ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ລາວ ປະສົບຄວາມຫຍຸ້ງຍາກ ໃນການຊອກຫາວຽກ ໃນລະຫວ່າງ ການລັອກດາວ COVID ຄັ້ງທີສອງ


ທຸງຊາດລາວ ແລະ ທຸງພັກຄອມມູນິສ ຢູ່ສະຖານທີ່ແຫ່ງນຶ່ງໃນນະຄອນຫຼວງວຽງຈັນ.
ທຸງຊາດລາວ ແລະ ທຸງພັກຄອມມູນິສ ຢູ່ສະຖານທີ່ແຫ່ງນຶ່ງໃນນະຄອນຫຼວງວຽງຈັນ.

ລະບາດໄວຣັສໂຄໂຣນາຍັງສືບຕໍ່ສົ່ງຜົນກະທົບຕໍ່ປະຊາຊົນ ລາວ ຢ່າງຕໍ່ ເນື່ອງ ມາເຖິງປັດຈຸບັນນີ້. ໂດຍການຕິດເຊື້ອໃໝ່ສຳລັບວັນພະຫັດມື້ນີ້ ແມ່ນມີເພີ່ມເຕີມ 9 ກໍລະນີ, ລວມທັງໝົດໃນປະ ເທດມີ 1,943 ກໍລະນີິ ແລະ ເສຍ ຊີວິດ 3 ຄົນ.

ປະເທດ ລາວ ຍັງປະຕິບັດມາດຕະການກັກບໍລິເວນຢູ່, ເຮັດໃຫ້ການທຳມາຫາກິນສືບຕໍ່ພົບຄວາມຫຍຸ້ງຍາກ. ໂດຍສະເພາະແມ່ນສຳລັບແຮງງານທີ່ເດີນທາງກັບບ້ານຈາກປະເທດເພື່ອນບ້ານ. ແຕ່ປະຊາຊົນໃນປະເທດກໍມີຄວາມຫຍຸ້ງຍາກໃນການສະໝັກວຽກເຊັ່ນກັນ, ຄົນລາວທີ່ໄດ້ສະໝັກວຽກ ກ່ອນການລະ ບາດ ແລະ ກັກບໍລິເວນຄັ້ງທີສອງນັ້ນ, ການປະກາດ ກ່ຽວກັບ ວຽກທີ່ເຂົາເຈົ້າ ໄດ້ສະໝັກແມ່ນໄດ້ຖືກເລື່ອນອອກໄປ ຫຼືບໍ່ກໍຖືກຍົກເລີກໄປເລີຍ.

ແມ່ຍິງລາວຄົນນຶ່ງທີ່ໄດ້ສະໝັກວຽກໃໝ່ໃນນະຄອນຫຼວງວຽງຈັນໄດ້ກ່າວຕໍ່ວີໂອເອພາກພາສາລາວ ວ່າ “ເຫັນວ່າການສະໝັກວຽກນີ້ຫຼາຍບ່ອນກະມີການໂຈະເນາະ ແຕ່ວ່າຂ້ອຍເອງກະໄດ້ສະ ໝັກວຽກໃໝ່ຄືກັນ ແຕ່ວ່າຕອນສະໝັກນັ້ນແມ່ນພໍດີກັບຕອນລະບາດຮອບສອງຫັ້ນ ກະເລີຍວ່າ ຕອນນີ້ກະບໍ່ມີຫຍັງຕອບກັບມາເທື່ອ. ກະຍັງລໍຖ້າຢູ່ເນາະວ່າຫຼັງຈາກລັອກດາວຮອບສອງນີ້ ລັດຖະ ບານ ເພິ່ນຊິມີການຜ່ອນຜັນແນວໃດກັບມາດຕະການນີ້ເນາະ. ກະຍັງລໍຖ້າຜູ້ທີ່ຊິຈ້າງເຮົານິຊິຕິດຕໍ່ເຮົາມາແນວໃດ.”

ຕອນເລີ່ມຕົ້ນຂອງການລັອກດາວຄັ້ງທີສອງນັ້ນ, ປະຊາຊົນແມ່ນບໍ່ສາມາດເດີນທາງໄປໃສມາໃສໄດ້, ຫ້ອງການແມ່ນໄດ້ປິດ. ສຳລັບບ້ານ ຫຼື ເຂດທີ່ມີການຕິດເຊື້ອໃໝ່ນັ້ນ, ເຈົ້າໜ້າທີ່ລາວແມ່ນໄດ້ຕັ້ງຮົ້ວກັນທາງເຂົ້າຮ່ອມບ້ານໄວ້ເພື່ອກັນບໍ່ໃຫ້ຄົນເຂົ້າອອກ ຖ້າບໍ່ມີຄວາມຈຳເປັນ.

XS
SM
MD
LG