ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ​ລາວ​ໃນ​ເຂດ 4 ເມືອງ​ຈາກ​ທັງ​ໝົດ 5 ເມືອງ​ໃນ​ແຂວງຫຼວງ​ນ້ຳ​ທາ ​ຍັງ​ສືບ​ຕໍ່​ລັກ​ລອບ​ປູກ​ຝິ່ນ


ການປູກຝິ່ນຢູ່ໃນເຂດສາມຫລ່ຽມຄໍາ
ການປູກຝິ່ນຢູ່ໃນເຂດສາມຫລ່ຽມຄໍາ

ປະ​ຊາ​ຊົນ​ລາວ​ໃນ​ເຂດ 4 ເມືອງ​ຈາກ​ທັງ​ໝົດ 5 ເມືອງ​ໃນ​ແຂວງຫຼວງ​ນ້ຳ​ທາ​ຍັງ​ສືບ​ຕໍ່​ລັກ​ລອບ​ປູກ​ຝິ່ນ​ໃນ​ຂະ​ນະ​ທີ່​ຕຳຫຼວດ​ລາວ​ຕັດ​ທຳ​ລາຍ​ໄດ້​ບໍ່​ເຖິງ 10 ເປີ​ເຊັນ​ຍ້ອນ​ເຈົ້າ​ໜ້າ​ທີ່ ແລະ ປະ​ຊາ​ຊົນ​ບໍ່​ໃຫ້​ການ​ຮ່ວມ​ມື.

ການ​ລັກ​ລອບ​ປູກ​ຝິ່ນ​ໂດຍ​ປະ​ຊາ​ຊົນ​ລາວ​ຍັງ​ສືບ​ຕໍ່​ໃນ​ເຂດ 4 ເມືອງ​ຈາກ​ທັງ​ໝົດ 5 ເມືອງ​ໃນ​ແຂວງຫຼວງ​ນ້ຳ​ທາ​ໂດຍ​ມີ​ພຽງ​ເຂດ​ເມືອງ​ສິງ​ເທົ່າ​ນັ້ນທີ່ບໍ່​ມີ​ການ​ລັກ​ລອບ​ປູກ​ຝິ່ນ ສ່ວນ​ເມືອງ​ນາ​ແລ, ວຽງ​ພູ​ຄາ, ເມືອງ​ລອງ ແລະ ເມືອງຫຼວງ​ນ້ຳ​ທາ​ນັ້ນ​ປະ​ຊາ​ຊົນ​ຍັງ​ຄົງ​ລັກ​ລອບ​ປູ​ຝິ່ນ​ຄິດ​ເປັນ​ເນື້ອ​ທີ່​ລວມກວ້າງ​ກວ່າ 1,500 ເຮັກ​ຕາ ເພາະ​ວ່າ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ແຂວງຫຼວງ​ນ້ຳ​ທາ​ສາ​ມາດ​ຕັດ​ທຳ​ລາຍ​ຝິ່ນ​ໄດ້ 90 ເຮັກ​ຕາຫຼືບໍ່​ເຖິງ 6 ເປີ​ເຊັນ​ຂອງ​ພື້ນ​ທີ່​ລັກ​ລອບ​ປູກ​ຝິ່ນ​ທັງ​ໝົດ​ໃນ​ເຂດ 4 ເມືອງ​ດັ່ງ​ກ່າວ ໂດຍ​ສາ​ເຫດ​ທີ່​ເຮັດ​ໃຫ້​ຕັດ​ທຳ​ລາຍ​ຝິ່ນ​ໄດ້​ໜ້ອຍ​ນັ້ນ ກໍ​ເພາະ​ວ່າ​ບັນ​ດາ​ພະ​ນັກ​ງານ​ລັດ ແລະ ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນບໍ່​ໃຫ້​ການ​ຮ່ວມ​ມື​ໃນ​ການ​ໃຫ້​ຂໍ້​ມູນຫຼື​ວ່າ​ເຈດ​ຕະ​ນາ​ໃຫ້​ຂໍ້​ມູນ​ຢ່າງ​ຊັກ​ຊ້າຈຶ່​ງ​ເຮັດ​ໃຫ້​ຝ່າຍ​ປາບ​ປາມ​ຢາ​ເສບ​ຕິດ​ເດີນ​ທາງ​ໄປ​ເຖິງ​ພື້ນ​ທີ່​ລັກ​ລອບ​ປູ​ກ​ຝິ່ນ​ພາຍຫຼັງ​ໄດ້​ມີ​ການ​ເກັບ​ມ້ຽນ​ຜົນ​ຜະ​ລິດ​ຝິ່ນ​ເປັນ​ການ​ຮຽບ​ຮ້ອຍ​ແລ້ວ​ດັ່ງ​ທີ່​ພັນ​ໂທ​ ສິງ​ຄຳ ອຸ​ດົມ​ພອນ ຮອງ​ຫົວ​ໜ້າ​ຫ້ອງ​ການ​ຕຳຫຼວດ​ແຂວງຫຼວງ​ນ້ຳ​ທາ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ທັງ​ອຳ​ນາດ​ການ​ປົກ​ຄອງ​ບ້ານ ແລະ ກາ​ນ​ຈັດ​ຕັ້ງ​ບ້ານ​ຍັງ​ບໍ່​ທັນ​ໃຫ້​ການ​ຮ່ວມ​ມື ຍັງ​ປິດ​ບັງ ຍັງ​ບໍ່​ລາຍ​ງານ​ຂໍ້​ມູນ​ສະ​ຖານ​ທີ່ໆ​ປະ​ຊາ​ຊົນ​ລັກ​ລອບ​ປູກ​ຝິ່ນ ໄລ​ຍະ​ເວ​ລາ​ການ​ທຳ​ລາຍ​ສວນ​ຝິ່ນ​ເຫັນ​ວ່າ​ຊັກ​ຊ້າ​ຈຶ່ງ​ເຮັດ​ໃຫ້​ເຈົ້າ​ຂອງ​ສວນ​ຝິ່ນ​ໄດ້​ເກັບ​ກູ້​ເອົາ​ຢາ​ຝິ່ນ​ຫັ້ນ​ຄືນ​ເຮືອນ​ແລ້ວກວ່າ 90 ເປີ​ເຊັນ ເຮັດ​ໃຫ້​ການ​ທຳ​ລາຍ​ຂອງ​ພວກ​ເຮົາ​ຫັ້ນ​ບໍ່​ໄປ​ເຖິງ​ບາງ​ຈຸດ​ເພາະ​ວ່າ​ການ​ລັກ​ລອບ​ປູກ​ຝິ່ນ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ຫ່າງ​ໄກ​ສອກຫຼີກ ໄກ​ຈາກ​ບ້ານ​ໄກ​ຈາກ​ເມືອງຫຼາຍ​ກິ​ໂລ​ ເຮັດ​ໃຫ້​ການ​ເດີນ​ທາງ​ຂອງ​ພວກ​ເຮົາ​ຫັ້ນ​ພົບ​ຄວາມ​ຫຍຸ້ງ​ຍາກ.”

ທັງ​ນີ້​ລັດ​ຖະ​ບາ​ນ​ລາວ​ໄດ້​ປະ​ກາດ​ໃຫ້ ສ​ປ​ປ ລາວ ເປັນ​ປະ​ເທດ​ທີ່​ປອດ​ຈາກ​ການ​ປູກ​ຝິ່ນ​ຢ່າງ​ສິ້ນ​ເຊີງ​ນັບ​ແຕ່​ປີ 2006 ເປັນ​ຕົ້ນ​ມາ ແຕ່​ວ່າກໍ​ຍັງ​ປາ​ກົດ​ມີ​ການ​ລັກ​ລອບ​ປູ​ກ​ຝິ່ນ​ໃນ​ພື້ນ​ທີ່ 8 ແຂວງ​ພາກ​ເໜືອ​ຢູ່​ເລື້ອຍ​ມາ ໂດຍ​ສຳ​ນັກ​ງານ​ຄວບ​ຄຸມ​ຢາ​ເສບ​ຕິດ ແລະ ອາ​ຊະ​ຍາ​ກຳ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ (UNODC) ລາຍ​ງານ​ວ່າ​ການ​ລັກ​ລອບ​ປູກ​ຝິ່ນ​ໃນ​ເຂດ​ສາມຫຼ່ຽມ​ຄຳ​ກໍ​ຄື​ຊາຍ​ແດນ​ຕິດ​ຕໍ່​ລະ​ຫວ່າງ​ມຽນ​ມາ-ລາວ-ໄທ​ນັ້ນ​ຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ​ເຖິງ 8 ເປີ​ເຊັນ​ໃນ​ປີ 2022 ທຽບ​ໃສ່​ປີ 2021 ຊຶ່ງ​ມີ​ການ​ລັກ​ລອບ​ປູກ​ຝິ່ນ​ບົນ​ເນື້ອ​ທີ່ 30,200 ກວ່າ​ເຮັກ​ຕາ​ໃນ​ມຽນ​ມາ 15,000 ກວ່າ​ເຮັກ​ຕາ​ໃນ​ລາວ​ກັບ 2,000 ກວ່າ​ເຮັກ​ຕາ​ໃນ​ໄທ ໂດຍ​ມີ​ຜົນ​ຜະ​ລິດ​ຝິ່ນ 423 ໂຕນ​ກັບ 210 ໂຕນ ແລະ 28 ໂຕນ​ຕາມ​ລຳ​ດັບ.

ຍິ່ງ​ໄປ​ກວ່າ​ນັ້ນ​ລາວ​ຍັງ​ຖືກ​ໃຊ້​ເປັນ​ເສັ້ນ​ທາງ​ຂອງການ​ລັກ​ລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຈາກ​ເຂດ​ສາມຫຼ່ຽມ​ຄຳ​ໄປ​ຕ່າງ​ປ​ະ​ເທດ​ເພີ່ມ​ຂຶ້ນ​ນັບ​ມື້ ໂດຍ​ເຫັນ​ໄດ້​ຈາກ​ການ​ຈັບ​ກຸມ​ນັກ​ຄ້າ​ຢາ​ເສບ​ຕິດ​ໄດ້​ເພີ່ມ​ຂຶ້ນ​ ສ່ວນ​ຢາ​ເສບ​ຕິດ​ທີ່​ຍຶດ​ໄດ້​ໃນ​ແຕ່​ລະ​ຄັ້ງ​ກໍ​ມີ​ປະ​ລິ​ມານ​ຢ່າງຫຼວງຫຼາຍ​ອັນ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ລັກ​ລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຜ່ານ​ລາວ​ໄປ​ຕ່າງ​ປະ​ເທດ​ນັ້ນ​ເປັນ​ຂະ​ບວນ​ການ​ຂ້າມ​ຊາດ​ທີ່​ມີ​ເຄືອ​ຂ່າຍ​ທັງ​ໃນ​ລາວ ແລະ ໃນ​ລຸ່ມ​ນ້ຳ​ຂອງ​ໂດຍ​ການ​ຮ່ວມ​ລາດ​ຕະ​ເວດ​ໃນ​ເຂດ​ແມ່​ນ້ຳ​ຂອງ​ລະ​ຫວ່າງ​ຕຳຫຼວດ​ຈີນ-ມຽ​ນ​ມາ-ລາວ-ໄທ​ໃນ​ປີ 2021 ທີ່​ຜ່ານ​ມາ​ສາ​ມາດ​ຈັບ​ກຸມ​ການ​ລັກ​ລອບ​ຄ້າ​ຢາ​ເສບ​ຕິດ​ໄດ້​ເຖິງ 8,325 ກໍ​ລະ​ນີ​ຈັບ​ຜູ້​ຕ້ອງ​ຫາ​ງ​ໄດ້ 8,043 ຄົນ, ຍຶດ​ຢາ​ເສບ​ຕິດໄດ້​ກວ່າ 35 ໂຕນ, ຍານ​ພາ​ຫະ​ນະ-ອາ​ວຸດ​ປືນ ແລະ ອຸ​ປະ​ກອນ​ສື່​ສານ​ທີ່​ທັນ​ສະ​ໄໝ​ກວ່າ 2 ໝື່ນ​ລາຍ​ການ.

ສ່ວນ​ໃນ​ປີ 2020-2021 ຕຳຫຼວດ​ລາວ​ກໍ​ຈັບ​ກຸມ​ນັກ​ຄ້າ​ຢາ​ເສບ​ຕິດ​ໄດ້ 13,900 ກວ່າ​ຄົນ​ຈາກ 9,430 ກວ່າ​ຄະ​ດີ, ຍຶດ​ຢາ​ບ້າ​ໄດ້ 37 ກວ່າ​ລ້ານ​ເມັດ, ເຮ​ໂຣ​ອິນກວ່າ 735 ກິ​ໂລກ​ຣາມ, ຢາ​ໄອ​ຊ໌ກວ່າ 2 ໂຕ​ນ, ກັນ​ຊາ 6.3 ໂຕນ, ຢາ​ຝິ່ນກວ່າ 500 ກິ​ໂລກ​ຣາມ, ໂຄ​ເຄ​ນ 8 ກິ​ໂລກ​ຣາມ, ສານ​ເຄ​ມີ 10 ໂຕນ, ອາ​ວຸດ​ປືນກວ່າ 5,000 ລາຍ​ການ, ອຸ​ປະ​ກອນ​ສື່​ສານ​ທີ່​ທັນ​ສະ​ໄໝ ແລະ ຍານ​ພາ​ຫະ​ນະອີກກວ່າ 15,000 ລາຍ​ການ​ທາງ​ດ້ານ​ກົມ​ໃຫຍ່​ກໍ​ໄດ້​ມີ​ການ​ຂຶ້ນ​ບັນ​ຊີ​ລາຍ​ຊື່​ນັກ​ຄ້າ​ຢາ​ເສບ​ຕິດ​ທີ່​ເປັນ​ເປົ້າ​ໝາຍ​ໃນ​ການ​ຕິດ​ຕາມ​ຈັບ​ກຸມ 2,299 ຄົນ ໃນ​ນີ້​ກໍ​ມີ 1,996 ຄົນ​ທີ່​ເປັນ​ເຄືອ​ຂ່າຍ​ຂະ​ບວນ​ການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ ສ່ວນ 196 ຄົ້ນ​ນັ້ນ​ໄດ້​ພົ້ນ​ໂທດ​ແລ້ວ​ແຕ່​ກໍ​ຍັງ​ສືບ​ຕໍ່​ການ​ຄ້າ​ຢາ​ເສບ​ຕິດ​ກັບ 7 ຄົນ​ເປັນ​ນັກ​ໂທດຫຼົບ​ໜີ​ຈາກ​ສະ​ຖານ​ທີ່​ຄຸມ​ຂັງ ພ້ອມ​ກັນ​ນີ້​ຍັງ​ໄດ້​ອອກ​ໝາຍ​ຈັບ​ຜູ້​ຕ້ອງ​ຫາ​ໃນ​ຄະ​ດີ​ຄ້າ​ຢາ​ເສບ​ຕິດ​ເພີ່ມ​ຂຶ້ນກວ່າ 100 ຄົນ​ທີ່​ເປັນ​ຜົນ​ຈາກ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງ​ຕຳຫຼວດ​ໃນ​ກຸ່ມ​ແມ່​ນ້ຳ​ຂອງ​ດ້ວຍ​ກັນ.

XS
SM
MD
LG