ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ລາວ ຕື່ນເຕັ້ນທີ່ຈະໄດ້ຂີ່ລົດໄຟຄວາມໄວສູງໃໝ່ ບາງຄົນເປັນຫ່ວງ ກ່ຽວກັບ ການຮັກສາຄວາມສະອາດ ໃນອະນາຄົດ


ພິທີເປີດການນຳໃຊ້ລົດໄຟຄວາມໄວສູງໃໝ່ຂອງປະເທດ ລາວ. (ວິດີໂອຈາກອົງການຂ່າວ AFP).

ສປປ ລາວ ໄດ້ເປີດການນຳໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການແລ້ວໃນວັນທີ 2​ ທັນວາວານນີ້, ເຊິ່ງກົງກັບການສະເຫຼີມວັນຊາດຂອງປະເທດດັ່ງກ່າວ.

ປະຊາຊົນ ລາວ ແມ່ນຕື່ນເຕັ້ນຢາກໄປໃຊ້ບໍລິການລົດໄຟຄວາມໄວສູງໃໝ່ຂອງປະເທດ, ເຊິ່ງໃຫ້ບໍລິການສຳລັບການເດີນທາງ ຈາກນະຄອນຫຼວງວຽງຈັນຂຶ້ນພາກເໜືອຂອງລາວເທົ່ານັ້ນ.

ສຳລັບຄ່າປີ້ລົດໄຟນັ້ນກໍບໍ່ແພງຫຼາຍ, ຕົວຢ່າງປີ້ລົດໄຟຈາກນະຄອນຫຼວງວຽງຈັນ ໄປນະຄອນຫຼວງພະບາງ ລາຄາຕໍ່າສຸດກໍຈະແມ່ນ 140,000 ກີບຕໍ່ຄົນ ແລະ ແພງສຸດກໍຈະເປັນ 313,000 ກີບຕໍ່ຄົນ. ເມື່ອປຽບທຽບໃສ່ຄ່າປີ້ເຮືອບິນແລ້ວກໍຈະຖືກກວ່າຫຼາຍ.

ຄົນລາວທ່ານນຶ່ງທີ່ຢາກໃຊ້ບໍລິການລົດໄຟຄວາມໄວສູງນັ້ນ ໄດ້ກ່າວຕໍ່ພວກເຮົາວ່າ “ທຳອິດເລີຍຊິຂີ່ໄປຫຼວງພະບາງ. ເຂົາວ່າໄປຮອດຫັ້ນມີແຕ່ສອງຊົ່ວໂມງເທົ່ານັ້ນ. ຊິລອງຂີ່ຊັ້ນຖືກສຸດກັບແພງສຸດວ່າມັນຊິຕ່າງກັນຈັ່ງໃດ. ຖ້າທຽບໃສ່ປີ້ຍົນແລ້ວປີ້ລົດໄຟສອງປີ້ນັ້ນ ຍັງຖືກກວ່າປີຍົນຖ້ຽວດຽວອີກ.”

ທາງລົດໄຟຄວາມໄວສູງເຫັນໄດ້ຊັດວ່າຈະອຳນວຍຄວາມສະດວກໃຫ້ປະຊາຊົນ ລາວ ໄດ້ຫຼາຍສົມຄວນ. ແຕ່ມີອີກບັນຫາທີ່ປະຊາຊົນ ລາວ ເປັນຫ່ວງກໍແມ່ນເລື່ອງຄວາມສະອາດ. ຜູ້ຊາຍທ່ານນຶ່ງ ໄດ້ກ່າວຕໍ່ພວກເຮົາວ່າ “ຖ້າພວກເຮົາບໍ່ຊ່ວຍກັນຮັກສາຄວາມສະອາດ ລົດໄຟນີ້ມັນຄົງຈະເປັນຂີ້ເປັດພາຍໃນປີດຽວ. ຫວັງວ່າເພິ່ນຊິຈ້າງຄົນອະນາໄມໃຫ້ສະອາດຕະຫຼອດເວລາ.”

ເວລານີ້ການບໍລິການລົດໄຟຂ້າມປະເທດແມ່ນຈະບໍ່ມີ ໃນຂະນະທີ່ພະຍາດ COVID-19 ຍັງລະ ບາດຢູ່. ແຕ່ການເດີນທາງພາຍໃນປະເທດແມ່ນຈະເປີດໃຫ້ບໍລິການໄປກັບແຕ່ນະຄອນຫຼວງວຽງຈັນ ຫາ ບໍ່ເຕັນ ແລະ ນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ.

XS
SM
MD
LG