ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະຊາຊົນລາວ ບັນດາເຜົ່າ ສະໜັບສະໜູນ ຄຳສັ່ງ ຂອງນາຍົກ ລັດຖະມົນຕີ


ນາຍົກລັດຖະມົນຕີລາວ ທ່ານທອງລຸນ ສີສຸລິດ ໄດ້ອອກຄຳສັ່ງເລກທີ 15/ນຍ ວ່າດ້ວຍການສັ່ງຫ້າມ ສົ່ງໄມ້ທ່ອນອອກໄປຕ່າງປະເທດ ຢ່າງເດັດຂາດ.
ນາຍົກລັດຖະມົນຕີລາວ ທ່ານທອງລຸນ ສີສຸລິດ ໄດ້ອອກຄຳສັ່ງເລກທີ 15/ນຍ ວ່າດ້ວຍການສັ່ງຫ້າມ ສົ່ງໄມ້ທ່ອນອອກໄປຕ່າງປະເທດ ຢ່າງເດັດຂາດ.

ປະຊາຊົນລາວ ບັນດາເຜົ່າໃຫ້ການສະໜັບສະໜູນ ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຍຸຕິການສົ່ງອອກໄມ້ທ່ອນ ໄປຕ່າງປະເທດ ທັງຍັງຮຽກຮ້ອງຂໍໃຫ້ກວດ ກາສຳປະທານທີ່ດິນ ແລະ ບໍ່ແຮ່ອີກດ້ວຍ.

ທ່ານພອນເພັດ ທິລາວົງ ສະມາຊິກສະພາແຫ່ງຊາດລາວ ຈາກແຂວງເຊກອງ ຢືນ
ຢັນວ່າ ບັນຫາສຳຄັນທີ່ປະຊາຊົນລາວ ໃນແຂວງເຊກອງ ໄດ້ໃຫ້ການສະໜັບສະໜູນ ຫຼາຍທີ່ສຸດ ກໍຄືການທີ່ນາຍົກລັດຖະມົນຕີລາວ ໄດ້ອອກຄຳສັ່ງເລກທີ 15/ນຍ ທີ່ວ່າ
ດ້ວຍການສັ່ງຫ້າມ ສົ່ງໄມ້ທ່ອນອອກໄປຕ່າງປະເທດ ຢ່າງເດັດຂາດ ທັງຍັງຮຽກຮ້ອງ ຂໍໃຫ້ລັດຖະບານ ດຳເນີນການກວດສອບສຳປະທານທີ່ດິນ ໂຄງການຂຸດຄົ້ນແຮ່ທາດ ແລະສຳປະທານປ່າໄມ້ ທັງຍັງຈະຜັນຂະຫຍາຍ ແລະເຜີຍແຜ່ ໃຫ້ປະຊາຊົນໃນແຂວງ ໄດ້ຮັບຮູ້ຢ່າງກວ້າງຂວາງອີກດ້ວຍ ດັ່ງທີ່ທ່ານພອນເພັດ ໄດ້ໃຫ້ການຢືນຢັນວ່າ:

“ເພິ່ນສົນໃຈຫຼາຍ ຫລະແມ່ນເລື່ອງການສຳປະທານ ກ່ຽວກັບທີ່ດິນ ການອະນຸຍາດ ສຳປະທານທີ່ດິນ ໃນການຂຸດຄົ້ນຄຳຕົກຂ້ອນບໍ່ ການຕັດໄມ້ບໍ່ ອັນນີ້ເພິ່ນຊົມເຊີຍ
ຫຼາຍ ວ່າ ມະຕິ 15 ຂອງນາຍົກ ອອກມານີ້ ປະຊາຊົນດີໃຈທີ່ສຸດ ເພິ່ນຢາກຮັບຮູ້ ອັນນີ້ແຫລະ ພວກເຮົາ ຈະໄດ້ກະກຽມເພື່ອເປີດກອງປະຊຸມ ສະໄໝສາມັນ ຊຸດທີ
2 ຂອງສະພາປະຊາຊົນ ຂອງແຂວງ ແລະ ຈະໄດ້ຜັນຂະຫຍາຍລົງຮອດຮາກຖານ ນຳເນື້ອໃນຕົວນີ້ ເພື່ອຜັນຂະຫຍາຍ ໃຫ້ເຂົາເຈົ້າຮັບຊາບ.”

ບໍລິສັດຂອງຈີນ ໄດ້ຮັບສຳປະທານ ທີ່ດິນ ຈາກລັດຖະບານລາວ ເພື່ອການປູກຝັງ ຊຶ່ງປະຊາຊົນລາວ ຮຽກຮ້ອງຂໍໃຫ້ມີການກວດກາຄືນ
ບໍລິສັດຂອງຈີນ ໄດ້ຮັບສຳປະທານ ທີ່ດິນ ຈາກລັດຖະບານລາວ ເພື່ອການປູກຝັງ ຊຶ່ງປະຊາຊົນລາວ ຮຽກຮ້ອງຂໍໃຫ້ມີການກວດກາຄືນ

ທັງນີ້ ໂດຍອີງຕາມລາຍງານ ກ່ຽວກັຍບການຕິດຕາມກວດກາຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມ ທຳມະຊາດ ຈາກການນຳໃຊ້ສານເຄມີອັນຕະລາຍ ທີ່ເກີນຄ່າ ມາດຕະຖານໃນຂົງເຂດບໍ່ແຮ່ ໃນພື້ນທີ່ 5 ແຂວງ ແລະນະຄອນວຽງຈັນ ລະບຸວ່າ ຈາກການກວດກາ ສຳປະທານຂຸດຄົ້ນແຮ່ທາດ ໃນ 200 ໂຄງການ ມີພຽງ 3
ໂຄງການ ເທົ່ານັ້ນ ທີ່ມີການຈັດຕັ້ງປະຕິບັດຖືກຕ້ອງຕາມກົດໝາຍ ແລະສັນຍາ ສຳປະທານ ນອກນັ້ນກໍເປັນໂຄງການທີ່ບໍ່ໄດ້ຮັບອະນຸຍາດ ຢ່າງຖືກຕ້ອງຕາມ
ກົດໝາຍ ແລະມີການສວຍໃຊ້ ໃບອະນຸຍາດຈາກຂະແໜງໜຶ່ງ ໄປດຳເນີນທຸລະກິດ ໃນອີກຂະແໜງການໜຶ່ງ ເຮັດໃຫ້ລັດຖະບານ ສູນເສຍລາຍຮັບໄປຢ່າງຫຼວງຫຼາຍ ແລະປະຊາຊົນລາວ ກໍໄດ້ຮັບຜົນກະທົບຈາກສານເຄມີອັນຕະລາຍ ຢ່າງກວ້າງຂວາງ ອີກດ້ວຍ.

ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງໃຫ້ທຸກພາກ
ສ່ວນ ທີ່ກ່ຽວຂ້ອງດຳເນີນການກວດກາ ສຳປະທານການສຳຫຼວດ ແລະຂຸດຄົ້ນ ແຮ່ທາດໃນທົ່ວປະເທດ ທັງຍັງໄດ້ເນັ້ນຢ້ຳ ໃຫ້ທຸກພາກສ່ວນຍຸຕິການພິຈາລະນາ ກ່ຽວກັບການອະນຸຍາດໃຫ້ສຳປະທານໂຄງການໃໝ່ຢ່າງສິ້ນເຊີງ.

ທ່ານທອງລຸນ ໃຫ້ການຢືນຢັນວ່າ ການກວດກາດັ່ງກ່າວ ເພື່ອເປັນການຮັບປະກັນ
ວ່າ ບັນດາບໍລິສັດເອກະຊົນລາວ ແລະຕ່າງຊາດ ທີ່ໄດ້ຮັບການອະນຸຍາດ ສຳປະທານ ການຂຸດຄົ້ນແຮ່ທາດ ຈາກລັດຖະບານລາວແລ້ວນັ້ນ ໄດ້ຈັດຕັ້ງປະຕິບັດຕາມເງື່ອນໄຂ ທີ່ໄດ້ກຳນົດໄວ້ໃນສັນຍາ ຢ່າງຄົບຖ້ວນ ເພາະຈາກການກວດກາໃນລະຍະທີ່ຜ່ານມາ ພົບວ່າການດຳເນີນງານຂອງບໍລິສັດ ສ່ວນໃຫຍ່ຍັງບໍ່ເປັນໄປຕາມສັນຍາ ເຊັ່ນການ ຄຸ້ມຄອງ ໃນຫຼາຍໂຄງການຍັງຂາດປະສິດທິພາບ ຈຶ່ງໄດ້ສົ່ງຜົນກະທົບ ຕໍ່ສະພາບ ແວດລ້ອມທຳມະຊາດ ລະບົບນິເວດວິທະຍາ ແລະສະພາບຊີວິດການເປັນຢູ່ ຂອງ
ປະຊາຊົນລາວ ຢ່າງກວ້າງຂວາງ.

ສ່ວນການຊົດເຊີຍຕໍ່ຜົນເສຍຫາຍ ຂອງປະຊາຊົນນັ້ນ ກໍດຳເນີນໄປຢ່າງຊັກຊ້າ ໃນຂະນະດຽວກັນ ກໍຍັງມີການນຳໃຊ້ນິຕິກຳ ໃນການແຈ້ງຊຳລະພາສີອາກອນ ທີ່ກ່ຽວກັບການຂຸດຄົ້ນແຮ່ທາດ ທີ່ບໍ່ໂປ່ງໃສ ແລະການປະຕິບັດໜ້າທີ່ຂອງພະນັກ
ງານລັດ ກໍຍັງບໍ່ລວມສູນ ແລະບໍ່ເປັນເອກະພາບກັນ ໃນທົ່ວປະເທດ ຈຶ່ງເຮັດໃຫ້ເກີດ ມີການສັບສົນ ໃນການຄຸ້ມຄອງ ແລະການຈັດເກັບລາຍຮັບເຂົ້າງົບປະມານ ຂອງລັດ ຖະບານ ໂດຍຜົນທີ່ຕິດຕາມມາກໍຄືເກີດການຮົ່ວໄຫລ ຂອງລາຍຮັບງົບປະມານ ຢ່າງ ຫລວງຫລາຍ.

ທັງນີ້ ໂດຍສຳປະທານ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງກະຊວງພະລັງງານ ກໍມີຢູ່ເຖິງ 226 ບໍລິສັັດ ແລະມີພື້ນທີ່ຂຸດຄົ້ນລວມ 58,569.54 ກິໂລແມັດມົນທົນ ຫຼືຄິດເປັນກວ່າ
24 ເປີເຊັນ ຂອງພື້ນທີ່ທັງໝົດ ໂດຍໃນແຜນການປີ 2015-2016 ຜົນຜະລິດແຮ່ທາດ ໃນລາວມີມູນຄ່າລວມ 1,375 ລ້ານໂດລາ ຄິດເປັນແຮ່ເງິນປະສົມຄຳ 24,882 ໂຕນ ທອງແດງແຜ່ນ 91,000 ໂຕນ ທອງແດງຝຸ່ນ 353,250 ໂຕນ ຫິນກາວ 6 ແສນໂຕນ ແລະແຮ່ Potash ອີກຫຼາຍກວ່າ 2 ແສນໂຕນ ຕາມລຳດັບ.

XS
SM
MD
LG