ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ວັກ​ຊີນ​ໄຟ​ເຊີ​​ 799,000 ກວ່າ​ໂດ​ສ ທີ່​ໄປ​ເຖິງ​ວຽງ​ຈັນ ​ໃນ​ວັນ​ອາ​ທິດ​ແລ້ວນີ້ ເຮັດ​ໃຫ້ຊາວ​ລາວຫລາຍ​ຄົນ​​ຕື່ນ​ເຕັ້ນ​ດີ​ໃຈ​ຫລາຍ

ທ່ານ​ນາງ Ms. Joy Michiko Sakurai, ຮອງເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ປະ​ຈຳ​ລາວ (ຊ້າຍ) ແລະ ດ​ຣ. ບຸນ​ແຝງ ພູມ​ມະ​ໄລ​ສິດ, ລັດ​ຖະ​ມົນ​ຕີ​ກະ​ຊວງສາ​ທາ​ລະ​ນະ​ສຸກ​ຂອງ​ລາວອອກ​ໄປ​ຮັບຢາວັກຊິນໄຟເຊີຈຳນວນ 799,110 ໂດສທີ່​ສະ​ຫະ​ລັດ​ຊ່ວຍ​ເຫລືອ​ລາວທີ່​ສະ​ໜາມ​ບິນ​ວັດ​ໄຕ ໃນ​ວັນ​ທີ 2 ມັງ​ກອນ 2022

ໃນ​ຂະ​ນະ​ທີ່​ລາວ​ກຳ​ລັງ​ສູ້​ຊົນ​ສະ​ກັດກັ້ນ​ການ​ເພີ້ມ​ຂຶ້ນ​ຂອງ​ກໍ​ລະ​ນີ​ຄົນ​ເປັນພະ​ຍາດ​ໂຄວິດ
-19 ທີ່ບໍ່ຢຸດຢັ້ງຢູ່ນີ້ ຢາວັກຊິນໄຟເຊີຈຳນວນ 799,110 ໂດສ ກໍໄດ້ໄປເຖິງປະເທດນັ້ນ.
ວັກຊີນທີ່ຈັດສົ່ງໃຫ້ໃນວັນອາທິດຜ່ານມານີ້ ແມ່ນນອນຢູ່ໃນຢາໄຟເຊີຈຳນວນທັງໝົດ 1,7
ລ້ານໂດສທີ່ສະຫະລັດໃຫ້ການຊ່ວຍເຫລືອ ໂດຍກົງແກ່ລາວ ໂດຍຜ່ານໂຄງການໂຄແວັກ (COVAX), ອີງຕາມຖະແຫລງການສະບັບນຶ່ງໃນເວັບໄຊທ໌ຂອງສະຖານເອກອັກຄະລັດ
ຖະທູດສະຫະລັດປະຈຳ ສປປ ລາວ. ການໄປເຖິງຂອງວັກຊີນໄຟເຊີນີ້ ແມ່ນເຮັດໃຫ້ຊາວລາວພາກັນຕື່ນເຕັ້ນດີໃຈຫລາຍ ດັ່ງທີ່ພະນັກງານຂອງອົງການບໍ່ຂຶ້ນກັບລັດຖະບານຜູ້ນຶ່ງທີ່ຄອຍຕິດຕາມຂ່າວຄາວຂອງວັກຊີນໄຟເຊີນີ້ມາຕະຫລອດເລົ່າສູ່ຟັງວ່າ:

ພະ​ນັກ​ງານ​ຜູ້​ນີ້​ເວົ້າ​ອີກວ່າ ສະ​ຫະ​ລັດ​ເປັນ​ນຶ່ງ​ໃນ​ປະ​ເທດ​ທີ່​ນຳ​ໜ້າ​ໝູ່​ໃນ​ເລື້ອງໃຫ້​ການ​ຊ່ວຍ​ເຫລືອ​ແກ່ລາວ​ຕໍ່​ສູ້​ກັບ​ພະ​ຍາດ​ໂຄວິດ-19 ແລະ​ກໍ​ຄິດ​ວ່າ​ທາງ​ລັດ​ຖະ​ບານ​ລາວຄົງ​ເຫັນ​ຄວາມ​ສຳ​ຄັນຂອງ​ການ​ຊ່ວຍ​ເຫລືອນີ້ຫລາຍ​ຢູ່ເພາະ​ປາ​ກົດ​ວ່າ ທີ່​ຜ່ານ​ມາ​ເຄີຍມີ​ການ​ນຳ​ຂັ້ນ​ສູງ​ເຖິງ​ຂັ້ນ​ຮອງ​ປະ​ທານ​ປະ​ເທດ​ເປັນ​ຜູ້​ຕາງ​ໜ້າ​ປະ​ເທດ​ຮັບ​ເອົາການຊ່ວຍ​ເຫລືອ​ວັກ​ຊີນຈາກ​ສະ​ຫະ​ລັດ​ໃນ​ປີ​ກາຍນີ້.

ຢາວັກຊິນໄຟເຊີຈຳນວນ 799,110 ໂດສ ທີ່​ສະ​ຫະ​ລັດ​ຊ່ວຍ​ເຫລືອ​ໄປ​ເຖິງ​ສະ​ໜາມ​ບິນ​ວັດ​ໄຕໃນ​ວັນ​ທີ 2 ມັງ​ກອນ, 2022
ຢາວັກຊິນໄຟເຊີຈຳນວນ 799,110 ໂດສ ທີ່​ສະ​ຫະ​ລັດ​ຊ່ວຍ​ເຫລືອ​ໄປ​ເຖິງ​ສະ​ໜາມ​ບິນ​ວັດ​ໄຕໃນ​ວັນ​ທີ 2 ມັງ​ກອນ, 2022

ຜ່ານ​ມາສະ​ຫະ​ລັດ​ກໍ​ໄດ້​ຊ່ວຍ​ເຫລືອ​ຢາ​ວັກ​ຊີນ​ໄຟ​ເຊີ​ຈຳ​ນວນ​ 1 ແສນກວ່າ​ໂດ​ສ ໃນ​ເດືອນ​ມິ​ຖຸ​ນາ ແລະ​ຈອນ​ສັນ&ຈອນ​ສັນ (Johnson & Johnson) ​ຈຳ​ນວນ 1 ລ້ານໂດ​ສ ໃນ​ເດືອນ​ຕໍ່​ມາໃນ​ປີ 2021.

ສ່ວນວັກ​ຊີນໄຟ​ເຊີຈຳ​ນວນ 899,730 ໂດ​ສ​ທີ່​ຍັງ​ເຫລືອນັ້ນ ​ກໍ​ຈະ​ໄປ​ຮອດ​ລາວ ໃນ​ກາງ​ເດືອນນີ້ແລະການຊ່ວຍ​ເຫລືອ​ຄັ້ງ​ນີ້​ຂອງສະ​ຫະ​ລັດ​ກໍ​ແມ່ນ​ເພື່ອປະ​ກອບ​ສ່ວນສະ​ໜັບ​ສະ​ໜຸນ​ຄວາມ​ພະ​ຍາ​ຍາມ​ຂອງລັດ​ຖະ​ບານ​ລາວ​ໃຫ້ບັນ​ລຸ​ເປົ້າ​ໝາຍ ການ​ສັກ​ຢາ​ວັກ​ຊິນ​ກັນ​ໂຄວິດ​ຢ່າງ​ຄົບ​ຖ້ວນໃຫ້ຫລາຍ​ເຖິງ​ 80 ເປີ​ເຊັນ​ຂອງ​ພົນ​ລະ​ເມືອງ​ລາວທັງ​ໝົດ ພາຍໃນ​ປີ 2022 ນີ້, ອີງ​ຕາມຖະ​ແຫລງ​ການ​ຂອງສະ​ຖານ​ເອກ​ອັກ​ຄະ​ລັດ​ຖະທູດ​ສະ​ຫະ​ລັດ.

XS
SM
MD
LG