ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນລາວບາງສ່ວນ ສະແດງຄວາມຄິດເຫັນ ຕໍ່ແຜນການເປີດປະເທດຄືນໃໝ່ ເພື່ອຕ້ອນຮັບນັກທ່ອງທ່ຽວ ຂອງລັດຖະບານ


ສະໜາມບິນສາກົນວັດໄຕ ໃນນະຄອນຫຼວງວຽງຈັນ, ສປປ ລາວ.
ສະໜາມບິນສາກົນວັດໄຕ ໃນນະຄອນຫຼວງວຽງຈັນ, ສປປ ລາວ.

ພາກບໍລິການ ແລະທ່ອງທ່ຽວເປັນຂະແໜງທຸລະກິດ ທີ່ໄດ້ຮັບຜົນກະ ທົບອັນໜັກໜ່ວງກວ່າໝູ່ທີ່ສຸດໃນລາວ ພາຍຫລັງທີ່ມີການລະບາດຂອງໂຄວິດ-19 ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ. ດ້ວຍຄວາມພະຍາຍາມ ທີ່ຈະຟື້ນຟູຂະແໜງການນີ້ ທາງລັດຖະບານໄດ້ມີຄໍາສັ່ງໃຫ້ເປີດປະເທດຄືນອີກຢູ່ຫຼາຍຈຸດເພື່ອ ຕ້ອນຮັບນັກທ່ອງທ່ຽວນັບແຕ່ປີໃໝ່ສາກົນ 2022 ເປັນຕົ້ນໄປ. ຫລາຍຄົນແມ່ນ ມີຄວາມຍິນດີ ນໍາແຜນການເປີດປະເທດທີ່ວ່ານີ້. ແຕ່ຄົນລາວບາງຄົນ ກໍຍັງມີຄວາມເປັນຫ່ວງຫລາຍ ເພາະຄິດວ່າຜົນເສຍ ຫລືຄວາມສ່ຽງຂອງການລະບາດຂອງພະຍາດ ອາດຈະສູງກວ່າຜົນໄດ້ ໃນຂະນະທີ່ລາວຍັງບໍ່ສາມາດສະກັດກັ້ນ ຄື້ນຟອງການລະບາດ ຂອງພະຍາດທີ່ນັບມື້ນັບຮ້າຍແຮງຂຶ້ນຢູ່ນີ້ໄດ້ເທື່ອ. ໄຊ​ຈະ​ເລີນ​ສຸກ ມີ​ລາ​ຍ​ງານ​ເລື້ອງນີ້ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ການລະບາດຂອງພະຍາດໂຄວິດ-19 ໃນລາວ ທີ່ແກ່ຍາວມາໄດ້ເກືອບສອງປີ ແລ້ວນີ້ ໄດ້ສົ່ງຜົນກະທົບຢ່າງໜັກຕໍ່ເສດຖະກິດຂອງລາວ ໂດຍສະເພາະແມ່ນ ຂະແໜງການບໍລິການແລະທ່ອງທ່ຽວ ຊຶ່ງການສໍາຫລວດເມື່ອມໍ່ໆມານີ້ ມັນໄດ້ ເຮັດໃຫ້ລາຍຮັບໃນຂະແໜງການດັ່ງກ່າວ ຫລຸດລົງເກືອບຮອດ 65 ເປີເຊັນ ອີງຕາມຄໍາຖະແຫລງ ຂອງທ່ານນາງ ສວນສະຫວັນ ວິຍາເກດ, ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ຢູ່ຫໍປະຊຸມແຫ່ງຊາດ ໃນວັນທີ 17 ທັນວາຜ່ານມານີ້. ເພື່ອຟື້ນຟູຈາກຜົນກະທົບທີ່ວ່ານີ້ ທາງການລາວ ມີແຜນຈະເປີດຕ້ອນຮັບເອົານັກທ່ອງທ່ຽວຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ ທີ່ປອດຈາກພະຍາດໂຄວິດ-19 ໃນ ສປປ ລາວ ໄປພ້ອມໆກັບການຕ້ອນຮັບປີໃໝ່ 2022. ແຜນການຕ້ອນຮັບນັກທ່ອງທ່ຽວນີ້ແບ່ງອອກເປັນສາມໄລຍະດ້ວຍກັນຄື ໄລຍະທີ 1 ແຕ່ວັນທີ 1 ມັງກອນຫາ 30 ມີນາ; ໄລຍະທີ 2 ແຕ່ວັນທີ 1 ເມສາ ຫາ 30 ມິຖຸນາ; ໄລຍະທີ 3 ແຕ່ວັນທີ 1 ກໍລະກົດ 2022 ເປັນຕົ້ນໄປ.

ສໍາລັບເຂດທ່ອງທ່ຽວສີຂຽວໄລຍະທີ 1 ມີ 3 ເຂດຄື ນະຄອນຫລວງວຽງຈັນ, ນະຄອນຫລວງພະບາງ ແລະເມືອງຕ່າງໆຂອງແຂວງຫລວງພະບາງ, ແລະ ເມືອງວັງວຽງ. ພ້ອມກັນນັ້ນ ຢູ່ໃນໄລຍະທີ 1 ນີ້ ກໍຍັງມີເສັ້ນທາງທ່ອງທ່ຽວສີຂຽວໃນ 5 ແຂວງອີກຄື ແຂວງອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄໍາມ່ວນ, ແລະ ຈໍາປາສັກ.ສ່ວນໄລຍະທີ 2 ແລະ ທີ 3 ແມ່ນມີການຂະຫຍາຍ ໄປແຂວງອື່ນອີກ ເຊັ່ນແຂວງສະຫວັນນະເຂດ ແລະແຂວງອື່ນໆ. ເຊັ່ນດຽວກັນ ເສັ້ນທາງທ່ອງທ່ຽວ ໃນໄລຍະທີ 2 ແລະທີ 3 ກໍຈະມີການຂະຫຍາຍວົງກວ້າງອອກ. ພ້ອມກັນນັ້ນ ກໍຍັງມີເງື່ອນໄຂອີກວ່າ ບັນດາແຂວງທີ່ຈະເປີດຮັບນັກທ່ອງທ່ຽວ ຈະຕ້ອງມີຢ່າງໜ້ອຍ 70 ເປີເຊັນຂອງປະຊາກອນທັງໝົດ ໄດ້ຮັບການສັກວັກຊີນຢ່າງຄົບຖ້ວນ.

ພ້ອມກັນນັ້ນ ຖະແຫລງການຂອງທ່ານນາງ ສວນສະຫວັນ ຍັງແຈ້ງໃຫ້ຊາບອີກ ວ່າ ການເປີດຮັບນັກທ່ອງທ່ຽວຕ່າງປະເທດຄືນ ຕາມແຜນການທີ່ວ່ານີ້ ຍັງຈະມີການຕິດຕາມ, ກວດກາແລະປະເມີນຜົນ ເປັນແຕ່ລະໄລຍະແບບຕໍ່ເນື່ອງ ເພື່ອຮັບປະກັນຄວາມປະທັບໃຈ ແລະຄວາມປອດໄພ ຂອງນັກທ່ອງທ່ຽວ ແລະ ຜູ້ບໍລິການ ໂດຍປະຕິບັດຕາມມາດຕະການຄວບຄຸມການລະບາດ ຂອງພະຍາດ ໂຄວິດ-19 ຢ່າງຮັດກຸມ.

ແຜນການທີ່ວ່ານີ້ເຮັດໃຫ້ປະຊາຊົນລາວ ໂດຍສະເພາະຜູ້ທີ່ເຮັດອາຊີບໃນພາກ ບໍລິການແລະທ່ອງທ່ຽວນັ້ນ ມີຄວາມດີໃຈ ດັ່ງທີ່ພະນັກງານໃນບໍລິສັດທ່ອງທ່ຽວ ທ່ານນຶ່ງ ໃນນະຄອນຫລວງວຽງຈັນກ່າວຕໍ່ພວກເຮົາວ່າ:

“ກະຈັ່ງຊັ້ນຈັ່ງຊີ້ ກະເປີດຫັ້ນແຫລະດີ ເອີກະດີຫັ້ນແຫລະ ບໍ່ເປີດບໍ່ໄດ້ ບໍ່ເປີດເສດຖະກິດມັນຕິດຂັດ ມັນກະຈໍາເປັນຫັ້ນແຫລະເນາະ ເຮົາຊິເຮັດຈັ່ງໃດລັດຖະ ບານກະຮັບຜິດຊອບ ເພິ່ນກະມີຄວາມຮັບຜິດຊອບຫັ້ນແຫລະ ລັດຖະບານຈັ່ງໃດກະໄດ້ເປີດຫັ້ນແຫລະ ຂອງໄທເຂົາກະເປີດແລ້ວເດ ເຂົາກະຈໍາກັດມາດຕະການ ຫລືໃຊ້ມາດຕະການຈໍາກັດເອົາ”.

ແຕ່ຢ່າງໃດກໍຕາມ ການລະບາດຂອງພະຍາດໂຄວິດ-19 ໃນລາວ ຍັງສືບຕໍ່ສູງຂຶ້ນຢ່າງບໍ່ຢຸດຢັ້ງ ອີງຕາມຖະແຫລງການຂອງທ່ານນາງພອນປະເສີດ ໄຊຍະມຸງຄຸນ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທະນະສຸກໃນວັນ ທີ 18 ທັນວາຜ່ານມາ ຊຶ່ງໂຕເລກຫລ້າສຸດ ຂອງຜູ້ຕິດເຊື້ອແມ່ນ 1,249 ຄົນ ແລະເສຍຊີວິດ 2 ຄົນ. ເຖິງແມ່ນວ່າຄົນສ່ວນໃຫຍ່ໃນນະຄອນຫລວງວຽງຈັນ ແລະແຫ່ງອື່ນ ທີ່ຢູ່ໃນເຂດເປີດຮັບນັກທ່ອງທ່ຽວນັ້ນ ຈະໄດ້ຮັບການສັກຢາວັກຊີນ ແລະໂຕເລກຄົນເສຍຊີວິດ ຍ້ອນພະຍາດນີ້ ຈະບໍ່ສູງປານໃດ ກໍຄື ມີແຕ່ 13.09 ເປີເຊັນ ຂອງຄົນປ່ວຍທັງໝົດທີ່ມີຫລາຍກວ່າ 97,500 ຄົນ ເທົ່ານັ້ນກໍຕາມ, ຂ່າວກ່ຽວກັບການທີ່ຈະເປີດປະເທດຄືນນີ້ ກໍຍັງເຮັດໃຫ້ຫລາຍຄົນມີຄວາມເປັນຫ່ວງຢູ່ ດັ່ງທີ່ນັກທຸລະກິດຂາຍຍ່ອຍທ່ານນຶ່ງ ໃນນະຄອນຫລວງວຽງຈັນ ສະແດງຄວາມຄິດເຫັນວ່າ:

“ເປີດແຮ່ງອັນຕະລາຍ ຄົນມັນກະຊິໄປພຸ້ນໄປພີ້ ມັນກະຊິຕິດກັນງ່າຍ ສາຍພັນໃໝ່ມັນແຮ່ງລະບາດໄວ, ລະຜົນເສຍຫາຍຫລາຍກ່ອນແຫລະ ເພາະວ່າຫຍັງ? ມັນຕິດພະຍາດຫລາຍ ມັນຕິດອີ່ຫຍັງຫລວງຫລາຍ ມັນກະໄປໃສບໍ່ໄດ້ ມັນກະຂາດລາຍໄດ້ ສິບສີ່ມື້ ເຖິງຊາວມື້ ນອນປົວຕົນເອງຢູ່ ເອົາເງິນມາແຕ່ໃສລະບາດນີ້ ວຽກການບໍ່ໄດ້ເຮັດ”.

ສະຫລຸບແລ້ວ ຕາມແຜນການເປີດປະເທດຄືນເພື່ອໃຫ້ນັກທ່ອງທ່ຽວເຂົ້າປະເທດ ນັ້ນ ທາງການລາວຈະເຮັດໄປເປັນແຕ່ລະບາດກ້າວ ແລະເຮັດດ້ວຍຄວາມລະມັດລະວັງ ຊຶ່ງຫລາຍຄົນກໍມີຄວາມດີໃຈ ທີ່ໄດ້ຍິນຂ່າວນີ້ ເພາະມັນຈະເຮັດໃຫ້ເສດຖະກິດເລີ້ມຟື້ນຕົວຄືນໄດ້ບໍ່ຫຼາຍກໍໜ້ອຍ ຈາກຜົນກະທົບຂອງການລະບາດຂອງພະຍາດທີ່ມີມາໄດ້ເກືອບສອງປີແລ້ວນັ້ນ. ແຕ່ວ່າ ມັນກໍຍັງເຮັດໃຫ້ບາງຄົນມີຄວາມເປັນຫ່ວງວ່າ ການເປີດປະເທດຈະເຮັດໃຫ້ມີຄົນໄປມາຫລາຍຂຶ້ນ ຊຶ່ງອາດຈະເຮັດໃຫ້ໂຕເລກຄົນຕິດພະຍາດນີ້ທີ່ສູງຢູ່ແລ້ວ ຍິ່ງຈະສູງຂຶ້ນອີກ ແລ້ວມັນຍິ່ງຈະເພີ້ມຄວາມຫຍຸ້ງຍາກ ຫລືທຸກຈົນໃຫ້ແກ່ຄົນທີ່ມີລາຍໄດ້ຕໍ່າ ທີ່ຕິດພະຍາດນີ້ ຫລື ມີຍາດພີ່ນ້ອງທີ່ຕິດພະຍາດຫລາຍຂຶ້ນອີກດ້ວຍ.

Video related to Laos announce plan to reopen in welcoming tourists
please wait

No media source currently available

0:00 0:02:47 0:00

XS
SM
MD
LG