ທາງການສະຖານທູດສະຫະລັດອາເມຣິກາປະຈໍາປະເທດລາວ ແລະບໍລິສັດ Walgreens
ຈາກສະຫະລັດ ໄດ້ສົ່ງມອບການຊ່ວຍເຫຼືອ ຄິດເປັນມູນຄ່າຫຼາຍກວ່າ9 ລ້ານໂດລາໃຫ້ກັບ
ກະຊວງສະທາລະນະສຸກຂອງລາວ ໃນວັນທີ 24 ເມສາ ທີ່ຜ່ານມາ ໂດຍການຊ່ວຍເຫຼືອ
ໃນຄັ້ງຫຼ້າສຸດນີ້ ເປັນການບໍລິຈາກຢາວັກຊິນເພື່ອປ້ອງກັນເຊື້ອໂຣກໄຂ້ຫວັດ ໃຫ້ແກ່ປະຊາ
ຊົນລາວຈໍານວນເຖິງ 375,000 ຄົນໃນທົ່ວປະເທດ.
ທັງນີ້ ປະຊາຊົນລາວທີ່ເປັນເປົ້າໝາຍ ທີ່ຈະໄດ້ຮັບການສັກຢາວັກຊິນພາຍໃຕ້ໂຄງການ
ດັ່ງກ່າວນີ້ ກໍແມ່ນປະຊາຊົນລາວ ທີ່ມີຄວາມສ່ຽສູງຕໍ່ການທີ່ຈະຕິດເຊື້ອໂຣກໄຂ້ຫວັດ ເນື່ອງຈາກສຸຂະພາບຮ່າງກາຍບໍ່ແຂງແຮງ ຫຼືບໍ່ມີພູມຕ້ານທານ ເຊື້ອໂຣກ ຊຶ່ງໃນນີ້ກໍມີ
ທັງແມ່ຍິງທີ່ຖືພາ, ຄົນຊະລາ ແລະຄົນລາວ ທີ່ມີໂຣກປະຈໍາຕົວ ເຊັ່ນໂຣກຫົວໃຈ ແລະ
ໂຣກປອດເປັນຕົ້ນ ລວມທັງເດັກນ້ອຍທີ່ຢູ່ໃນເຂດ ທີ່ສຸ່ມສ່ຽງ ຫຼືເຄີຍມີການແຜ່ລະບາດ
ຂອງເຊື້ອໂຣກເກີດຂຶ້ນຢ່າງກ້ວາງຂວາງນັ້ນເອງ.
ສ່ວນການພິຈາລະນາເພື່ອ
ຄັດເລືອກພື້ນທີ່ເປົ້າໝາຍ
ທີ່ຈະທໍາການສັກຢາວັກຊິນ
ໃຫ້ກັບປະຊາຊົນລາວນັ້ນ
ກໍຈະເປັນການປຶກສາຫາລື ແລະປະສານງານຮ່ວມກັນ
ຢ່າງໃກ້ຊິດລະຫວ່າງຄະ
ນະເຈົ້າໜ້າທີ່ໃນກະຊວງ
ສາທາລະນະສຸກຂອງລາວ
ກັບຜູ້ຕາງໜ້າຂອງອົງການ
ອະນາໄມໂລກ ແລະສະ
ຖານທູດສະຫະລັດ ທີ່ນະ
ຄອນວຽງຈັນ ພາຍໃຕ້ເປົ້າ
ໝາຍທີ່ຈະດໍາເນີນການສັກຢາວັກຊິນດັ່ງກ່າວ ໃຫ້ກັບປະຊາຊົນລາວທັງ 375,000
ຄົນ ໃຫ້ແລ້ວເສັດພາຍໃນທ້າຍເດືອນພຶດສະພາເປັນຢ່າງຊ້າ.
ນອກຈາກການຊ່ວຍເຫລືອດັ່ງກ່າວນີ້ແລ້ວ ໃນໄລຍະດຽວກັນນີ້ ທາງການສະຫະລັດ
ໂດຍກອງບັນຊາການກອງທັບປະຈໍາພາກພື້ນປາຊີຟິກ ກໍໄດ້ຮ່ວມມືກັບໂຮງໝໍມິດຕະ
ພາບລາວ-ມົງໂກລ ຢູ່ເມືອງໂພນສະຫວັນ ໃນແຂວງຊຽງຂວາງ ເພື່ອໃຫ້ບໍລິການດ້ານ
ກວດສຸຂະພາບຮ່າງກາຍ ແລະການປິ່ນປົວປະຊາຊົນລາວ ໂດຍບໍ່ຄິດຄ່າ ໃຫ້ແກ່ປະຊາ
ຊົນໃນແຂວງດັ່ງກ່າວ ຊຶ່ງກໍຖືເປັນພາກສ່ວນນຶ່ງໃນຄວາມຮ່ວມມືລະຫວ່າງກອງທັບປະ
ຊາຊົນລາວ ກັບກອງທັບສະຫະລັດ ທີ່ໄດ້ດໍາເນີນມາຢ່າງຕໍ່ເນື່ອງ ນັບແຕ່ຕົ້ນປີ 2007
ເປັນຕົ້ນມາ. ທັງນີ້ ສໍາລັບກອງທັບສະຫະລັດແລ້ວ ກໍຍັງຖືວ່າ ການບໍລິການດັ່ງກ່າວນີ້ ແກ່ປະຊາຊົນໃນແຂວງຊຽງຂວາງ ກໍເພື່ອເປັນການຕອບແທນ ທີ່ປະຊາຊົນລາວໄດ້ໃຫ້ ການຮ່ວມມືປະກອບສ່ວນຢ່າງສຳຄັນ ເຂົ້າໃນການຊອກຫາຊາກກະດູກ ແລະສິ່ງເສດ
ເຫລືອຂອງທະຫານອາເມຣິກັນ ທີ່ເສຍຊີວິດໃນປາງສົງຄາມອິນໂດຈີນໃນລາວອີກດ້ວຍ.
ພ້ອມກັນນີ້ ເພື່ອເປັນການ
ຕອບແທນ ທີ່ກອງທັບປະຊາ
ຊົນລາວໄດ້ໃຫ້ການຮ່ວມມື
ຊ່ວຍເຫລືອທາງການສະຫະ
ລັດໃນກໍລະນີດຽວກັນນີ້
ກອງທັບສະຫະລັດກໍຍັງໃຫ້
ການຊ່ວຍເຫລືອ ແກ່ກອງ
ທັບປະຊາຊົນລາວໃນການ
ຝຶກອົບຮົມລະດັບປະຕິບັດ
ການ ກ່ຽວກັບການສະກັດ
ກັ້ນ ແລະປ້ອງກັນການແຜ່
ລະບາດຂອງເຊື້ອໂຣກ HIV
-AIDS ໃຫ້ແກ່ບັນດາແພດ
ໝໍຂອງກອງທັບປະຊາຊົນລາວ ໃນຕົ້ນເດືອນເມສາທີ່ຜ່ານມາອີກດ້ວຍ.
ຊຶ່ງດ້ວຍການຮ່ວມມື ແລະຊ່ວຍເຫລືອຊຶ່ງກັນແລະກັນດັ່ງກ່າວນີ້ ທ່ານທອງລຸນ ສີສຸລິດ ຮອງ
ນາຍົກລັດຖະມົນຕີ ແລະລັດຖະມົນຕີການຕ່າງປະເທດຂອງລາວ ກໍໄດ້ສະແດງຄວາມເຊື່ອ
ໝັ້ນວ່າ ຄວາມສໍາພັນ ແລະຮ່ວມມືລະຫວ່າງລາວກັບສະຫະລັດ ຈະຂະຫຍາຍຕົວຫລາຍຂຶ້ນ
ໃນທຸກໆດ້ານ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນ ໃນໂອກາດ ຄົບຮອບ 55 ປີຂອງຄວາມສໍາພັນ
ທາງການທູດລະຫວ່າງລາວກັບສະຫະລັດ ເມື່ອປີກາຍວ່າ:
“ປີນີ້ກໍເປັນປີທີ 55 ທີ່ລາວ
ກັບສະຫະລັດ ໄດ້ສ້າງສາຍ
ສໍາພັນທາງການທູດລະ
ຫວ່າງກັນຈຶ່ງຄິດວ່າ ເປັນ
ໂອກາດດີ ທີ່ຈະໄດ້ສົ່ງເສີມ
ແລະເສີມສ້າງາຍພົວພັນ
ທີ່ມີມູນເຊື້ອມາຕັ້ງ 55 ປີ
ນັ້ນ ໃຫ້ສືບຕໍ່ມີໝາກຜົນ
ແລະມີຄວາມຮັດແໜ້ນ
ໃຫ້ຫລາຍກວ່າເກົ່າ."
ນອກຈາກນີ້ ທາງການສະຫະລັດ
ກໍໄດ້ໃຫ້ການຊ່ວຍເຫລືອລາວໃນ
ການເກັບກູ້ລະເບີດບໍ່ທັນແຕກ
UXO ມາຢ່າງຕໍ່ເນື່ອງ. ນັບແຕ່ປີ1993 ເປັນຕົ້ນມາ ຈົນເຖິງປັດຈຸບັນນີ້ ກໍປາກົດວ່າລັດ
ຖະບານສະຫະລັດ ໄດ້ໃຫ້ການຊ່ວຍເຫລືອແກ່ລາວໃນດ້ານດັ່ງກ່າວນີ້ແລ້ວ ຫລາຍກວ່າ
51 ລ້ານໂດລາ ແລະຫລ້າສຸດ ລັດຖະສະພາສະຫະລັດກໍໄດ້ອະນຸມັດງົບປະມານໃນມູນຄ່າ
9 ລ້ານໂດລາ ເພື່ອຊ່ວຍເຫລືອໃນການເກັບກູ້ລະເບີດ UXO ໃນລາວ ສໍາລັບແຜນການປີ
2012 ນີ້.