ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລາວ ແຕ່ງຕັ້ງຄະນະພິເສດ ເພື່ອສືບຫາ ສາເຫດ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ


ເຈົ້າໜ້າທີ່ປ້ອງກັນປະເທດ ລາວ ຖະແຫຼງຂ່າວ ກ່ຽວກັບ ໄພພິບັດຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນແຂວງອັດຕະປື.
ເຈົ້າໜ້າທີ່ປ້ອງກັນປະເທດ ລາວ ຖະແຫຼງຂ່າວ ກ່ຽວກັບ ໄພພິບັດຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນແຂວງອັດຕະປື.

ນາຍົກລັດຖະມົນຕີ ລາວ ແຕ່ງຕັ້ງຄະນະສະເພາະກິດ ໃຫ້ຮັບຜິດຊອບການສືບສວນ
ເພື່ອຫາສາເຫດທີ່ເຮັດໃຫ້ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ແລະ ສົ່ງຜົນກະທົບ
ຕໍ່ປະຊາຊົນ ລາວ ຢ່າງຮຸນແຮງ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫຼງຢືນຢັນວ່າ ການແຕ່ງຕັ້ງຄະນະ
ສະເພາະກິດຂຶ້ນມາໃນຄັ້ງນີ້ມີເປົ້າໝາຍເພື່ອຮັບປະກັນວ່າ ການສືບສວນສອບສວນ
ເພື່ອຫາສາເຫດທີ່ເຮັດໃຫ້ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ແລະ ສົ່ງຜົນກະ
ທົບຕໍ່ປະຊາຊົນ ລາວ ຢ່າງຮຸນແຮງນັ້ນ ໄດ້ດຳເນີນໄປຢ່າງໂປ່ງໄສ ແລະ ປາສະຈາກ
ການແຊກແຊງຈາກພາຍນອກ ໂດຍການຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງທັງໃນລະ
ດັບສູນກາງ ແລະ ທ້ອງຖິ່ນຢ່າງໃກ້ຊິດເພື່ອແກ້ໄຂບັນຫາ ແລະ ຜົນກະທົບທີ່ເກີດຂຶ້ນ
ທັງໃນໄລຍະສະເພາະໜ້າ ແລະ ໄລຍະຍາວໃຫ້ໄດ້ຢ່າງມີປະສິດທິຜົນ ຊຶ່ງລວມເຖິງ
ການກວດກາ ແລະ ກຳນົດການຮັບຜິດຊອບຂອງກຸ່ມຜູ້ລົງທຶນໃນໂຄງການທີ່ມີຕໍ່ຜົນ
ເສຍຫາຍທີ່ເກີດຂຶ້ນດ້ວຍ ດັ່ງທີ່ທ່ານ ທອງລຸນ ຢືນຢັນວ່າ

"ໜ່ວຍສະເພາະກິດດັ່ງກ່າວນີ້ຈະເຮັດໜ້າທີ່ທັງໄລຍະສະເພາະໜ້າ ແລະ ຍາວນານ
ຄະນະສະເພາະກິດນີ້ຈະໄດ້ປະເມີນຜົນເສຍຫາຍ ທັງຊອກຫາສາເຫດທີ່ພາໃຫ້ເກີດ
ອຸບັດຕິເຫດການແຕກຫັກຂອງອ່າງເກັບນໍ້າດັ່ງກ່າວນັ້ນ ລວມທັງຈະໄດ້ຮ່ວມກັບບໍລິ
ສັດທີ່ໄດ້ຮັບການສຳປະທານນັ້ນ ກວດກາຄວາມຮັບຜິດຊອບ ແລະ ພັນທະຂອງແຕ່
ລະຝ່າຍ ເພື່ອແກ້ໄຂບັນຫານີ້ຕໍ່ໄປ.

ໂດຍສະເພາະກິດດັ່ງກ່າວນີ້ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີເປັນ
ຫົວໜ້າຄະນະທີ່ປະກອບດ້ວຍການນຳຂັ້ນສູງຈາກກະຊວງປ້ອງກັນປະເທດ, ກະຊວງ
ກະສິກຳ ແລະ ປ່າໄມ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງພະລັງ
ງານ ແລະ ບໍ່ແຮ່, ກະຊວງພາຍໃນ ແລະ ອຳນາດການປົກຄອງແຂວງອັດຕະປື ຊຶ່ງບັນ
ດາອົງການອະນຸລັກສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນໍ້າຂອງ ແລະ ສາກົນ ມອງ
ວ່າບໍ່ສາມາດທີ່ຈະຮັບປະກັນເຖິງຄວາມໂປ່ງໄສໃນການສືບສວນສອບສວນໄດ້ເລີຍ
ເນື່ອງຈາກວ່າເປັນຄະນະສະເພາະກິດທີ່ບໍ່ມີການປະກອບສ່ວນຂອງຜູ້ຊ່ຽວຊານຈາກ
ພາຍນອກນັ້ນເອງ.

ສ່ວນທ່ານ ວິທູນ ເພີ່ມພົງສາຈະເລີນ ຜູ້ອຳນວຍການເຄືອຂ່າຍພະລັງງານເພື່ອລະບົບ
ນິເວດທຳມະຊາດໃນລຸ່ມແມ່ນໍ້າຂອງຢືນຢັນວ່າ ບັນດາອົງການອະນຸລັກສິ່ງແວດລ້ອມ
ໃນລຸ່ນແມ່ນໍ້າຂອງ ແລະ ສາກົນໄດ້ສະແດງການຄັດຄ້ານຕໍ່ໂຄງການເຂື່ອນໄຟຟ້າ
ເຊປຽນ-ເຊນໍ້ານ້ອຍໃນແຂວງອັດຕະປືມາໂດຍຕະຫຼອດ ເພາະເຊື່ອວ່າຈະສົ່ງຜົນກະ
ທົບຢ່າງຮຸນແຮງ ທັງຕໍ່ສັງຄົມ ແລະ ສິ່ງແວດລ້ອມທຳມະຊາດໃນ ລາວ ແລະ ລຸ່ມແມ່
ນໍ້າຂອງ ເນື່ອງຈາກເປັນໂຄງການທີ່ຈະປ່ຽນແປງສະພາບແວດລ້ອມທຳມະຊາດຂອງ
ແມ່ນໍ້າໃນ ລາວ ເຖິງ 3 ສາຍ ໂດຍການຜະລິດໄຟຟ້າດ້ວຍການຜັນນໍ້າຈາກເຊປຽນ
ໄປຍັງເຊນໍ້ານ້ອຍ ແລ້ວກະປ່ອຍລົງສູ່ເຊກອງ ແລະ ລົງໄປສູ່ແມ່ນໍ້າຂອງຕາມລຳດັບ
ນັ້ນ ມັນເປັນການເພີ່ມປະລິມານນໍ້າຈາກລະດັບທຳມະຊາດຂອງແມ່ນໍ້າແຕ່ລະສາຍ
ທັງຍັງມີຄວາມແຕກຕ່າງກັນທາງດ້ານລະບົບນິເວດວິທະຍາອີກດ້ວຍ.

ທາງດ້ານທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່
ແຮ່ ຖະແຫຼງວ່າການແຕກຂອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍໃນຄັ້ງນີ້ເກີດຈາກ
ການກໍ່ສ້າງທີ່ບໍ່ໄດ້ມາດຕະຖານ ຊຶ່ງທາງການ ລາວ ຈະດຳເນີນການສືບສວນສອບ
ສວນເພື່ອຊອກຫາພະຍານ ແລະ ຫຼັກຖານຕ່າງໆ ສຳລັບນຳໃຊ້ປະກອບການດຳເນີນ
ມາດຕະການຕ່າງໆ ເພື່ອເອົາຜິດກັບກຸ່ມຜູ້ລົງທຶນໃນໂຄງການຕໍ່ໄປ.

ທ່ານ ຄຳມະນີ ຢືນຢັນດ້ວຍວ່າ ໄຟນໍ້າຖ້ວມໄດ້ເກີດຂຶ້ນຢ່າງກະທັນຫັນໃນຕອນກາງ
ຄືນຂອງວັນທີ 23 ກໍລະກົດ 2018 ໂດຍເປັນຜົນກະທົບຈາກພາຍຸເຊິ່ນຕິງ ຊຶ່ງເຮັດໃຫ້
ປະລິມານນໍ້າຝົນລົ້ນອ່າງນໍ້າຂອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແລະ ເກີດການ
ແຕກຕັ້ງແຕ່ເວລາ 20 ໂມງຂອງວັນທີ 23 ກໍລະກົດດັ່ງກ່າວແລ້ວກໍໄຫຼເຂົ້າຖ້ວມເມືອງ
ສະໜາມໄຊຢ່າງໜັກໜ່ວງ ແລະ ດ້ວຍຜົນກະທົບທີ່ເກີດຂຶ້ນຢ່າງກວ້າງຂວາງ ກໍຍັງ
ເຮັດໃຫ້ລັດຖະບານ ລາວ ຕ້ອງປະກາດໃຫ້ເຂດດັ່ງກ່າວເປັນພື້ນທີ່ປະສົບໄພພິບັດສຸກ
ເສີນລະດັບຊາດຢ່າງເປັນທາງການ ນັບຕັ້ງແຕ່ວັນທີ 24 ກໍລະກົດ 2018 ເປັນຕົ້ນມາ
ຈົນເຖິງປັດຈຸບັນນີ້ອີກດ້ວຍ.

ໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ເປັນການຮ່ວມທຶນລະຫວ່າງບໍລິສັດ SK
ວິສະວະກຳ ແລະ ກໍ່ສ້າງຂອງເອກະຊົນ ລາວ ກັບລັດວິສາກະກິດຖືຫຸ້ນລາວ (Lao
Holding) ພ້ອມດ້ວຍບໍລິສັດ Western Power ຈາກ ເກົາຫຼີໃຕ້ ແລະ ກຸ່ມບໍລິສັດໄຟ
ຟ້າຣາດຊະບູຣີ ຈຳກັດ (ມະຫາຊົນ) ຂອງ ໄທ ດ້ວຍສັດສ່ວນການຮ່ວມທຶນ 26 ເປີ
ເຊັນ- 24 ເປີເຊັນ- 25 ເປີເຊັນຂອງມູນຄ່າການລົງທຶນລວມ 1,020 ລ້ານໂດລາ ໂດຍ
ມີກຳນົດກໍ່ສ້າງແລ້ວສຳເລັດໃນປີ 2019 ມີກຳລັງຕິດຕັ້ງ 410 ເມກະວັດ ໂດຍ 90 ເປີ
ເຊັນຈະສົ່ງອອກໄປ ໄທ ຕະຫຼອດອາຍຸສຳປະທານ 27 ປີ ແລະ 10 ເປີເຊັນຈະຂາຍ
ໃຫ້ລັດວິສາຫະກິດໄຟຟ້າ ລາວ ເພື່ອຕອບສະໜອງການຊົມໃຊ້ໃນ ລາວ.

XS
SM
MD
LG