ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນລາວ ຮຽກຮ້ອງໃຫ້ມີການກວດສອບ ໂຄງການລົງທຶນ ຂອງລັດຖະບານ ໃນທົ່ວ ປະເທດ


ບັນດາເຈົ້າໜ້າທີ່ ລາວ ກວດກາດ່ານກວດຄົນເຂົ້າເມືອງ ລາວ-ໄທ.
ບັນດາເຈົ້າໜ້າທີ່ ລາວ ກວດກາດ່ານກວດຄົນເຂົ້າເມືອງ ລາວ-ໄທ.

ປະຊາຊົນລາວ ຮຽກຮ້ອງໃຫ້ມີການກວດສອບໂຄງການລົງທຶນ ຂອງລັດຖະບານ ໃນທົ່ວປະເທດ ໂດຍເຊື່ອວ່າ ມີການຄໍຣັບຊັ້ນ ແລະສ້າງໜີ້ສິນ ໃຫ້ກັບປະເທດຊາດ ແລະປະຊາຊົນຢ່າງຫຼວງຫຼາຍ.

ທ່ານນາງຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ
ຖະແຫລງ ຢືນຢັນວ່າ ບັນຫາທີ່ປະຊາຊົນລາວບັນດາເຜົ່າຕ້ອງການໃຫ້ລັດຖະບານ
ລາວ ເລັ່ງດຳເນີນການແກ້ໄຂ ຢ່າງຮີບດ່ວນ ທີ່ສຸດ ໃນປັດຈຸບັນ ກໍຄືການກວດສອບ ບັນດາໂຄງການທີ່ລົງທຶນ ໂດຍລັດຖະບານໃນທົ່ວປະເທດ ເພາະເຊື່ອວ່າ ມີການ ທຸຈະລິດຄໍຣັບຊັ້ນ ຢ່າງກວ້າງຂວາງ ໃນການຈັດຕັ້ງປະຕິບັດ ບັນດາໂຄງການລົງທຶນ ຂອງລັດຖະບານດັ່ງກ່າວ ອັນເປັນສາເຫດສຳຄັນເຮັດໃຫ້ປະຊາຊົນລາວ ຕ້ອງແບກ ຮັບພາລະໜີ້ສິນເພີ້ມຂຶ້ນ ນັບມື້ ດັ່ງທີ່ທ່ານນາງຄຳຈັນ ໄດ້ຖະແຫລງຢືນຢັນຕໍ່ກອງ
ປະຊຸມ ສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດລາວ ຊຸດທີ 8 ເມື່ອບໍ່ດົນມານີ້ ວ່າ:

“ສະເໜີໃຫ້ກວດກາຄືນກ່ຽວກັບການພິຈາລະນາ ບັນດາໂຄງການລົງທຶນ ຂອງ ລັດຖະບານຜ່ານມາ ແມ່ນຮັບຮອງຫຼາຍໂຄງການເຮັດໃຫ້ງົບປະມານຂອງລັດ ບໍ່ມີຄວາມສາມາດຊຳລະໄດ້ ພາໃຫ້ເກີດໜີ້ສິນຄຸມເຄືອ ປະເທດຊາດ ກໍຄື
ປະຊາຊົນ ບັນດາເຜົ່າຕິດໜີ້ຕິດສິນອັນມະຫາສານ ພາໃຫ້ເສດຖະກິດ ຂອງ
ລາວເຮົາ ຢູ່ໃນສະພາບບອບບາງ.”

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນຄະນະກວດກາສູນກາງພັກ ປະຊາຊົນປະຕິວັດລາວ ເປີດເຜີຍວ່າ ໃນລະຍະ 5 ປີ ທີ່ຜ່ານມາ ຄະນະກວດກາສູນກາງພັກ ໄດ້ຮັບຈົດໝາຍ ຮ້ອງຮຽນຈາກປະຊາຊົນລາວ ຈຳນວນ 3,640 ສະບັບ ທີ່ຮຽກຮ້ອງຂໍໃຫ້ກວດກາ ການໃຊ້ອຳນາດຂອງສະມາຊິກພັກ ທີ່ຖືກສົງໄສວ່າ ໄດ້ປະຕິບັດໜ້າທີ່ໂດຍທຸຈະລິດ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ ຢ່າງຫຼວງຫຼາຍ.

ທັງນີ້ ໂດຍຈາກການກວດກາໃນຈຳນວນ 734 ກໍລະນີ ເປົ້າໝາຍຕາມການຮຽກ
ຮ້ອງດັ່ງກ່າວ ກໍພົບວ່າ ການທຸຈະລິດໄດ້ສ້າງຄວາມເສຍຫາຍ ຄິດເປັນມູນຄ່າເຖິງ 4,145.86 ຕື້ກີບ ພ້ອມດ້ວຍການເສຍຫາຍໃນສ່ວນຂອງເງິນຕາຕ່າງປະເທດ
70.77 ລ້ານໂດລາ ກັບ 381.68 ລ້ານບາດ ແລະ 539,518 ຢວນ ທັງຍັງມີການ ລັກລອບຂາຍໄມ້ ຂອງລັດຖະບານ ໂດຍຜິດກົດໝາຍຫຼາຍກວ່າ 3 ແສນແມັດກ້ອນ ອີກດ້ວຍ.

ທາງດ້ານທ່ານວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໃຫ້ການ ຍອມຮັບວ່າ ພັກກຳລັງປະເຊີນກັບບັນຫາການຈັດຕັ້ງ ທີ່ບໍ່ມີປະສິດທິພາບຫຼາຍຂຶ້ນ
ນັບມື້ ໂດຍມີສາເຫດມາຈາກການປະຕິບັດຕົວ ທີ່ຂາດຄວາມຮັບຜິດຊອບ ຕໍ່ສ່ວນ ລວມຂອງສະມາຊິກພັກ ເປັນສຳຄັນ ເຊັ່ນ ການຫລິ້ນພັກ-ຫລິ້ນພວກ ການບໍ່ຍອມ ຮັບການວິຈານກັນຢ່າງກົງໄປກົງມາ ການອາຄາດມາດຮ້າຍຕໍ່ກັນ ການບໍ່ຍອມຮັບ ໃນຄວາມຮູ້-ຄວາມສາມາດ ລະຫວ່າງ ຜູ້ບັງຄັບບັນຊາ ແລະຜູ້ໃຕ້ບັງຄັບບັນຊາການ ບໍ່ເຄົາລົບກົດລະບຽບຂອງພັກ ແລະ ການທຸຈະລິດຄໍຣັບຊັ້ນ.

ໂດຍໃນຮອບ 5 ປີ ທີ່ຜ່ານມາອຳນາດການນຳ ຂອງສູນກາງພັກ ໄດ້ຕັດສິນລົງໂທດ ທາງວິໄນຕໍ່ ສະມາຊິກພັກຈຳນວນ 1,806 ຄົນ ໃນນີ້ ເປັນສະມາຊິກເພດຍິງ 171 ຄົນ ທີ່ສວຍໃຊ້ຕຳແໜ່ງໜ້າທີ່ ເພື່ອສະເຫວງຫາຜົນປະໂຫຍດສ່ວນຕົວ ແລະພ້ອມກັນນີ້ ກໍໄດ້ປົດຈາກຕຳແໜ່ງສະມາຊິກຂອງພັກອີກ 1,007 ຄົນ ທີ່ປະຕິບັດໜ້າທີ່ ຂັດຕໍ່ ແນວທາງ ນະໂຍບາຍຂອງພັກ ແລະມີສະມາຊິກພັກຈຳນວນໜຶ່ງ ທີ່ຊື້ຕຳແໜ່ງ ໃນ
ພັກ ເພື່ອສວຍໃຊ້ຕຳແໜ່ງ ໃນການສະແຫວງຫາຜົນປະໂຫຍດສ່ວນຕົວ.

ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ຈຸດເນັ້ນໜັກ ທີ່ສຳຄັນທີ່ສຸດ ໃນການບໍລິຫານງານ ຂອງຄະນະລັດຖະບານຊຸດ ປັດຈຸບັນ ກໍຄື ການຄວບຄຸມ ແລະກວດກາການຈັດຕັ້ງປະຕິບັດໜ້າທີ່ຂອງບັນດາພະນັກງານລັດ ໃນທຸກລະດັບຢ່າງໂປ່ງໃສ ແນໃສ່ການສະກັດກັ້ນ ແລະປາບປາມ ການທຸຈະລິດ ທຸກຮູບແບບ ໂດຍສະເພາະພະນັກງານລັດ ທີ່ຮັບຜິດຊອບ ໃນການຈັດເກັບລາຍຮັບ ແລະການໃຊ້ຈ່າຍງົບປະມານ ຂອງລັດຖະບານນັ້ນ ແຕ່ວ່າ ການທີ່ຈະສາມາດຈັດຕັ້ງ ປະຕິບັດໄດ້ຢ່າງແທ້ຈິງ ກໍຈະຕ້ອງປັບປຸງກົນໄກບໍລິຫານ ແລະປະຕິບັດຕາມລະບຽບ ກົດໝາຍ ຢ່າງເຂັ້ມງວດອີກດ້ວຍ.

XS
SM
MD
LG