ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄົນ ລາວ ທີ່ອາໄສຢູ່ໃນ ໄທ ລະມັດລະວັງ ເປັນພິເສດ ກ່ຽວກັບ ການລະບາດຄັ້ງໃໝ່ຂອງ COVID-19


ຮູບປັ້ນຍັກໃສ່ໜ້າກາກອະນາໄມ, ທ່າມກາງໂຣກລະບາດ ໄວຣັສໂຄໂຣນາ, ຢູ່ສະໜາມບິນ ສຸວັນນະພູມ. 15 ທັນວາ, 2020.
ຮູບປັ້ນຍັກໃສ່ໜ້າກາກອະນາໄມ, ທ່າມກາງໂຣກລະບາດ ໄວຣັສໂຄໂຣນາ, ຢູ່ສະໜາມບິນ ສຸວັນນະພູມ. 15 ທັນວາ, 2020.

ປະເທດ ໄທ ແມ່ນກຳລັງປະເຊີນກັບການລະບາດຂອງ COVID-19 ໃນປັດຈຸບັນນີ້ ດ້ວຍການ ລາຍງານ 250 ກໍລະນີໃໝ່ ໃນວັນພຸດວານນີ້.

ໃນຂະນະທີ່ການລະບາດກຳລັງຮຸນແຮງຂຶ້ນຢູ່, ບັນດາເຈົ້າໜ້າທີ່ໃນ ບາງກອກ ກໍໄດ້ປະກາດມາດຕະການຫ້າມຕ່າງໆຄັ້ງໃໝ່, ເຊິ່ງລວມມີການປິດສະຖານທີ່ບັນເທີງບາງແຫ່ງໃນລະຫວ່າງວັນພັກປີໃໝ່ສາກົນ.

ການລະບາດຢ່າງຫຼວງຫຼາຍດັ່ງກ່າວແມ່ນມີສາເຫດມາຈາກແຮງງານຕ່າງດ້າວຈາກປະເທດ ມຽນມາ ທີ່ຖືກກວດພົບມີໄວຣັສ ເຮັດວຽກຢູ່ຕະຫຼາດອາຫານທະເລ ໃນຈັງຫວັດ ສະໝຸດ ສາຄອນ ເມື່ອອາທິດທີ່ຜ່ານມາ.

ຄົນ ລາວ ທີ່ເຮັດວຽກ ແລະ ສຶກສາຮໍ່າຮຽນໃນປະເທດ ໄທ ແມ່ນໄດ້ເອົາມາດຕະການລະມັດລະວັງຢ່າງເຄັ່ງຄັດ. ວີໂອເອ ລາວ ໄດ້ຂໍຄຳເຫັນຈາກນັກສຶກສາລາວທ່ານນຶ່ງໃນ ໄທ, ເຊິ່ງລາວໄດ້ກ່າວວ່າ “ນ້ອງຢູ່ ຊຽງໃໝ່ ແຕ່ວ່າສະຖານະການຢູ່ໃນ ຊຽງໃໝ່ ຕອນນີ້ກະຖືວ່າຂ້ອນຂ້າງຍັງເປັນປົກກະ ຕິ ແຕ່ວ່າຕອນນີ້ໄດ້ຍິນຂ່າວທາງການແຈ້ງມາວ່າມີນຶ່ງຄົນທີ່ຕິດມາຈາກເຂດອື່ນ ທີ່ວ່າມາຢູ່ ຊຽງໃໝ່ ທີ່ຜູ້ນັ້ນມີການພົວພັນຢູ່ກັບຜູ້ທີ່ຕິດມາກ່ອນແລ້ວ ເພິ່ນກະເລີຍຂຶ້ນມາ ຊຽງໃໝ່ ກະເລີຍວ່າມີອາການຕິດໂຄວິດ. ສ່ວນສະຖານະການທີ່ນ້ອງຢູ່ປັດຈຸບັນ ກະຄືວ່າທຸກຄົນມີການປ້ອງກັນໂຕເອງ, ຫຼືການໃສ່ຜ້າອັດປາກ.”

ຮ້ານຂາຍເຄື່ອງ ແລະ ຫ້າງຊັບພະສິນຄ້າຕ່າງໆໃນ ໄທ ແມ່ນໄດ້ເຄັ່ງຄັດກັບການອະນຸຍາດໃຫ້ລູກ ຄ້າເຂົ້າໄປໃນຮ້ານຂອງເຂົາເຈົ້າມາຕັ້ງແຕ່ດົນແລ້ວ. ລູກຄ້າທຸກຄົນທີ່ເຂົ້າໄປແມ່ນຈະຕ້ອງໄດ້ກວດອຸນຫະພູມ ແລະ ຕ້ອງໄດ້ໃສ່ໜ້າກາກອະນາໄມ, ເຊິ່ງນັກສຶກສາລາວຄົນດັ່ງກ່າວກໍໄດ້ເວົ້າວ່າ “ບ່ອນນ້ອງຢູ່ນີ້ເຂົາເຈົ້າມີມາດຕະການ, ຖ້າຫາກວ່າເຮົາຈະໄປຕະຫຼາດ ຫຼື ຈະໄປໂຮງຮຽນ. ນຶ່ງເຂົາ ເຈົ້າຈະມີການວັດອຸນຫະພູມກ່ອນເນາະ, ວັດອຸນຫະພູມອັດຕະໂນມັດ ລະກະຕ້ອງໃຫ້ ໃສ່ປ້າປິດປາກສາກ່ອນ ຈຶ່ງຈະສາມາດເຂົ້າສະຖານທີ່ນັ້ນໆໄດ້ ໂດຍສະເພາະແມ່ນຢູ່ມະຫາວິທະຍາໄລບໍ່ ຫຼືວ່າຢູ່ຕະຫຼາດບໍ່ແບບຊີ້. ຫຼືວ່າໄປຫ້າງອື່ນໆແບບຊີ້ກໍຈະຕ້ອງໄດ້ວັດອຸນຫະພູມ, ໃສ່ໜ້າກາກ, ລ້າງມື. ຖ້າຫາກ ມີອຸນຫະພູມເກີນ 37 ອົງສາ C ເຂົາເຈົ້າກໍຈະບໍ່ອະນຸຍາດໃຫ້ເຂົ້າ ຫຼືໂທຫາລົດໂຮງໝໍໃຫ້ມາຮັບເອົາໄປກວດເບິ່ງເຊື້ອພະຍາດ.”

ປະເທດ ໄທ ໄດ້ລາຍງານ 6,690 ກໍລະນີ ແລະ ເສຍຊີວິດ 61 ຄົນໃນປັດຈຸບັນນີ້, ອີງຕາມອົງການຂ່າວ ABC. ໂຄສົກສູນງກາງເພື່ອການປະສານງານ COVID-19 ຂອງ ໄທ ກ່າວວ່າຕົວເລກ ຜູ້ຕິດເຊື້ອໃນແຕ່ລະວັດອາດເພີ່ມຂຶ້ນຫຼາຍກວ່າ 10,000 ກໍລະນີໃນເດືອນມັງກອນປີໜ້າ, ແຕ່ຖ້າຢູ່ພາຍໃຕ້ມາດຕະ ການທີ່ເຄັ່ງຄັດທີ່ສຸດ ຕົວເລກດັ່ງກ່າວ ມີຄວາມເປັນໄປໄດ້ວ່າຈະບໍ່ກາຍ 10,000 ກໍລະນີ.

XS
SM
MD
LG