ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ລາວ ໃນຣາຊະອານາຈັກ ອັງກິດ ລະວັງຕົວຫຼາຍຂຶ້ນ ຫຼັງຈາກລັດຖະບານ ອັງກິດ ຍົກລະດັບ ໄພຂົ່ມຂູ່ ລັດທິກໍ່ການຮ້າຍ


ຕຳຫຼວດຍ່າງລາດຕະເວນຂົວ ເວັສມິນສເຕີ ກັບສະພາແຫ່ງຊາດຢູ່ເບື້ອງຫຼັງ, ນະຄອນຫຼວງ ລອນດອນ, ອັງກິດ. 8 ມິຖຸນາ, 2017.
ຕຳຫຼວດຍ່າງລາດຕະເວນຂົວ ເວັສມິນສເຕີ ກັບສະພາແຫ່ງຊາດຢູ່ເບື້ອງຫຼັງ, ນະຄອນຫຼວງ ລອນດອນ, ອັງກິດ. 8 ມິຖຸນາ, 2017.

ຣາຊະອານາຈັກ ອັງກິດ ກຳລັງປະເຊີນກັບບັນຫາສອງບັນຫາໃຫຍ່ໃນປັດຈຸບັນນີ້ຄືໂຣກລະບາດ ໄວຣັສໂຄໂຣນາ ແລະ ການໂຈມຕີກໍ່ການຮ້າຍທີ່ໄດ້ເກີດຂຶ້ນໃນປະເທດ ຝຣັ່ງ ແລະ ອອສເຕຣຍ.

ໃນວັນອັງຄານທີ່ຜ່ານມາລັດຖະບານ ອັງກິດ ໄດ້ຍົກລະດັບໄພຂົ່ມຂູ່ການກໍ່ການຮ້າຍຂຶ້ນສູ່ລະດັບຮຸນແຮງ, ເຊິ່ງແມ່ນລະດັບສູງສຸດເປັນອັນດັບສອງຂອງເຂົາເຈົ້າ.

ການປະກາດດັ່ງກ່າວ ແມ່ນມາດຕະການເຕືອນຕໍ່ປະຊາຊົນໃຫ້ລະມັດລະວັງຕົວໄວ້, ແຕ່ປະເທດດັ່ງກ່າວແມ່ນບໍ່ໄດ້ມີການຂົ່ມຂູ່ຈາກພວກກໍ່ການຮ້າຍໃດໆເທື່ອ.

ຫຼັງຈາກມີຄຳເຕືອນອອມາ ຄົນລາວທີ່ອາໄສຢູ່ໃນປະເທດດັ່ງກ່າວແມ່ນໄດ້ພາກັນປະຕິບັດຕາມຄຳເຕືອນທີ່ວ່ານັ້ນ, ເຊິ່ງທ່ານນາງ ສຸວິຈິດ ຄິງ, ຄົນລາວທີ່ອາໄສຢູ່ເມືອງ ບຣິສຕອລ ຊີຕີ ໄດ້ກ່າວຕໍ່ວີໂອເອພະແນກພາສາລາວຜ່ານການສົ່ງຂໍ້ຄວາມວ່າ “ລັດຖະບານເພິ່ນໄດ້ເຕືອນທົ່ວຣາຊະອານາ ຈັກນີ້ລະເພິ່ນປະກາດໃຫ້ປະຊາຊົນມີສະຕິລະມັດລະວັງຕົວ. ສຳລັບໂຕເອງກໍໄດ້ຢູ່ບ້ານເປັນສ່ວນຫຼາຍຢູ່ແລ້ວ. ມີແຕ່ຕອນໄປຮັບລູກຂ້າພະເຈົ້າກໍຊິພະຍາຍາມຮີບໄປຮັບກັບ ແລະ ຫຼີກບໍ່ໄປບ່ອນມີຫຼາຍຄົນ.

ສ່ວນທ່ານນາງ ດວງໃຈ ຈັນສິລິ ຄົນລາວທີ່ອາໄສຢູ່ປະເທດ ໄອຣ໌ແລນເໜືອ ໃນຣາຊະອານາຈັກອັງກິດ ນັ້ນກໍໄດ້ກ່າວຕໍ່ພວກເຮົາຜ່ານການສົ່ງຂໍ້ຄວາມວ່າ “ຂ້າພະເຈົ້າເຫັນຕຳຫຼວດອອກມາຍາມຢູ່ຖະໜົນຫຼາຍກວ່າເກົ່າ ແລະ ດ່ານກວດກາຕ່າງໆຄືສະໜາມບິນ ແລະ ດ່ານຂ້າມເຂດຊາຍແດນ ແມ່ນມີຄວາມເຄັ່ງຄັດຫຼາຍຂຶ້ນ. ແຕ່ຢູ່ ໄອຣ໌ແລນເໜືອ ນີ້ພວກເຮົາກໍບໍ່ເປັນຫຍັງ.” ທ່ານນາງດວງໃຈ ກ່າວຕື່ມວ່າລາວບໍ່ຮູ້ສຶກເປັນຫ່ວງປານໃດ ແລະ ຄິດວ່າມັນແມ່ນເລື່ອງປົກກະຕິ.

ການອອກມາເຕືອນຂອງລັດຖະບານ ອັງກິດ ໄດ້ມີຂຶ້ນຫຼັງຈາກຜູ້ຊາຍຄົນນຶ່ງທີ່ໄດ້ພະຍາຍາມເຂົ້າ ຮ່ວມກຸ່ມລັດອິສລາມກ່ອນໜ້ານີ້ ໄດ້ບຸກເຂົ້າໄປໃນສູນກາງຂອງນະຄອນຫຼວງ ວຽນນາ ປະເທດ ອອສເຕຣຍ ພ້ອມກັບປືນກົນ ແລະ ສັງຫານ 4 ຄົນກ່ອນທີ່ຕຳຫຼວດຈະຍິງລາວຕາຍ.

XS
SM
MD
LG