ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກລັດຖະມົນຕີ ລາວ ຢືນຢັນວ່າ ຈະທຸ້ມສຸດກຳລັງ ເພືື່ອຊຸກຍູ້ໃຫ້ ເສດຖະກິດຂອງ ລາວ ຂະຫຍາຍໂຕ ໃນອັດຕາສະເລ່ຍ 4 ເປີເຊັນ


ທ່ານພານຄຳ ວິພາວັນ ນາຍົກລັດຖະມົນຕີ ່ສປປ ລາວ.
ທ່ານພານຄຳ ວິພາວັນ ນາຍົກລັດຖະມົນຕີ ່ສປປ ລາວ.

ນາຍົກລັດຖະມົນຕີ ລາວ ຢືນຢັນວ່າ ຈະທຸ້ມສຸດກຳລັງເພືື່ອຊຸກຍູ້ໃຫ້ເສດຖະກິດຂອງລາວຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍ 4 ເປີເຊັນ ແລະເຮັດໃຫ້ມູນຄ່າ GDP ສະເລ່ຍເປັນລາຍໄດ້ຂອງຄົນລາວ ທີ່ລະດັບ 2,887 ໃນປີ 2025, ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານ ພານຄຳ ວິພາວັນ ນາຍົກລັດຖະມົນຕີ ຖະແຫຼງວ່າແຜນການພັດທະນາເສດຖະກິດ ແລະ ສັງ ຄົມແຫ່ງຊາດໃນໄລຍະ 5 ປີ ຄັ້ງທີ 9 ທີ່ຈະຈັດຕັ້ງປະຕິບັດໃນຊ່ວງປີ 2021 ຫາ 2025 ໄດ້ວາງຄາດ ໝາຍໃນການຂະຫຍາຍຕົວທາງເສດຖະກິດໄວ້ທີ່ອັດຕາສະເລ່ຍ 4 ເປີເຊັນ ຕໍ່ປີ ເພື່ອເຮັດໃຫ້ຍອດ ຜະລິດຕະພັນພາຍໃນ GDP ມີມູນຄ່າເກີນກວ່າ 1 ລ້ານຕື້ກີບ ແລະສະເລ່ຍເປັນລາຍໄດ້ຂອງປະ ຊາຊົນລາວ ທີ່ລະດັບ 2,887 ໂດລາ ສະຫະລັດ ຕໍ່ຄົນ ຕໍ່ປີ ໃນປີ 2025 ໂດຍເຖິງແມ່ວ່າການທີ່ຈະ ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນຈະບໍ່ແມ່ນເລື້ອງງ່າຍໆກໍຕາມຫາກແຕ່ວ່າຄະນະ ລັດຖະບານ ລາວ ຊຸດບັດຈຸບັນກໍຈະດຳເນີນທຸກມາດຕະການ ແລະຈະທຸ້ມສຸດກຳລັງເພື່ອໃຫ້ບັນລຸເປົ້າໝາຍໃຫ້ໄດ້ຢ່າງເປັນຮູບປະທຳດັ່ງທີ່ທ່ານ ພານຄຳ ໄດ້ຫ້ການຢືນຢັນວ່າ:

“ເພີ້ມທະວີການຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີຄວາມເຂັ້ມແຂງ ແລະໝັ້ນທ່ຽງໂດຍເອົາປັນ ຫາ ການແກ້ໄຂຄວາມຫຍູ້ງຍາກເສດຖະກິດການເງິນນັບທັງການປະຫຍັດດ້ານການຟຸ່ມເຟືອຍ ການແກ້ໄຂບັນຫາຢາເສບຕິດ ແລະການແກ້ໄຂບັນຫາອຸປະຕິເຫດຕາມທ້ອງຖະໜົນ ເປັນວາລະແຫ່ງຊາດ ເພີ້ມທະວີການພັດທະນາຊັບພະຍາກອນມະນຸດ ແລະກຳລັງແຮງງານ ໃຫ້ມີຄຸນນະພາບສູງຂຶ້ນ ສຸມໃສ່ພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ຂອງປະຊາຊາຊົນໂດຍໃຫ້ຕິດພັນກັບການຫລຸດຜ່ອນຄວາມແຕກໂຕນລະຫວ່າງໂຕເມືອງ ແລະຊົນນະບົດ.”

ຫາກແຕ່ວ່າການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຍັງເປັນສິ່ງທີ່ທ້າທາຍ ເພາະວ່າໃນການຈັດຕັ້ງປະຕິບັດຕົວຈິງນັ້ນ ລັດຖະບານລາວຍັງຈະຕ້ອງຜະເຊີນກັບບັນຫາໃນຫຼາຍດ້ານ ໂດຍສະເພາະແມ່ນບັນຫາຂາດຸນງົບປະມານ ການຜະລິດສິນຄ້າໄດ້ຕໍ່າທີ່ເຮັດໃຫ້ຂາດຸນການຄ້າຕ່າງປະເທດ ການຈັດຕັ້ງປະຕິບັດໃນການສົ່ງເສີມການລົງທຶນມີປະສິດທິພາບຕໍ່າ ແລະບັນຫາການຫວ່າງງານທີ່ເພີ້ມຂຶ້ນ ຍ້ອນການລະບາດຂອງໄວຣັສໂຄວິດ-19 ເປັນຕົ້ນ ດັ່ງທີ່ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງແຜນການ ແລະການລົງ ທຶນໄດ້ໃຫ້ການຍອມຮັບວ່າ:

“ບັນຫາໜີ້ສິນ ການຂາດດຸນບງົບປະມານ ອັດຕາແລກປ່ຽນ ລາຄາສິິນຄ້າທີ່ສູງຂຶ້ນ ເປັນສິ່ງທ້າທາຍທີ່ພວກເຮົາຕ້ອງສືບຕໍ່ແກ້ໄຂໃຫ້ໄດ້ ການປັບປຸງຄວາມສະດວກ ໃນການດຳເນີນທຸລະກິດ ການລົງທຶນ ຍັງມີຄວາມຊັກຊ້າ ການຊຸກຍູ້ ສົ່ງເສີມ ການຜະລິດເພື່ອທົດແທນການນຳເຂົ້າ ແລະເພີ້ມການສົ່ງອອກຍັງເຮັດບໍ່ທັນໄດ້ດີ ການສ້າງວຽກເຮັດງານທຳຍັງເປັນສິ່ງທ້າທາຍສຳຄັນ ໂດຍສະ ເພາະໃນໄລຍະມີ ການລະບາດຂອງໂຄວິດ-19 ເຮັດໃຫ້ມີການຫວ່າງງານສູງ ການຈັດເກັບລາຍຮັບ ງົບປະມານຍັງບໍ່ທັນສົມຄູ່ກັບ ການເຕີບໂຕຂອງເສດຖະກິດໂຕຈິງ ຖ້າທຽບໃສ່ບັນດາປະເທດອ້ອມຂ້າງກໍເຫັນໄດ້ວ່າຍັງຕໍ່າ”

ກ່ອນໜ້ານນີ້ ທະນາຄານພັດທະນາເອເຊຍ (ADB) ໄດ້ສະເໜີລາຍງານວ່າ ເສດຖະກິດໃນ ລາວ ໃນປີ 2020 ທີີ່ຜ່ານມາ ໄດ້ປັບໂຕຫລຸດລົງ ແລະຕິດລົບເຖິງ 2.5 ເປີເຊັນ ທຽບໃສ່ປີ 2019 ແລະ ຖືເປັນການຕິດລົບຄັ້ງທຳອິດໃນໄລະຍະກວ່າ 3 ທົດສະວັດ ນັບຈາກປີ 1986 ເປັນຕົ້ນມາອີກດ້ວຍໂດຍມີສາເຫດສຳຄັນມາຈາກການລະບາດຂອງໄວຣັສ COVID-19 ໃນຕະຫລອດປີ 2020 ເລື້ອຍມາຈົນເຖິງປັດຈຸບັນນີ້ ທັງນີ້ລັດຖະບານລາວໄດ້ວາງຄາດໝາຍ GDPຂະຫຍາຍຕົວທີ່ ອັດ ຕາສະເລ່ຍ 6.5 ເປີເຊັນ ໃນປີ 2020 ໂດຍມີມູນຄ່າລວມ117,780 ຕື້ກີບ ຫຼືສະເລ່ຍຕໍ່ຄົນໄດ້ທີ່ລະ ດັບ 2,733 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ແຕ່ວ່າດ້ວຍຜົນກະທົບຈາກການລະບາດຂອງໄວຣັສ COVID-19 ຈຶ່ງເຮັດໃຫ້ເປັນໄປບໍ່ໄດ້ຢ່າງແນ່ນອນແລ້ວ.

ສ່ວນສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ ກໍປະເມີນວ່າພາກທຸລະກິດບໍລິການ ແລະທ່ອງທ່ຽວໃນລາວໄດ້ມີການເລີກຈ້າງພະນັກງານຫຼາຍກວ່າ 1 ແສນຄົນໃນປີ 2020 ສອດຄ້ອງກັບສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ທີ່ຄາດການວ່າພາກບໍລິການແລະທ່ອງທ່ຽວໃນລາວຕ້ອງສູນເສຍລາຍໄດ້ເກີນກວ່າ 700 ລ້ານໂດລາສະຫະລັດ ເນື່ອງຈາກວ່າບໍ່ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາລາວ ນັບແຕ່ເດືອນເມສາ 2020 ເປັນຕົ້ນມາ ສ່ວນກະຊວງແຜນການ ແລະການລົງທຶນ ໄດ້ປະເມີນວ່າຜົນກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ເຮັດໃຫ້
ເສດຖະກິດລາວເກີດການສູນເສຍຫຼາຍກວ່າ 7,000 ຕື້ກີບ ແລະຍັງໄດ້ກະທົບຕໍ່ວິສາຫະກິດເຖິງ 128,690 ລາຍໃນທົ່ວປະເທດ ອັນຖືເປັນຜົນກະທົບຕໍ່ເສດຖະກິດລາວ ຮຸນແຮງທີ່ສຸດ ທັງຈະຕ້ອງໃຊ້ເວລາຫຼາຍປີ ເພື່ອການຟື້ນຟູໃຫ້ຄືນສູ່ປົກກະຕິ ໂດຍລັດຖະບານລາວຄາດວ່າ ຕ້ອງການຈະໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດກວ່າ 4,000 ລ້ານໃນຊ່ວງປີ 2021 ຫາ 2025.

XS
SM
MD
LG