ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະຊາຊົນລາວສ່ວນໃຫຍ່ ບໍ່ມີຂໍ້ມູນທີ່ລະອຽດ ກ່ຽວກັບການເລືອກຕັ້ງແຫ່ງຊາດ ທີ່ຈະຈັດຂຶ້ນໃນວັນອາທິດໜ້ານີ້ 


ສະພາແຫ່ງຊາດ ສປປ ລາວ.
ສະພາແຫ່ງຊາດ ສປປ ລາວ.

ວັນທີ 21 ກຸມພາ ກໍຄືວັນເລືອກຕັ້ງທົ່ວປະເທດຂອງລາວ ໃກ້ຈະມາເຖິງແລ້ວ ແຕ່ວ່າ
ປະຊາຊົນສ່ວນໃຫຍ່ແມ່ນບໍ່ມີຂໍ້ມູນຫຍັງຫລາຍ ກ່ຽວກັບຜູ້ສະໝັກເລືອກຕັ້ງໃນຄັ້ງນີ້
ແລະບາງຄົນກໍບອກວ່າ ບໍ່ຮູ້ສຶກຕື່ນເຕັ້ນ ກ່ຽວກັບ ການເລືອກຕັ້ງທີ່ວ່ານີ້ ເຖິງແມ່ນວ່າ
ຄະນະຜູ້ນໍາຂັ້ນສູງຂອງລາວມີຄຳສັ່ງໃຫ້ຄະນະກຳ ມະການການເລືອກຕັ້ງແຫ່ງຊາດ
ດຳເນີນການທຸກວິທີເພື່ອຮັບປະກັນໃຫ້ຜູ້ມີສິດ ເລືອກຕັ້ງທັງໝົດ ອອກໄປໃຊ້ສິດໃນ
ການເລືອກຕັ້ງເຕັມ 100 ເປີເຊັນ ກໍຕາມ, ອີງຕາມຄໍາເຫັນຂອງປະຊາຊົນ ແລະເຈົ້າ
ໜ້າທີ່ໃນທ້ອງຖິ່ນໃນບາງແຂວງ ແລະໃນນະຄອນຫລວງວຽງຈັນ ກິ່ງສະຫວັນມີລາຍ
ລະອຽດກ່ຽວກັບເລື້ອງນີ້ມາສະເໜີ ທ່ານ ໃນອັນດັບຕໍ່ໄປ:

ເຊີນຊົມ ວີດີໂອ ຈາກ ສປປ ລາວ
please wait

No media source currently available

0:00 0:01:11 0:00
ລິງໂດຍກົງ

ສປປ ລາວ ທີ່ມີການປົກຄອງ ແລະນໍາພາໂດຍພັກປະຊາຊົນປະຕິວັດລາວນັ້ນ ແມ່ນມີ
ປະຫວັດ ທີ່ມີປະຊາຊົນຜູ້ມີສິດປ່ອນບັດເຂົ້າໄປປ່ອນບັດເລືອກຕັ້ງສະພາແຫ່ງຊາດເກືອບເຕັມ 100 ເປີເຊັນເກືອບໝົດທຸກຄັ້ງໃນຮອບເກືອບ 2 ທົດສະວັດຜ່ານມາ ນອກຈາກການ
ເລືອກຕັ້ງຊຸດກ່ອນ ກໍຄືຊຸດທີ 8 ທີ່ຈັດຂຶ້ນໃນປີ 2016. ໃນນັ້ນມີຄົນໄປປ່ອນບັດທັງໝົດ 3
ລ້ານ 658 ພັນກວ່າຄົນ, ຊຶ່ງກວມເອົາ 97.94 ເປີເຊັນຂອງຜູ້ມີສິດເລືອກຕັ້ງທັງໝົດ, ອີງ
ຕາມ Election Guide ຊຶ່ງເປັນເວັບໄຊທ໌ ສະໜອງຂໍ້ມູນອັນຄົບຖ້ວນແລະໄດ້ຮັບການຢືນ
ຢັນຂອງການເລືອກຕັ້ງສະພາແຫ່ງຊາດຂອງປະເທດຕ່າງໆ ໂດຍມູນນິທິສາກົນສໍາລັບ
ລະບົບການເລືອກຕັ້ງ ຫລື ຄໍາແນະນໍາ International Foundation for Electoral
Systems (IFES) ຊຶ່ງເປັນອົງການບໍ່ຂຶ້ນກັບລັດຖະບານ ຕັ້ງຢູ່ໃນລັດເວີຈີເນຍ ຂອງສະຫະ ລັດ. ສ່ວນຄັ້ງກ່ອນໜ້ານັ້ນ ກໍຄື ຄັ້ງທີ 7 ໃນປີ 2011, ຄັ້ງທີ 6 ໃນປີ 2006 ແລະ
ຄັ້ງທີ 5 ໃນປີ 2002 ທີ່ມີຈໍານວນຄົນໄປປ່ອນບັດຫຼາຍເຖິງ 99.9 ກວ່າເປີເຊັນ, ອີງຕາມ
ເວັບໄຊທ໌ດັ່ງກ່າວ.

ສໍາລັບການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດຊຸດນີ້ ກໍຄືຊຸດທີ 9 ແລະ ການເລືອກ
ຕັ້ງສະພາປະຊາຊົນຂັ້ນແຂວງ ຢູ່ໃນທັງ 18 ແຂວງ ກັບ 1 ນະຄອນຫຼວງຂອງລາວຄັ້ງທີ
2 ແມ່ນຈະຈັດຂຶ້ນໃນວັນທີ 21 ກຸມພາ. ເພື່ອຢາກຮັກສາອັດຕາສ່ວນທີ່ຜູ້ມີສິດປ່ອນບັດ
ໃຫ້ໄປໃຊ້ສິດໃຊ້ສຽງໃນອັດຕາສ່ວນສູງທີ່ສຸດກໍຄື 100 ເປີເຊັນການນໍາຂັ້ນສູງຂອງລາວ
ມີຄຳສັ່ງໃຫ້ຄະນະກຳມະການການເລືອກຕັ້ງແຫ່ງຊາດ ດຳເນີນການທຸກວິທີທາງ ປຸກລະ
ດົມໃຫ້ຜູ້ມີສິດປ່ອນ ບັດເລືອກຕັ້ງທັງໝົດທີ່ມີ 4 ລ້ານກວ່າຄົນຂອງປະເທດອອກໄປໃຊ້
ສິດຂອງຕົນ, ອີງຕາມເຈົ້າໜ້າທີ່ຂັ້ນສູງໃນຄະນະກຳມະການການເລືອກຕັ້ງແຫ່ງຊາດ
ທ່ານນຶ່ງ. ແຕ່ແນວໃດກໍຕາມ ປາກົດວ່າ ບັນດາຜູ້ມີສິດເລືອກຕັ້ງທັງຫລາຍໃນລາວ ກໍບໍ່
ມີຄວາມຕື່ນເຕັ້ນ ເພາະຜູ້ທີ່ໄປປ່ອນບັດຈົນຮອດດຽວນີ້ ກໍບໍ່ຮູ້ຫຍັງຫລາຍກ່ຽວກັບວ່າຜູ້ສະໝັກ ເລືອກຕັ້ງນັ້ນ ມີໃຜແດ່, ມີປະຫວັດ ແລະ ຜົນງານແນວໃດ ດັ່ງການບອກເລົ່າ
ຂອງອາຈານສອນຄົນນຶ່ງ ໃນມັດທະຍົມປາຍ ແຫ່ງນຶ່ງໃນແຂວງບໍລິຄໍາໄຊທີ່ເວົ້າ ກ່ຽວກັບ
ສະພາບທີ່ບໍ່ມີຂໍ້ມູນຂອງຜູ້ສະໝັກໄວ້ໃຫ້ປະຊາຊົນສຶກສາກ່ອນ ວັນເລືອກຕັ້ງຄັ້ງນີ້ວ່າ: ​

“ເອີແນວບໍ່ເອົາມາເຜີຍແຜ່ ກະບໍ່ຮູ້ແຫລະ ຕອນເລືອກຕັ້ງກະຊິພະຍາຍາມເບິ່ງກ່ອນ”

ເຊັ່ນດຽວກັນ, ຄູຍິງຄົນນຶ່ງໃນໂຮງຮຽນມັດທະຍົມຕົ້ນແຫ່ງນຶ່ງໃນແຂວງອຸດົມໄຊ ເມື່ອຖ
າມເຖິງເລື້ອງຂໍ້ມູນ ແລະລາຍຊື່ຂອງຜູ້ສະໝັກເລືອກ ທ່ານນາງຕອບວ່າ:

“ຍັງບໍ່ທັນໄດ້ເຫັນແຈ້ງຫຍັງເຊົ້ານີ້ ຄູສອນຢູ່ ຍັງບໍ່ຮູ້ດອກເຂົາຍັງບໍ່ໄດ້ເຜີຍແຜ່ ຮອດ
ໂຮງຮຽນ, ໂອ ຊຸດນີ້ແຕກຕ່າງຄືວ່າບໍ່ຄຶກຄັກ ຄືແຕ່ກີ້ ແຕ່ກີ້ຄືວ່າກຽມຄືກຄັກ ຊຸດນີ້ຄືວ່າ
ເສີຍເມີຍ ໂອ້ຍຄືແຕ່ກີ້ ກຽມຢ່າງໃຫຍ່.”

ທ່ານນາງກ່າວເພີ້ມອີກວ່າ:

“ແມ່ນຄືມິດຢູ່ມິດເນາະ ມັນແບບມິດງຽບໄປຫັ້ນ ໄປນີ້ກະບໍ່ມີຄົນເວົ້າ ບໍ່ມີຮູບພາບຫຍັງ
ຈັ່ງຊັ້ນຈັ່ງຊີ້ ອັນນີ້ມີແຕ່ໄດ້ວ່າຊິເລືອກຕັ້ງ ວັນທີ 21 ອືອື, ມິດເລີຍ ຜູ້ອໍານວຍການກະບໍ່
ໄດ້ຍິນຫຍັງ ມີແຕ່ຍິນທາງບ້ານ ໄປລວມວ່າຊິມີເລືອກຕັ້ງ ແມ່ນ, ໂອ້ຍຍັງບໍ່ທັນໄດ້ເບິ່ງ
ຄັກເທື່ອ ຍັງບໍ່ທັນໄດ້ຮູ້.”

ຕາມທັດສະນະຂອງເຈົ້າໜ້າທີ່ທ້ອງຖິ່ນບາງຄົນແລ້ວ ປາກົດວ່າ ຜູ້ໄປປ່ອນບັດ ສ່ວນ
ໃຫຍ່ອາດຈະເຮັດໄປຕາມໜ້າທີ່ຂອງພົນລະເມືອງ ຫລື ຕາມຄໍາແນະນໍາ ຂອງທາງການ
ເທົ່ານັ້ນດັ່ງການສັງເກດການຂອງນາຍບ້ານຂອງບ້ານນຶ່ງທີ່ຢູ່ໃນເຂດເລືອກຕັ້ງທີ 1 ຂອງນະຄອນຫຼວງວຽງຈັນໃນຂະນະທີ່ກໍາລັງກະກຽມການ ເລືອກຕັ້ງໃນຫ້ອງການບ້ານຂອງ
ທ່ານຢູ່ນີ້ເຫັນວ່າ:

“ມີ 23 ທ່ານ, ສ່ວນຫລາຍມີແຕ່ຄົນເກົ່າ ມີທ່ານສີສົມພອນ ພົມວິຫານ, ອະນຸພາບຄົນ
ເກົ່າ ສະໄໝທີ 3, ທີ 8 ໃນເຂດ 1 ນະຄອນຫລວງ. ເຂົາກະຮັກສາຄົນໃໝ່ ທ່ານສົມພອນ
ພົມວິຫານ ກະຄົນເກົ່າ ແລະທ່ານທະນູຄົນໃໝ່ ເຂົາກະເຮັດຕາມເລື້ອງ ຕາມລາວ. ເຂົາ
ບໍ່ຄິດດອກວ່າຊິເອົາຜູ້ນັ້ນຜູ້ນີ້ ໃຫ້ເຂົາຂີດຈວດອອກ 5 ເຂົາກະຂີດອອກ 5 ຫັ້ນແຫລ້ວ.
ຢາກບໍ່ຢາກເຂົາກະເລືອກມາແຕ່ຂັ້ນເທິງ ມັນເລືອກຕາມກົດໝາຍຊື່ໆ ຜູ້ໃດຊິໄດ້ເປັນ
ນາຍົກ ເຂົາກະເລືອກມາແລ້ວ ຜູ້ໃດຊິໄດ້ເປັນປະທານສະພາເພິ່ນກະເອົາອອກມາ
ແລ້ວຢູ່ຫັ້ນແລ້ວ.”

ພ້ອມກັນນັ້ນ ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງທ່ານນຶ່ງ ໃນເຂດເລືອກຕັ້ງ ທີ 1 ຂອງນະຄອນຫລວງວຽງຈັນ ກໍເວົ້າວ່າ:

“ໂອຍ ຂີດເອົາໂລດມັນບໍ່ໄດ້ສົນໃຈດອກ ຜູ້ໃດເປັນກະຄືເກົ່າ ຄວາມຮູ້ສູງ ຫລືຄວາມຮູ້
ຕໍ່າ ມັນຫັ້ນ ກະເບິ່ງຍາກ. ຄັນຊັ້ນຫາເລືອກເບິ່ງຜູ້ໃດສີຄືໆ ທີ່ຈະເຮັດວຽກແທ້. ບໍ່ໄດ້ສົນ
ດອກ ແຕ່ເລືອກເອົາ 3 ເອົາ 8 ໃນ 23 ຄົນ ມັນກະຂີດຈວດຈວດອອກ ກະບໍ່ໝາຍລຽງ
ເລກດອກ.”

ສະຫລຸບແລ້ວ ການເລືອກຕັ້ງແຫ່ງຊາດຂອງລາວ ທີ່ມີປະຫວັດທີ່ມີຄົນໄປປ່ອນບັດເລືອກ
ຕັ້ງ ເກືອບຮອດ 100 ເປີເຊັນໃນຮອບເກືອບ 2 ທົດສະວັດຜ່ານມາ ຍົກເວັ້ນຊຸດແລ້ວນີ້.
ສະນັ້ນ ທາງການລາວຢາກແກ້ໄຂອັດຕາສ່ວນຂອງຄົນໄປ ປ່ອນບັດ ທີ່ຫລຸດລົງໃນຊຸດ
ແລ້ວນີ້ໂດຍເນັ້ນຢໍ້າໃຫ້ຄະນະກໍາມະການເລືອກຕັ້ງ ປຸກລະດົມຄົນໃຫ້ໄປປ່ອນບັດ ແຕ່
ວ່າທາງປະຊາຊົນທົ່ວໄປນັ້ນ ປາກົດວ່າບໍ່ມີຂໍ້ ມູນຫຍັງຫລາຍປານໃດ ກ່ຽວກັບຜູ້ສະໝັກ
ໃນການເລືອກຕັ້ງທົ່ວປະເທດໃນຄັ້ງນີ້ເລີຍ.

XS
SM
MD
LG