ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ລາວ ມີຄວາມຮູ້ສຶກແຕກຕ່າງກັນ ກ່ຽວກັບ ໂຄງການທາງລົດໄຟ ລາວ-ຈີນ


ອຸໂມງທາງລົດໄຟ ລາວ-ຈີນ.
ອຸໂມງທາງລົດໄຟ ລາວ-ຈີນ.

ໂຄງການທາງລົດໄຟ ລາວ-ຈີນ ມີກຳນົດທີ່ຈະສ້າງແລ້ວສຳເລັດ ແລະ ເລີ່ມ ໃຫ້ການບໍລິການໃນເດືອນທັນວາ ປີ 2021. ປະຊາຊົນ ລາວ ຈຳນວນຫຼາຍ ແມ່ນກຳລັງລໍຖ້າ ຢ່າງໃຈຈົດໃຈຈໍ່ ເພື່ອທີ່ຈະໃຊ້ບໍລິການ, ເຊິ່ງປະເທດ ລາວ ແມ່ນບໍ່ເຄີຍມີລົດໄຟມາກ່ອນ ນອກຈາກທາງລົດໄຟ ທີ່ເຊື່ອມຕໍ່ປະ ເທດ ລາວ ກັບ ປະເທດ ໄທ ຈາກບ້ານທ່ານາແລ້ງຂ້າມຂົວມິດຕະພາບ ລາວ-ໄທ. ແຕ່ວ່າລົດໄຟທີ່ວ່ານັ້ນ ບໍ່ແມ່ນລົດໄຟຄວາມໄວສູງ.

ນັກຂ່າວວີໂອເອ ພະແນກພາສາລາວ ໄດ້ສຳພາດຄວາມຄິດເຫັນຂອງປະຊາຊົນ ລາວ ຈຳນວນນຶ່ງ ກ່ຽວກັບ ຄວາມຮູ້ສຶກຂອງເຂົາເຈົ້າ ທີ່ປະເທດລາວ ຈະມີລົດ ໄຟຄວາມໄວສູງນັ້ນ, ເຊິ່ງແຕ່ລະຄົນກໍໄດ້ໃຫ້ຄວາມຄິດທີ່ແຕກຕ່າງກັນ. ຜູ້ໃຫ້ ສຳພາດກັບພວກເຮົາ ເຊິ່ງບໍ່ປະສົງອອກຊື່ທ່ານນຶ່ງໄດ້ກ່າວວ່າ:

“ນ້ອງຄິດວ່າການທີ່ມີລົດໄຟ ທີ່ວ່າກຳລັງຈະມີການສັນຈອນຢູ່ໃນ ລາວ ຂອງ ພວກເຮົານີ້ ຖືວ່າແມ່ນເປັນການດີເນາະ ຖືວ່າ ແມ່ນຈະເປັນໃບໜ້າໃບຕາອັນ ໃໝ່ໃຫ້ບ້ານຂອງພວກເຮົາ ຈະສົ່ງຜົນໃນການຄົມມະນາຄົມລະຫວ່າງ ບ້ານຕໍ່ ບ້ານ, ເມືອງຕໍ່ເມືອງ, ແຂວງຕໍ່ແຂວງ ໃຫ້ມີຄວາມສະດວກສະ ບາຍ ລະກະ ວ່ອງໄວຂຶ້ນ ລະກະໃນນາມຄວາມຮູ້ສຶກ, ກໍຮູ້ສຶກຕື່ນເຕັ້ນຫຼາຍເພາະວ່າປະສົບການຂອງໂຕເອງກໍບໍ່ເຄີຍຂຶ້ນລົດໄຟຈັກເທື່ອ ກະດີໃຈຖ້າຫາກວ່າຈະມີລົດໄຟເຂົ້າມາສັນຈອນ ຫຼືເຂົ້າມາແລ່ນຂະບວນ ໃນບ້ານຂອງພວກເຮົາ.”

ແຕ່ອີກທ່ານນຶ່ງທີ່ໄດ້ບອກພວກເຮົາໂດຍບໍ່ປະສົງອອກຊື່ເຊັ່ນກັນ ກ່າວວ່າ ລາວ ບໍ່ກ້າຂີ່ລົດໄຟ ຈີນ, ລາວເປັນຫ່ວງເລື່ອງຄວາມປອດໄພ ເພາະວ່າບໍ່ເຊື່ອໝັ້ນໃນ ເທັກໂນໂລຈີຂອງ ຈີນ, ແລະ ບາງຄົນກໍເວົ້າວ່າຄ່າປີ້ລົດໄຟແພງໂພດ ເຂົາເຈົ້າ ບໍ່ມີເງິນຊື້ ເນື່ອງຈາກເງິນເດືອນຂອງຄົນລາວ ໂດຍສະ ເພາະພະນັກງານລັດນັ້ນ ແມ່ນຕໍ່າຢູ່ແລ້ວ.

ປັດຈຸບັບນນີ້ ໂຄງການທາງລົດໄຟ ລາວ-ຈີນ ແມ່ນໄດ້ດຳເນີນການກໍ່ສ້າງທັນຕາມແຜນ ເຖິງແມ່ນ ວ່າຈະເກີດວິກິດການໂຣກລະບາດໄວຣັສໂຄໂຣນາກໍຕາມ.

XS
SM
MD
LG