ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນາຍົກລັດຖະມົນຕີ ລາວ ຢືນຢັນທີ່ຈະເຮັດໃນທຸກວິທີທາງ ເພື່ອຫຼຸດອັດຕາການຫວ່າງງານຂອງແຮງງານລາວ ທີ່ບໍ່ມີຝີມືຫຼາຍກວ່າ 439,000 ຄົນ


ນາຍົກລັດຖະມົນຕີລາວຢືນຢັນທີ່ຈະຫຼຸດອັດຕາການຫວ່າງງານຂອງແຮງງານລາວ ທີ່ບໍ່ມີຝີມືຫຼາຍກວ່າ 439,000 ຄົນ
ນາຍົກລັດຖະມົນຕີລາວຢືນຢັນທີ່ຈະຫຼຸດອັດຕາການຫວ່າງງານຂອງແຮງງານລາວ ທີ່ບໍ່ມີຝີມືຫຼາຍກວ່າ 439,000 ຄົນ

ນາຍົກລັດຖະມົນຕີລາວຢືນຢັນທີ່ຈະເຮັດໃນທຸກວິທີທາງ ເພື່ອຫຼຸດອັດຕາການຫວ່າງງານຂອງແຮງ ງານລາວທີບໍ່ມີຝີມືຫຼາຍກວ່າ 439,000 ຄົນ ທີ່ສ່ວນໃຫຍ່ກໍແມ່ນແຮງງານລາວທີ່ເດີນທາງກັບມາ ຈາກປະເທດໄທ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ຖະແຫຼງຢືນຢັນວ່າ ລັດຖະບານຈະດໍາເນີນການໃນທຸກວິທີທາງເພື່ອຫຼຸດອັດຕາການຫວ່າງງານໃນລາວໃຫ້ໄດ້ຢ່າງເປັນຮູບປະທໍາ ໂດຍສະເພາະແມ່ນການສ້າງວຽກເຮັດງານທໍາໃຫ້ກັບແຮງງານລາວ ທີ່ບໍ່ມີຝືມືຈໍານວນຫຼາຍກວ່າ 439,000 ຄົນ, ທີ່ສ່ວນໃຫຍ່ກໍຄືແຮງງານລາວ ທີ່ຖືກເລີກຈ້າງ ແລະເດີນທາງກັບມາຈາກປະເທດໄທ ຍ້ອນການລະ ບາດຂອງພະຍາດໂຄວິດ-19, ໂດຍລັດຖະບານລາວ ຈະເຈລະຈາກັບກຸ່ມທຸລະກິດຕ່າງໆເພື່ອຂໍໃຫ້ຈ້າງແຮງງານລາວເພີ້ມຂຶ້ນ ໂດຍສະເພາະແມ່ນກຸ່ມທຸລະກິດທີ່ລົງທຶນໃນເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ທີ່ສ່ວນໃຫຍ່ກໍເປັນການລົງທຶນຂອງຕ່າງຊາດໃນລາວນັ້ນ. ຫາກແຕ່ບັນຫາກໍຄື ແຮງງານລາວບໍ່ສາມາດຕອບສະໜອງຕາມຄວາມຕ້ອງການຂອງກຸ່ມທຸລະກິດຕ່າງຊາດໃນລາວໄດ້ເລີຍ ເຊິ່ງສ່ວນຫຼາຍເປັນແຮງງານທີ່ບໍ່ມີຝີມື ອີກທັງແຮງງານລາວເຫຼົ່ານີ້ ກໍຍັງບໍ່ຕ້ອງການທໍາງານຢູ່ລາວ ຫາກແຕ່ຍັງຢາກຈະເດີນທາງໄປທໍາງານຢູ່ໄທ, ດັ່ງທີ່ ທ່ານພັນຄໍາ ຢືນຢັນວ່າ:

“ຈະພະຍາຍາມໃຫ້ແຮງງານນີ້ເຂົ້າຢູ່ໃນລະບົບ ໂດຍໃຊ້ເຕັກນິກທີ່ທັນສະໄໝ, ບໍ່ແມ່ນເຮົາບໍ່ມີຕໍາແໜ່ງງານເດ້ ແຕ່ວ່າແຮງງານລາວ ມັນບໍ່ຢາກເຮັດ. ໄປຕ່າງປະເທດກໍບໍ່ໄດ້ອອກແຮງງານດີປານໃດ ກໍໄປເຮັດນັ້ນເຮັດນີ້, ໄປເປັນກໍາມະກອນ, ໄປເປັນແມ່ບ້ານ-ແມ່ເຮືອນ ແຕ່ວ່າມາຢູ່ນີ້ໃຫ້ເຮັດແນວນັ້ນ ບໍ່ຢາກເຮັດ, ແຮງງານລາວໄປຕ່າງປະເທດທີ່ບໍ່ຖືກກົດໝາຍນີ້ ເຄິ່ງຕໍ່ເຄິ່ງ ແລະຖືໂອກາດນີ້ ເຮົາເອົາເຂົາເຂົ້າລະບົບສະທຸກແຂວງ. ອັນນີ້ນິສິແມ່ນແຂວງພາກໃຕ້-ພາກກາງສິຫຼາຍກວ່າໝູ່ເດ້ ຕ້ອງຮ່ວມມືກັນເຮັດໃຫ້ມັນດີ.”

ສ່ວນທ່ານພອນສານ ວິໄລມິ່ງ, ສະມາຊິກສະພາແຫ່ງຊາດລາວຈາກແຂວງສະຫວັນນະເຂດຢືນຢັນວ່າ ການຫວ່າງງານໃນລາວໄດ້ກາຍເປັນບັນຫາທີ່ຮຸນແຮງເພີ້ມຂຶ້ນນັບມື້ ຍ້ອນຜົນກະທົບຈາກການລະບາດຂອງພະຍາດໄວຣັສໂຄວິດ-19 ທີ່ເຮັດໃຫ້ມີການເລີກຈ້າງງານທັງໃນລາວ ແລະຕ່າງປະເທດເພີ້ມຂຶ້ນຢ່າງຕໍ່ເນື່ອງ. ໂດຍແຮງງານທີ່ຖືກເລີກຈ້າງໃນຕ່າງປະເທດນັ້ນ ກໍໄດ້ພາກັນເດີນທາງກັບມາລາວ ແລະເປັນຄົນຫວ່າງງານໃນລາວທີ່ມີຈໍານວນຫຼາຍກວ່າ 439,000 ຄົນ ໃນປັດຈຸບັນ ທີ່ຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ, ແຕ່ວ່າ ບັນຫາກໍຄືລັດຖະບານລາວຈະສາມາດສ້າງງານຮອງຮັບແຮງງານເຫຼົ່ານີ້ໄດ້ພຽງ 45,500 ຄົນໃນປີ 2022. ໝາຍຄວາມວ່າແຮງງານລາວທີ່ຫວ່າງງານສ່ວນໃຫຍ່ນັ້ນ ກໍຍັງບໍ່ມີຫຼັກປະກັນວ່າ ຈະມີວຽກເຮັດງານທໍາແຕ່ຢ່າງໃດ, ດັ່ງທີ່ທ່ານ ພອນສານ ໄດ້ໃຫ້ການຢືນຢັນວ່າ:

“ສະພາບຫວ່າງງານຈໍານວນ 439,082 ຄົນ ຖືວ່າເປັນອັດຕາຫວ່າງງານທີ່ສູງສົມຄວນ, ສະນັ້ນ ແຜນການຂອງລັດຖະບານໃນການຊອກວຽກເຮັດງານທໍາໃຫ້ຈໍານວນຄົນຫວ່າງງານໃນປີ 2022 ໄດ້ພຽງແຕ່ 45,500 ຄົນ, ເຊິ່ງກວມເອົາພຽງແຕ່ 10.3 ເປີເຊັນຂອງຈໍານວນຫວ່າງງານທີ່ຍັງເຫຼືອຢູ່ 390,000 ກວ່າຄົນ ເຊິ່ງກໍເຫັນວ່າຍັງບໍ່ທັນມີແຜນການແກ້ໄຂສະພາບຫວ່າງງານດັ່ງກ່າວເນາະ.”

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ແລະສະຫວັດດີການສັງຄົມຢືນຢັນວ່າ ການພັດທະນາເພື່ອຍົກລະດັບຄຸນນະພາບຝີມືແຮງງານລາວ ຍັງບໍ່ສາມາດຕອບສະໜອງໃຫ້ກັບບັນດາບໍລິສັດຕ່າງຊາດທີ່ເຂົ້າມາລົງທຶນໃນລາວ ໄດ້ຢ່າງພຽງພໍກັບຄວາມຕ້ອງການໂຕຈິງ ໂດຍສະເພາະແມ່ນນັກຊ່ຽວຊານເຕັກໂນໂລຈີສະໄໝໃໝ່ ແລະເມື່ອສົມທົບດ້ວຍການລະບາດຂອງໄວຣັສໂຄວິດ-19 ໃນປັດຈຸບັນ ກໍໄດ້ສົ່ງຜົນກະທົບເຮັດໃຫ້ອັດຕາການຫວ່າງງານໃນລາວ ໄດ້ເພີ້ມຂຶ້ນຈາກລະດັບ 7 ເປີເຊັນໃນຕົ້ນປີ 2020 ມາເປັນ 25 ເປີເຊັນໃນປັດຈຸບັນນີ້ ໂດຍສະເພາະແມ່ນພາກທຸລະກິດບໍລິການ ແລະທ່ອງທ່ຽວນັ້ນ ຖືເປັນພາກທຸລະກິດທີ່ໄດ້ຮັບຜົນກະທົບຮຸນແຮງທີ່ສຸດໃນລາວ ຈຶ່ງມີການເລີກຈ້າງແຮງງານຫຼາຍທີ່ສຸດໃນລາວ ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ.

ໂດຍໃນຊ່ວງປີ 2016-2020 ທີ່ຜ່ານມາ ລັດຖະບານລາວສາມາດສ້າງວຽກເຮັດງານທໍາໃຫ້ກັບແຮງງານລາວໄດ້ທັງໝົດ 523,055 ຄົນ ຄິດເປັນ 73 ເປີເຊັນຂອງແຜນການ 5 ປີ ໃນນີ້ເປັນການສ້າງງານໃນປະເທດໄດ້ 244,055 ຄົນ ແລະ 279,504 ຄົນເປັນແຮງງານລາວທີ່ສົ່ງໄປໄທ, ເກົາຫຼີໃຕ້ ແລະຍີ່ປຸ່ນ ຕາມສັນຍາການຈ້າງແຮງງານລາວ ລວມກັນ 473,150 ຄົນ. ແຕ່ດ້ວຍການລະບາດຂອງພະຍາດໂຄວິດ-19 ກໍໄດ້ສົ່ງຜົນກະທົບເຮັດໃຫ້ແຮງງານລາວ 193,646 ຄົນຍັງບໍ່ສາມາດເດີນທາງໄປ 3 ປະເທດດັ່ງກ່າວໄດ້ຈົນເຖິງປັດຈຸບັນນີ້.

ນອກຈາກນີ້, ການລະບາດຢ່າງໜັກຂອງໄວຣັສໂຄວິດ-19 ໃນໄທຍັງເຮັດໃຫ້ມີການເລີກຈ້າງແຮງງານຫຼາຍກວ່າ 4 ແສນຄົນທີ່ໄດ້ພາກັນເດີນທາງກັບມາລາວແລ້ວນັ້ນ ກໍຍິ່ງເຮັດໃຫ້ການຫວ່າງງານໃນລາວກາຍເປັນບັນຫາທີ່ຮຸນແຮງເພີ້ມຂຶ້ນຢ່າງຫຼີກລ່ຽງບໍ່ໄດ້ອີກດ້ວຍ.

XS
SM
MD
LG