ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະຊາຊົນລາວ ໃນທົ່ວໂລກ ສະເຫຼີມສະຫຼອງບຸນປີໃໝ່ລາວ ຢ່າງມິດງຽບ ຍ້ອນ ໂຄວິດ-19


ປະຊາຊົນສາດນໍ້າໃສ່ລົດໃນການສະເຫຼີມສະຫຼອງບຸນປີໃໝ່ລາວ, ນະຄອນຫຼວງວຽງຈັນ,​ 13 ເມສາ 2012.
ປະຊາຊົນສາດນໍ້າໃສ່ລົດໃນການສະເຫຼີມສະຫຼອງບຸນປີໃໝ່ລາວ, ນະຄອນຫຼວງວຽງຈັນ,​ 13 ເມສາ 2012.

ການ​ສະຫຼອງ​ບຸນປີ​ໃໝ່​ລາວ​ປີນີ້​ ແມ່ນຄ້າຍຄືກັບສອງປີທີ່ຜ່ານມາ ທັງ​ພາຍ​ໃນແລະ ຕ່າງ​ປະ​ເທດຍ້ອນ​ບັນ​ຫາ​ການ​ລະ​ບາດ​ຂອງ​ໂຄວິດ-19. ເມື່ອບໍ່ດົນມານີ້​ທາງ​ການ​ລາວ​ແມ່ນໄດ້​ປະ​ກາດ​ໂຈະ​ການ​ສະ​ເຫຼີມ​ສະຫຼອງ​ຕ່າງໆ ເພື່ອຫຼີກ​ລ່ຽງ​ການ​ລະ​ບາດ​ເພີ່ມ​ເຕີມ​ຂອງ​ໄວ​ຣັ​ສ​ນັ້ນ.

ລັດຖະບານລາວແມ່ນເຄັ່ງຄັດຫຼາຍກັບການອອກຄຳສັ່ງຂອງລັດຖະບານ ເຊິ່ງຊາວບ້ານທ່ານນຶ່ງ ຢູ່ບ້ານໜອງບອນໄດ້ກ່າວຕໍ່ພວກເຮົາວ່າ “ງຽບເຫງົາຫຼາຍ ເພາະວ່າທາງການບໍ່ອະນຸຍາດໃຫ້ຫຼິ້ນແບບສາດນໍ້າໃສ່ກັນຕາມຖະໜົນຫົນທາງ ແລະ ບໍ່ໃຫ້ມີການເຕົ້າໂຮມກັນເປັນຈຳນວນຫຼວງຫຼາຍ, ມີສາລະວັດທະຫານເລາະລາດຕະເວນ ຖ້າເຂົາເຫັນພວກໃດຝ່າຝືນເຂົາກໍຈະຈັບ. ຍ້ອນແນວນັ້ນຈຶ່ງບໍ່ມີໃຜກ້າຫຼິ້ນ.”

ສຳລັບຢູ່ປະເທດການາດາ, ໃນນະຄອນຫຼວງ ອັອດຕາວາ, ປະຊາຊົນລາວແມ່ນຈະພາກັນໄປວັດລາວ ແຕ່ປະຊາຊົນບາງຄົນກໍມີຄວາມເປັນຫ່ວງ ກ່ຽວກັບ ໂຄວິດ-19 ເພາະວ່າຈຳນວນຜູ້ຕິດເຊື້ອ ແມ່ນໄດ້ເພີ່ມຂຶ້ນຫຼາຍ. ດັ່ງທີ່ແມ່ຍິງຄົນນຶ່ງໄດ້ກ່າວຕໍ່ພວກເຮົາວ່າ “ຂ້າພະເຈົ້າຈະໄປວັດວັນເສົານີ້ແຕ່ກໍຕ້ອງໄດ້ລະມັດລະ ວັງ, ມັນເປັນຕາຢ້ານຫຼາຍ ມີຄົນຕາຍຫຼາຍຢູ່ອັອດຕາວາ, ຄົນເປັນຫຼາຍທຸກມື້ ໄປວຽກກໍບໍ່ໄດ້ໄປເຮັດຫຼາຍ, ໄປຕະຫຼາດນິ ຂ້າພະເຈົ້າຕ້ອງໄດ້ໄປເທື່ອນຶ່ງຕໍ່ອາ ທິດ.”

ສ່ວນຢູ່ ສະຫະລັດ ປະຊາຊົນແມ່ນຈະພາກັນໄປບຸນຢູ່ວັດລາວຕ່າງໆ, ເຊິ່ງປີນີ້ກໍອາດຈະໄດ້ມີການຫົດນໍ້າກັນ ເພາະວ່າອາກາດກໍເລີ່ມຮ້ອນຂຶ້ນແລ້ວ ໂດຍສະ ເພາະ ໃນເຂດນະຄອນຫຼວງວໍຊິງຕັນ.

XS
SM
MD
LG