ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກລາວ ຢືນ​ຢັນ​ວ່າ ການ​ທຸດ​ຈະ​ລິດ ຮ່ວມ​ມື ລະ​ຫວ່າງ​ ພະ​ນັກ​ງານ​ລັດ ແລະ ​ນັກ​ທຸ​ລະ​ກິດ ສ້າງ​ຄ​ວາມເສຍ​ຫາຍ 999 ຕື້​ກີບ


ເງິນ​ກີບ​ລ​າວ.
ເງິນ​ກີບ​ລ​າວ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ຢືນ​ຢັນ​ວ່າການ​ທຸ​ດຈະ​ລິດ​ເປັນ​ການ​ຮ່ວມ​ມື​ລະ​ຫວ່າງ ພະ​ນັກ
​ງານ​ລັດ ກັບ​ນັກ​ທຸ​ລະ​ກິດ​ຈຳ​ນວນ 1,285 ຄົນ ເຮັດ​ໃຫ້​ລັດ​ຖະ​ບານ​ເສຍ​ຫາຍ​ຫຼາຍກວ່າ
999 ຕື້​ກີບ ແລະ​ກວ່າ 67 ລ້ານ​ໂດ​ລາ​ໃນ​ປີ 2018.

ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຢືນ​ຢັນ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ຄັ້ງ​ທີ
7 ຂອງ​ສະ​ພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 8 ໃນ​ວັນ​ທີ 10 ມິ​ຖຸ​ນາ 2019 ວ່າ​ອົງ​ການກວດ​ກາ
​ລັດ​ຖະ​ບານ​ໄດ້​ກວດ​ພົບ​ການທຸ​ດຈະ​ລິດ​ໃນ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ​ຂອງ​ລັດ​ຖະ​ບານ
​ລາວ ທີ່​ເປັນ​ການ​ຮ່ວມ​ມື​ລະ​ຫວ່າງ​ພະ​ນັກ​ງານ​ລັດ ກັບ​ນັກ​ທຸ​ລະ​ກິດ​ຈຳ​ນວນ 1,285 ຄົນ
ທີ່​ເຮັດ​ໃຫ້​ລັດ​ຖະ​ບານ​ເສຍ​ຫາຍ​ໄປ​ຫຼາຍກວ່າ 999 ຕື້​ກີບ ແລະ​ກ​ວ່າ 67 ລ້​ານ​ໂດ​ລາ
ໃນ​ຊ່ວງ​ປີ 2018 ​ທີ່​ຜ່ານ​ມາ.

ໂດຍ​ໃນ​ຈຳ​ນວນ​ຜູ້​ກະ​ທຳ​ການ​ທຸ​ດຈະ​ລິດ​ດັ່ງ​ກ່າວ ແບ່ງ​ເປັນ​ພະ​ນັກ​ງານ​ລັດ 970 ຄົນ
ກັບ​ນັກ​ທຸ​ລະ​ກິດ 315 ຄົນ ທີ່​ຮ່ວມ​ມື​ກັນ​ທຸດ​ຈະ​ລິດ​ໃນ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ​ຂອງ
​ລັດ​ຖະ​ບານ​ລາວ​ຈຳ​ນວນ 105 ໂຄງ​ການ ຊຶ່ງ​ກໍ​ມີ​ທັງ​ການ​ໃຊ້​ອຳ​ນາດ​ໜ້າ​ທີ່ ເພື່ອ​ສະ​
ແຫວ​ງ​ຫາ​ຜົນ​ປະ​ໂຫຍດ ການ​ຮັບ​ສິນ​ບົນ ການ​ຍັກ​ຍອກ ແລະ​ສໍ້​ໂກງ​ເອົາ​ຊັບ​ສິນ​ຂອງ​
ລັດ ການ​ປອມ​ແປງ​ເອກ​ກະ​ສານ​ສຳ​ຄັນ​ຂອງ​ລັດ ການ​ປ​ອ​ມ​ແປງ​ມາດ​ຕະ​ຖານ​ກໍ່​ສ້າງ
ແລະ​ເທັກ​ນິກ​ຕ່າງໆ ຊຶ່ງ​ສ່ວນ​ໃຫຍ່​ເປັນ​ໂຄງ​ການ​ພັດ​ທະ​ນາ ທີ່​ລັດ​ຖະ​ບານ​ລາວ​ກູ້​ຢືມ​
ເງິນ ແລະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ລ້າ ຈາກ​ຕ່າງ​ປະ​ເທດ​ເປັນ​ດ້ານ​ຫລັກ​ນັ້ນ ​ຍັງ​ເຮັດ​ໃຫ້​
ລັດ​ຖະ​ບານ​ລາວ ຖືກ​ນາໆ​ຊາດກົດ​ດັນ​ເພື່ອ​ໃຫ້​ແກ້ບັນ​ຫາ​ທີ່​ເກີດ​ຂຶ້ນ​ຢ່າງ​ຮີບ​ດ່ວນ
ອີກ​ດ້ວຍ.

ທັງ​ນີ້​ລັດຖະ​ບານ​ລາວ​ໄດ້​ລົງ​ໂທດ​ດ້ວຍ​ການ​ປະ​ຕິ​ບັດ​ວິ​ໄນ​ພະ​ນັກ​ງານ​ລັດ​ໄປ​ແລ້ວ
849 ຄົນ ພ້ອມ​ທັງ​ດຳ​ເນີ​ນ​ຄະ​ດີ​ໃນ​ຊັ້ນ​ສານ 113 ຄົນ ແລະ​ສານ​ໄດ້​ຕັດ​ສິນ​ລົງ ໂທດ​
ທາງ​ແພ່ງ ແລະ​ອາ​ຍາ​ແລ້ວ 55 ຄົນ ເຮັດ​ໃຫ້​ເກັບ​ເງິນ​ຄືນ​ມາ​ໄດ້​ແລ້ວ 26.5 ຕື້​ກີບ ແລະ
17 ລ້ານ​ໂດ​ລາ ທັງ​ຍັງ​ໄດ້​ຍົກ​ເລີກ​ສິດ​ສຳ​ປະ​ທານ​ຂອງ​ນັກ​ທຸ​ລະ​ກິດ 315 ຄົນ ທີ່​ມີ​
ສ່ວນໃນ​ການ​ທຸດ​ຈະ​ລິດ​ດັ່ງ​ກ່າວ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ທອງ​ລຸນ ໃຫ້​ການ​ຢືນ​ຢັນ​ວ່າ:

“ປີ 2018 ອົງ​ການກວດ​ກາ​ລັດ​ຖະ​ບານ ໄດ້​ດຳ​ເນີນ​ການ​ຕິດ​ຕາມ ແລະກວດ​ກາ
ພົບ​ເຫັນ​ຜົນ​ເສຍ​ຫາຍ​ທັງ​ໝົດ 999 ຕື້​ກີບ 67 ລ້ານ​ກວ່າ​ໂດ​ລາ ເກັບ​ກູ້​ຄືນ​ມາ​ໄດ້
26.5 ຕື້ 17 ລ້ານ​ໂດ​ລາ ແລ້ວ​ກະ​ພົບ​ເຫັນ​ຜູ້​ມີ​ພຶດຕິກຳສໍ້ລາດບັງ​ຫຼວງທັງ​ໝົດ​ນີ້
​ແມ່ນ 1,285 ລາຍ ໃນ​ນີ້​ພະ​ນັກ​ງານ​ຂອງ​ລັດ​ກໍ​ມີ​ເຖິງ 970 ຜູ້​ປະ​ກອບ​ການ 315
ກຳ​ລັງ​ດຳ​ເນີນ​ມາດ​ຕະ​ການ​ຕ່າງໆ​ຕາມ​ລະ​ບຽບ ແລະ​ກົດ​ໝາຍ​ຢ່າງ​ເຄັ່ງ​ຄັດ."

ທາງ​ດ້ານ​ທ່ານ​ບຸນ​ທອງ ຈິດ​ມະ​ນີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ລະ​ດັບ​ຊາດ ເພື່ອ​ຕ້ານ
​ການ​ສໍ້​ລາດ​ບັງ​ຫຼວງຖະ​ແຫຼງ​ຢືນ​ຢັນ​ວ່າ ການ​ທຸດຈະ​ລິດ​ຄໍ​ຣັບ​ຊັນ ໂດຍ​ພະ​ນັກ​ງານ​
ຂອງ​ພັກ​ລັດ ແລະ​ລັດ​ຖະ​ບານ ຍັງ​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ​ໃນ​ທຸກ​ລະ​ດັບ​ຊັ້ນ ແລະ
​ມີ​ລັກ​ຊ​ະ​ນະ​ທີ່​ເປັນ​ບັນ​ຫາ​ທີ່​ແກ່​ຍາວ ແລະ​ຝັງ​ເລິກໃນ​ທຸກ​ພາກ​ສ່ວນ ຈຶ່ງ​ເປັນ​ການ​
ຍາກ​ຢ່າງ​ຍິ່ງ​ທີ່​ຈະ​ລົບ​ລ້າງ​ໃຫ້​ໝົດ​ໄປ​ຈາກວົງການ​ພັກ​ລັດໄດ້​ຢ່າງ​ແທ້​ຈິງ.

ທ່ານ​ບຸນ​ທອງ ໄດ້​ຍົກ​ໂຕ​ຢ່າງ​ກັບ​ການກວ​ດ​ກາ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອງ​ລັດ​ຖະ​
ບານ​ຈຳ​ນວນ 209 ໂຄງ​ການ ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ນັ້ນ​ແ​ບ່ງ​
ເປັນ 103 ໂຄ​ງ​ການ ທີ່ບໍ່​ໄດ້​ຈັດ​ການ​ປະ​ມູນ​ ແ​ລະ 106 ໂຄງການ ​ທີ່​ຈັດການ​ປະ​ມູນ
ແຕ່ບໍ່​ຖືກຕ້ອງ​ຕາມ​ກົດ​ໝາຍ ເຮັດ​ໃຫ້​ລັດ​ຖະ​ບານ​ສູນ​ເສຍ​ງົບ​ປະ​ມານ​ໄປ 5,331
ກວ່າ​ຕື້​ກີບ ສ່ວນ​ການ​ຍົກ​ເວັ້ນອາກອນ​ນຳ​ເຂົ້າ​ນ້ຳ​ມັນ​ໃຫ້​ກັບ​ບັນ​ດາ​ບໍ​ລິ​ສັດ​ຕ່າງ​ຊ​າດ
ທີ່​ລົງ​ທຶນ​ໃນ​ລາວນັ້ນ ກໍ​ເຮັດ​ໃຫ້​ລັດ​ຖະ​ບານ​ສູນ​ເສຍລາຍ​ຮັບ​ໄປ​ເຖິງ 2,407 ຕື້​ກີບ
ໃນ​ແຕ່​ລະ​ປີ.

ພ້ອມ​ກັນ​ນີ້ ຍັງ​ກວດ​ພົບ​ໂຄງ​ການນອກ​ແຜນ​ການ​ຂອງ​ລັດຖະ​ບ​ານ​ເຖິງ 285 ໂຄ​ງ
​ການ ທີ່​ມີ​ມູນ​ຄ່າ​ເສຍ​ຫາຍ​ຫຼາຍກວ່າ 4,483 ຕື້​ກີບ ທີ່​ບໍ່​ເປັນ​ໄປ​ຕາມ​ລະ​ບຽບ​ດ້ານ​ງົບ​
ປະ​ມານ ແລະ​ບໍ່​ຜ່ານ​ການ​ຮັບ​ຮອງ​ຂອງ​ສະ​ພາ​ແຫ່ງ​ຊາດ ທັງ​ມີ​ການ​ລັກ​ລອບ​ຂົນ​ສົ່ງ​
ໄມ້​ໄປ​ຕ່າງ​ປະ​ເທດກວ່າ 4 ລ້ານ​ແມັດ​ກ້ອນ ຊຶ່ງ​ເຮັດ​ໃຫ້​ອົງ​ການ​ເພື່ອ​ຄວາມ​ໂປ່ງ​ໃສ
ສາ​ກົນ (Transparancy International) ລາຍ​ງານ​ວ່າ ລັດ​ຖະ​ບານ​ລາວ​ມີ​ຄວາມ
​ໂປ່ງ​ໃສ​ໃນ​ການ​ບໍ​ລິ​ຫານ​ງານ​ທີ່​ລະ​ດັບ 29 ຈາກ 100 ຄະ​ແນນ​ເຕັມ​ໃນ​ປີ 2018 ຜ່ານ
​ມາ ໝາຍ​ຄວາມ​ວ່າ​ມີ​ນັກທຸລະ​ກິດ​ຊາວ​ຕ່າງ​ຊ​າດ​ທີ່​ລົງ​ທຶນ​ໃນ​ລາວ​ພຽງ 29 ຄົນ​ໃນ
100 ຄົນ​ທີ່​ເຫັນ​ວ່າ​ການ​ບໍ​ລິ​ຫານ​ງານ​ໃນ​ວົງ​ການ​ລັດ​ຖະ​ບານ​ລາວ ໄດ້​ດຳ​ເນີນ​ໄປ​
ຢ່າງ​ໂປ່ງ​ໃສ ຫຼື​ບໍ່​ມີ​ການ​ທຸດ​ຈະ​ລິດ​ນັ້ນ​ເອງ.

XS
SM
MD
LG