ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຄົນ​ລາວສ່ວນ​ໃຫຍ່ຄິດ​ວ່າ ເປີດ​ຕ້ອນ​ຮັບ ນັກທ່ອງ​ທ່ຽວ​ຈະ​ດີກວ່າຖືກ​ກົດ​ດັນ ​ທາງ​ເສດ​ຖະ​ກິດຢ່າງ​ໜັກ ຈາກ​​ການ​ລະ​ບາດ​ຂອງໂຄວິດ​​​​


ໂຄງ​ການ​ສ້າງ​ແຫລ່ງ​ທ່ອງ​ທ່ຽວ​ຂອງ​ນັກ​ລົງ​ທຶນ​ຈີນ​ທີ່​ຄອນ​ພະ​ເພັງ ຢູ່​ພາກ​ໃຕ້​ຂອງ​ລາວ
ໂຄງ​ການ​ສ້າງ​ແຫລ່ງ​ທ່ອງ​ທ່ຽວ​ຂອງ​ນັກ​ລົງ​ທຶນ​ຈີນ​ທີ່​ຄອນ​ພະ​ເພັງ ຢູ່​ພາກ​ໃຕ້​ຂອງ​ລາວ

ຄື້ນ​ຟອງການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຫົວ​ທີ​ສາມໃນ​ລາວໄດ້ເລີ້ມຂຶ້ນມາ​ໄດ້ປະ​ມານອາ​ທິດນຶ່ງ​ແລ້ວ ພາຍຫລັງທີ່ຄື້ນ​ຟອງ​ທີ 2 ໄດ້​ຫລຸດ​ລົງ​ໄປ​ໃນໄລ​ຍະນຶ່ງ ແຕ່ຊາວ​ລາວຫລາຍ​ຄົນກໍ​ຍັງພ້ອມ​ທີ່​ຈະ​ສ່ຽງ​ຕໍ່​ການ​ເພີ້ມ​ຂຶ້ນ​ຂອງ ພະ​ຍາດນີ້ ແລະ​ຢາກໃຫ້​ເປີດ​ປະ​ເທດຄືນ​ເກືອບ​ເຕັມ​ສ່ວນ ​ເພື່ອຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ ດັ່ງ​ທີ່ທ່ານລິດ​ທິ​ໄກ ພູມ​ມະ​ສັກ, ປະ​ທານ​ສະ​ມາ​ຄົມ​ລາວທຸ​ລະ​ກິດ​ຂະ​ໜາດ​ນ້ອຍ ແລະ​ກາງ ກ່າວເມື່ອມໍ່ໆ​ນີ້​ວ່າ:

​ທັງ​ນີ້​ທ່ານ​ກໍ​ເປັນ​ຍ້ອນ​ວ່າ ສະ​ພາບ​ກົດ​ດັນ​ທາງ​ເສດ​ຖະ​ກິດ ທີ່​ປະ​ຊາ​ຊົນ​ລາວ​ປະ​ເຊີນ​ຢູ່ນັ້ນສູງ​ຫລາຍ ຊຶ່ງ​ທ່ານ​ກ່າວ​ດັ່ງ​ນີ້:

ພ້ອມ​ກັນ​ນັ້ນນັກ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ​ທ່ານ​ນຶ່ງ ​ໃນ​ເມືອງ​ນາ​ຊາຍ​ທອງນະ​ຄອນ​ຫລ​ວງວຽງ​ຈັນ​ ສະ​ແດງ​ຄວາມ​ຄິດ​ເຫັນວ່າ “ລາວ​ຄວນ​ເປີດ​ປະ​ເທດ ​ຮັບ​ນັກ​ທ່ອງ​ທ່ຽວ​ດ່ວນ, ກວດ​ໄວ​ຣັ​ສ​ໂຄ​ໂຣ​ນາ​ແບບ​ດ່ວນ ຫລື Rapid Test Kit ແລ້ວ​ເຂົ້າ​ເມືອງ​ເລີຍ, ບໍ່​ຕ້ອງ​ກັກ​ຕົວເພື່ອ​ໃຫ້​ເງິນ​ຕາ​ຕ່າງ​ປະ​ເທດ​ໄຫລ​ເຂົ້າ, ເພື່ອ​ຫຼຸດ​ຜ່ອນ ​ບັ​ນ​ຫາ​ເງິນ​ເ​ຟີ້ ແລະເພີ້ມ​ລາຍ​ຮັບ​ຂອງປະ​ຊາ​ຊົນ​ທັງ​ຊາດ.”​

ທ່ານ​ລິດ​ທິ​ໄກບອກວ່າ ​ມີນັກ​ທ່ອງ​ທ່ຽວເຂົ້າ​ມາ​ລາວປະ​ມານ​ 27 ຄົນ​ເທົ່າ​ນັ້ນ ໃນ​ໄລ​ຍະເກືອບຮອດ 3 ເດືອນ​ທີ່​ລາວ​ໄດ້​ເລີ້ມ​ເປີດ​ປະ​ເທດ​ຄືນ​ແບບ​ຈຳ​ກັດ​ ຊຶ່ງ​ກໍ​ຄື​ອະ​ນຸ​ຍາດໃຫ້​ແຕ່​ນັກ​ທ່ອງທ່ຽວ​ທີ່​ເປັນ​ກຸ່ມ​ເຂົ້າ​ມາ​ ຫລື​ຖ້າໃຜ​ເຂົ້າ​ມາ​ແບບ​ສ່ວນ​ຕົວ​ກໍ​ຕ້ອງ​ຖືກ​ກັກ​ຕົວຢ່າງ​ໜ້ອຍ 1 ອາ​ທິດ ເຖິງ​ຈະ​ກວດບໍ່​ພົບ​ພະ​ຍາດ​ໂຄວິດກໍ​ຕາມ.

XS
SM
MD
LG