ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ບໍ່ສາມາດບັນລຸ ເປົ້າ​ໝາຍ​ ໃນແຜນການພັດທະນາ ເສດຖະກິດ ແລະ ສັງຄົມ ປີ 2019


ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ລາວ ສະ​ໄໝ​ສາ​ມັນ ເທື່ອ​ທີ 7
ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ລາວ ສະ​ໄໝ​ສາ​ມັນ ເທື່ອ​ທີ 7

ນາຍົກລັດຖະມົນຕີ ລາວ ຍອມຮັບວ່າ ການຈັດຕັ້ງປະຕິບັດແຜນການພັດທະນາເສດ
ຖະກິດ ແລະ ສັງຄົມປີ 2019 ບໍ່ບັນລຸເປົ້າໝາຍທີ່ວາງໄວ້ ເພາະພາກການຜະລິດຕ່າງໆ ຂະຫຍາຍຕົວຕໍ່າກວ່າແຜນການໃນທຸກດ້ານ. ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ມາ​ສະ​ເໜີ​
ທ່ານ​ຈາກ​ບາງກອກ.


ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ຖະແຫຼງຍອມຮັບຕໍ່ກອງປະຊຸມສະໄໝ ສາມັນຄັ້ງທີ 8 ຂອງສະພາແຫ່ງຊາດລາວ ທີ່ດຳເນີນກອງປະຊຸມໃນຊ່ວງວັນທີ 7 ພະຈິກ
-6 ທັນວາ 2019 ວ່າ ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະ ສັງຄົມ ແຫ່ງຊາດໃນຕະຫຼອດປີ 2019 ເຮັດໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ ໂດຍເຫັນໄດ້ຈາກ ການຜະລິດກະສິກຳທີ່ຂະຫຍາຍຕົວ 2.5 ເປີເຊັນ, ອຸດສາຫະກຳ 7.1 ເປີເຊັນ ແລະ ພາກ ບໍລິການ 5 ເປີເຊັນໃນຂະນະທີ່ແຜນການວາງໄວ້ທີ່ລະດັບ 2.8 ເປີເຊັນ, 8.3 ເປີເຊັນ ແລະ 6.7 ເປີເຊັນຕາມລຳດັບ ຈຶ່ງຄາດວ່າ ເສດຖະກິດລາວຈະຂະຫຍາຍຕົວເພີ່ມຂຶ້ນບໍ່ເກີນ 6.4 ເປີເຊັນໃນຂະນະທີ່ແຜນການປີ 2019 ວາງໄວ້ທີ່ອັດຕາສະເລ່ຍ 6.7 ເປີເຊັນ ແຕ່ກໍຍັງ ເປັນຂະຫຍາຍຕົວດ້ານບວກດັ່ງທີ່ທ່ານ ທອງລຸນ ຖະແຫຼງຢືນຢັນວ່າ

"ໂຕເລກເຕີບໂຕຂອງເສດຖະກິດບັນລຸໄດ້ 6.4 ເປີເຊັນ ຄາດຄະເນໝົດປີ ຊຶ່ງຫຼຸດຄາດ ໝາຍທີ່ສະພາຮັບຮອງ ແຕ່ກໍຍັງເປັນໂຕເລກເຕີບໂຕທີ່ຢູ່ໃນລະດັບດີ ເຖິງວ່າຈະຫຼຸດລົງ ແຕ່ເປັນການຫຼຸດລົງຊຶ່ງບໍ່ສາມາດຫຼີກລ້ຽງໄດ້ ແຕ່ເປັນການຫັນເຂົ້າສູ່ພື້ນຖານການຜະ
ລິດຕົວຈິງ ເພື່ອສ້າງຄວາມໜັກແໜ້ນໃຫ້ແກ່ການເຕີບໂຕທີ່ໝັ້ນທ່ຽງ-ຍືນຍົງ ທັງເປັນ ການສ້າງຖານະການຜະລິດ ແລະ ການກະຈາຍລາຍຮັບອອກສູ່ປະຊາຊົນ ໃນທ້ອງຖິ່ນ ຕ່າງໆຫຼາຍຂຶ້ນ."

ແຕ່ຢ່າງໃດກໍຕາມ ເພື່ອເປັນການເຮັດໃຫ້ເສດຖະກິດລາວ ມີການຂະຫຍາຍຕົວໃນ ອັດຕາສະເລ່ຍບໍ່ຫຼຸດ 6.4 ເປີເຊັນ ລັດຖະບານຕ້ອງຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາບ ແລະ ໝັ້ນທ່ຽງ ປັບປຸງການຄຸ້ມຄອງລະບົບການເງິນ ແລະ ງົບປະມານລັດໃຫ້ແຂງແຮງ ປະຕິຮູບກົນໄກການເກັບລາຍຮັບທີ່ທັນສະໄໝ-ໂປ່ງໄສ ຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບ ປະຕິບັດນະໂຍ ບາຍດອກເບ້ຍທະນາຄານ ຕາມກົນໄກຕະຫຼາດ ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດສົ່ງເສີມການ ລົງທຶນພາຍໃນ ແລະ ຂອງຕ່າງຊາດໃຫ້ເພີ່ມຂຶ້ນ ພັດທະນາການຜະລິດສິນຄ້າ ແລະ
ບໍລິການ ສົ່ງເສີມການຜະລິດສິນຄ້າເພື່ອຊົມໃຊ້ພາຍໃນ ແລະ ຫຼຸດການນຳເຂົ້າຈາກ
ຕ່າງປະເທດແກ້ໄຂບັນຫາທຸກຍາກຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຢ່າງຍືນ ຍົງໃຫ້ມີປະສິດທິຜົນ ບໍລິຫານລັດຕາມກົດໝາຍຢ່າງເຂັ້ມງວດ ແລະ ດຳເນີນມາດຕະການປາບປາມການທຸຈະລິດຄໍຣັບຊັ້ນຢ່າງແທ້ຈິງ.

ສ່ວນທ່ານ ລັດຕະນະໄຕ ຫຼວງລາດບັນດິດ ຜູ້ຊຳນານການໃນທະນາຄານພັດທະນາເອເຊຍ (ADB) ປະຈຳ ລາວ ຖະແຫຼງວ່າ ADB ໄດ້ຄາດໝາຍເສດຖະກິດໂດຍລວມໃນ ລາວ ໃນປີ 2019 ຈະຂະຫຍາຍຕົວເພີ່ມຂຶ້ນພຽງແຕ່ 6.2 ເປີເຊັນ ຫຼຸດລົງຈາກ 6.5 ເປີເຊັນໃນປີ 2018 ຊຶ່ງໃນນີ້ພາກກະສິກຳຂະຫຍາຍຕົວ 2.5 ເປີເຊັນ, ພາກບໍລິການ 6.7 ເປີເຊັນ ແລະ ພາກອຸດສາຫະກຳ 7.1 ເປີເຊັນ ທັງກໍຍັງມີປັດໄຈພາຍໃນທີ່ຈະສົ່ງຜົນກະທົບຕໍ່ການຄາດໝາຍດັ່ງກ່າວນີ້ໃນຫຼາຍດ້ານເຊັ່ນ ການດຳເນີນນະໂຍບາຍຮັດສາຍແອວໃນດ້ານລາຍຈ່າຍຂອງລັດຖະບານ ລາວ ແລະ ການຍຸຕິການສົ່ງອອກໄມ້ທ່ອນໄປຕ່າງປະເທດທີ່ໄດ້ສົ່ງຜົນກະທົບຕໍ່ລາຍໄດ້ຂອງປະຊາຊົນ ລາວ ທີ່ຮັບຈ້າງຕັດໄມ້ໃຫ້ກັບບັນດາບໍລິສັດຄ້າໄມ້ນັ້ນ.

ປີ 2018 ເສດຖະກິດຂອງ ລາວ ຂະຫຍາຍຕົວເພີ່ມຂຶ້ນ 6.5 ເປີເຊັນ ຊຶ່ງຫຼຸດລົງຈາກ 6.9 ເປີເຊັນໃນປີ 2017 ເພາະໄພນໍ້າຖ້ວມຄັ້ງໃຫຍ່ ແລະ ລາຍໄດ້ຂອງປະຊາຊົນ ລາວ ຢູ່ທີ່ລະດັບ 2,599 ໂດລາຕໍ່ຄົນຕໍ່ປີ ສ່ວນໃນທ້າຍປີ 2019 ນີ້ກໍຄາດວ່າລາຍໄດ້ສະເລ່ຍຂອງປະຊາຊົນ ລາວ ຈະເພີ່ມຂຶ້ນເປັນ 2,683 ໂດລາຕໍ່ຄົນຕໍ່ປີ ຊຶ່ງຕໍ່າກວ່າແຜນການທີ່ສະພາແຫ່ງຊາດໄດ້ຮັບຮອງເອົາໄວ້ທີ່ລະດັບ 2,726 ໂດລາຕໍ່ຄົນຕໍ່ປີ.

XS
SM
MD
LG