ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຊາວ ລາວ ໃນທະວີບ ອາເມຣິກາ ຈະເຕົ້າໂຮມກັບຄອບຄົວ ເພື່ອສະຫຼອງວັນ ຄຣິສມາສ


​ຜູ້​ຄົນເບິ່ງການໄຕ້ໄຟຕົ້ນ ຄຣິສມາສ ຄັ້ງທີ 89th ຢູ່ສູນ ຣອກເກີແຟລເລີ, ໃນນະຄອນ ນິວຢອກ, 1 ທັນວາ, 2021.
​ຜູ້​ຄົນເບິ່ງການໄຕ້ໄຟຕົ້ນ ຄຣິສມາສ ຄັ້ງທີ 89th ຢູ່ສູນ ຣອກເກີແຟລເລີ, ໃນນະຄອນ ນິວຢອກ, 1 ທັນວາ, 2021.

ວັນສຸກໜ້າກໍຈະເປັນວັນຄຣິສມາສແລ້ວ, ເຊິ່ງເປັນບຸນທີ່ສຳຄັນທີ່ສຸດສຳລັບຊາວ ຄຣິສຕຽນ ແລະ ຖືກສະເຫຼີມສະຫຼອງກັນໂດຍຄົນທົ່ວໄປໃນ ສະຫະລັດ ແລະ ປະເທດອື່ນໆ. ມີການຄາດກັນວ່າປະ ຊາຊົນຈະພາກັນເດີນທາງໄປເຕົ້າໂຮມກັບຄອບຄົວຂອງເຂົາເຈົ້າຢ່າງຫຼວງຫຼາຍໃນປີນີ້.

ໃນຂະນະທີ່ໂຣກລະບາດໄວຣັສໂຄໂຣນາຍັງລະບາດຢູ່ໃນເວລານີ້ໂດຍສາຍພັນແດລຕ້າຍັງຄອບ ງຳການລະບາດຢູ່ນັ້ນ, ໄວຣັສສາຍພັນໃໝ່ໂອໄມຄຣອນ ແມ່ນໄດ້ສ້າງຄວາມເປັນຫ່ວງເພີ່ມເຕີມໃຫ້ບັນດາເຈົ້າໜ້າທີ່ການແພດ ແລະ ຄອບຄົວຕ່າງໆ.

ໃນຂະນະທີ່ປະຊາຊົນສ່ວນຫຼາຍແມ່ນໄດ້ສັກຢາກັນໂຄວິດແລ້ວນັ້ນ, ເຂົາເຈົ້າກໍໄດ້ຕັດ​ສິນ​ໃຈ​ທີ່​ຈະ​ກັບ​ຄືນ​ໄປຫາ​ຄອບ​ຄົວ​ໃນ​ປີນີ້. ນາງ ທີນາ ຜູ້ນັບຖືສາສະໜາ ຄຣິສຕຽນ ທີ່ອາໄສຢູ່ເມືອງ ແວນຄູເວີ ປະເທດ ການາດາ ໄດ້ກ່າວຕໍ່ວີໂອເອລາວວ່າ:

“ບຸນຄຣິສມາສແມ່ນສຳຄັນຫຼາຍສຳລັບຄອບຄົວຂອງຂ້າພະເຈົ້າ ເພາະວ່າມັນແມ່ນເວລາທີ່ພວກເຮົາໃຊ້ເວລານຳກັນ. ແມ່ນກະທັ້ງທີ່ຂ້າພະເຈົ້າຢູ່ຕ່າງປະເທດ, ຂ້າພະເຈົ້າຈະກັບມາບ້ານເພື່ອຢູ່ກັບຄອບຄົວ. ປົກກະຕິແລ້ວແມ່ຂອງຂ້າພະເຈົ້າຈະເຊີນພີ່ນ້ອງມາພັກຜ່ອນ ສະນັ້ນພວກເຮົາຈະມີວຽກຫຼາຍ. ນັບຕັ້ງແຕ່ໂຄວິດໄດ້ເລີ່ມຂຶ້ນ ມັນກໍງຽບຂຶ້ນກວ່າເກົ່າ. ປີກາຍນີ້ພວກເຮົາຈັດຄຣິສມາສທາງ Zoom ເທົ່ານັ້ນ ແລະ ປີນີ້ພວກເຮົາກໍຈະປ່ຽນແປງການສະເຫຼີມສະຫຼອງທີ່ປົກກະຕິຂອງພວກເຮົາດ້ວຍ. ຄອບຄົວຂອງຂ້າພະເຈົ້າຈະໄປເມືອງ ຄາລກາຣີ ບ່ອນທີ່ນ້ອງສາວຂອງຂ້າພະເຈົ້າອາໄສຢູ່ເພື່ອສະຫຼອງວັນຄຣິສມາສນຳກັນ ເພາະວ່າລາວໄດ້ເຊີນພວກເຮົາໄປຫັ້ນ.”

ນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ ທຣູໂດ ໄດ້ເຕືອນໃຫ້ປະຊາຊົນຕື່ນໂຕ ແລະ ລະມັດລະວັງ ກ່ຽວກັບ ການສະເຫຼີມສະຫຼອງບຸນຄຣິສມາສ.

ສຳລັບທ່ານນຶ່ງທີ່ອາໄສຢູ່ນະຄອນ ນິວຢອກ ໄດ້ກ່າວວ່າລາວບໍ່ໄດ້ກັບໄປຫາຄອບຄົວ ແຕ່ຈະສະຫຼອງຢູ່ບ້ານກັບພັນລະຍາ.

ເຂດຊາຍແດນລະຫວ່າງ ການາດາ ແລະ ສະຫະລັດ ໄດ້ເປີດຄືນ ເມື່ອເດືອນສິງຫາທີ່ຜ່ານມາ, ປະຊາຊົນທຸກຄົນທີ່ເດີນທາງເຂົ້າ ການາດາ ຈະຕ້ອງຖືກກັກບໍລິເວນທີ່ເຄັ່ງຄັດ ແລະ ຕ້ອງໄດ້ໃຊ້ແອັບພລີເຄຊັ້ນ ປັດສະປໍວັກຊີນ “ArriveCAN” ເພື່ອສະແດງປະຫວັດການສັກຢາວັກຊີນກັນໂຄວິດ ແລະ ຜົນການກວດ PCR. ແຕ່ທາງການ ການາດາ ໄດ້ບອກໃຫ້ປະຊາຊົນຫຼີກລ່ຽງການເດີນທາງໄປຕ່າງປະເທດ ຍ້ອນການລະບາດຂອງສາຍພັນໂອໄມຄຣອນ.

XS
SM
MD
LG