ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄົນ ລາວ ໃນເມືອງ ອາມາຣິລໂລ ລັດ ເທັກຊັສ ປະສົບບັນຫາ COVID-19 ຫຼາຍ


ພະນັກງານຫ້ອງການສັນນະສູດສົບເມືອງ ແອລ ປາໂຊ ຍູ້ລໍ້ທີ່ມີຖົງສົບຄົນຕາຍທີ່ຕິດປ້າຍວ່າ "Covid" ອອກຈາກລົດບັນທຸກຕູ້ເຢັນເຂົ້າໄປໃນໂຮງເຢັນ ທ່າມກາງການລະບາດຂອງ COVID-19 ໃນເມືອງ ແອລ ປາໂຊ, ລັດ ເທັກຊັສ. 23 ທັນວາ, 2020.
ພະນັກງານຫ້ອງການສັນນະສູດສົບເມືອງ ແອລ ປາໂຊ ຍູ້ລໍ້ທີ່ມີຖົງສົບຄົນຕາຍທີ່ຕິດປ້າຍວ່າ "Covid" ອອກຈາກລົດບັນທຸກຕູ້ເຢັນເຂົ້າໄປໃນໂຮງເຢັນ ທ່າມກາງການລະບາດຂອງ COVID-19 ໃນເມືອງ ແອລ ປາໂຊ, ລັດ ເທັກຊັສ. 23 ທັນວາ, 2020.

ສະຫະລັດ ສົ່ງທ້າຍປີເກົ່າດ້ວຍຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນໄວຣັສໂຄໂຣນາຫຼາຍທີ່ສຸດໃນໂລກ. ເຊິ່ງປັດຈຸບັນນີ້ມີຜູ້ຕິດເຊື້ອຫຼາຍກວ່າ 18 ລ້ານ 5 ແສນ ຄົນ ແລະ ເສຍຊີວິດ 326 ພັນກວ່າຄົນ.

ຄົນລາວໃນ ສະຫະລັດ ຈຳນວນນຶ່ງກໍໄດ້ຕິດ ແລະ ເສຍຊີວິດຍ້ອນໄວຣັສດັ່ງກ່າວ,​ ສ່ວນຫຼາຍຈະເປັນຄົນທີ່ມີອາຍຸສູງ.

ຄົນ ລາວ ທີ່ອາໄສຢູ່ເມືອງ ອາມາຣິລໂລ ລັດ ເທັກຊັສ ເກືອບສິບຄົນໄດ້ເສຍຊີວິດຍ້ອນໄວຣັສໂຄ ໂຣນາ ອີງຕາມຄຳເວົ້າ ຂອງທ່ານ ບຸນມີ ສຸເທບມະນີ ຜູ້ທີ່ອາໄສຢູ່ໃນເມືອງດັ່ງກ່າວ.

ທ່ານ ບຸນມີກ່າວວ່າ “ເວົ້າເລື່ອງຢູ່ໃນຊຸມຊົນນີ້ເນາະ ຄົນລາວເຮົາມີບັນຫາຫຼາຍຢູ່. ຄົນລາວເຮົາທີ່ເສຍຊີວິດກະຫຼາຍຄົນຢູ່. ກະໜ້າເຫັນໃຈທີ່ວ່າໄດ້ເສຍຊີວິດຫັ້ນນະ. ຊ່ວງໂຄວິດມາຄັ້ງທີສອງນີ້ ຄົນລາວເຮົາ, ເວົ້າສະເພາະຄົນ ລາວ ເຮົານີ້ເສຍຊີວິດຫັ້ນແມ່ນ, ຮ້ວຍ, ບໍ່ແມ່ນເປັນເກືອບສິບຄົນແລ້ວ, ປະມານສິບຄົນແລ້ວ ຫັ້ນນະ.”

ທ່ານ ບຸນມີ ກ່າວວ່າ ເມື່ອອາທິດທີ່ຜ່ານມາກໍມີຜູ້ເສຍຊີວິດສອງຄົນ. ຄົນນຶ່ງແມ່ນຜູ້ຊາຍອາຍຸ 70 ປາຍປີ, ອອກບຳນານແລ້ວ. ຄົນທີສອງແມ່ນແມ່ຍິງ ອາຍຸປະມານ 41 ປີ.

ຄົນ ລາວ ທີ່ຕິດເຊື້ອສ່ວນຫຼາຍແມ່ນຢູ່ບ່ອນເຮັດວຽກເຮັດການ, ເຊັ່ນຢູ່ໂຮງປາດຊີ້ນ, ເຊິ່ງທ່ານ ບຸນມີ ກ່າວວ່າ “ສ່ວນຫຼາຍທີ່ໄດ້ຍິນຂ່າວຫັ້ນແມ່ນຕິດຢູ່ໃນບໍລິສັດໂຮງງານຊີ້ນຫັ້ນ. ເພາະວ່າໂຮງງານຊີ້ນີ້ເປັນບ່ອນເຢັນຊັ້ນນາ. ຄັນວ່າເປັນບ່ອນເຢັນແລ້ວ ເລື່ອງໄວຣັສນີ້ມັກມີຢູ່ບ່ອນເຢັນຫັ້ນນາ.”

ທ່ານ ບຸນມີ ກ່າວວ່າຄອບຄົວຂອງທ່ານກໍໄດ້ຕົກຢູ່ໃນສະຖານະການທີ່ໜ້າຕົກໃຈ ເມື່ອໝໍ່ໆມານີ້, ເມື່ອລູກຊາຍຫຼ້າຂອງທ່ານບໍ່ສະບາຍ, ຫັນໃຈບໍ່ສະດວກ ແລະ ເຈັບຄໍ. ແຕ່ເມື່ອໄປກວດຢູ່ໂຮງໝໍ, ແພດໝໍໄດ້ກວດອອກມາເປັນຜົນລົບ ສຳລັບ COVID-19 ແລະ ບອກວ່າເປັນໄຂ້ຫວັດລົງຄໍເທົ່ານັ້ນ.

XS
SM
MD
LG