ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເງິນເຟີ້ ແລະ ຄ່າຄອງຊີບສູງ ເຮັດໃຫ້ປະຊາຊົນລາວ ຕ້ອງດີ້ນຮົນເພື່ອການຢູ່ລອດ


ເງິນກີບລາວ.
ເງິນກີບລາວ.

ເງິນກີບລາວກຳລັງຕົກຕໍ່າລົງເລື້ອຍໆ, ໃນປັດຈຸບັນນີ້ລາຄາເງິນ 1 ໂດລາແມ່ນ ເທົ່າກັບ 18,650 ກີບເຮັດໃຫ້ປະຊາຊົນໄດ້ອອກມາສະແດງຄວາມຮູ້ສຶກກັງວົນໃນສື່ສັງຄົມ ກ່ຽວກັບ ສະພາບການໃນປັດຈຸບັນ.

ລາຄາອາຫານໃນປະເທດລາວໄດ້ຂຶ້ນສູງຢ່າງວ່ອງໄວຕາມສະພາບການຂຶ້ນລົງ ຂອງເງິນ. ຄ່າຄອງຊີບຢູ່ໃນລາວແມ່ນສູງຫຼາຍເມື່ອທຽບໃສ່ກັບເງິນເດືອນຂອງ ປະຊາຊົນ. ພະນັກງານລັດຖະບານທີ່ມີຕຳແໜ່ງນ້ອຍແມ່ນບໍ່ສາມາດຢູ່ລອດໄດ້ ໂດຍອາໄສພຽງແຕ່ເງິນເດືອນ.

ທ້າວ ໄກສອນ ທີ່ອາໄສຢູ່ບ້ານໂພນທັນໄດ້ກ່າວຕໍ່ວີໂອເອລາວວ່າ “ເງິນເດືອນ ໃຊ້ໝົດກ່ອນເດືອນ. ກະໄດ້ອອກໄປຫາເກັບຫອຍ, ຕຶກອ່ຽນຕຶກປາຢູ່ນາມາກິນ ພໍຢູ່ລອດ. ອັນນີ້ກະຊ່ອຍໄດ້ຢູ່ໜ້ອຍນຶ່ງ. ຄົນໃນຄອບຄົວສີ່ຫ້າຄົນກະໄດ້ປະຢັດ ກິນປະຢັດໃຊ້.”

ໃນສະພາບເສດຖະກິດທີ່ກຳລັງຊຸດໂຊມນີ້ ຍັງໄດ້ກໍ່ໃຫ້ເກີດການຂີ້ລັກງັດແງະຢູ່ ຕາມບ້ານຂອງປະຊາຊົນ. ຊາວບ້ານຄົນນຶ່ງໄດ້ກ່າວວ່າມີຄົນມາເລາະລັກເຄື່ອງ ທຸກມື້, ມີຫຍັງເອົາໄປໄດ້ກໍລັກໄປ.

XS
SM
MD
LG