ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະຊາຊົນລາວ ມີຄວາມເຊື່ອໝັ້ນ ຫຼາຍຂຶ້ນ ຕໍ່ ຜົນງານຂອງລັດ ໃນການບັງຄັບໃຊ້ກົດໝາຍ


ກອງປະຊຸມ ສະມາຊິກພັກ ອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ທີ່ນະຄອນວຽງຈັນ ເມື່ອປີ 2015.
ກອງປະຊຸມ ສະມາຊິກພັກ ອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ທີ່ນະຄອນວຽງຈັນ ເມື່ອປີ 2015.

ປະຊາຊົນລາວ ມີຄວາມເຊື່ອໝັ້ນຫຼາຍຂຶ້ນຕໍ່ຜົນງານຂອງລັດຖະບານ ໃນການຈັດຕັ້ງ
ປະຕິບັດ ແລະການບັງຄັບໃຊ້ກົດໝາຍ ຢ່າງມີປະສິດທິຜົນ ໂດຍສະເພາະແມ່ນການ
ແກ້ໄຂບັນດາບັນຫາ ທີ່ຊ້ຳເຮື້ອນັ້ນ.

ທ່ານເສີມສຸກ ສິມພະວົງ ລັດຖະມົນຕີຊ່ວຍວ່າການ ກະຊວງຍຸຕິທຳ ຢືນຢັນວ່າ ການ
ຈັດຕັ້ງປະຕິບັດ ແລະການບັງຄັບໃຊ້ກົດໝາຍຂອງລັດຖະບານລາວ ໃນໄລຍະ 1 ປີ
ທີ່ຜ່ານມາ ໄດ້ຮັບຄວາມເຊື່ອໝັ້ນ ແລະການສະໜັບສະໜູນ ຈາກປະຊາຊົນບັນດາເຜົ່າ
ເປັນຢ່າງດີ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດນິຕິກຳ ທີ່ແນໃສ່ການແກ້ໄຂບັນດາ
ບັນຫາ ທີ່ຊ້ຳເຮື້ອ ແກ່ຍາວ ແລະບັນຫາຫຍໍ້ທໍ້ຕ່າງໆນັ້ນ ດັ່ງທີ່ ທ່ານເສີມສຸກ ໄດ້ໃຫ້ການ
ຢືນຢັນວ່າ:

“ອັນທີ່ພົ້ນເດັ່ນ ຄະນະລັດຖະບານຊຸດທີ 8 ພາຍໃຕ້ການນຳພາ ຂອງທ່ານນາຍົກ
ທອງລຸນ ສີສຸລິດ ກໍໄດ້ມີຫຼາຍໆ ນິຕິກຳທີ່ສຳຄັນ ຊຶ່ງສຸມໃສ່ໃນການແກ້ໄຂບັນຫາ
ຊຶ່ງວ່າເປັນບັນຫາຊ້ຳເຮື້ອ ບັນຫາແກ່ຍາວ ປາກົດການຫຍໍ້ທໍ້ຈຳນວນນຶ່ງ ເປັນຕົ້ນ
ແມ່ນບັນຫາເລື່ອງຫ້າມສົ່ງໄມ້ທ່ອນອອກຕ່າງປະເທດ ເລື່ອງລົດຍານພາຫະນະ
ບັນຫາຍົກເວັ້ນພາສີ ລົບລ້າງການຍົກເວັ້ນພາສີນ້ຳມັນນຳເຂົ້າ ອີ່ສັງຕ່າງໆ ແລະ
ສະພາບອັນນີ້ ກໍໄດ້ຮັບການຕີລາຄາ ຊົມເຊີຍ ຈາກຫາງສຽງຂອງສັງຄົມ ມະຫາຊົນ
ພໍ່ແມ່ນປະຊາຊົນ ກໍໄດ້ໃຫ້ການສະໜັບສະໜູນການຄຸ້ມຄອງລັດ ການຄຸ້ມຄອງ
ສັງຄົມ ຕາມລະບຽບກົດໝາຍຂອງລັດ.”

ໄມ້ແປຮູບ ຜິດກົດໝາຍ ທີ່ທາງການລາວ ສາມາດກວດພົບ ໃນລົດບັນທຸກ ທີ່ກຳລັງຈະຂ້າມໄປປະເທດເພື່ອນບ້ານ.
ໄມ້ແປຮູບ ຜິດກົດໝາຍ ທີ່ທາງການລາວ ສາມາດກວດພົບ ໃນລົດບັນທຸກ ທີ່ກຳລັງຈະຂ້າມໄປປະເທດເພື່ອນບ້ານ.

ທາງດ້ານທ່ານຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຢືນຢັນ
ວ່າ ວິໄສທັດການພັດທະນາລາວເຖິງປີ 2030 ນັ້ນ ພັກປະຊາຊົນປະຕິວັດລາວ ໄດ້
ກຳນົດເປົ້າໝາຍໃນການພັດທະນາວຽກງານໄອຍະການປະຊາຊົນ ໃຫ້ມີປະສິດທິພາບ
ທີ່ໄດ້ມາດຕະຖານສາກົນ ໃຫ້ໄດ້ຢ່າງແທ້ຈິງ ທັງນີ້ດ້ວຍການພັດທະນາບຸຄະລາກອນ
ຫຼື ພະນັກງານໄອຍະການຂອງລາວ ທັງໃນດ້ານຄຸນນະພາບ ແລະປະລິມານ ແນໃສ່
ການເພີ່ມທະວີການພົວພັນຮ່ວມມື ກັບສາກົນຢ່າງກວ້າງຂວາງ ເພື່ອຍາດແຍ່ງການ
ສະໜັບສະໜູນຊ່ວຍເຫຼືອ ຈາກຕ່າງປະເທດ ແນໃສ່ພັດທະນາວຽກງານໄອຍະການ
ໃຫ້ກ້າວໜ້າ ແລະທັນສະໄໝເທື່ອລະກ້າວ.

ສຳລັບການປະກອບສ່ວນເຂົ້າໃນການພົວພັນຮ່ວມມືກັບຕ່າງປະເທດນັ້ນ ທາງການລາວ
ໄດ້ໃຫ້ບຸລິມະສິດ ກັບການຕ້ານອາຊະຍາກຳສາກົນ ໂດຍສະເພາະແມ່ນ ການສະກັດກັ້ນ
ແລະ ປາບປາມການຄ້າຢາເສບຕິດ ແລະການຄ້າມະນຸດ ລະຫວ່າງອາຊ່ຽນ ກັບຈີນ ທີ່ໄດ້
ເນັ້ນໜັກການຮ່ວມມືໃນ 7 ດ້ານດ້ວຍກັນ ຄືການເພີ່ມທະວີຄວາມຮັບຜິດຊອບ ໃນການ
ນຳເອົາອາຊະຍາກອນ ຫຼື ຜູ້ກະທຳຜິດຂ້າມຊາດມາລົງໂທດ ຕາມກົດໝາຍ ເອົາໃຈໃສ່
ປະຕິບັດໜ້າທີ່ ຂອງໄອຍະການຢ່າງມີປະສິດທິຜົນ ການປັບປຸງກົດໝາຍ ທີ່ພົວພັນເຖິງ
ການຕ້ານອາຊະຍາກຳຂ້າມຊາດ ການເພີ່ມທະວີ ການແລກປ່ຽນຂໍ້ມູນ-ຂ່າວສານ ກ່ຽວ
ກັບ ອາຊະຍາກຳຂ້າມຊາດ ການຮ່ວມມືໃນການສ້າງພະນັກງານໄອຍະການ ການສ້າງ
Website ຂອງກອງປະຊຸມຫົວໜ້າອົງການໄອຍະການສູງສຸດ ລະຫວ່າງອາຊ່ຽນກັບຈີນ.

ນອກຈາກນັ້ນ ກໍຍັງຈະມີການປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດ ຖະແຫລງ
ການຮ່ວມ ແລະ ແຜນດຳເນີນງານວ່າດ້ວຍຄູ່ຮ່ວມຍຸດທະສາດອາຊ່ຽນ-ຈີນ ເພື່ອ
ສັນຕິພາບ ແລະຄວາມຈະເລີນຮ່ງເຮືອງ ໂດຍສຸມໃສ່ສິ່ງທ້າທາຍ ຕໍ່ຄວາມໝັ້ນຄົງ ທີ່ບໍ່
ແມ່ນການທະຫານ ແລະການສ້າງຕັ້ງສູນປະສານງານອົງການໄອຍະການ ລະຫວ່າງ
ອາຊ່ຽນກັບຈີນ ໃຫ້ໄດ້ຢ່າງເປັນຮູບປະທຳ.

ບັນຫາຫຍໍ້ທໍ້ທາງດ້ານສັງຄົມ ກໍແມ່ນເລື່ອງກ່ຽວກັບຢາເສບຕິດ ໂດຍມີຄະດີຄວາມຜິດ 2,258 ກໍລະນີ ທີ່ຈັບຜູ້ຕ້ອງຫາໄດ້ 3,346 ຄົນ.
ບັນຫາຫຍໍ້ທໍ້ທາງດ້ານສັງຄົມ ກໍແມ່ນເລື່ອງກ່ຽວກັບຢາເສບຕິດ ໂດຍມີຄະດີຄວາມຜິດ 2,258 ກໍລະນີ ທີ່ຈັບຜູ້ຕ້ອງຫາໄດ້ 3,346 ຄົນ.

ແຕ່ຢ່າງໃດກໍຕາມ ອົງການໄອຍະການປະຊາຊົນສູງສູດຂອງລາວ ກໍສາມາດປະຕິບັດ
ກົດໝາຍຕາມການຕັດສິນ ຂອງສານປະຊາຊົນ ໄດ້ພຽງ 2,140 ຄະດີ ຊຶ່ງຄິດເປັນ
15.62 ເປີເຊັນ ເທົ່ານັ້ນຂອງຄະດີອາຍາທີ່ມີຫຼາຍກວ່າ 13,690 ຄະດີ ຈຶ່ງຍັງເຫຼືອອີກ
ເກືອບ 85 ເປີເຊັນ ທີ່ຈະຕ້ອງຈັດຕັ້ປະຕິບັດຕາມການຕັດສິນຂອງສານຕໍ່ໄປ ຊຶ່ງລວມ
ເຖິງຄະດີຄວາມຜິດ ກ່ຽວກັບຢາເສບຕິດ 2,258 ກໍລະນີ ທີ່ຈັບຜູ້ຕ້ອງຫາໄດ້ 3,346 ຄົນ
ມີຊາວຕ່າງຊາດ 90 ຄົນ ແລະເປັນການຈັບກຸມທີ່ເພີ່ມຂຶ້ນເຖິງ 600 ກໍລະນີ ທຽບໃສ່
ປີກ່ອນ ສ່ວນຢາເສບຕິດທີ່ຍຶດໄດ້ ກໍປະກອບດ້ວຍ ຢາບ້າຫຼາຍກວ່າ 6,330,000
ເມັດ ເຮໂຣອິນ 134 ກິໂລກຣາມ ກັນຊາແຫ້ງ 3,257 ກິໂລກຣາມ ຢາໄອສ໌ 176
ກິໂລກຣາມ ຝິ່ນດິບ 50 ກິໂລກຣາມ ສານເຄມີທີ່ເປັນສ່ວນປະສົມຂອງຢາເສບຕິດ
8,242 ກິໂລກຣາມ ໂດຍຈັບກຸມ ແລະຍຶດຢາເສບຕິດ ໃນເຂດນະຄອນວຽງຈັນ
ໄດ້ຫຼາຍທີ່ສຸດ.

XS
SM
MD
LG