ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລາວ ອະນຸມັດ ແຜນການຮັບ ພະນັກງານລັດ 3 ພັນຄົນ ໃນປີ 2018


ນາຍົກລັດຖະມົນຕີ ລາວ ທ່ານທອງລຸນ ສີສຸລິດ ກ່າວຄຳປາໄສ ຢູ່ທີ່ກອງປະຊຸມ ສະພາແຫ່ງຊາດ ສະໄໝສາມັນ.
ນາຍົກລັດຖະມົນຕີ ລາວ ທ່ານທອງລຸນ ສີສຸລິດ ກ່າວຄຳປາໄສ ຢູ່ທີ່ກອງປະຊຸມ ສະພາແຫ່ງຊາດ ສະໄໝສາມັນ.

ນາຍົກລັດຖະມົນຕີລາວ ອະນຸມັດແຜນການໃຫ້ເປີດຮັບພະນັກງານໃໝ່ ຂອງລັດ
ຖະບານ ປະຈຳປີ 2018 ໄດ້ບໍ່ເກີນ 3,000 ຄົນ ເທົ່ານັ້ນ ໂດຍໃຫ້ເພັ່ງເລັງໃສ່
ຕຳແໜ່ງຄູ ແລະແພດໝໍ ຢູ່ໃນຊົນນະບົດ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃຫ້ການຢືນຢັນວ່າ ການເປີດຮັບລັດ
ຖະກອນໃໝ່ ໃນແຜນການ ປະຈຳປີ 2018 ຈະຈຳກັດ ຈຳນວນໃຫ້ຮັບໄດ້ທັງໝົດ
ບໍ່ເກີນ 3,000 ຄົນ ໃນທົ່ວປະເທດ ຊຶ່ງນອກຈາກຈະເປັນການຈັດຕັ້ງປະຕິບັດ ເພື່ອ
ໃຫ້ສອດຄ້ອງກັບສະພາບການ ໃນດ້ານງົບປະມານລາຍຮັບ ແລະລາຍຈ່າຍ ຂອງ
ລັດຖະບານແລ້ວ ຍັງແນໃສ່ການພັດທະນາ ແລະປັບປຸງເພື່ອຍົກລະດັບ ການປະ
ຕິບັດ ໜ້າທີ່ຂອງພະນັກງານລັດ ຫຼາຍກວ່າ 150,000 ຄົນ ໃນປັດຈຸບັນ ໃຫ້ມີປະສິດ
ທິພາບສູງຂຶ້ນອີກ ທັງຍັງຈະເພັ່ງເລັງໃສ່ຕຳແໜ່ງຄູ ແລະແພດ-ໝໍ ສຳລັບຕອບສະ
ໜອງໃຫ້ກັບພື້ນທີ່ ໃນເຂດຊົນນະບົດ ເປັນສຳຄັນ ດັ່ງທີ່ ທ່ານທອງລຸນ ໄດ້ຢືນຢັນວ່າ:

“ໂຄວຕາ ລັດຖະກອນ 3,000 ນີ້ ເກີນບໍ່ໄດ້ດອກ ແລະແນະນຳກະຊວງພາຍໃນ
ໄປແລ້ວ ວ່າ ຈົດໃສ່ຄູຢູ່ຫ່າງໄກສອກຫລີກເສຍກ່ອນ ຕໍ່ມາແມ່ນແພດໝໍ ຢູ່ໃນ
ຊົນນະລົດຫ່າງໄກສອກຫລີກ ຕໍ່ມາ ຈັ່ງເວົ້າເຖິງວ່າ ສຳນັກງານ ອົງການ ຫຼືວ່າ
ໜ່ວຍງານຢູ່ທ້ອງຖິ່ນໃດ ແມ່ນມີຄວາມຂາດເຂີນແທ້ ສິຈັດໃສ່ໃຫ້ ເພາະວ່າ
ລັດຖະກອນຂອງປະເທດເຮົາ ທຽບໃສ່ພົນລະເມືອງຂອງເຮົາ ໃນອາຊຽນນີ້
ອັນດັບທີ 9 ຫລາຍເກີນຂອບເຂດ ແທນທີ່ວ່າ ຫລາຍປານນີ້ ວຽກງານມັນສິໄປ
ສະດວກ ເງິນຄຳກະສິເຂົ້າມາບັກຫລາຍໆ ຈັ່ງສິໄປເກັບເງິນເກັບຄຳມານີ້ນະ
ຊ້ຳຜັດບໍ່ໄດ້.”

ບັນດາຄູ ແລະແພດ ສັກຢາກັນພະຍາດ ໃຫ້ແກ່ພວກເດັກນັກຮຽນອະນຸບານ ຢູ່ທີ່ໂຮງຮຽນອະນຸບານ ແຫ່ງນຶ່ງໃນລາວ.
ບັນດາຄູ ແລະແພດ ສັກຢາກັນພະຍາດ ໃຫ້ແກ່ພວກເດັກນັກຮຽນອະນຸບານ ຢູ່ທີ່ໂຮງຮຽນອະນຸບານ ແຫ່ງນຶ່ງໃນລາວ.

ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ
ກະຊວງການເງິນ ໄດ້ສະຫລຸບຜົນການຈັດຕັ້ງປະຕິບັດ ແຜນການງົບປະມານ
ລາຍຮັບ-ລາຍຈ່າຍ ປະຈຳປີ 2017 ວ່າລັດຖະບານ ບໍ່ສາມາດຈັດສັນງົບປະມານ
ສຳລັບນຳໃຊ້ໃນການພັດທະນາການສຶກສາ ແລະລະບົບບໍລິການ ດ້ານສາທາລະ
ນະສຸຂ ໄດ້ຕາມແຜນການ ເພາະຈັດເກັບລາຍຮັບໄດ້ຕ່ຳກວ່າ ເປົ້າໝາຍທີ່ວາງໄວ້.

ໃນຂະນະທີ່ທ່ານລັດທິພອນ ອຸລາ ນັກໂພຊະນາການ ຂອງກະຊວງສາທາລະນະສຸກ
ໃຫ້ການການຢືນຢັນວ່າ ຍັງມີເດັກນ້ອຍລາວ ທີ່ອາຍຸ ຕ່ຳກວ່າເກນມີການຈະເລີນ
ເຕີບໂຕ ຂອງສະໝອງ ແລະການຮຽນຮູ້ຕ່າງໆ ໃນລະດັບທີ່ຕ່ຳກວ່າເກນມາດຕະຖານ
ສາກົນອີກດ້ວຍ.

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງການເງິນ ໄດ້ສະຫລຸບຜົນການຈັດຕັ້ງປະຕິບັດ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2017.
ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງການເງິນ ໄດ້ສະຫລຸບຜົນການຈັດຕັ້ງປະຕິບັດ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2017.

ທັງນີ້ ໂດຍເດັກນ້ອຍລາວ ທີ່ປະເຊີນກັບບັນຫາດັ່ງກ່າວນີ້ ສ່ວນໃຫຍ່ ກໍຄືເດັກນ້ອຍ
ທີ່ຢູ່ໃນເຂດຊົນນະບົດ ທີ່ຄອບຄົວມີຖານະຍາກຈົນ ແລະບັນຫາດັ່ງກ່າວນີ້ ກໍຍິ່ງຮຸນແຮງ
ຂຶ້ນຕື່ມອີກ ເມື່ອປາກົດວ່າ ພໍ່ ແລະແມ່ ແລະຜູ້ປົກຄອງຂອງເດັກນ້ອຍເຫຼົ່ານີ້ ບໍ່ມີຄວາມຮູ້
ແລະ ຄວາມເຂົ້າໃຈດ້ານສາທາລະນະສຸຂ ແລະໂພຊະນາການ ສຳລັບເດັກເລີຍ ຮວມໄປ
ເຖິງ ການຂາດແຄນງົບປະມານຂອງລັດຖະບານ ດ້ວຍນັ້ນ ກໍຍິ່ງເຮັດໃຫ້ຍາກຕໍ່ການແກ້
ໄຂບັນຫາດັ່ງກ່າວນີ້.

ພາຍໃຕ້ສະພາບການດັ່ງກ່າວນີ້ ຍັງເຮັດໃຫ້ລາວ ເປັນປະເທດທີ່ມີອັດຕາການສ່ຽງຊີວິດ
ຂອງແມ່ຍິງ ໃນຂະນະເກີດລູກ ແລະການເສຍຊີວິດຂອງເດັກເກີດໃໝ່ ຍັງມີອັດຕາສະ
ເລ່ຍ ສູງທີ່ສຸດໃນອາຊຽນ ສ່ວນການຫລຸດຜ່ອນບັນຫານີ້ ກໍດ້ວຍການພັດທະນາ ເພື່ອຍົກ
ລະດັບຄຸນນະພາບການໃຫ້ບໍລິການຂອງໂຮງໝໍ ແລະສຸກສາລາຫຼາຍກວ່າ 1,000 ແຫ່ງ
ໃຫ້ໄດ້ມາດຕະຖານສາກົນເທົ່ານັ້ນ.

ທັງນີ້ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະເມີນວ່າ ການຈັດຕັ້ງ
ປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ໃນປີ 2011-2015 ລັດຖະບານລາວ
ບໍ່ສາມາດບັນລຸເປົ້າໝາຍໄດ້ ໃນ 6 ດ້ານ ກໍຄືເດັກອາຍຸຕ່ຳກວ່າ 5 ປີ ຍັງມີສ່ວນສູງ ຕ່ຳ
ກວ່າເກນເຖິງ 38 ເປີເຊັນ ສ່ວນເດັກນ້ຳໜັກຕ່ຳກວ່າເກນ ກໍມີເຖິງ 27 ເປີເຊັນ ອັດຕາ
ການຮຽນຈົບຊັ້ນປະຖົມເພີ່ມຂຶ້ນຢ່າງຊັກຊ້າ ອັດຕາການຕາຍຂອງແມ່ ຂະນະຖືພາ ກໍຍັງ
ສູງເຖິງ 197 ຄົນ ຕໍ່ 1 ແສນຄົນ ແລະ ແມ່ທີ່ເກີດລູກໂດຍໄດ້ຮັບການຊ່ອຍເຫຼືອ ຈາກ
ແພດໝໍ ກໍມີພຽງແຕ່ 53.9 ເປີເຊັນ ເທົ່ານັ້ນ ຊຶ່ງຕໍ່ບັນຫາດັ່ງກ່າວນີ້ ລັດຖະບານສະຫະລັດ
ອາເມຣິກາ ກໍໄດ້ດຳເນີນ ໂຄງການປັບປຸງໂພຊະນາການເພື່ອເດັກອາຍຸຕ່ຳກວ່າ 5 ປີ
ໃນລາວໃນຊ່ວງປີ 2015-2018 ດ້ວຍທຶນຊ່ວຍເຫຼືອ 27 ລ້ານໂດລາ ສຳລັບເດັກ
140,000 ກວ່າຄົນໃນ 7 ແຂວງທຸກຍາກທີ່ສຸດໃນລາວ.

XS
SM
MD
LG