດເພີ້ມຂຶ້ນຈາກ 45 ເປັນ
56 ເມືອງ.
ແຕ່ຢ່າງໃດກໍຕາມຍັງມີຄອບຄົວທີ່ຍາກຈົນເຫຼຶອຢູ່ເຖິງ 64,593 ຄອບຄົວ ແລະບ້ານ
ທຸກຍາກອີກ 1,536 ບ້ານ ທີ່ລັດຖະບານລາວຈະຕ້ອງດຳເນີນມາດຕະການເພື່ອລົບ
ລ້າງບັນຫາຍາກຈົນໃຫ້ໄດ້ຢ່າງສິ້ນເຊິງຕາມເປົ້າໝາຍທີ່ວາງໄວ້ພາຍໃນປີ 2020
ໝາຍຄວາມວ່າຍັງມີເວລາອີກ 2 ປີທີ່ລັດຖະບານລາວຈະຕ້ອງດຳເນີນມາດຕະການ
ຕ່າງໆ ເພື່ອໃຫ້ບັນລຸເປົ້າໝາຍຂະນະທີ່ການຈັດຕັ້ງປະຕິບັດໄລຍະຜ່ານມາ ລັດຖະ
ບານລາວກັບຍັງສາມາດແກ້ໄຂບັນຫາຍາກຈົນຂອງ ປະຊາຊົນໄດ້ຕ່ຳກວ່າເປົ້າໝາຍ
ກໍຄືສາມາດລົບລ້າງຄວາມຍາກຈົນໄດ້ບໍ່ເຖິງ 2 ເປີເຊັນ ໃນທົ່ວປະເທດ ສ່ວນອັດຕາ
ການເຂົ້າເຖິງຫລັກປະກັນໃນດ້ານສຸຂະພາບຂອງປະຊາຊົນລາວ ກໍສາມາດຈັດຕັ້ງ
ປະຕິບັດໄດ້ພຽງ 34.7 ເປີເຊັນ ໃນຂະນະທີ່ເປົ້າໝາຍໄດ້ວາງເອົາໄວ້ເຖິງ 51 ເປີເຊັນ
ຂອງຈຳນວນປະຊາກອນລາວທັງປະເທດ.
ສ່ວນສະພາບເສດຖະກິດ ແລະສັງຄົມແຫ່ງສະຫະປະຊາຊາດ ຄາດໝາຍໄວ້ວ່າ
ລາວຈະລຸດພົ້ນຈາກສະພາບດ້ອຍພັດທະນາໃນປີ 2024 ເພາະລັດຖະບານລາວປະ
ຕິບັດໄດ້ແລ້ວ 2 ໃນ 3 ເງື່ອນໄຂ ກໍຄື ຍອດລາຍຮັບແຫ່ຊາດຕໍ່ຫົວຄົນ (GNI) ຕ້ອງບໍ່
ຕ່ຳກວ່າ 1,242 ໂດລາຕໍ່ຄົນ ໂດຍລັດຖະບານລາວປະຕິບັດໄດ້ທີ່ລະດັບ 1,996 ໂດ
ລາສະຫະລັດ ຕໍ່ຄົນໃນປີ 2015 ກັບດັດຊະນີຊັບສິນມະນຸດ (HAI) ຕ້ອງເຖິງອັດຕາ
ສະເລ່ຍ 66 ເປີເຊັນ ຊຶ່ງລັດຖະບານລາວປະຕິບັດໄດ້ທີ່ລະດັບ 72.8 ເປີເຊັນ ໃນປີ
2015 ຈຶ່ງເຫຼືອພຽງແຕ່ດັດຊະນີຄວາມ ອ່ອນໄຫວທາງເສດຖະກິດ (EVI) ທີ່ຕ້ອງຕ່ຳກວ່າ
32 ເປີເຊັນ ຫາກແຕ່ລັດຖະບານລາວຍັງສາມາດຕັດຕັ້ງປະຕິບັດໄດ້ທີ່ລະດັບ 33.7
ເປີເຊັນໃນປັດຈຸບັນນີ້.
ເບິ່ງຄວາມເຫັນ (3)
ໂຫລດຄວາມເຫັນ ຕື່ມອີກ