ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນລາວ ຍັງຖືກຫ້າມເດີນທາງ ເຂົ້າ ສຫລ ນອກຈາກຜູ້ທີ່ເຂົ້າມາ ໃນນາມທາງການເທົ່ານັ້ນ


ທ່ານແອຣອນ ບຸບຜາ, ຄຣິສຕີນາ ລາດຊະສິມມາ, ນາງງາມຈັກກະງານລາວ ແລະທ່ານເຈົ້າເມືອງ Homestead, ລັດຟລໍຣິດາ ຖ່າຍຮູບຮ່ວມກັນຫລັງຈາກເສັດສິ້ນການແຂ່ງຂັນນາງງາມຈັກະວານ ໃນວັນທີ 16 ພຶດສະພານັ້ນແລ້ວ (ພາບສະໜອງໃຫ້ໂດຍ ທ. ແອຣອນ ບຸບຜາ)
ທ່ານແອຣອນ ບຸບຜາ, ຄຣິສຕີນາ ລາດຊະສິມມາ, ນາງງາມຈັກກະງານລາວ ແລະທ່ານເຈົ້າເມືອງ Homestead, ລັດຟລໍຣິດາ ຖ່າຍຮູບຮ່ວມກັນຫລັງຈາກເສັດສິ້ນການແຂ່ງຂັນນາງງາມຈັກະວານ ໃນວັນທີ 16 ພຶດສະພານັ້ນແລ້ວ (ພາບສະໜອງໃຫ້ໂດຍ ທ. ແອຣອນ ບຸບຜາ)

ພົນລະເມືອງລາວຍັງຖືກຫ້າມບໍ່ໃຫ້ເດີນທາງເຂົ້າສະຫະລັດໄດ້ນອກຈາກເປັນການເດີນທາງໃນນາມທາງການເທົ່ານັ້ນ, ອີງຕາມທ່ານແອຣອນ ບຸບຜາ, ຜູ້ອໍານວຍການໃຫຍ່ແຫ່ງຊາດ ຂອງການປະກວດ ນາງງາມຈັກກະວານລາວ ທີ່ໄດ້ ພົວພັນກັບການຂໍວີຊາໃຫ້ແກ່ນາງງາມຈັກກະວານລາວ ເດີນທາງເຂົ້າມາ ສະ ຫະລັດ ເພື່ອເຂົ້າຮ່ວມການປະກວດນາງງາມຈັກກະວານ ທີ່ຫາກໍ່ຈັດຂຶ້ນໃນລັດ ຟລໍຣິດາ ເມື່ອອາທິດກວ່າມານີ້. ເນື່ອງຈາກວ່າ ທ່ານໄບເດັນ ຍັງບໍ່ທັນໄດ້ເຊັນ ດໍາລັດ ຂອງປະທານາທິບໍດີ ເພື່ອຍົກເລີກຂໍ້ຈໍາກັດທີ່ວາງອອກມາໃນສະໄໝອະ ດີດປະທານາທິບໍດີ ດໍໂນລ ທຣໍາເທື່ອນັ້ນ ນາງງາມ ຄຣິສຕິນາ ລາດຊະສິມມາ ຕ້ອງໄດ້ເຂົ້າມາສະຫະລັດ ໂດຍວີຊາປະເພດຍົກເວັ້ນສໍາລັບຜົນປະໂຫຍດຂອງ ຊາດ ຫລື National Interest Exception (NIE) ເທົ່ານັ້ນ ແລະບໍ່ສາມາດ ເອົາທີມງານ ທີ່ເປັນຜູ້ຕິດຕາມເດີນທາງມານໍາໄດ້, ອີງຕາມການບອກເລົ່າຂອງ ທ່ານແອຣອນ ຊຶ່ງທ່ານອະທິບາຍໃຫ້ຟັງດັ່ງນີ້:

ພາຍໃຕ້ການນໍາພາຂອງອະດີດປະທານາທິບໍດີທຣໍານັ້ນ ລັດຖະບານສະຫະລັດໄດ້ຈັດເອົາ ສປປ ລາວ ເຂົ້າຢູ່ໃນລາຍຊື່ຂອງບັນດາປະເທດ ທີ່ບໍ່ຮັບເອົາຄົນທີ່ ມາຈາກປະເທດຕົນທີ່ຖືກສະຫະລັດເນລະເທດກັບໄປ ໃນຕົ້ນປີ 2018, ແລະໄດ້ອອກລະບຽບການຄັ້ງໃໝ່ທີ່ເຂັ້ມງວດຂຶ້ນເພື່ອຈໍາກັດການອອກວີຊາໃຫ້ແກ່ພົນ ລະເມືອງລາວຮອດຂັ້ນທີ 5 ໃນເດືອນພຶດສະພາປີກາຍນີ້, ອີງຕາມທ່ານຄໍາພັນ ອັ່ນລາວັນ ເອກອັກຄະລັດຖະທູດ ສປປ ລາວ ປະຈຳສະຫະລັດທີ່ໄດ້ໂອລົມກັບ ວີໂອເອໃນເດືອນທັນວາຜ່ານມາ ຊຶ່ງໃນນັ້ນ ໄດ້ຫ້າມປະຊາຊົນທົ່ວໄປຈາກລາວ ເຂົ້າມາຍັງສະຫະລັດ ນອກຈາກພວກທີ່ເດີນທາງເພື່ອຈຸດປະສົງທາງການເທົ່າ ນັ້ນ. ເຖິງແມ່ນທ່ານໂຈ ໄບເດັນໄດ້ຕ່າວປີ້ນນະໂຍບາຍຄົນເຂົ້າເມືອງທີ່ມີການໂຕ້ແຍ້ງກັນຫຼາຍທີ່ສຸດທີ່ວາງອອກໂດຍ ທ່ານທຣຳ ຈໍານວນນຶ່ງແລ້ວກໍຕາມ ແຕ່ວ່າ ສໍາລັບຂໍ້ຈໍາກັດທາງດ້ານວີຊາ ທີ່ວ່ານີ້ຍັງບໍ່ທັນຖືກຍົກເລີກເທື່ອ.

XS
SM
MD
LG