ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນລາວສ່ວນຫຼາຍ ສະໜັບສະໜຸນແຜນການເປີດປະເທດໃນຮູບແບບໃໝ່


ແຟ້ມຮູບ-ເດັກນ້ອຍຊາຍຜູ້ນຶ່ງ ນັ່ງກອດແອວພໍ່ຂອງລາວ ໃນຂະນະທີ່ນັ່ງຊ້ອນທ້າຍລົດຈັດໄປໂຮງຮຽນ, ໃນນະຄອນຫຼວງວຽງຈັນ, ສປປ ລາວ.
ແຟ້ມຮູບ-ເດັກນ້ອຍຊາຍຜູ້ນຶ່ງ ນັ່ງກອດແອວພໍ່ຂອງລາວ ໃນຂະນະທີ່ນັ່ງຊ້ອນທ້າຍລົດຈັດໄປໂຮງຮຽນ, ໃນນະຄອນຫຼວງວຽງຈັນ, ສປປ ລາວ.

ສປປ ລາວ ມີແຜນທີ່ຈະເປີດປະເທດຄືນເຕັມຮູບແບບ, ປະຊາຊົນຈໍານວນຫຼາຍກໍມີການສະໜັບສະໜຸນເຕັມທີ່ ເພາະຂໍ້ຫ້າມຫຼາຍຢ່າງ ຈາກສະຖານະການຂອງໂຄວິດ ມັນໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ປະກອບການແລະຜູ້ທີ່ຈະເດີນທາງ ເຂົ້າມາໃນປະເທດ, ໂດຍສະເພາະນັກທ່ອງທ່ຽວ ທີ່ບໍ່ປະສົງຈະກັກໂຕເປັນເວລາດົນ​ນານ.

ປະຊາຊົນທ່ານນຶ່ງທີ່ປະກອບການທາງດ້ານທຸລະກິດກ່ຽວກັບຮ້ານອາຫານ ແລະເຮືອນພັກ ທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ບອກກັບ VOA ວ່າ: ມັນກໍເປັນທາງທີ່ດີ ແລະບໍ່ດີ, ຖ້າເປີດປະເທດແບບສົມບູນໂດຍມີການກຽມພ້ອມຮັບມືກັບສະຖານະການ ທີ່ຈະຕາມມາໄດ້ ກໍຄົງຈະເປັນການດີສົມຄວນ. ດັ່ງທີ່ນາງໄດ້ກ່າວວ່າ:

“ມັນກໍມີທັງຂໍ້ດີ ແລະຂໍ້ເສຍຢູ່ໃນໂຕມັນເອງ ເພາະວ່າເສດຖະກິດຊົບເສົາມາຫຼາຍປີເນາະ ໂດຍສະເພາະໂຕ້ນີ້ມັນຊິຊ່ວຍກັບມາຂະຫຍາຍໂຕ ແລະມີເງິນເຂົ້າມາຈາກຕ່າງປະເທດ, ແຕ່ອີກດ້ານນຶ່ງ ກະຍັງມີຄວາມເປັນຫ່ວງວ່າ ການໄປມາໄດ້ສະດວກຈັ່ງຊີ້ ການຮັບມືກັບມາດຕະການຕ້ານໂຄວິດນີ້ ພາກສ່ວນຕ່າງໆເພິ່ນຊິກຽມພ້ອມແລ້ວບໍ ຖ້າມີການຕິດເປັນຈໍານວນຫຼວງຫຼາຍ. ໂດຍລວມແລ້ວກໍຍັງເຫັນວ່າ ມັນຈະເປັນການດີຢູ່ ເພາະວ່າປະຊາຊົນໂດຍສ່ວນໃຫຍ່ ກໍ່ແມ່ນໄດ້ຮັບວັກຊີນສາມເຂັມຂຶ້ນໄປແລ້ວ.”

ເປົ້າໝາຍໃນການເປີດປະເທດຄືນ ກໍເພື່ອຊຸກຍູ້ການທ່ອງທ່ຽວຢ່າງເຕັມຮູບແບບ ອັນເປັນນຶ່ງ ໃນແຜນການທີ່ຈະຊຸກຍູ້ ແລະກະຕຸ້ນເສດຖະກິດຂອງປະເທດ ຫຼັງຈາກທີ່ຕ້ອງພົບກັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ມາເປັນເວລາກວ່າສອງປີ.

ນີ້ ເປັນພຽງແຜກການເບື້ອງຕົ້ນຂອງກົມພັດທະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະພາກສ່ວນທີ່ກ່ຽວຂ້ອງ, ເຊິ່ງຕ້ອງໄດ້ລໍຖ້າການຕົກລົງເຫັນດີຈາກຂັ້ນເທິງເສຍກ່ອນ, ເມື່ອຮ່າງແຜນການດັ່ງກ່າວຫາກໄດ້ຮັບການຜ່ານແລ້ວ, ທຸກໆຄົນສາມາດຜ່ານເຂົ້າມາໃນທຸກໆດ່ານກວດຄົນເຂົ້າເມືອງຂອງປະເທດໂດຍບໍ່ຕ້ອງກັກໂຕ ພຽງແຕ່ມີໜັງສືຢັ້ງຢືນວ່າໄດ້ຮັບການສັກຢາວັກຊີນຢ່າງຄົບຖ້ວນຈາກແພດ ແລະໜັງສືເດີນທາງອື່ນໆ ທີ່ກ່ຽວຂ້ອງເທົ່ານັ້ນ.

XS
SM
MD
LG