ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໐ ກັນຍາ ໒໐໒໔

ປະຊາຊົນລາວ ຢາກໃຫ້ຍົກລະດັບການປາບປາມການສໍ້ລາດບັງຫຼວງ ຂຶ້ນເປັນວາລະແຫ່ງຊາດ


ແຟ້ມຮູບ-ເດັນນ້ອຍຊາຍຄົນນຶ່ງ ກອດແອວພໍ່ຂອງລາວ ໃນຂະນະທີ່ລາວກໍາລັງໄປໂຮງຮຽນດ້ວຍລົດຈັກ, ໃນນະຄອນຫຼວງວຽງຈັນ, ສ.ປ.ປ. ລາວ.
ແຟ້ມຮູບ-ເດັນນ້ອຍຊາຍຄົນນຶ່ງ ກອດແອວພໍ່ຂອງລາວ ໃນຂະນະທີ່ລາວກໍາລັງໄປໂຮງຮຽນດ້ວຍລົດຈັກ, ໃນນະຄອນຫຼວງວຽງຈັນ, ສ.ປ.ປ. ລາວ.

ປະຊາຊົນລາວ ຢາກໃຫ້ຍົກລະດັບການປາບປາມການສໍ້ລາດບັງຫຼວງ ຂຶ້ນເປັນວາລະແຫ່ງຊາດ ເພາະເຫັນວ່າ ທຸກພາກສ່ວນໃນພັກ-ລັຖະບານ ມີການສໍ້ລາດບັງຫຼວງຢ່າງຫຼວງຫຼາຍ.

ເຈົ້າຫນ້າທີ່ໃນຄະນະກວດກາແຫ່ງລັດເປີດເຜີຍວ່າ ການສໍ້ລາດບັງຫຼວງເກີດຂຶ້ນທຸກຂັ້ນໃນພັກ ແລະ ລັດຖະບານລາວ ໂດຍສະເພາະບັນດາໂຄງການພັດທະນາຕ່າງໆທີ່ລັດຖະບານໄດ້ລົງທຶນ ຖື​ວ່າ​ເປັນ​ຂະ​ແໜງ​ການ​ທີ່​ສໍ້​ລາດ​ບັງ​ຫຼວງ ​ແລະ ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ປະ​ເທດ​ຊາດ​ຫຼາຍ​ທີ່​ສຸດ. ນັ້ນ​ກໍ​ຍ້ອນ​ວ່າ​ ການ​ຈັດ​ຕັ້ງປະຕິບັດ​ໂຄງການ​ບໍ່​ປະສົບ​ຜົນສຳ​ເລັດ​ຕາມ​ແຜນການ, ແຕ່ງົບປະມານໄດ້ນຳໃຊ້ທັງໝົດແລ້ວໃນ 2.295 ໂຄງການ, ເຊິ່ງສາມາດກວດກາໄດ້ພຽງ 499 ໂຄງການ ຈຶ່ງຍັງມີອີກ 1,796 ໂຄງການທີ່ຍັງບໍ່ທັນໄດ້ຮັບການກວດກາ ເນື່ອງຈາກວ່າ ບໍ່ໄດ້ຮັບການຮ່ວມມືຈາກພາກສ່ວນທີ່ກ່ຽວຂ້ອງໃນໂຄງການທີ່ມີການສໍ້ລາດບັງຫຼວງ ເກີດຂຶ້ນ. ໃນຂະນະ​ທີ່​ຂະ​ແໜງ​ການຮັບຜິດຊອບການ​ປ້ອງ​ກັນ ​ແລະປາບປາມ​ການ​ສໍ້​ລາດ​ບັງ​ຫຼວງ ຍັງ​ມີ​ອຳນາດຢ່າງ​ຈຳກັດ​ໃນ​ການ​ປະຕິບັດ​ມາດ​ຕະການ​ລົງ​ໂທດ​ຕໍ່​ຜູ້​ກະທຳ​ການ​ສໍ້​ລາດ​ບັງ​ຫຼວງ ຍິ່ງ​ເຮັດ​ໃຫ້​ບໍ່ມີຄວາມ​ຢ້ານ​ກົວໃນ​ການ​ສໍ້​ລາດ​ບັງ​ຫຼວງ​ອີກດ້ວຍ. ສະນັ້ນ, ປະຊາຊົນລາວຈຶ່ງຢາກຍົກລະດັບການສະກັດກັ້ນການສໍ້ລາດບັງຫຼວງຂຶ້ນເປັນວາລະແຫ່ງຊາດ ​ຄື​ກັບການ​ແກ້​ໄຂ​ວິ​ກິດ​ການ​ເສດຖະກິດ ​ແລະການ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ທີ່​ເປັນ​ວາລະ​ແຫ່ງ​ຊາດ​ນັບ​ແຕ່​ປີ 2021 ​ເປັນ​ຕົ້ນ​ມາ. ດັງທີ່ເຈົ້າຫນ້າທີ່ໃນຄະນະກວດກາແຫ່ງລັດ ໄດ້ຢືນຢັນວ່າ:

“ຂ້າ​ພະ​ເຈົ້າ ກະຂໍ​ຢືນ​ຢັນ​ກ່ຽວກັບການທີ່ເຮົາຈະ​ຕ້ອງໄດ້​ແກ້​ໄຂ​ກ່ຽວກັບການ​ສໍ້​ລາດ​ບັງ​ຫຼວງໃຫ້ມັນເດັດຂາດ, ໃຫ້ຍົກ​ເປັນ​ວາ​ລະ​ແຫ່ງ​ຊາດ. ອັນນີ້, ຖ້າຫາກວ່າເຮັດໄດ້ກະແຮງດີເນາະ ເພາະວ່າພວກເຮົາຈະຕ້ອງໃຫ້ມັນເດັດຂາດແທ້ໆ ຄັນຖ້າວ່າເຮົາແກ້ໄຂຕົວນີ້ບໍ່ໄດ້, ມັນກະຍັງຈະເປັນແບບຄືຜູ້ໃຫຍ່ ເປັນແບບຢ່າງໃຫ້ຜູ້ນ້ອຍ, ຜູ້ທີ່ນ້ອຍກໍຍັງເຮັດທີ່ວ່າ ເປັນແບບຢ່າງໃຫ້ກັບຜູ້ທີ່ນ້ອຍກວ່າອີກ. ສະນັ້ນ, ມັນຈະແກ້ໄຂບໍ່ເດັດ, ບໍ່ຂາດຈັກເທື່ອ, ບໍ່ແລ້ວ, ບໍ່ສິ້ນສຸດຈັກເທື່ອ. ອັນນີ້, ຂ້າພະເຈົ້າ ຍືນຍັນຂໍໃຫ້ແກ້ແທ້ໆໂຕນີ້.”

ນອກຈາກນັ້ນ, ຍັງມີບັນຫາບຸກຄະລາກອນຂາດຄວາມຮູ້ ແລະ ຄວາມສາມາດ. ກະເປັນອີກສາເຫດນື່ງ. ເພາະການຄັດເລືອກບຸກຄະລາກອນບໍ່ໄດ້ມາດຕະຖານ ຍ້ອນການຫຼິ້ນພັກຫຼິ້ນພວກທີ່ເປັນຍາດຕິ​ພີ່ນ້ອງ ແລະ​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະໂຫຍດ​ສ່ວນ​ຕົວ​ເປັນ​ຕົ້ນຕໍ. ທັ້ງຍັງບໍ່ມີການລົງໂທດຢ່າງເດັດຂາດຕໍ່ຜູ້ກະທຳທີ່ບໍ່ຊື່ສັດ ແລະເປັນການຍາກທີ່ຈະປົດເຂົາເຈົ້າອອກຈາກຕຳແໜ່ງ. ຍ້ອນວ່າ ເຂົາເຈົ້າມີຍາດພີ່ນ້ອງທີ່ພ້ອມທີ່ຈະໃຫ້ການຊ່ວຍເຫຼືອຕະຫຼອດເວລາ ເຊັ່ນ: ການບໍ່ຮ່ວມມືໃນການກວດກາໂຄງການຕ່າງໆທີ່ຖືກສົງໃສວ່າມີການສໍ້ລາດບັງຫຼວງນັ້ນ ຍັງເຮັດໃຫ້ປະເທດທີ່ໃຫ້ການຊ່ວຍເຫລືອແກ່ລັດຖະບານລາວຕ້ອງໄດ້ທົບທວນຄືນແຜນການໃຫ້ການຊ່ວຍເຫຼືອແກ່ລາວເຊັ່ນກັນ. ເພາະ​ກວດ​ພົບ​ເຫັນ​ວ່າ ​ມີ​ການ​ນຳ​ເງິນຊ່ວຍເຫລືອໄປໃຊ້ຈ່າຍໂດຍບໍ່ມີຄວາມໂປ່ງໃສ, ອັນນີ້ລວມເຖິງການລັກເອົາລາຍຮັບຂອງລັດຖະບານທີ່ໄດ້ຈາກຄ່າສໍາປະທານ ແລະ ຄ່າທໍານຽມຕ່າງໆ ທີ່ໄດ້ຈາກເຂດເສດຖະກິດພິເສດນັ້ນ, ດັງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:
“ເຂດເສດຖະກິດພິເສດແຂວງບໍ່ແກ້ວ ໄດ້ເອົາເງິນລາຍຮັບຈາກກາຊີໂນ, ພາສີອາກອນ, ຄ່າທຳນຽມ ແລະ ຄ່າບໍລິການອື່ນໆ ນັບແຕ່ປີ 2009 ຮອດປີ 2023 ເປັນຈໍານວນເງິນ 306 ຕື້ກີບ ຈາກຈຳນວນທັງໝົດທີ່ເກັບໄດ້ 439 ຕື້ອກີບ, ຫັກໄປທົດແທນຄືນ​ໂຄງການ​ນອກ​ແຜນ​ການ​ລົງທຶນ​ຂອງ​ລັດ 2 ໂຄງການ ຄື: ​ການ​ກໍ່ສ້າງ​ເສັ້ນທາງ​ເບ​ຕົງ ແຕ່ບ້ານນ້ຳເກິ່ງຫາບ້ານມອມ, ແລະ ໂຄງການກໍ່ສ້າງຕາຝັ່

ເຈື່ອນຢູ່ເຂດດອນຊາວ, ສົ່ງຜົນເຮັດໃຫ້ການນຳໃຊ້ເງິນບໍ່ຜ່ານລະບົບຄັງເງິນແຫ່ງຊາດ ແລະ ບໍ່ໄດ້ເອົາເຂົ້າແຜນງົບປະມານແຫ່ງລັດ.”

ໃນ​ປີ 2022 ຫາປີ 2023 ພົບ​ເຫັນ​ການ​ສໍ້​ລາດ​ບັງ​ຫຼວງ​ຍ້ອນ​ການ​ຮ່ວມ​ມື​ລະຫວ່າງ​ສະມາຊິກ​ພັກກັບບຸກຄົນພາຍນອກ 749 ຄົນ, ສ້າງຄວາມເສຍຫາຍ 746 ຕື້ກີບ ກັບ 362 ກວ່າລ້ານບາດ ແລະ 14 ລ້ານໂດລາ, ແຕ່ສາມາດເກັບກູ້ໄດ້ 391 ຕື້ກີບ, 25 ລ້ານກວ່າບາດ ແລະ 10.000 ກວ່າໂດລາ. ສ່ວນການກວດກາ 4.185 ເປົ້າໝາຍໃນໄລຍະປີ 2016 ຫາປີ 2022 ຍັງພົບດ້ວຍວ່າ ການສໍ້ລາດບັງຫຼວງ ເຮັດໃຫ້ລັດຖະບານລາວເສຍຫາຍຫຼາຍກວ່າ 8,370 ຕື້ກີບ, ກັບ 50.22 ລ້ານໂດລາ ແລະ 36.89 ລ້ານບາດ, ເຊິ່ງມີສະມາຊິກພັກ 3,690 ຄົນ ທີ່ພັວພັນກັບການສໍ້ລາບັງຫຼວງດັ່ງກ່າວ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG