ບາງຄັ້ງບາງຄາວທ່ານກໍອາດຈະໄດ້ຍິນຫາງສຽງຕ້ອງຕິບັນດາແພດໝໍທີ່ເຮັດໜ້າທີ່ສະໜອງການສັກວັກຊີນ ກັນໂຄວິດ-19 ຈໍານວນນຶ່ງຢູ່ໃນເຂດຕົວເມືອງໃຫຍ່ເຊັ່ນໃນນະຄອນຫລວງວຽງຈັນວ່າເຮັດວຽກຊັກຊ້າ ແລະ ບາງຄົນກໍມີການຮຽກເອົາສິນບົນເພື່ອແລກປ່ຽນກັບຄວາມສະດວກຖ້າບໍ່ຢາກຢືນລຽນແຖວລໍຖ້າສັກຢາເປັນເວລາດົນນານ. ແຕ່ວ່າໃນກໍລະນີຂອງພວກພິການແລ້ວທາງລັດຖະບານ ແລະແພດໝໍແມ່ນໃຫ້ຄວາມສະດວກເປັນພິເສດເລີຍ ດັ່ງການບອກເລົ່າຂອງທ່ານແອແກ້ວ ກຸມມະນີວົງ ທີ່ພິການຕາມາແຕ່ເກີດ ແລະເປັນອຳນວຍການຂອງສູນບໍລິການຄົນພິການໃນລາວວ່າ:
ສໍາລັບພວກພິການຕານັ້ນ ກໍຍັງໄດ້ຮັບການຊ່ວຍເຫລືອດ້ານລົດຂົນສົ່ງໃນການໄປສັກຢານີ້ອີກດ້ວຍ, ອີງຕາມທ່ານແອແກ້ວທີ່ບອກກັບວີໂອເອວ່າ:
ທ່ານແອແກ້ວບອກອີກວ່າຢູ່ໃນລາວມີຄົນພິການທຸກປະເພດຢູ່ 160,000 ຄົນ ຊຶ່ງກວາມເອົາປະມານ 2.8 ເປີເຊັນຂອງພົນລະ ເມືອງລາວທັງໝົດອີງຕາມການສໍາຫລວດສໍາມະໂນຄົວຄັ້ງທີ 4 ໃນປີ 2015. ສ່ວນຄົນ ພິການຕາແມ່ນມີປະມານ 240 ຄົນ ແລະກໍມັກອາໄສຢູ່ໃນຕົວ ເມືອງໃຫຍ່ ເຊັ່ນນະຄອນຫລວງ ວຽງຈັນ ແລະປາກເຊບ່ອນທີ່ມີຄົນອາໄສຢູ່ຢ່າງໜາແໜ້ນ ເພາະເຂົາເຈົ້າເຮັດອາຊີບນວດເປັນຫລັກ.